ຢູ່ຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ປະຊາຊົນຫລາຍລ້ານຄົນ ກໍາລັງດິ້ນຮົນ ເພື່ອຟື້ນໂຕຄືນ ຈາກຄວາມເສຍຫາຍ ແລະຜົນກະທົບອື່ນໆ ທີ່ເກີດຈາກ ຊຸບເປີ້ພາຍຸ ແຊນດີ. ຄວາມພະຍາຍາມກອບກູ້ສະພາບການຄືນມາ ກໍາລັງດໍາເນີນໄປ ແຕ່ປະຊາຊົນ ຈໍານວນຫລວງຫລາຍ ຍັງບໍ່ມີໄຟຟ້າໃຊ້ ຫລືພາຫານະຂົ່ນສົ່ງ.
ຊີວິດຂອງຊາວນີວຢອກ ຍັງປະສົບຄວາມຫຍຸ້ງຍາກຢູ່ ຫລັງຈາກພາຍຸແຊນດີ

໑໗
ພວກໄປລ້າໄປການຍາມເຊົ້າ ພາກັນຍ່າງແລະຂີ່ລົດຖີບ ຂ້າມຂົວ Brooklyn ໃນນະຄອນນິວຢອກ, ວັນທີ 31 ຕຸລາ 2012.

໑໘
ໄຟຟ້າກໍາລັງຄືນມາ ຢູ່ຕະຫລາດຮຸ້ນ ນະຄອນນິວຢອກ ກ່ອນເປີດບໍລິການຄືນ ຫລັງຈາກພາຍຸແຊນດີ ຜ່ານພົ້ນໄປແລ້ວ ໃນວັນທີ 31 ຕຸລາ 2012.

໑໙
ນໍ້າທີ່ເປ່ງອອກມາຈາກບໍລິເວນໃຕ້ດິນ ຂອງຍ່ານການເງິນຂອງນະຄອນນິວຢອກ, ວັນທີ 31 ຕຸລາ 2012.

໒໐
ຜູ້ຄົນພາກັນຢືນລຽນແຖວຊື້ກາເຟ ຢູ່ຍ່ານການເງິນຂອງນິວຢອກ, ວັນທີ 31 ຕຸລາ 2012, ລໍຖ້າຫ້ອງການເປີດ ເປັນເທື່ອທໍາອິດໃນອາທິດນີ້ ຫລັງຈາກໄດ້ອັດລົງສອງມື້ ຍ້ອນຊຸບເປີ້ພາຍຸ ແຊນດີ.