ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວກໍານົດ​ໃຫ້ 5 ພື້ນ​ທີ່ ໃນນະຄອນ​ວຽງ​ຈັນ ເປັນ​ເຂດ​ ເສດຖ​ະກິດສະ​ເພາະ​


ເມືອງໃໝ່ໃນນະຄອນຫລວງວຽງຈັນທີ່ຈະສ້າງຂຶ້ນໃນອານາຄົດອັນໃກ້ນີ້
ເມືອງໃໝ່ໃນນະຄອນຫລວງວຽງຈັນທີ່ຈະສ້າງຂຶ້ນໃນອານາຄົດອັນໃກ້ນີ້
ອໍານາດການ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ ກໍານົດ​ໃຫ້ 5 ພື້ນ​ທີ່
ໃຫ້​ເປັນ​ເຂດ​ເສດຖ​ະກິດ ສະ​ເພາະ​ພາຍ​ໃຕ້​ເປົ້າໝາຍ​ທີ່ຈະ​ພັດ
ທະນາ​ນະ​ຄອນ​ວຽງ​ຈັນ​ໃຫ້​ເປັນ​ເມືອງ​ອຸດສາຫະກໍາ​ທີ່​ທັນ​ສະ​ໄໝ
​ໃນ​ອະນາຄົດ.

​ທ່ານ ອານຸພາບ ຕຸ​ນາ​ລົມ ຮອງ​ເຈົ້າຄອງ​ເຂດ​ນະຄອນ​ວຽງ​ຈັນ
​ໄດ້​ເປັນປະທານ​ຈັດກອງ​ປະຊຸມ​ເພື່ອ​ທາ​ບທາມ​ຮ່າ​ງກົດໝາຍ​
ວ່າ​ດ້ວຍ​ເຂດ​ເສດຖະກິດ​ພິ​ເສດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ
​ມາ​ນີ້ ​ໂດຍ​ສໍາລັບ​ເຂດ​ນະຄອນ​ວຽງ​ຈັນ​ນັ້ນ ​ໄດ້​ມີ​ການ​ກໍາ​ນົດ​ໃຫ້
5 ພື້ນ​ທີ່​ເປັນ​ເຂດ​ເສດຖະກິດ​ສະ​ເພາະ ຊຶ່ງໃນ​ຈໍານວນ​ນີ້​ກໍ​ມີ​ຢູ່
4 ພື້ນ​ທີ່​ດ້ວຍ​ກັນ ​ທີ່ເປັນ​ການ​ຍົກ​ລະດັບ​ຈາກ​ເຂດ​ພັດທະນາ​ທົ່ວ
​ໄປ ກໍ​ຄື​ນິຄົມ​ອຸດສາຫະກໍາ​ແລະ​ການ​ຄ້າ ວຽງ​ຈັນ-​ໂນນ​ທອງ
​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ ​ເຂດ​ເສດຖະກິດ​ສະ​ເພາະ
​ລ່ອງແຖ້ງ-ວຽງ​ຈັນ ​ແລະ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ສ່ວນ​ພື້ນ​ທີ່ ທີ່ 5 ນັ້ນ ​ເປັນ​ເຂດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ກໍ​ຄື​ເຂດ​ເສ​ດຖະກິດສະ​ເພາະ​ບຶງທາດຫຼວງ.
ພາບຈໍາລອງ​ເຂດ​ເສ​ດຖະກິດສະ​ເພາະ​ບຶງທາດຫຼວງໃນອານາຄົດ
ພາບຈໍາລອງ​ເຂດ​ເສ​ດຖະກິດສະ​ເພາະ​ບຶງທາດຫຼວງໃນອານາຄົດ

ທັງ​ນີ້​ໂດຍ​ອໍານາດ​ການ​ປົກຄອງ​ນະຄອນ​ວຽງ​ຈັນ ​ໄດ້​ລາຍ​ງານ​ວ່າການ​ທາ​ບທາມ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຂດ​ເສດຖະກິດ​ພິ​ເສດ​ດັ່ງກ່າວ​ມີ​ເປົ້າໝາຍ​ເພື່ອ​ເຮັດ​ໃຫ້​ການ ປະຕິບັດ​ຈັດ​ຕັ້ງ​ກ່ຽວ​ກັບ​ການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ທັ້ງ 5​ ​ເຂດ​ໃນ​ນະຄອນ​ວຽງ​ຈັນ​ໃຫ້​ເກີດ​ຂຶ້ນຢ່າງ​ເປັນ​ຮູບ​ປະ​ທໍາ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງ​ປະ​ເທດ​ໃຫ້ເຂົ້າມາ​ໃນ​ເຂດ​ນະຄອນ​ວຽງ​ຈັນ​ດັ່ງກ່າວ​ໃຫ້​ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ​ແລະ​ກໍ​ຖື​ເປັນ​ພາກສ່ວນ​ອັນ​ສໍ​າຄັນ​ທີ່​ຈະ​ພັດທະນາ​ໃຫ້​ນະຄອນ​ວຽງ​ຈັນ​ເປັນ​ເຂດ​ອຸດສາຫະກໍ​າທີ່​ທັນ​ສະ​ໄໝ​ໃນ​ອະ​ນາ​ຄົດ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ທັງ 5 ພື້ນ​ທີ່​ໃນ​ເຂດ​ນະຄອນ​ວຽງ​ຈັນ​ດັ່ງກ່າວ​ນີ້​ກໍ​ຍັງ​ນັບ​ເປັນ​ພາກສ່ວນ​ນຶ່ງ​ໃນ​ແຜນການ​ພັດທະນາ​ເຂດ​ເສ​ດຖະກິດ​ພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ຂອງ​ລັດຖະບານ​ລາວ​ທີ່​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ດໍ​າ​ເນີນ​ການ​ສ້າງ​ຕັ້ງ​ເນ​ດ​ເສດຖະກິ​ດພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ ​ໃຫ້​ໄດ້​ເຖິງ 41 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາ​ຍົກ​ລັດຖະມົນຕີ​ຜູ້​ຊີ້​ນໍາວຽກ​ງານ​ທາງ​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ທັງ​ຍັງ​ເປັນ​ປະ​ທານ​ຄະນະ​ກໍາມະການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສ​ດຖະກິດສະ​ເພ​າະ​ແຫ່ງ​ຊາດ ດ້ວຍ​ນັ້ນ ກໍ​ຖະ​ແຫຼ​ງຍອມຮັບ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າກາ​ນພັດທະນາ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສດ ຖະກິດ​ສະ​ເພາະ​ໃນ​ລາວ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ​ທີ່​ເປັນ ທີ່​ເປັນ​ເຂດ​ທໍ​າອິດ​ໃນ​ລາວ​ທີ່​ສ້າງ​ຕັ້ງ​ຂຶ້ນຕັ້ງ​ແຕ່​ປີ 2003 ​ເປັນ​ຕົ້ນ​ມານັ້ນ​ກໍ​ຍັງມີ​ການ​ພັດທະນາ​ທີ່​ຊັກ​ຊ້າ​ຫຼາຍ​ ​ເມື່ອ​ທຽບ​ກັບ​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ຄໍາ​ທີ່​ເມືອງ​ຕົ້ນ​ເຜີ້ງ ​ແຂວງ​ບໍ່​ແກ້ວ.

ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມຄໍາ​ດັ່ງກ່າວ​ນີ້ ​ເປັນ​ການ​ລົງທຶນ​ທັງ 100% ​ເຕັມ​ໂດຍ​ກຸ່ມ​ທຸລະ​ກິດ​ຈາກ​ຈີນ ຊຶ່ງ​ທາງ​ການ​ລາວ​ກໍ​ຖື​ວ່າໄດ້​ປະກອບສ່ວນ​ຢ່າງ​ສໍາຄັນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ກັບ​ປະຊາຊົນ ລາວ​ໄດ້​ເປັນ​ຢ່າງ​ດີ. ສ່ວນ​ເຂດ​ເສດຖະກິດ​ພິ​ເສດ​ຢູ່ພື້ນ​ທີ່​ອື່ນໆ​ນັ້ນ ກໍ​ຍັງ​ຄົງ​ຖື​ວ່າ​ມີ ການ​ພັດທະນາ​ໄປ​ຢ່າງ​ຊັກ​ຊ້າ ​ເນື່ອງ​ຈາກ​ວ່າບໍ່​ສາມາດ​ທີ່​ຈະ​ດຶງ​ດູດ​ເອົາ​ການ​ລົງທຶນ ຈາກ​ຕ່າງປະ​ເທດ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ຖະ​ແຫຼ​ງ ຊີ້​ແຈງ​ວ່າ:

“​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ຄໍາ ​ໄດ້​ມີ​ການ​ພັດທະນາ​ຢ່າງເດັ່ນ​ຊັດ ອັນ​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້ ປະຊາຊົນ​ທ້ອງ​ຖິ່ນ ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ດັ່ງກ່າວ​ເວົ້າ ລວມແລ້ວ​ຍັງ​ຊັກ​ຊ້າ ຍັງ​ບໍ່​ທັນ​ສາມາດ​ເສີມ​ຂະຫຍາຍ​ກໍາລັງ​ແຮງ​ຈາກ​ບັນດາ​ພາກ ສ່ວນ​ເສດຖະກິດ​ຕ່າງປະ​ເທດ​ໄດ້​ເທົ່າ​ທີ່​ຄວນ.”

ໃນ​ປັດຈຸບັນ​ນີ້ ​ໃນ​ລາວ​ມີ​ເຂດ​ເສ​ຖະກິດ​ພິ​ເສດ​ທີ່​ໄດ້​ຮັບ​ການ​ພັດທະນາ​ແລະ​ສາມາດ​ຮອງ​ຮັບ​ການ​ລົງທຶນ​ຂອງ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ​ໄດ້​ແລ້ວ 3 ​ແຫ່ງ ກໍ​ຄື ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ເຂດ​ເສດຖະກິດ​ພິ​ເສດ ບໍ່​ເຕັນ​ແດນ​ຄໍາ ທີ່​ແຂວງ​ຫຼວງ​ນໍ້າ​ທາ ​ແລະ​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ຄໍາ ສ່ວນ​ເຂດ​ເສດຖະກິດ​ສະ​ເພາະ​ທັງ 5 ​ແຫ່ງ​ຢູ່​ໃນ​ເຂດ​ນະຄອນ​ວຽງ​ຈັນ​ນັ້ນ ກໍາລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ກໍ່ສ້າງ​ພື້ນ ຖານ​ໂຄງ​ຫລ່າງ​ຢ່າງ​ຕັ້ງໜ້າ ​ໂດຍ​ເປັນ​ການ​ລົງທຶນ​ຈາກ​ຈີນ 3 ​ເຂດ ​ແລ​ະ​ເປັນ​ການ​ລົງທຶນ​ຈາກ​ຫວຽດນາມ 2 ​ເຂດ​ຕາມ​ລໍາດັບ.

ນອກ​ຈາກ​ນີ້ ລັດຖະບານ​ລາວ​ຍັງ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ໃນ​ເຂດ​ແຂວງ​ຕ່າງໆ​ໃຫ້​ໄດ້​ເຖິງ 10 ​ແຫ່ງ ພາຍ​ໃນ​ປີ 2015 ອີກ​ດ້ວຍ.
XS
SM
MD
LG