ອະດີດກະສັດກໍາປູເຈຍ ສະເດັດເຈົ້າ ນະໂຣດົມ ສີຫານຸ ສິ້ນພະຊົນ
໕
ໃນຮູບນີ້ ຖ່າຍເມື່ອວັນທີ 2 ເດືອນກັນຍາ 2006, ອະດີດກະສັດ ນະໂຣດົມ ສີຫານຸ (ກາງ) ທັກທາຍປາໄສ ກັບໄຜ່ຟ້າລັດຖະດອນ ທີ່ຈົ່ງຮັກພັກດີ ຢູ່ສະໜາມບິນພະນົມເປັນ ກ່ອນສະເດັດໄປຮັບການຮັກສາພະອົງ ຢູ່ປັກກິ່ງ, ບ່ອນທີ່ພະອົງສະເດັດໄປເລື້ອຍໆ.
໖
ອະດີດກະສັດ ນະໂຣດົມ ສີຫານຸ (ກາງ) ໂບກພະຫັດ ທັກທາຍ ໄຜ່ຟ້າລັດຖະດອນ ຜູ້ຈົ່ງຮັກພັກດີ ທີ່ມາຖວາຍ ການຕ້ອນຮັບສະເດັດ ຢູ່ສະໜາມບິນພະນົມເປັນ ໃນຮູບນີ້ ວັນທີ 26 ພຶດສະພາ 2006.
໗
ໃນຮູບນີ້ ຖ່າຍເມື່ອວັນທີ 20 ຕຸລາ 2004, ມື້ລາງກະສັດ ນະໂຣດົມ ສີຫານຸ ຊົງແນະນໍາ ພະໂອລົດ ແລະຜູ້ສືບທອດບັນລັງ ສະເດັດເຈົ້າ ນະໂຣດົມ ສີຫາໂມນີ, ກະສັດກໍາປູເຈຍອົງປັດຈຸບັນ, ໃນຕອນເດີນທາງ ມາຮອດ ສະໜາມບິນພະນົມເປັນ.
໘
ກະສັດນະໂຣດົມ ສີຫານຸ ຊົງກ່າວຄໍາອໍາລາ ພະສົງອົງນຶ່ງ ທີ່ວັດແຫ່ງນຶ່ງ ໃນເມືອງສຽມຣຽບ, ພາກເໜືອກໍາປູເຈຍ, ວັນທີ 1 ກັນຍາ 1997.