ເຖິງແມ່ນມີຄວາມເຄ່ງຕຶງລະຫວ່າງກັນ ຍ້ອນການຜິດຖຽງກັນເລື້ອງດິນແດນໃນທະເລຈີນໃຕ້ກໍຕາມ ທຸລະກິດຢູ່ໃນເຂດ ຊາຍແດນລະຫວ່າງສອງປະເທດ ກໍກໍາລັງຮຸ່ງເຮືອງ. ເພື່ອຍັບຍັ້ງຈີນ ຫວຽດນາມໄດ້ສະແດງຄວາມຍິນດີນໍາການເຂົ້າມາ ພົວພັນຂອງສະຫະລັດ ໃນເຂດທະເລຈີນໃຕ້ ໂຮມທັງ ໃນອ່າວ Cam Ranh ຂອງຕົນ ອັນເປັນທີ່ຕັ້ງຂອງຖານທັບເຮືອ ທີ່ຫ້າມຄົນນອກເຂົ້າໃກ້ນັ້ນ.
ການຄ້າຂອງ ຫວຽດນາມກັບຈີນ ກໍາລັງຮຸ່ງເຮືອງ

5
ລົດບັນທຸກສິນຄ້າ ຈອດລໍຖ້າທີ່ດ່ານຊາຍແດນ Tan Thanh ເພື່ອຈະຂ້າມເຂົ້າໄປໃນຈີນ ຈາກແຂວງ Lang Son ຂອງຫວຽດນາມ. (D. Schearf/VOA)

6
ພວກຄົນງານຂົນເສດໄມ້ນ້ອຍໆ ອອກຈາກລົດບັນທຸກ ຂຶ້ນເຮືອ ຢູ່ທ່າເຮືອ ໃນອ່າວ Cam Ranh, ຫວຽກນາມ. (D. Schearf/VOA)

7
ເຮືອຫາປາລໍານຶ່ງ ຢູ່ໃນອ່າວ Cam Ranh. (D. Schearf/VOA)

8
ເຮືອຫາປາຫວຽດນາມລໍານຶ່ງ ແລ່ນຜ່ານ ທ່າເຮືອ Cam Ranh ອອກສູ່ທະເລ. (D. Schearf/VOA)