Protests continue Monday over 'The Innocence of Muslims', a film Muslims say insults the Prophet Muhammad.
ການປະທ້ວງ ຮູບເງົາ ທີ່ຕໍ່ຕ້ານອິສລາມ
໙
ຊາຍຊາວມຸສລິມແກ່ວງກ້ອນຫີນໃສ່ຕໍາຫລວດ ໃນລະຫວ່າງການປະທ້ວງຮູບເງົາຕໍ່ຕ້ານອິສລາມ ຢູ່ທາງໜ້າສະຖານທູດສະຫະລັດ ໃນກຸງຈາກາຕາ, ອິນໂດເນເຊຍ, ວັນທີ 17 ກັນຍາ 2012.
໑໐
ນາງ Yasmeen Raja, ປະທານອົງການ Muslim Khawateen Markaz ຫລືສູນກາງແມ່ຍິງມຸສລິມ, ຖືປ້າຍ ຂະນະທີ່ນາງຮ້ອງໂຮຄໍາຂວັນ ໃນລະຫວ່າງການປະທ້ວງຮູບເງົາ "Innocence of Muslims" ໃນເມືອງ Srinagar, ອິນເດຍ, ວັນທີ 17 ກັນຍາ 2012.
໑໑
ພວກເຄື່ອນໄຫວຈາກອົງການ Muslim Khawateen Markaz ຫລື ສູນກາງແມ່ຍິງມຸສລິມ, ພາກັນຈູດທຸງຊາດຈໍາລອງຂອງອາເມຣິກາ ໃນລະຫວ່າງການປະທ້ວງ ທີ່ Srinagar, ອິນເດຍ, ວັນທີ 17 ກັນຍາ 2012.
໑໒
ເດັກສາວມຸສລິມອິນເດຍ ພາກັນຮ້ອງໂຮຄໍາຂວັນ ໃນລະຫວ່າງການປະທ້ວງຕໍ່ຕ້ານຮູບເງົາ "Innocence of Muslims" ທີ່ເຍາະເຍີ້ຍພະເຈົ້າ Muhammad ຂອງສາສະໜາອິສລາມ ໃນເມືອງ Jammu, ອິນເດຍ, ວັນທີ 17 ກັນຍາ 2012. ປ້າຍພາສາ Urdu ທີ່ເຂົາເຈົ້າຖືກຢູ່ ອ່ານວ່າ " ອິສລາມຈົ່ງໝັ້ນຍືນ!"