ຄວາມເສຍຫາຍຈາກ ການກໍ່ຄວາມຮຸນແຮງ ທີ່ເກີດຂຶ້ນໃນເດືອນມິຖຸນາ ແລະເມື່ອມໍ່ໆ ມານີ້ ລະຫວ່າງຊາວພຸດ ໃນທ້ອງຖິ່ນ ແລະຊາວມຸສລິມໂຣຮິງຢາ ຢູ່ໃນລັດ Rakhine ທາງພາກຕາເວັນຕົກ ຂອງມຽນມາ.
ປະມວນພາບ ກ່ຽວກັບ ການກໍ່ຄວາມຮຸນແຮງ ໃນລັດຣາຄິນ ຂອງມຽນມາ ມາຮອດວັນທີ 3 ພະຈິກ 2012
໑໓
ນາງ Shofica Belcom ອາຍຸ 25 ປີ, ຢືນລໍຖ້າແມ່ຂອງນາງ ຢູ່ຄລີນິກຂອງສະພາກາແດງມຽນມາ, ເມືອງ Sittwe ເມືອງເອກຂອງລັດຣາຄິນ ໃນວັນທີ 14 ຕຸລາ 2012.
໑໔
ຊາຍຊະລາອົບພະຍົບມຸສລິມໂຣຮິງຢາ ຢືນຢູ່ນອກຜ້າເຕັ້ນຂອງລາວ ທີ່ສູນຮອງຮັບພວກອົບພະຍົບ Dabang (IDP), ທີ່ຕັ້ງຢູ່ເຂດຊານເມືອງ Sittwe ເມືອງເອກຂອງລັດຣາຄິນ ຂອງມຽນມາ ໃນວັນທີ 10 ຕຸລາ 2012.
໑໕
ພາບຖ່າຍໃນວັນທີ 10 ກັນຍາ 2012, ຊາຍຜູ້ນຶ່ງຢືນຢູ່ໃກ້ເຮືອນຫລັງນຶ່ງ ທີ່ເຕັມໄປດ້ວຍເສດສະລັກຫັກພັງ ຂອງເຮືອນຫລັງອື່ນໆ ຍ້ອນຖືກຈູດເຜົາ ໃນໄລຍະມີການຕໍ່ສູ້ກັນລະຫວ່າງຊົນເຜົ່າ ທີ່ເກີດຂຶ້ນໃນເດືອນມິຖຸນາ ລະຫວ່າງຊາວມຸສລິມໂຣຮິງຢາ ແລະ ຊາວພຸດຢູ່ໃນເມືອງ Swittwe ຂອງລັດຣາຄິນ.
(AP Photo/Khin Maung Win)
໑໖
ຕໍາຫລວດກວດກາເບິ່ງສະພາບການ ໃນວັນທີ 1 ສິງຫາ, 2012 ຫລັງເກີດກໍ່ຄວາມຮຸນແຮງໃນລັດຣາຄິນ ໃນເດືອນມີຖຸນາ, 2012.