May Day Around the World
Tens of thousands of workers are taking to the streets in cities around the world to mark international Labor Day with marches and calls for better workers' rights.

໑
ພວກປະທ້ວງທີ່ຟີລິບປີນ ຈູດຮູບຫຸ່ນຂອງປະທານາທິບໍດີBenigno Aquino III ໃນລະຫວ່າງການໂຮມຊຸມນຸມ ຢູ່ໃກ້ໆທໍານຽບ ປະທານາທິບໍດີ ທີ່ນະຄອນຫລວງມະນີລາ ເພື່ອສະຫລອງວັນກໍາມະກອນ
ສາກົນ, ວັນທີ 1 ພຶດສະພາ ຫລື May Day ທີ່ຟີລິບປີນ. (AP Photo)

໒
ກໍາມະກອນຄົນນຶ່ງໃສ່ໜ້າກາກທີ່ບິດບ້ຽວຂອງປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono ໃນລະຫວ່າງການໂຮມຊຸມນຸມ ໃນວັນກໍາມະກອນສາກົນ May Day ຢູ່ນະຄອນຫລວງຈາກາຕາ. (AP Photo)

໓
ນັກທ່ອງທ່ຽວຫລາຍໝື່ນຄົນ ພາກັນລຸຫລັ່ງໄປທ່ຽວ ຈະຕຸລັດTiananmen ທີ່ນະຄອນຫລວງປັກກິ່ງ ໃນວັນ May Day. ເຂົາເຈົ້າພາກັນລຽນແຖວຢູ່ຕໍ່ໜ້າຮູບຂອງທ່ານ Sun Yat-sen ເພື່ອເຂົ້າໄປເບິ່ງສົບທີ່ຍັງດອຍໄວ້ຢູ່ຂອງທ່ານ Mao Zedong ຢູ່ບ່ອນເກັບສົບຂອງທ່ານ ໃນຕຶກຫລັງນຶ່ງຢູ່ໃນບໍລິເວນຈະຕຸລັດ

໔
ທີ່ໃຕ້ຫວັນ ພວກນັກສຶກສາພາກັນຫລິ້ນລະຄອນກ້ອມ ປະທ້ວງຄ່າຮຽນ ແພງ ຢູ່ຄຽງຂ້າງພວກກໍາມະກອນ ຫລາຍພັນຄົນ ທີ່ທໍາການປະທ້ວງ ຮຽກຮ້ອງຂໍຂຶ້ນຄ່າແຮງງານ
ຢູ່ໃຈກາງນະຄອນຫລວງໄຕເປ, ວັນທີ 1 ພຶດສະພາ 2012.