ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫວຽດນາມ ເນລະເທດ ນັກເຄື່ອນໄຫວ ຕ້ານລັດຖະບານ ມາຍັງສະຫະລັດ


 ຮູບພາບ ນາຍ Dieu Cay ນັກເຄື່ອນໄຫວ ຕ້ານລັດຖະບານ.
ຮູບພາບ ນາຍ Dieu Cay ນັກເຄື່ອນໄຫວ ຕ້ານລັດຖະບານ.

ຄອບຄົວ​ຂອງ​ນາຍ Dieu Cay ນັກ​ຂຽນ​ຂ່າວ​ລົງ​ໃນ internet
ທີ່ ຕໍ່ຕ້ານ​ລັດຖະບານ​ຫວຽດນາມ ກ່າວ​ວ່າ ນາຍ Dieu Cay
​ໄດ້​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ ​ຢ່າງ​ລັບໆ ແລະ​ຖືກ​ບັງຄັບ​ໃຫ້​
ອອກ​ຈາກ​ປະ​ເທດ.

ນາງ Duong Thi Tan ​ເມຍ​ຂອງ​ນາຍ Dieu Cay ກ່າວ​ຕໍ່
​ພະ​ແນ​ກຫວຽດນາມ ວີ​ໂອ​ເອວ່າ ຜົວ​ຂອງ​ນາງ​ໄດ້​ຖືກ​ນຳ​ໂຕ​ໄປ
​ຍັງ​ສະໜາມ​ບິນ Noi Bai ​ໂດຍ​ກົງຈາກ​ຄຸກ​ໃນ​ວັນ​ອັງຄານ​ວານ
​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ໃນ​ຂະນະ​ທີ່​ນາງສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່
​ການ​ຊ່ອຍ​ເຫຼືອ​ຂອງ​ສະຫະລັດ​ນັ້ນ ນາງ​ກ່າວ​ວ່າ ສິ່ງ​ທີ່​ບໍ່​ດີ​ນັ້ນ
ກໍ​ແມ່ນ​ການ​ປ່ອຍ​ໂຕ​ຜົວ​ຂອງ​ລາວ​ນີ້ ບໍ່​ໄດ້​ໃຫ້​ສັນຍານ​ໃດໆ​ຂອງ​
ການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍ​ຕ່າງໆ​ຂອງ​ປະເທດ​ຂອງ​ຫວຽດ
ນາມເລີຍ.

ນາງ Duong Thi Tan ກ່າວ​ວ່າ “ ​ໃນ​ນາມ​ຜົວ​ຂອງ​ຂ້າພະ​ເຈົ້າ ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ລັດຖະບານ​ສະຫະລັດ. ​ເຖິງຢ່າງ​ໃດ​ກໍ​ດີ ການ​ແຊກ​ແຊງ​ຂອງ​ສະຫະລັດ ປາກົດ​ວ່າ ​ໃຫ້​ອະນຸມັດ​ແກ່​ພວກ​ເຈົ້າ​ໜ້າ​ທີ່​ຫວຽດນາມ ​ສືບ​ຕໍ່​ທຳ​ການ​ຈັບ​ກຸມ​ພວກ​ນັກ​ໂທດ​ການ​ເມືອງ​ເປັ​ນ​ໂຕ​ປະກັນ ​ແລະ​ແລກປ່ຽນ​ພວກ​ນັກ​ໂທດ​ເຫຼົ່າ​ນີ້ ​ເພື່ອ​ຜົນ​ປະ ໂຫຍ​ດຕ່າງໆ​ໃນ​ອະນາຄົດ. ຊ່ອງ​ທາງ​ການ​ຕໍ່ສູ້​ເພື່ອ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຫວຽດນາມ ມາ​ຮອດ​ປັດຈຸບັນ​ນີ້ ແນ່ນອນຍັງ​ເປັນ​ການ​ທ້າ​ທາຍຫຼາຍ. ປະຊາ​ຄົມນາ​ໆ​ຊາດ ຄວນ​ຈະ​ສະໜັບສະໜຸນ​ພວກ​ເຮົາ​ໃນ ຊ່ອງ​ທາງ​ອື່ນໆ ​ເຊັ່ນ ການ​ຕິດຕາມ ການ​ເອົາ​ມາດ​ຕະການ​ລົງ​ໂທດ​ຕ່າງໆ ​ແລະ​ຊ່ອງ​ທາງ​ອື່ນໆ​ທີ່​ເຂັ້ມ​ງວດ​ຂຶ້ນ ​ແທນ​ທີ່​ເອົາ​ພວກ​ນັກ​ໂທດ ຈິດ​ສຳນຶກ​ອອກ​ຈາກ​
ປະ​ເທດ ເທື່ອ​ລະ​ຄົນໆ​ໄປ​ນັ້ນ.”

ນາຍ Dieu Cay ​ໄດ້ໂອ້​ລົມ​ກັນ​ກັບ​ຄອບຄົວ​ຂອງ​ລາວ​ຈາກ ຮົງ​ກົງ ບ່ອນ​ທີ່​ລາວ​ຕໍ່​ຖ້ຽວ​ບິນ​ມາ​ຍັງ​ສະຫະລັດ​ນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ ນາງ Duong Thi Tan ກ່າວ​ວ່າ ຜົວ​ຂອງ​ລາວ​ໄດ້ ປະຕິ​ເສດ​ຕໍ່​ຄຳ​ຮຽກ
ຮ້ອງ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ ທີ່​ໃຫ້​ລາວ​ຂຽນ​ຄຳ​ຮ້ອງ​ຊອກ​ຫາ​ທາງ​ຂໍ​ຂະ​ມາ​ໂທດ ຫຼັງ​ຈາກ​ຮັບ​ໃຊ້​ໂທດ​ຢູ່​ໃນ​ຄຸກ​ມາ​ເກີນ​ກວ່າ ເຄິ່ງນຶ່ງ​ຂອງ​ກຳນົດ​ການ​ລົງ​ໂທດຈຳ​ຄຸກ​ທັງ​ໝົດ 12 ປີ​ນັ້ນ.
ທ່ານ​ນາງ Marie Harf ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ອັງຄານ​ມວານ​ນີ້​ວ່າ ສະຫະລັດ​ສະ​ແດງ​ຄວາມ ຍິນດີ​ໃນ​ການ​ປ່ອຍ​ໂຕ ​ແລະ​ຜູ້​ຂຽນ​ຂ່າວ​ລົງ​ໃນ internet ຄົນ​ນີ້​ ທີ່ໄດ້​ເລືອກ​ເອົາ​ການ​ເດີນທາງ​ມາສະ​ຫະລັດ ​ເພື່ອ​ຮ່ວມ​ກັບ​ຄອບຄົວ​ຂອງ​ລາວຢູ່ທີ່ນີ້.

XS
SM
MD
LG