ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສຫລ ຊ່ວຍເຫຼືອລາວ 12 ລ້ານ ດອນລາ ເພື່ອ​ເກັບ​ກູ້ ລະ​ເບີດ ທີ່​ບໍ່​ທັນ​ແຕກ


ທ່ານ Daniel A Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ ກັບ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າ ຫ້ອງການຄຸ້ມຄອງແຫ່ງຊາດ ໄດ້ຮ່ວມກັນຖະແຫລງຂ່າວ ຢ່າງເປັນທາງການ.
ທ່ານ Daniel A Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ ກັບ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າ ຫ້ອງການຄຸ້ມຄອງແຫ່ງຊາດ ໄດ້ຮ່ວມກັນຖະແຫລງຂ່າວ ຢ່າງເປັນທາງການ.
ສະຫະລັດ ໃຫ້ການຊ່ວຍເຫຼືອແກ່ລາວ ເຖິງ 12 ລ້ານດອນລາ ເພື່ອນຳໃຊ້ໃນການເກັບກູ້ລະເບີດບໍ່ທັນແຕກ (UXO) ລວມເຖິງ
ການຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະແລະໃຫ້ການສຶກສາເພື່ອຫລຸດ
ຜ່ອນບັນຫາຈາກ (UXO) ດ້ວຍ.


ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ
ກັບທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ
ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ (UXO) ໄດ້ຮ່ວມກັນຖະແຫລງຂ່າວ
ຢ່າງເປັນທາງການ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ ເພື່ອຢືນຢັນເຖິງການ
ທີ່ລັດຖະບານສະຫະລັດ ໄດ້ເພີ້ມວົງເງິນສຳລັບໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ
ເພື່ອນຳໃຊ້ໃນການເກັບກູ້ລະເບີດ (UXO) ຂຶ້ນຈາກ 9 ລ້ານດອນລາຕໍ່ປີ ເປັນ 12 ລ້ານດອນລາໃນປີ 2014 ນີ້.

ໂດຍການເພີ້ມເງິນໃນຄັ້ງນີ້ ຍັງໄດ້ແນໃສ່ການໃຫ້ຄວາມຊ່ວຍເຫຼືອ ແກ່ປະຊາຊົນ
ທີ່ໄດ້ຮັບເຄາະຈາກລະເບີດ UXO ແລະການໂຄສະນາເຜີຍແຜ່ເພື່ອໃຫ້ຄວາມຮູ້
ແກ່ປະຊາຊົນລາວກ່ຽວກັບການປ້ອງກັນ ແລະ ການລະວັງໄພອັນຕະລາຍ ຈາກ
ລະເບີດ UXO ໃຫ້ໄດ້ຢ່າງມີປະສິດທິຜົນຫຼາຍຂຶ້ນອີກດ້ວຍ.

ການອະນຸມັດດັ່ງກ່າວນີ້ ຖືເປັນງົບປະມານກ້ອນໃຫຍ່ສຸດ ທີ່ທາງການສະຫະລັດ
ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ນັບຕັ້ງແຕ່ສົງຄາມອິນໂດຈີນ ໄດ້ສິ້ນສຸດລົງໃນປີ 1975
ເປັນຕົ້ນມາ ໂດຍມີເປົ້າໝາຍທີ່ຈະຫລຸດຜ່ອນບັນຫາຜົນກະທົບຈາກລະເບີດ UXO ໃນ
ລາວລົງເທື່ອລະກ້າວ ແລະ ໃຫ້ໝົດໄປໃນທີ່ສຸດ ດ້ວຍການຈັດຕັ້ງປະຕິບັດ ທັງໃນການ
ເກັບກູ້ລະເບີດ ການຊ່ວຍເຫຼືອຜູ້ໄດ້ຮັບເຄາະ ແລະ ການປ້ອງກັນຄຽງຄູ່ກັນໄປ.

ທັງນີ້ໂດຍນັບຈາກສົງຄາມອິນໂດຈີນສິ້ນສຸດລົງ ທາງການສະຫະລັດ ໄດ້ໃຫ້ການ
ຊ່ວຍເຫຼືອແກ່ລາວ ໃນການຫລຸດຜ່ອນບັນຫາຜົນກະທົບຈາກລະເບີດ UXO ໄປແລ້ວ
ຄິດເປັນມູນຄ່າຫຼາຍກວ່າ 74 ລ້ານດອນລາ ແລະ ຖ້າຫາກຄິດໄລ່ສະເພາະໃນຊ່ວງ 5
ປີມານີ້ ກໍຈະໄດ້ວ່າສະຫະລັດໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນດ້ານນີ້ແລ້ວຫຼາຍກວ່າ
32 ລ້ານດອນລາ ໂດຍປີ 2014 ຖືເປັນຄັ້ງທຳອິດ ທີ່ການຊ່ວຍເຫຼືອມີມູນຄ່າເກີນກວ່າ
10 ລ້ານດອນລາ.
ການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອ ຂອງທະຫານ ອາເມຣິກັນ ທີ່ເສຍຊີວິດຫຼືຫາຍສາບສູນໄປ ໃນຊ່ວງສົງຄາມອິນໂດຈີນໃນລາວ (MIA) ຢູ່ແຂວງເຊກອງ.
ການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອ ຂອງທະຫານ ອາເມຣິກັນ ທີ່ເສຍຊີວິດຫຼືຫາຍສາບສູນໄປ ໃນຊ່ວງສົງຄາມອິນໂດຈີນໃນລາວ (MIA) ຢູ່ແຂວງເຊກອງ.

ການແກ້ໄຂບັນຫາລະເບີດ UXO ຖືເປັນ 1 ໃນ 5 ດ້ານທີ່
ທາງການສະຫະລັດ ໃຫ້ຄວາມສຳຄັນຢ່າງຍິ່ງ ໃນການເສີມ
ສ້າງຄວາມຮ່ວມມືກັບທາງການລາວ ໂດຍອີກ 4 ໂຄງການ
ທີ່ເຫຼືອນັ້ນກໍຄືການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອ
ຂອງທະຫານອາເມຣິກັນທີ່ເສຍຊີວິດຫຼືຫາຍສາບສູນໄປ
ໃນຊ່ວງສົງຄາມອິນໂດຈີນໃນລາວ (MIA) ການພັດທະນາ
ລະບົບກົດໝາຍ ແລະ ສິດທິມະນຸດຍະຊົນ ການອະນຸລັກ
ສະພາບແວດລ້ອມ ທຳມະຊາດ ແລະຊີວະນາໆພັນ ການ
ເສີມຂະຫຍາຍມູນຄ່າການຄ້າ ແລະ ການລົງທຶນ ດັ່ງທີ່ທ່ານ
Daniel Clune ໄດ້ໃຫ້ການຊີ້ແຈງວ່າ:

“ກ່ອນອື່ນ ກໍ​ແມ່ນບັນຫາ​ ທີ່​ເກີດຂຶ້ນ ຈາກ​ສົງຄາມ​
ຫວຽດນາມ ຊຶ່ງ​ກໍ​ຄື ການຊອກຫາທະຫານຂອງ​ສະຫະລັດ​ ທີ່​ໄດ້​ຫາຍ​ສາບ​ສູນ​
ໄປ​ປາງ​ສົງ​ຄາມ ​ແລະ​ ການ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ. ບຸລິມະສິດ​ສູງ​ສຸດ​
ອີກອັນນຶ່ງ​ ກໍຈະ​ແມ່ນການ​ສົ່ງ​ເສີມ​ສິດທິ​ມະນຸດ ​ແລະ​ການ​ປົກຄອງ ດ້ວຍຕົວ​ບົດ​
ກົດໝາຍ ການສືບຕໍ່​ໃຫ້​ຄວາມ ຮ່ວມ​ ມືໃນ​ດ້ານ​ສຸ​ຂະພາບອະນາ​ໄມ ດ້ານການ
ຕໍ່ຕ້ານຢາເສບຕິດ ແລະ ການອະນຸລັກສິ່ງແວດລ້ອມ ລວມໄປເຖິງ ຄວາມພະ
ຍາຍາມ ທີ່ກຳລັງ​ດຳ​ເນີນ​ໄປຢູ່ແລ້ວ ໃນການຄວບຄຸມພະຍາດ ທີ່ສາມາດຕິດ
ແປດກັນຕ່າງໆ ແລະສຸດທ້າຍ ການເສີມຂະຫຍາຍມູນຄ່າການຄ້າ ແລະການ
ລົງທຶນກໍ​ຈະ​ແມ່ນ​ບຸລິມະສິດ ຄືກັນ.”


ໂດຍຫຼ້າສຸດ ກະຊວງການຕ່າງປະເທດຂອງສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ໃນ
ການສຶກສາອົບຮົມ ເພື່ອການປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳລັບນັກ
ຮຽນໃນພື້ນທີ່ 15 ເມືອງໃນເຂດ 9 ແຂວງ ທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ.

ທາງດ້ານທ່ານບຸນເຮືອງ ດວງພະຈັນ ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ
ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນລາວ ໄດ້ໃຫ້ການຊີ້ແຈງວ່າ
ລັດຖະບານລາວໄດ້ວາງເປົ້າໝາຍຈະເກັບກູ້ລະເບີດ UXO ໃຫ້ໄດ້ໃນພື້ນທີ່ລວມບໍ່
ນ້ອຍກວ່າ 1 ແສນເຮັກຕາ ໃນຊ່ວງປີ 2011-2015 ແຕ່ການປະຕິບັດຕົວຈິງໃນລະຍະ
ທີ່ຜ່ານມາ ກັບເກັບກູ້ໄດ້ໃນພື້ນທີ່ລວມ 30,000 ກວ່າເຮັກຕາ ຫຼືຄິດເປັນ 30 ເປີເຊັນ
ຂອງແຜນການທີ່ວາງໄວ້ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ທ່ານ Daniel Clune ກໍໄດສົ່ງມອບອາຄານປະຕິບັດ
ການດ້ານສຸຂະພາບອະນາໄມ ສຳລັບປະຊາຊົນລາວ 2 ແຫ່ງໃຫ້ກັບທາງການແຂວງ
ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ຊຶ່ງກໍຖືເປັນສ່ວນໜຶ່ງ ໃນການຊ່ວຍເຫຼືອ ດ້ານມະນຸດ
ສະຍະທຳທີ່ສະຫະລັດ ໄດ້ມອບໃຫ້ແກ່ລາວເພື່ອເປັນການຕອບແທນລັດຖະບານ ແລະ ປະຊາຊົນລາວທີ່ໄດ້ໃຫ້ການຮ່ວມມື ໃນການຊອກຫາ MIA ຢູ່ໃນລາວ.
XS
SM
MD
LG