ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ສະໜັບສະໜູນ ການຍົກຍ້າຍ ນັກໂທດ ຈາກຄຸກ Quantanamo


ລັດຖະມົນຕີ ປ້ອງກັນປະເທດ ສຫລ ທ່ານ Ashton Carter ທີ່ທຳນຽບຫ້າແຈ.
ລັດຖະມົນຕີ ປ້ອງກັນປະເທດ ສຫລ ທ່ານ Ashton Carter ທີ່ທຳນຽບຫ້າແຈ.

ລັດຖະມົນ​ຕີ ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ashton Carter
​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຢ່າງ​ເຕັມທີ່ ​ໃນ​ການ​ຍົກຍ້າຍ​ຜູ້
​ຖືກ​ກັກ​ຂັງ​ຢູ່ອ່າວ Guantanamo.

ທ່ານ Carter ​ໄດ້​ເນັ້ນ​ໜັກ ຢູ່ກອງ​ປະຊຸມ​ນັກ​ຂ່າວ​ ໃນ​ວັນ​ພະຫັດ
​ວ່າ​ນນີ້ວ່າ ບໍ່​ໄດ້​ມີ​ຄວາມ​ກົດ​ດັນໃດໆ​ຈາກທຳນຽບຂາວ ​ໃນ​ການ​
ຍົກຍ້າຍ​ພວກນັກ​ໂທດ​ຢູ່ ອ່າວ Guantanamo ຊຶ່ງທ່ານ​ກ່າວ​
ເພີ້​ມອີກ​ວ່າ “ຂ້າພະ​ເຈົ້າ​ເຫັນດີ ຄື​ກັນ​ກັບ​ປະ​ທາ​ນາ​ທິບໍດີ​ເຫັນດີ.
” ພາຍ​ໃຕ້​ກົດໝາຍ ສະຫະລັດ ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ
​ເປັນບຸກຄົນສຸດທ້າຍ ທີ່ສາມາດໃຫ້ການອະນຸມັດ ຕໍ່ການ​ຍົກຍ້າຍ​ໃດໆ​ກໍຕາມຈາກອ່າວ Quantanamo.

ທ່ານ​ຢືນຢັນ​ຕໍ່ລາຍ​ງານຂອງວີ​ໂອ​ເອ ຫວ່າ​ງມໍ່​ໆ​ມາ​ນີ້​ວ່າ ຄະນະທຳນຽບຫ້າ​ແຈ ກຳລັງຊອກ​
ເບິ່ງ​ສະຖານ​ທີ່ຕ່າງໆ​ຢູ່​ໃນສະຫະລັດ ​ເພື່ອ​ຍົກຍ້າຍ​ບັນດາ​ນັກ​ໂທດ ທີ່​ກຳລັງ​ຖືກ​ກັກ​ຂັງ​ຢູ່​
ຖານ​ທັບ​ເຮືອສະຫະລັດ ​ໃນຄິວ​ບາດັ່ງກ່າວ.

ທ່ານ Carter ກ່າວ​ວ່າ ສະຖານ​ທີ່​ສຳຄັນ​ສອງ​ບ່ອນ ກຳລັງ​ຢູ່​ພາຍ​ໃຕ້​ການ​ກໍ່ສ້າງ ​ເປັນ​ຄຸກ
​ຄຸມ​ຂັງ​ຂອງ​ທະຫານ ທີ່ Fort Leavenworth ລັດ Kansas ​ແລະທີ່ເມືອງ Charleston
ຖານ​ທັບ​ເຮືອໃນລັດ South Carolina. ​ທ່ານ​ໄດ້​ກ່າວ​ເພີ້​ມ​ເຕີມວ່າ “ພວກ​ເຮົາ​ກຳລັງ​ຊອກ
​ຫາ​ແຫ່ງ​ອຶ່ນໆອີກ​ເຊັ່ນ​ກັນ”.

ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ນັກ​ໂທດ​ປະມານ 50 ຄົນ ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​
ການ​ຍົກ​ຍ້າຍ​ໄປ​ຢູ່​ປະ​ເທດ​ອຶ່ນ ​ແຕ່​ວ່າ​ກຸ່ມທີ​ສອງຕ້ອງ​ຍັງຖືກຄຸມຂັງ“​ພາຍ​ໃຕ້​ກົດໝາຍ
ຊະເລີຍເສິກ.”

ທ່ານ Cater ​ໄດ້​ອະທິບາຍວ່າ ບັນ​ດາສະມາຊິກຂອງກຸ່ມ​ນີ້ ຕ້ອງ​ຢູ່​ໃນຄຸກສະ ຫະລັດ ​ເພື່ອ
​ຈະ​ປິດ​ຄຸກທີ່ອ່າວ Quantanamo ໄດ້.

​ໂຄສົກ​ປ້ອງ​ກັນ​ປະ​ເທດ ທ່ານ​ນຶ່ງ ກ່າວ​ຕໍ່ ວີ​ໂອ​ເອ ໃນອາທິດ​ແລ້ວ​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່
ທະຫານ ຈະ​ພິຈາລະນາ​ສຳ​ຫລວດເບິ່ງສະຖານ​ທີ່​ຕ່າງໆຂອງ “ທະ ຫານ​ແລະ​ພົນລະ
ເຮືອນ” ເພື່ອ​ພິຈາລະນາ​ວ່າ ​ເຂົາ​ເຈົ້າ​ສາມາດ ປະຕິບັດ​ຕາມ​ກົດໝາຍ ການ​ກັກ​ຂັງ​ຊະເຊີຍ
ເສິກ “​ທີ່​ໃຫ້​ມີ​ມະນຸດ​ສະ​ທຳ ​ແລະ​ມີ​ຄວາມ​ປອດ​ໄພ.”

US Gitmo
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG