ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ​ໂອ​ບາ​ມາ ​ກ່າວວ່າ ສຫລ ສາມາດ ເປັນ​ພາຄີ​ ທີ່​ດີ​ທີ່​ສຸດ ຂອງ​ອິນ​ເດຍ


India Obama SOTVO
please wait
Embed

No media source currently available

0:00 0:01:50 0:00

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ
ສະຫະລັດ​ສາມາດ​ເປັນ​ພາຄີ​ທີ່​ດີ​ທີ່​ສຸດ ກັບ​ອິນ​ເດຍ ​ໃນ​ຂະນະ​ທີ່
​ທ່ານ​ມ້ວນທ້າຍ​ການ​ຢ້ຽມຢາມ​ນະຄອນ​ New Delhi ​ເປັນເວລາ
3 ມື້ ໃນ​ວັນ​ອັງ ຄານ​ມື້​ນີ້.​

ທ່ານ​ໂອ​ບາ​ມາ ​ກ່າວໃນລະຫວ່າງການພົບປະແບບບໍ່ເປັນທາງ
ການກັບພວກ​ຊາວ​ໜຸ່ມວ່າ “ອິນ​ເດຍ​ແລະ​ສະຫະລັດ ບໍ່​ພຽງ​ແຕ່
​ເປັນ​ພາຄີ​ຕາມທຳມະຊາດທີ່​ແທ້​ຈິງເທົ່ານັ້ນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ
ອາເມຣິກາ​ແມ່ນສາມາດເປັນ​ພາຄີ​ທີ່​ດີ​ທີ່​ສຸດຂອງ​ອິນ​ເດຍ,”

ທ່ານ​ໄດ້​ກ່າວ​ວ່າ ສະຫະລັດ ຕ້ອງການ​ທີ່​ຈະ​ເປັນ​ຄູ່​ພາຄີ​ກັບ​ອິນ​ເດຍ
​ເພື່ອ​ຈະ​ຍົກ​ລະດັບ​ຜູ້​ຄົນ​ໃຫ້​ພົ້ນ​ຈາກ​ຄວາມທຸກ​ຈົນ, ເສີມຂະຫຍາ​ຍໃຫ້​ອຸດສາຫະກຳ​ແລະເທັກໂນໂລ​ຈີເຕີບໂຕຕື່ມຂຶ້ນ ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າອາກາດ. ທ່ານ​ໄດ້​ກ່າວ​ວ່າອິນເດຍສາມາດເປັນຜູ້ມີອິດທິພົນຢ່າງແຂງແຮງ ເພື່ອໃຫ້ມີ ​ການປ່ຽນແປງຢູ່ໃນປະ​ເທດ​ໃກ້​ຄຽງ ຕະຫລອດທັງ ​ໂດຍ​ສະ​ເພາະແລ້ວ​ໃນ​ການຊຸກຍູ້ສະໜັບສະໜຸນ​ ຕໍ່​ຄວາມ​ຈຳ​ເປັນ​ ໃນ​ການ​ສັກ​ຢາ​ປ້ອງ​ກັນ​ໂຣກຕ່າງໆ ຂອງ​ພວກ​ເດັກນ້ອຍນັ້ນ.

ທ່ານ​ໂອ​ບາ​ມາ ​ຍັງຮຽກຮ້ອງ​ໃຫ້ມີການຊຸກຍູ້ກ່ຽວກັບການ​ນຳ​ໃຊ້ເຊື້ອ​ໄຟທີ່​ສະອາດຂຶ້ນ ​ເພື່ອ​ຮັບມືກັບ​ສະ ພາວະ​ໂລກ​ຮ້ອນ. ທ່ານ​ໄດ້​ກ່າວ​ວ່າ ​ໂລກ​ເຮົາ​ນີ້ ບໍ່​ມີ​ໂອກາດ​ແມ້ນ​ແຕ່​ນ້ອຍ​ທີ່ຈະ
ສຳເລັດ​ໄດ້​ ​ໃນ​ເລື້ອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ນອກຈາກວ່າ ບັນດາປະເທດທີ່
ກຳລັງພັດທະນາ ຊຶ່ງມີອິນເດຍນຳ ຮວມຢູ່ໃນນັ້ນ ພາກັນຫ​ລຸດການ​ນຳ​ໃຊ້​ເຊື້ອ​ໄຟທີ່ມາ
ຈາກຊາກພືດແລະສັດ. ທ່ານ​ໄດ້ກ່າວ​ວ່າ ມີ​ບາງ​ປະເທດ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບຫຼາຍ​ກວ່າ
​ອິນ​ເດຍ ຈາກລະດັບນ້ຳທະເລທີ່ສູງ​ຂຶ້ນ​, ການເປື່ອຍຂອງແຜ່ນນ້ຳ​ແຂງ​ຈາກ​ພູ​ຫິມະ​ໄລ ​ຕະຫລອດທັງລົມມໍລະສຸມ ແລະ​ລົມພາຍຸ cyclone ທີ່​ແຮງຂຶ້ນ ຊຶ່ງເຮັດໃຫ້ການ ​ປ່ຽນ​ແປງ​ຂອງ​ດິນ​ຟາ​ອາກາດ--​ໃນ​ຄຳ​ເວົ້າ​ຂອງ​ທ່ານແລ້ວ ເປັນ “ການ​ທ້າ​ທ້າຍ​ຂອງ​ໂລກທີ່ຮີບ​ດ່ວນນັ້ນ” --​ແມ່ນ​ສາມາດເກີດ​ຂຶ້ນໄດ້.

​ໃນ​ຂະນະ​ທີ່​ປະທານາທິບໍດີ​ສະຫະລັດ ຮຽກຮ້ອງ​ໃຫ້ມີການ​ພັດທະນາແຫລ່ງ​ພະລັງງານ​ທີ່ໝູນໃຊ້ຄືນໃໝ່ ນັ້ນ ທ່ານ​ກໍໄດ້ກ່າວຢ່າງໜັກແໜ້ນວ່າ ​ອິນ​ເດຍ​ແລະ​ສະຫະລັດ ສາມາດ​ຕົກລົງ​ກັນໄດ້ເຖິງ​ຄວາມ​ຈຳ​ເປັນ ​ທີ່​ໂລກເຮົາບໍ່ຕ້ອງມີອາ​ວຸດ​ນິວ​ເຄລຍ. ອິນ​ເດຍ​ແລະ​ສະຫະລັດ ​ແມ່ນ​ສອງ​ປະ​ເທດ ​ໃນ​ບັນດາ​ບໍ່​ເທົ່າ​ໃດ​ປະ​ເທດ​ຢູ່ໃນ​ທົ່ວ​ໂລກ ທີ່​ມີ​ອາ​ວຸດ​ນິວ​ເຄລຍ.

XS
SM
MD
LG