ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໂອບາມາ ເດີນທາງ ໄປເອເຊຍ ເພື່ອສະໜັບ ສະໜູນ ຄວາມດຸ່ນດຽງໃນ ເອເຊຍ


ປະທານາທິບໍດີ ບາຣັກ ໂອບາມາ ໂບກມື ຈາກເຮືອບິນ Air Force One. ທ່ານ ໂອບາມາ ຈະເດີນທາງໄປປະເທດ ຟີລິບປິນ ແລະ ມາເລເຊຍ.
ປະທານາທິບໍດີ ບາຣັກ ໂອບາມາ ໂບກມື ຈາກເຮືອບິນ Air Force One. ທ່ານ ໂອບາມາ ຈະເດີນທາງໄປປະເທດ ຟີລິບປິນ ແລະ ມາເລເຊຍ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຄາດວ່າຈະເພັ່ງ ເລັງໃສ່ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື TPP ໃນລະຫວ່າງ ການເດີນທາງໄປປະເທດ ຟີລິບປິນ ແລະ ມາເລເຊຍ ໃນສັບປະດາ ໜ້າ. ເປັນສ່ວນໜຶ່ງຂອງການເຮັດໃຫ້ແຜນຍຸດທະສາດມີຄວາມດຸ່ນ ດ່ຽງຄືນຕໍ່ພາກພື້ນ ເອເຊຍ ປາຊີຟິກ.

ຜູ້ຊີ້ນຳຄວາມໝັ້ນຄົງແຫ່ງຊາດ ທ່ານນາງ Susan Rice ໄດ້ກ່າວ ໃນລະຫວ່າງຖະແຫຼງການສັ້ນໃນວັນພະຫັດວານນີ້ວ່າ “ຂໍ້ຕົກລົງ TPP ແມ່ນສູນກາງຕໍ່ວິໄສທັດຂອງພວກເຮົາຕໍ່ອະນາຄົດຂອງ ພາກພື້ນ ແລະ ຕຳແໜ່ງຂອງພວກເຮົາຢູ່ໃນນັ້ນ.”

ທ່ານນາງໄດ້ກ່າວວ່າ “ຄວາມສົນໃຈຂອງ ອາເມຣິກາ ແມ່ນມີການເຊື່ອມຕໍ່ກັບພາກພື້ນ ເອເຊຍ ປາຊີຟິກ ຢ່າງຂາດບໍ່ໄດ້.” “ນີ້ແມ່ນຄວາມສົນໃຈທາງດ້ານຄວາມໝັ້ນຄົງຂອງພວກ ເຮົາພົບ ປະກັບຄວາມສົນໃຈທາງດ້ານເສດຖະສາດໃນວິທີທີ່ບໍ່ສາມາດປະຕິເສດໄດ້.”

ປະທານາທິບໍດີ ໂອບາມາ ແມ່ນມີແຜນທີ່ຈະເຂົ້າຮ່ວມໃນກອງປະຊຸມສຸດຍອດ APEC ໃນນະ ຄອນຫຼວງ ມະນິລາ ໃນສັບປະດາໜ້າ, ຕິດຕາມດ້ວຍກອງປະຊຸມສຸດຍອດ ອາຊຽນ ທີ່ນະຄອນ ຫຼວງ ກົວລາລຳເປີ ໃນລະຫວ່າງການຢ້ຽມຢາມ 6 ມື້ຢູ່ໃນພາກພື້ນດັ່ງກ່າວ.

ທ່ານ ໂອບາມາ ຄາດວ່າ ຈະກ່າວບັນຫາອື່ນທີ່ສຳຄັນໃນລະຫວ່າງການເຕົ້າໂຮມຂອງບັນດາ ຜູ້ນຳ, ເຊິ່ງຈະລວມມີການເຈລະຈາສອງຝ່າຍ ກ່ຽວກັບບັນຫາຕັ້ງແຕ່ ຄວາມປອດໄພທາງຄອມ ພິວເຕີ, ຄວາມໝັ້ນຄົງທາງນ້ຳ, ສິດທິມະນຸດ, ການຕໍ່ ຕ້ານການກໍ່ການຮ້າຍ ແລະ ສະພາບອາກາດປ່ຽນແປງ.

ທ່ານ Murray Hiebert ກັບ ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນໄດ້ກ່າວ ວ່າ “TPP ແລະ APEC ແມ່ນວິທີທີ່ ສະຫະລັດ ຈະໃຊ້ເພື່ອພະຍາຍາມ ແລະ ຜູ້ມັດຢ່າງ ແໜ້ນແຟ້ນກັບອຳນາດຂອງ ເສດຖະກິດໃນ ເອເຊຍ.”

ຂໍ້ຕົກລົງການຄ້າຕ້ອງໄດ້ຮັບການໃຫ້ສັດຕະຍາບັນໂດຍບັນດາປະເທດສະມາຊິກ. ແມ່ນໄດ້ປະ ເຊີນໜ້າຢ່າງໜັກໜ່ວງ ກັບພັກຝ່າຍຄ້ານໃນສະພາ ສະຫະລັດ, ເຊິ່ງນັກວິຈານບາງຄົນໄດ້ໂຕ້ ຖຽງວ່າມັນບໍ່ໄດ້ເຮັດຫຍັງຫຼາຍພໍເພື່ອປົກປ້ອງ ແລະ ຜົນປະໂຫຍດຂອງ ກຳມະກອນຊາວ ອາເມຣິກາ.

ບັນດາເຈົ້າໜ້າທີ່ ທຳນຽບຂາວກ່າວວ່າ ລັດຖະບານ ແມ່ນໄດ້ເອົາໃຈໃສ່ໃນການສ້າງເສດຖະ ກິດເປີດຢູ່ໃນພາກພື້ນ ພ້ອມກັບມາດຕະຖານທີ່ສູງ ແລະ ສະອາດ ແລະ ການປົກຄອງທີີ່ໂປ່ງ ໄສທີ່ສະໜັບສະໜູນຄວາມຈະເລີນຮຸ່ງເຮືອງຂອງ ປະຊາຊົນ ແລະ ກຳມະກອນ ອາເມລິກາ.

XS
SM
MD
LG