ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ອອກກົດລະບຽບໃໝ່ ເລື້ອງອີໂບລາ ສຳລັບ ພະນັກງານການແພດ


ໂຄສົກທຳນຽບຂາວ ທ່ານ Josh Earnest ພວມເວົ້າ ກ່ຽວກັບເລື້ອງອີໂບລາ ໃນການຖະແຫຼງຂ່າວປະຈຳວັນ
ໂຄສົກທຳນຽບຂາວ ທ່ານ Josh Earnest ພວມເວົ້າ ກ່ຽວກັບເລື້ອງອີໂບລາ ໃນການຖະແຫຼງຂ່າວປະຈຳວັນ

ນາງພະຍາບານສະຫະລັດຄົນ​ນຶ່ງ ທີ່​ຖືກ​ກັກບໍລິເວນຫຼືແຍກ
ໃຫ້ຢູ່ຢ່າງໂດດດ່ຽວ​ ຍ້ອນໄດ້ໄປປິ່ນປົວ ພວກທີ່​ເຊື້ອ​ອີ​ໂບລາ
ນັ້ນ ​ໄດ້​ຮັບອະນຸຍາດໃຫ້​ປ່ອຍ​ໂຕແລ້ວ ​ໃນ​ຂະນະ​ທີ່ສູນ​ກາງ​
ຄວບ​ຄຸມແລະ​ປ້ອງ​ກັນພະຍາດຂອງສະຫະລັດ ​ໄດ້​ອອກກົດ
​ລະບຽບ​ໃໝ່ ສຳລັບພວກເຈົ້າໜ້າທີ່ການແພດ ທີ່​ກັບ​ຄືນ​ມາ
ແຕ່ອາຟຣິກາ.

​ໃນ​ວັນ​ຈັນ​ວານ​ນີ້ ສູນ​ກາງ​ຄວບ​ຄຸມແລະ​ປ້ອງ​ກັນພະຍາດ ຫລື
CDC ​ໄດ້​ຮຽກ ຮ້ອງ​ໃຫ້​ບັນດາ​ເຈົ້າໜ້າທີ່ການ​ແພດທີ່ມີຄວາມ
ສ່ຽງ​ສູງຕໍ່​ການ​ຕິດ​ແປດ ​ໃຫ້​ພາກັນ​ກັກຕົນເອງ​ຢູ່​ທີ່ບ້ານ​ເຮືອນ.
​ເຖິງ​ຢ່າງ​ໃດ​ກໍ​ດີອົງການ​ດັ່ງກ່າວເວົ້າວ່າ ບັນດາ​ພະນັກງານ​ແພດ​
ສ່ວນ​ໃຫຍ່​ ທີ່​ເດີນທາງ​ກັບ​ຄືນ ​ມາ​ຈາກອາຟຣິກາ​ຕາ​ເວັນຕົກ ບໍ່​ມີ​ຄວາມ​ຈໍາ ທີ່ຈະຕ້ອງກັກ ບໍລິເວນຕົນເອງ ແລະ​ສາມາດ​ຕິດຕາມເບິ່ງ ໂດຍພວກເຈົ້າ​ໜ້າ​ທີ່ສະຫະລັດ.

ກົດ​ລະບຽບ​ໃໝ່​ ມີ​ຂື້ນ ​ໃນ​ຂະນະທີ່​ຜູ້​ປົກຄອງ​ລັດ New Jersey ທ່ານ Chris Christie
​ໄດ້​ປະກາດ​ວ່າ ນາງພະຍາບານຄົນນຶ່ງທີ່​ຖືກກັກບໍລິເວນ​ໂດຍເຈົ້າ​ໜ້າ​ທີ່​ລັດ​ນັ້ນ ສາມາດ
ກັກໂຕນາງເອງ ​ຢູ່​ທີ່​ບ້ານ​ເຮືອນຂອງນາງ.

ທ່ານ Christie ກ່າວ​ຢູ່​ໃນ Twitter ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ນາງພະ​ຍາ​ບານ Kaci Hickox
ບໍ່​ມີ​ອາການ​ໃດໆໃນການຕິດ​ເຊື້ອ​ອີ​ໂບລາ ​ແລະ​ຄວນ​ກັກໂຕນາງເອງ ​ຢູ່​ເຮືອນ​ຈົນ​ຄົບ 21
ມື້​ ຕາມທີ່ໄດ້ກຳນົດໄວ້.

​ນາງ Hickox ​ໄດ້​ກັບ​ຄືນ​ມາ​ ຈາກການໄປປິ່ນປົວ​ ພວກທີ່ຕິດເຊື້ອອີ​ໂບລາ ​ໃນ​ອາ​ຟຣິກາ​
ຕາ​ເວັນ​ຕົກເມື່ອວັນສຸກຜ່ານມານີ້. ​ນາງ ​ໄດ້​ເປັນ​ຄົນ​ທຳ​ອິດ ທີ່​ຖືກກັກ ​ບໍລິເວນ ພາຍ​ໃຕ້​
ນ​ະໂຍບາຍໃໝ່ ​ຂອງ​ລັດ New Jersey ທີ່​ບັງຄັບ​ໃຫ້ບັນດາ​ ພະນັກງານການ​ແພດ​ທີ່​ກັບ
​ຄື​ນມາ​ຈາກອາຟຣິກາຕາ​ເວັນ​ຕົກນັ້ນ ​ຖືກກັກບໍລິເວນ ​ເປັນ​ເວລາ 21 ມື້​ ໃນ​ເວລາ​ທີ່​ເຂົາ​
ເຈົ້າ​ເດີນທາງມາ​ເຖິງ. ​ນາງ Hickox ຜູ້​ທີ່ຖືກ​ກວດ​ວ່າ ບໍ່​ໄດ້ຕິດ​ເຊື້ອ​ໄວຣັສອີໂບລານັ້ນ​ໄດ້​
ຂົ່ມຂູ່​ທີ່​ຈະ​ທ້າ​ທາຍ​ການ​ກັກໂຕນາງ ​ໂດຍ​ການ​ຟ້ອ​ງຮ້ອງ.

Maryland Troops Join the Ebola Fight in Liberia
please wait

No media source currently available

0:00 0:01:58 0:00

ຜູ້​ປົກຄອງ​ລັດ ທ່ານ Andrew Cuomo ​ໄດ້​ປະກາດ​ນະ​ໂຍບາຍ​ທີ່​ຄ້າຍຄື​ກັນ ຢູ່​ທີ່​ລັດ
New York ​ໃນ​ວັນ​ສຸກ​ທີ່​ຜ່າ​ນມາ ແຕ່​ໄດ້​ປ່ຽນນະໂຍບາຍດັ່ງກ່າວໃນວັນ​ອາທິດ ​ໂດຍ​
ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ການ​ແພດ ຜູ້​ທີ່​ບໍ່​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ ຂອງ​ການຕິດເຊື້ອ​ໄວ
ຣັສ ຈະໄດ້ຮັບ​ອະນຸຍາດ​ໃຫ້​ກັກໂຕເຂົາ​ເຈົ້າ​ຢູ່​ທີ່​ບ້ານ​ເຮືອນ.

ລັດຖະບານປະທານາທິບໍດີ Obama ​ແລະ​ບັນດາ​ຜູ້​ຊ່ຽວຊານດ້ານ​ການ​ແພດໄດ້ ​ຕິຕຽນ
ນະໂຍບາຍກັກບໍລິເວນຂອງລັດ New York ​ແລະ New Jersey ວ່າ ຮ້າຍແຮງ​ເກີນ
​ຂອບ​ເຂດ.

EBOLA CNPK
please wait
Embed

No media source currently available

0:00 0:03:01 0:00

XS
SM
MD
LG