ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທາງການມຽນມາເຕືອນ ພວກກຳມະກອນໂຮງງານ ໃຫ້ເຊົາຢຸດງານປະທ້ວງ (ວີດີໂອ ພາສາລາວ)


Myanmar Warns Factory Workers to End Strikes
please wait

No media source currently available

0:00 0:02:45 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບ ລາຍງານນີ້.

ຢູ່ເຂດ​ອຸດສາຫະກຳ ນອກ​ນະຄອນ​ຢາງ​ກຸ້ງຂອງ​ມຽນມາ​ ຄົນ​ງານ
​ຫລາຍພັນ​ຄົນ ​ໄດ້​ພາກັນ​ຍ່າງ​ອອກ​ຈາກ​ວຽກ ​ເມື່ອ​ຕົ້ນ​ເດືອນ​ກຸມ
ພານີ້ ເພື່ອ​ປະ​ທ້ວງ ​ຮຽກຮ້ອງ​ເອົາ​ຄ່າ​ຈ້າງ​ເພີ້​ມຂຶ້ນ​ອີກ​ນຶ່ງ​ເທົ່າ​ຕົວ.
ນັບ​ແຕ່​ວັນ​ສຸກ​ອາທິດ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ສະພາບ​ການ​ໄດ້​ເຄັ່ງ​ຕຶງ
ຂຶ້ນ ຫລັງ​ຈາກ​ທີ່​ຕຳຫລວດ ​ໄດ້​ເຄື່ອນ​ເຂົ້າ​ໄປ​ຂັບ​ໄລ່ພວກ​ປະ​ທ້ວງ
ຍັງ​ຜົນ​ໃຫ້​ມີ​ການ​ປະ​ທະ​ກັນ​ ທີ່​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຮັບ​ບາດ​
ເຈັບ. ບັດ​ນີ້ ລັດຖະບານ​ໄດ້​ຂູ່​ຈະ​ປາບ​ປາມ​ໜັກ​ຂຶ້ນ ຖ້າພວກ​ຄົນ
ງານ​ຫາກບໍ່​ເຊົາ​ປະ​ທ້ວງ. Steve Herman ​ມີ​ລາຍ​ງານ ຊຶ່ງ​ດາຣາ
ຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້

:

ກະຊວງ ​ແຮງ​ງານ​ຂອງ​ມຽນມາ​ໄດ້​ອອກ​ຄຳ​ເຕືອນ​ ​ໄປ​ຍັງບັນດາ​ຄົນ​ງານ​ໂຮງ​ຈັກ​ໂຮງງານ​
ທີ່ພາກັນຢຸດ​ງານ​ປະ​ທ້ວງນັ້ນ​ວ່າ ​ເຈົ້າ​ໜ້າ​ທີ່​ຈະເອົາ​ມາດ​ຕະການ​ປາບ​ປາມ ຖ້າ​ຫາກ​ພວກ
ເຂົາເຈົ້າ​ບໍ່​ກັບ​ຄືນ​ໄປເຮັດ​ວຽກ.

ໃນຄຳ​ປະກາດ​ອອກທາງ​ໂທລະພາບ​ຂອງ​ລັດ ກະຊວງ​ແຮງ​ງານ​ເອິ້ນ​ການ​ການ​ກະທຳ​ຂອງ
ພວກ​ຄົນ​ງານ​ອຸດສາຫະກຳວ່າ ຮຸນ​ແຮ​ງ ​ແລະ​ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ສ້າງ​ຄວາມ​ເສຍ​ຫາຍ
ໃຫ້​ແກ່​ກຳ​ໄລ ຕະຫລອດ​ທັງ​ພາບ​ພົດ​ຂອງ​ປະ​ເທດ ​ແລະ​ອາດ​ສາມາດໄລ່​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ ​ໃຫ້​ໜີ​ໄປ​ໄດ້.

ນາງ Moh Moh Lwin ​ໄວ 18 ປີ ຄົນ​ງານ​ໂຮງງານ​ຕັດຫຍິບ E-Land Myanmar ກໍ​
ເປັນ ​ຜູ້​ນຶ່ງ​ທີ່ຮ່ວມ​ຢຸດ​ງານ​ປະ​ທ້ວງ. ນາງ​ສົ່ງ​ເງິນ​ເມືອ​ບ້ານ ​ເດືອນ​ລະ 15 ຫາ 20 ດອລລ່າ
ເພື່ອຊ່ວຍ​ພໍ່​ແມ່​ແລະ​ນ້ອງ​ສາວ ສາມ​ຄົນ.

ນາງ Moh Moh ​ເວົ້າ​ວ່າ “ລັດຖະບານ ​ບໍ່​ເຂົ້າ​ຂ້າງພວກ​ເຮົາ​ເລີຍ. ​ເຂົາ​ເຈົ້າ​ມີ​ແຕ່
​ປົກ​ປ້ອງ​ພວກ​ເຈົ້າ​ຂອງໂຮງງານ. ບໍ່​ມີ​ຜູ້​ໃດ​ຢູ່ຂ້າງ​ພວກ​ເຮົາ ນອກຈາກ​ປະຊາຊົນ
​ທຳ​ມະ​ດາ​ສາມັນ. ​ແມ້ນ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກໍ​ຍັງ​ເຂົ້າ​ຂ້າງ​ພວກ​ໂຮງງານ.

ພວກ​ເຮົາ​ໄດ້​ຍິນ​ຄົນ​ເວົ້າ​ວ່າ ພວ​ກ​ໂຮງງານ​ໄດ້ໃຫ້​ສິນ​ບົນ​ແກ່​ຕຳຫລວດ​ທ້ອງ​ຖິ່ນ ​
ເພື່ອໃຫ້​ເຂົາ​ເຈົ້າ ​ໂຈມ​ຕີ​ພວກ​ເຮົາ.”


ຫລັງ​ຈາກ​ການ​ປະ​ທະ​ກັນ​ແລະ​ມີ​ ການຈັບກຸມ​ຫລາຍ​ຄົນ​ໄປ ບັນດາຄົນ​ງານທີ່​ພາກັນ​ຕັ້ງ
​ຄ້າຍປະ​ທ້ວງ​ຢູ່​ທີ່​ນັ້ນ ຫລາຍໆ​ຄົນ​ແມ່ນ​ມີ​ຄວາມ​ໂກດ​ແຄ້ນ ຢ້ານ​ກົວ ​ແລະ​ລະ​ແວງ​ສົງ​ໄສ.​ຫລາຍໆ​ຄົນ​ບໍ່​ເຕັມ​ໃຈ​ທີ່​ຈະ​ລົມ​ກັບ​ນັກ​ຂ່າວ ​ເພາະເຊື່ອ​ວ່າ​ເຂົາ​ເຈົ້າ​ເປັນ​ສອດ​ແນມ​ໃຫ້
ລັດຖະບານ​ມຽນມາ.

ຢູ່ໃນ​ເຂດ​ອຸດສາຫະກຳທີ່​ເຕັມ​ໄປ​ດ້ວຍ​ເຮືອນສັງກະສີນັ້ນ ​ໂດຍ​ທົ່ວ​ໄປ​ແລ້ວ ພວກ​ໂຮງ​ຈັກ
ໂຮງງານ​ແມ່ນພາກັນ​ຈ້າງ ຍິງ​ໄວ​ລຸ້ນ ທີ່​ໄດ້​ຄ່າ​ແຮງ​ງານ ມື້​ນຶ່ງ​ບໍ່​ຮອດ 1 ດອລລ່າ 50 ​ເຊັນ
​ດ້ວຍ​ຊ້ຳ ຈາກ​ການ​ເຮັດ​ວຽກຕາມ​ຊົ່ວ​ໂມງ​ປົກກະຕິ. ບັດ​ນີ້ ​ເຂົາ​ເຈົ້າ​ຢຸດ​ງານ​ປະ​ທ້ວງຮຽກ
ຮ້ອງ​ເອົາ​ຄ່າ​ຈ້າງ​ເພີ້​ມຂຶ້ນ ​ເປັນ​ປະມານ 30 ດອລລ່າ ຕໍ່​ເດືອນ.

​ໂຮງງານ​ຕັດຫຍິບ E-Land ​ໄດ້​ເປີດ​ເຮັດ​ວຽກ​ຄືນ ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ແຕ່​ບັນດາ​ຜູ້
ຈັດການ​ກ່າວ​ວ່າ ທາງ​ບໍລິສັດ​ຈະ​ພິຈາລະນາ​ຄຳ​ຮຽກ ຮ້ອງ​ຂໍ​ຂຶ້ນ​ເງິນ​ເດືອນ ກໍ​ຕໍ່​ເມື່ອ​ພວກ
​ຄົນ​ງານ​ກັບ​ຄືນ​ມາ​ເຮັດ​ວຽກ​ເທົ່າ​ນັ້ນ.

ຢ່າງ​ໃດ​ ກໍ​ຕາມ ພວກ​ຄົນ​ຍາມ​ກ່າວ​ວ່າ ພວກ​ຄົນ​ງານ​ທີ່​ປະ​ທ້ວງ ບໍ່​ມີ​ໃຜ​ມາ​ເຮັດ​ວຽກ​ຈັກ​ຄົນ.
ແລະ​ບໍ່​ມີ​ເຈົ້າ​ໜ້​າທີ່​ບໍລິສັດ​ຈັກ​ຄົນ ອອກ​ມາ​ໂອ້​ລົມ ກັບ​ນັກ​ຂ່າວ.

ຢູ່​ເຂດ​ອຸດສາຫະກຳ Hlaing Thar Yar ​ໃກ້ໆ​ກັນ​ນັ້ນ ການ​ປະ​ເຊີນ​ໜ້າໃນ​ທຳນອງ​ດຽວ
ກັນນີ້ ​ໄດ້​ຜ່ອນ​ຄາຍ​ລົງ.

ພວກ​ຄົນ​ງານ​ໂຮງງານ​ຜະລິດ​ເກີບ Tai Yi ​ໄດ້​ຕົກລົງ​ຮັບ​ເອົາ​ອັດຕາ​ຄ່າ​ຈ້າງ​ພື້ນຖານ ​ໃນ
ຈຳນວນປະມານ 50 ດອລລ່າ​ຕໍ່​ເດືອນ ຂຶ້ນ​ຈາກ ຕ່ຳ​ກ່ວາ 40 ດອລລ່າ​ເລັກ​ນ້ອຍ​ໃນ​ເມື່ອ
ກ່ອນ ​ແລະ​ໄດ້​ພາກັນ​ກັບ​ຄືນ​ເມືອ​ເຮັດ​ວຽກ ​ໃນ​ວັນ​ອັງຄານ​ຜ່ານ​ມາ.

ການ​ເປີດ​ກ້ວາງ​ທາງ​ການ​ເມືອງ​ຂອງມຽນມາ ​ໄດ້​ດຶງ​ດູດ​ເອົາ​ຄວາມ​ສົນ​ໃຈ​ຢ່າງ​ໃຫຍ່​ຫລວງ
ຈາກ​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ. ນາງ Ma Moe Wai ຈາກ​ໂຮງງານ​ຫຍິບ​ເກີບ Tai Yi
ທີ່​ນຳພາ​ການ​ປະ​ທ້ວງ ກ່າວ​ວ່າ ພວກ​ຕົນ​ຍັງຍິນ​ດີ​ຕ້ອນຮັບ ບັນດາ​ນັກ​ລົງທຶຶນ​ຕ່າງປະ​ເທດ
ຢູ່ ຕາບ​ໃດ​ທີ່​ເຂົາ​ເຈົ້າ​ໃຫ້ ຄ່າ​ຊົດ​ເຊີຍ​ແລະ​ສິດທິ​ທີ່​ຍຸດຕິ​ທຳ.

ນາງ Ma Moe ​ເວົ້າ​ວ່າ “ຢູ່​ໃນ​ປະ​ເທດ​ຂອງ​ພວກ​ຂ້ອຍ ພວກ​ກຳມະກອນໂຮງ​ຈັກ​
ໂຮງງານ​ແມ່ນ​ໄດ້ຮັບ​ຄ່າ​ຈ້າງໜ້ອຍ​ຫລາຍ ​ແລະ​ພວກ​ເຮົາ​ກໍ​ບໍ່​ມີ​ໂອກາດ​ຫລາຍ
​ປານ​ໃດ ​ໃນ​ການ​ທີ່​ຈະ​ຫາ​ວຽກ​ໃໝ່​ທີ່​ດີ​ກ່ວາ​ນີ້. ພວກ​ໂຮງງານ​ສ່ວນ​ໃຫຍ່​ແມ່ນ​
ຈ່າຍ​ຄ່າ​ຈ້າງ​ໃນ​ອັດຕາ​ດຽວ​ກັນ ​ເພາະວ່າ ລັດຖະບານ​ຍັງ​ບໍ່​ທັນ​ໄດ້​ຕັ້ງ ອັດຕາ​
ຄ່າ​ຈ້າງ​ຕ່ຳ​ສຸດ​ເທື່ອ.”

​ສະພາ​ແຫ່ງ​ຊາດ​ຂອງ​ມຽນມາ​ ໄດ້​ຮັບ​ຜ່ານກົດໝາຍ​ໃຫ້​ຈັດ​ຕັ້ງ​ອັດຕາ​ຄ່າ​ແຮງ​ງານ​ຕ່ຳ​ສຸດ
ເມື່ອ​ສອງ​ປີ​ກ່ອນ. ແຕ່​ວ່າ ກະຊວງ​ແຮງ​ງານ​ໄດ້ເຄື່ອນ​ໄຫວ​ຢ່າງ​ຊ້າໆ ​ໄປ​ສູ່​ການ​ຕົກລົງ​ກັນ
ກ່ຽວ​ກັບອັດຕາຄ່າ​ຈ້າງ​ຕ່ຳ​ນັ້ນ ​ໂດຍ​ກ່າວ​ວ່າ ຕົນ​ຍັງ​ຕ້ອງການເວລາທຳ​ການ​ຄົ້ນ​ຄ້ວາ​ຕື່ມ
ອີກ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ​ໃນ​ລະຫວ່າງ​ນີ້ ກໍ​ຈະ​ມີ​ການ​ຂັດ​ແຍ້​ງກັນ​ລະຫວ່າງ​ພວກ​ເຈົ້າ​ຂອງ
ໂຮງງານ ກັບ​ພວກ​ຄົນ​ງານ ຕື່ມ​ຂຶ້ນ​ເລື້ອຍໆ​ນັ້ນ​ເອງ.

Myanmar Warns Factory Workers to End Strikes

[[Outside Myanmar's main city Yangon, thousands of workers walked off their jobs earlier this month demanding a doubling of their wages, pay raises after a year and input from labor unions on industrial regulations. Since Friday, the standoff has grown more tense as police moved in to disrupt the sit-ins, resulting in clashes that injured people from both sides. The government is now threatening a further crackdown. VOA Correspondent Steve Herman visited industrial zones outside Yangon which have become a focus of Myanmar's fledgling workers rights movement. ]]

((NARRATOR ))
Myanmar's labor ministry is warning thousands of striking factory workers that unless they return to work authorities will take action against them.

((Natsound up))

((NARRATOR))
((mandatory cg: MRTV))
In an announcement broadcast on state television, the ministry called the industrial actions violent and said they are hurting profits, damaging the country's image and could chase away foreign investors.
((end courtesy))
Eighteen-year-old Moh Moh Lwin is a striking worker from the E-Land Myanmar garment factory. The 15 to 20 dollars a month she sends home support her parents and three younger sisters.

((MOH MOH LWIN, STRIKING WORKER (woman in Burmese) ))
"The government is not on our side at all. They only protect the factory owners. No one is on our side except for ordinary people. Even the local authorities side with the factories. We heard that the factories bribed the local police to attack us."

((STEVE HERMAN, VOA NEWS (standup version) ))
((NARRATOR (non-standup version) ))
"After the violence and arrests many of the striking workers camped out here now are angry, scared and suspicious. Many do not want to talk to reporters believing they are spies of the Myanmar government."

((Natsot up))

((NARRATOR))
In these ramshackle industrial zones, factories generally employ teenaged women who earn less than $1.50 per day during their regular shift. They are striking for additional pay of about $30 per month.

The gates of the E-Land factory reopened Sunday, but managers said the company would only consider the salary demands if the workers returned.

However, security guards said none of the workers showed up. No company officials were available to talk.

In the nearby Hlaing Thar Yar industrial zone, a similar standoff has eased.
Workers of the Tai Yi footwear factory agreed to accept a new monthly base pay of about $50, up from just under $40. They began returning on Tuesday.

Myanmar's political opening has drawn strong interest from foreign investors. Ma Moe Wai, a Tai Yi factory worker leading the strike, says they remain welcome, as long as they provide fair compensation and rights.

((MA MOE WAI, FACTORY WORKER ( woman in Burmese) ))
"In our country factory workers earn very little and we don't have many opportunities to find better jobs. Most factories pay the same because the minimum wage has not yet been set by the government."

((NARRATOR))
Myanmar's parliament did approve a minimum wage law two years ago.

But the Labor Ministry has been pedaling quite slowly towards reaching a rate. It says it still needs to conduct more research, which in the meantime means more friction between factory owners and laborers.

XS
SM
MD
LG