ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວວາງແຜນ ເພີ້ມການຜະລິດ ໄຟຟ້າ ຂຶ້ນສິບເທົ່າ ພາຍໃນປີ 2025


ລາວແລະຫວຽດນາມ ເຊັນສັນຍາ ກໍ່ສ້າງເຂື່ອນເຊກະໝານ 1
ລາວແລະຫວຽດນາມ ເຊັນສັນຍາ ກໍ່ສ້າງເຂື່ອນເຊກະໝານ 1
ລັດຖະບານ​ລາວ​ວາງ​ແຜນການ​ທີ່​ຈະ​ເພີ່ມ​ການ​ຜະລິດ​ພະລັງ
ງານ​ໄຟຟ້າ​ຂຶ້ນຈາກ​ປັດຈຸບັນເຖິງ 10 ​ເທົ່າ​ ພາຍ​ໃນ​ປີ 2025
ດ້ວຍ​ການ​ສົ່ງເສີມ​ການ​ລົງທຶນ​ໃຫ້​ກໍ່ ສ້າງ​ເຂື່ອນ​ເພີ່ມ​ຂຶ້ນອີກ
​ເຖິງ 80 ​ໂຄງການ.

ທ່ານ​ສຸ​ລິວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​
ແລະ​ບໍ່​ແຮ່ ​ໄດ້​ຖະແຫຼ​ງຢືນ​ຢັນ​ໃນ​ໂອກາດ​ກອງ​ປະຊຸມ​ຂະ​ແໜງ​
ການ​ພະລັງງານ​ແລະ​ບໍ່​ແຮ່​ປະ​ຈໍາປີ 2012 ທີ່​ໄດ້​ມີ​ຂຶ້ນ​ໃນ​ຕົ້ນ
​ເດືອນ​ຕຸລາ​ນີ້​ວ່າ​ ນັບ​ແຕ່​ເດືອນ​ຕຸລາ 2011 ​ເຖິງ​ທ້າຍ​ເດືອນ​
ສິງຫາ ປີ 2012 ລັດຖະບານ​ລາວ​ໄດ້​ເຊັນ​ສັນຍາ​ວ່າ​ດ້ວຍ
​ການ​ຮ່ວມ​ມື​ກ່ຽວກັບ​ການ​ລົງທຶນ​ເພື່ອ​ການ​ກໍ່ສ້າງ​ແຫຼ່ງຜະລິດ​
ກະ​ແສ​ໄຟຟ້າຮ່ວມ​ກັບ​ທັງ​ເອກ​ກະ​ຊົນລາວ ​ແລະ​ຕ່າງ​ຊາດ​
ໄປ​ແລ້ວ ຈໍານວນທັງ​ໝົດ 80 ​ໂຄງການ.
ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່
ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່

ໃນ​ຈໍານວນ 80 ​ໂຄງການ​ດັ່ງ​ກ່າວ​ນີ້ ແບ່ງ​ເປັນ 39 ​ໂຄງການ​ທີ່
ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ສ່ວນ 28 ​ໂຄງ
ການ​ກໍ​ຢູ່​ໃນ​ຂັ້ນ​ຂອງ​ການພັດທະນາ ​ໃນ​ຂະນະ​ທີ່ 13 ​ໂຄງການ​
ກໍ​ໄດ້​ເຊັນ​ສັນຍາ​ສໍາ​ປະທານ​ຢ່າງ​ເປັນ​ທາງການແລ້ວ ​ແລະ​ທີ່​ເຫຼື​ອ
ອີກ 11 ​ໂຄງການ​ນັ້ນ ​ກໍ​ຢູ່​ໃນ​ຂັ້ນ​ຂອງການ​ດໍາ​ເນີນ​ການ​ກໍ່ສ້າງ​
ຢ່າງ​ຕັ້ງໜ້າ ຊຶ່ງ​ໃນ​ນັ້ນ​ກໍ​ມີ​ຢູ່ 4 ​ໂຄງການ​ທີ່​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​
ແລ້ວ​ສໍາ​ເລັດ​ໃນ​ທ້າຍ​ປີ 2012 ນີ້​ ​ແລະຈະ​ສາມາດ​ເລີ່​ມຜະລິດ​
ກະ​ແສ​ໄຟຟ້າ​ເພື່ອ​ສົ່ງ​ໄປຂາຍ​ໃຫ້​ໄທ​ໄດ້ ​ໃນ​ກາງ​ປີ 2013.

ທ່ານ​ສຸ​ລິ​ວົງ ​ໄດ້​ໃຫ້ການ​ເປີດ​ເຜີຍ​ດ້ວຍ​ວ່າ ​ໃນ​ປັດຈຸບັນ​ນີ້ ຢູ່​ໃນ​ລາວ​ມີ​ເຂື່ອນ​ທີ່​ກໍ່ສ້າງ​ສໍາ​ເລັດແລ້ວ ​ແລະ​ກໍ​ໄດ້​ຜະລິດ​ກະ​ແສ​ໄຟຟ້າ​ໄດ້ແລ້ວຈໍານວນ 18 ​ໂຄງການ ຊຶ່ງ​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ​ເຖິງ 12,039.67 ລ້ານ​ກິ​ໂລ​ວັດ​/ໂມງຕໍ່​ປີ ​ແລະ​ໃນນີ້ ກໍ​ໄດ້​ສົ່ງ​ໄປ​ຂາຍ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໃນ​ປະລິມານ​ລວມ​ເຖິງ 11,178.5 ລ້ານ​ກິ​ໂລ​ວັດ/​ໂມງ​ ຫຼື​ຄິດ​ເປັນ​ມູນ​ຄ່າ​ການ​ສົ່ງ​ອອກ​ເຖິງ 3,256 ຕື້​ກີບ ຫຼື​ເກືອບ 470 ລ້ານ​ໂດລາ.
ເຂື່ອນໄຟຟ້ານໍ້າເທີນ 2 ທີ່ກໍ່ສ້າງ ແລະຜະລິດກະແສໄຟຟ້າສົ່ງໄປຂາຍປະເທດໄທແລ້ວ
ເຂື່ອນໄຟຟ້ານໍ້າເທີນ 2 ທີ່ກໍ່ສ້າງ ແລະຜະລິດກະແສໄຟຟ້າສົ່ງໄປຂາຍປະເທດໄທແລ້ວ

ຍີ່​ງ​ໄປ​ກວ່າ​ນັ້ນ ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​
ແຜນການ​ທີ່​ລັດຖະບານ ​ໄດ້​ວາງ​ເອົາ​ໄວ້ ກໍ​ຄື​ການ​ກໍ່ສ້າງ​ແຫຼ່ງ
ຜະລິດ​ກະ​ແສ​ໄຟຟ້າ​ໃຫ້​ສໍາ​ເລັດ​ທັງ 80 ​ໂຄງ ການ​ທີ່​ລັດຖະ
ບາ​ນລາວ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ
​ຊາດ​ໄປແລ້ວ​ນັ້ນ ກໍ​ຍັງ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລາວ​ມີ​ຄວາມ​ອາດ​
ສາມາດ​ໃນ​ການ​ຜະລິດ​ກະ​ແສໄຟຟ້າ ​ເພີ່ມ​ຂຶ້ນອີກ​ຫຼາຍ​ກວ່າ
1 ​ແສນ​ລ້ານ​ກິ​ໂລ​ວັດ/ໂມງ ຫຼື​ເພີ່ມ​ຂຶ້ນຈາກ​ປັດຈຸບັນ​ນີ້​ເຖິງ 10 ​ເທົ່າ​ພາຍ​ໃນ​ປີ 2025 ອີກ​ດ້ວຍ.

​ການ​ດໍາ​ເນີນແຜນການ​ດັ່ງກ່າວ​ນີ້​ຂອງ​ກະຊວງ​ພະລັງງານ​ ແລະ​ບໍ່
​ແຮ່​ກໍ​ຄື​ການຕອບ​ສະໜອງ​ ຕໍ່​ເປົ້າໝາຍ​ຂອງ​ພັກ​ແລະ​ລັດຖະບານ​ລາວ​ ທີ່​ຈະ​ພັດທະນາ​ລາວ​
ເປັນໝໍ້​ໄຟ​ຂອງ​ເອ​ເຊຍ (Battery of Asia) ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ ເພື່ອກໍ່ສ້າງ ເຂື່ອນ​
ຢູ່​ໃນ​ລາວ​ໃຫ້​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ກໍ​ຍັງ​ຖື​ວ່າ​ເປັນ​ການ​ນໍາ​ໃຊ້​ປະ​ໂຫຍ​ດຈາກ​ທ່າ​ແຮງ​
ບົ່ມຊ້ອນ​ໃນ​ດ້ານ​ຊັບພະຍາກອນ​ນໍ້າຂອງ​ລາວ​ ໄດ້​ເປັນ​ຢ່າງ​ດີ​ອີກດ້ວຍ.
ບໍລິສັດຈີນທໍາພິທີວາງສີລາເລີກເພື່ອສ້າງເຂື່ອນນໍ້າງຽບ 2
ບໍລິສັດຈີນທໍາພິທີວາງສີລາເລີກເພື່ອສ້າງເຂື່ອນນໍ້າງຽບ 2

ຊຶ່ງ​ດ້ວຍ​ທ່າ​ແຮງ​ບົ່ມ​ຊ້ອນ​ດັ່ງກ່າວ​ນີ້ ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ
ປະທານ​ປະ​ເທດ ກໍ​ເຄີຍ​ໄດ້​ໃຫ້ການ​ເນັ້ນ​ຢໍ້າຕໍ່​ບັນດາ​ຄະນະ​ທູ
ຕານຸທູດ​ຕ່າງປະ​ເທດ​ໃນ​ລາວ​ເມື່ອ​ບໍ່​ດົນ ມາ​ນີ້​ວ່າ:
“ສປປ.ລາວ ​ເປັນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ການ​
ຜະລິດ​ໄຟຟ້າ​ນໍ້າຕົກ​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ກໍ​ເປັນ​ໂອກາດ​
ດີ​ໃຫ້​ກັບ​ການ​ນໍາ​ໃຊ້​ຊັບພະຍາກອນ​ນໍ້າ​ເພື່ອ​ເປັນ​ທຶນ
ຮອນ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ສະ​ນັ້ນ
​ລັດຖະບານ​ລາວ​ຈຶ່ງ​ໄດ້​ສຸມທຸກ​ຄວາມ​ພະຍາຍາມ​ຂອງ​
ຕົນ​ ບວກ​ກັບ​ການ​ສະໜັບສະໜຸນ​ທາງ​ດ້ານ​ວັດຖຸ​ເທ​ັກນິກ ​ແລະ​ທຶນຮອນ​ຈາກ​ສາກົນ​ເພື່​ອ​ພັດທະນາ​ແຫຼ່ງພະລັງງານ​ທີ່​ສະອາດ​ດັ່ງກ່າວ​ໃຫ້​ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ດ້ານ​ພະລັງງານ​ຢູ່​ພາຍ​ໃນປະ​ເທດ​ແລະ​ເພື່ອ​ສົ່ງ​ອອກ​ໄປ​ປະ​ເທດ​ເພື່ອນ​ບ້ານ.”


ຫາກ​ແຕ່​ວ່າ​ບັນຫາ​ໃນ​ເວລາ​ນີ້ ກໍ​ຄື​ບັນດາ​ອົງການ​ອະ​ນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລະດັບ​ສາກົນ​ໄດ້​ປະກາດ​ທ່າ​ທີຢ່າງ​ຊັດ​ເຈ​ນ ວ່າ​ຈະ​ຄັດຄ້ານ​ການ​ກໍ່ສ້າງເຂື່ອນ​ທັງ​ໃນ​ລາວ​ ແລະເທິງ​ແມ່​ນໍ້າຂອງ​ຢ່າງ​ເຖິງ​ທີ່​ສຸດ ​ໂດຍຫ​ລ້າ​ສຸດ​ກໍ​ໄດ້​ພາກັນເຄື່ອນ​ໄຫວ​ເພື່ອ​ຄັດ ຄ້ານ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແມ່​ນໍ້າຂອງ​ ໃນ​ແຂວງ​ໄຊ​ຍະ​ບຸລີ ​ແລະ​ເຂື່ອນ​ດອນ​ສະ​ຫົງ​ຢູ່​ເຂດ​ສີ່​ພັນ​ດອນ​ ໃນ​ແຂວງ​ຈໍາປາ​ສັກ​ຂອງ​ລາວ ທັງຍັງ​ໄດ້​ພາກັນ​ເຄື່ອນ​ໄຫວ​ເພື່ອ​ຄັດຄ້ານ​ແຜນການ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຈາກ​ລາວ ຂອງ​ລັດຖະບານ​ໄທ​ອີກ​ດ້ວຍ.
XS
SM
MD
LG