ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານລາວ ຢືນຢັນ ຈະກໍ່ສ້າງ ເຂື່ອນໄຊຍະບຸລີ ຕໍ່ໄປ


ການສົນທະນາປຶກສາຫາລືກັນ ລະຫວ່າງຊາວບ້ານ ຢູ່ໃກ້ເຂດທີ່ຈະກໍ່ສ້າງແມ່ນໍ້າຂອງ ແລະເຈົ້າໜ້າທີ່ລາວ
ການສົນທະນາປຶກສາຫາລືກັນ ລະຫວ່າງຊາວບ້ານ ຢູ່ໃກ້ເຂດທີ່ຈະກໍ່ສ້າງແມ່ນໍ້າຂອງ ແລະເຈົ້າໜ້າທີ່ລາວ
ທາງ​ການ​ລາວ​ຈະ​ສືບ​ຕໍ່​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ເທິງ
ລໍາ​ແມ່​ນໍ້າຂອງ ຫຼັງ​ຈາກ​ທີ່​ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ
​ຜົນ​ກະທົບ​ໃນ​ດ້ານ​ຕ່າງໆ​ ໄດ້​ຢ່າງ​ສົມບູນແບບ​ແລ້ວ.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ໃຫ້ການ​ຢືນ
ຢັນ​ວ່າ ການ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວແມ່​ນໍ້າ
ຂອງ​ໃນ​ລາວ​ຍັງຈະ​ມີ​ການດໍາ​ເນີນ​ງານ​ຕໍ່​ໄປ​ຢ່າງ​ແນ່ນອນ ​ຊຶ່ງ​ເວ
ລາ​ນີ້​ຍັງ​ລໍຖ້າ​ພຽງ​ການ​ເຫັນ​ຊອບ​ຈາກຄະນະ​ກໍາມາ​ທິການ​ແມ່​ນໍ້າ
ຂອງ (MRC) ທີ່​ມີ​ລາວ ​ໄທ ກໍາປູ​ເຈຍ ​ແລະ​ຫວຽນາມ ທີ່​ເປັນ​ປະ
​ເທດ​ສະມາຊິກ​ຮ່ວມ​ກັນ​ເທົ່າ​ນັ້ນ.

​ສາ​ເຫດ​ທີ່​ທາງ​ການ​ລາວ​ຍັງ​ຕ້ອງ​ລໍຖ້າ​ການ​ເຫັນ​ຊອບ​ດັ່ງກ່າວ ກໍ​
ຍ້ອນ​ວ່າ​ ສະ​ມາ​ຊິກ​ບາງ​ປະ​ເທດ​ຍັງ​ມີ​ຄວາມ​ກັງວົນ​ໃຈ​ກ່ຽວ​ກັບ​ຜົນ
​ກະທົບ​ຕໍ່​ສະພາບ​ແວດ​ລ້ອມທໍາ​ມະ​ຊາດ​ ແລະ​ຜົນ​ກະທົບ​ຕໍ່​ສັງຄົມ
​ທີ່​ອາດ​ຈະ​ເກີດ​ຂຶ້ນຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊຍະ​ບູລີ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບດັ່ງກ່າວ​ອີກ​ເທື່ອ​ໃໝ່ ​ໃຫ້​ໄດ້​ມາດຕະຖານ​ສາກົນ ​ແລະ​ເປັນ​ທີ່​ຍອມຮັບ​ຂອງ​ສະມາຊິກ​ໃນ MRC ດ້ວຍ​ກັນ​ຢ່າງ​ແທ້​ຈິງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ໄດ້​ໃຫ້ການ​ຊີ້​ແຈງ ວ່າ:

ພວກອະນຸລັກສິ່ງແວດລ້ອມໄທ ຍື່ນຄໍາຄັດຄ້ານການສ້າງເຂື່ອນໄຊຍະບູລີ ຕໍ່ສະພາແຫ່ງຊາດໄທ ໃນປີ 2011
ພວກອະນຸລັກສິ່ງແວດລ້ອມໄທ ຍື່ນຄໍາຄັດຄ້ານການສ້າງເຂື່ອນໄຊຍະບູລີ ຕໍ່ສະພາແຫ່ງຊາດໄທ ໃນປີ 2011

“ສຶກສາ​ກ່ຽວ​ກັບ​ເລື່ອງ​ສະພາບ​ແວດ​ລ້ອມ ນຶ່ງ​ຫຼ່ະ​ແມ່ນ​
ກ່ຽວ​ກັບ​ເລື່ອງ​ດິນ​ຕົມ ​ເວລາ​ທີ່​ເຮົາ​ສ້າງ​ເຂື່ອນ​ແລ້ວ​ມັນ
​ຈະເກີດ​ຂີ້ຕົມ​ຫັ້ນ​ໜ່ະ ອັນ​ທີ່​ສອງ​ແມ່ນ​ກ່ຽວ​ກັບ ​ເລື່ອງ​ນໍ້າ
​ຈະ​ຖ້ວມ ອັນ​ທີ່​ສາມ​ກະ​ແມ່ນ​ບັນດາ​ອົງການ​ແມ່​ນໍ້າຂອງ​
ສາກົນ​ນີ້​ໜ່ະ ​ເຂົາ​ເຈົ້າຢ້ານ​ວ່າ​ນໍ້າຂອງ​ມັນ​ສິ​ແຫ້ງ ​ແລະ ​
ຄຽງ​ຄູ່​ກັນ​ນັ້ນ ກໍ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື່ອງ​ປາ ​ເວລາ​ເຮົາ
​ຕັນ​ເຂື່ອນ​ແລ້ວ​ມັນ​ກໍ​ມີ​ເລື່ອງປາ​ບາງ​ອັນ​ທີ່​ມັນ​ສິປ່ຽນ​ແປງ.”


ທັງ​ນີ້​ໂດຍ​ທາງ​ການ​ລາວ​ໄດ້​ວ່າ​ຈ້າງ ບໍລິສັດ Poyry ຈາກ​ສະ​ວິດ​ເຊີ​ແລນ​ດ໌ ​ແລະບໍລິສັດ CNR ຈາກ​ປະ​ເທດ​ຝຣັ່ງ ຊຶ່ງ​ທັງ​ສອງ​ບໍລິສັດ​ດັ່ງກ່າວ​ກໍ​ຢືນຢັນ​ວ່າ ສາມາດ​ທີ່​ຈະ​ປ້ອງ​ກັນ​ຜົນ​ກະທົບ​ໄດ້​ຢ່າງ​ແນ່ນອນ​ດ້ວຍ​ການ​ສ້າງ​ລະບົບ​ທາງ​ປາ​ຜ່ານ​ທີ່​ໃຊ້​ວິດ​ທະ​ຍາ​ການສະ​ໄໝ​ໃໝ່ ພ້ອມ​ດ້ວຍ​ການ​ສ້າງ​ອູ່​ຂອງ​ປາ ປ່ອງ​ປາຂຶ້ນ-ລົງ ​ໃນ​ລະບົບ​ປະຕູ​ເດີນ​ເຮືອ ການ​ສ້າງ​ສະຖານີ​ປາ​ທີ່​ຕິດ​ຕັ້ງ​ດ້ວຍ​ລະບົບ ກັງ​ຫັນ​ນໍ້າ​ທີ່​ເປັນ​ມິດ​ກັບ​ສັດ​ນໍ້າ​ທຸກ​ຊະນິດ ​ແລະ​ການ​ກໍ່ສ້າງ​ປະຕູ​ລະບາຍ​ດິນ​ຕົກຕະກອນ ​ເປັນ​ຕົ້ນ.

ຫາກ​ແຕ່​ວ່ອີກ​ບັນຫາ​ນຶ່ງ​ທີ່​ໂຄງການ​ເຂື່ອນ​ໄຊ​ບະ​ບຸລີ​ກໍາລັງ​ປະ​ເຊີນ​ຢູ່​ໃນ​ເວລາ​ນີ້ ກໍ​ຄື​ການ​ຄັດຄ້ານ​ຈາກ​ເຄືອ​ຂ່າຍ​ປະຊາຊົນ​ໄທ​ເພື່ອ​ການ​ອະນຸລັກ​ແມ່​ນໍ້າຂອງ ຊຶ່ງໄດ້​ພາກັນ​ເຄື່ອນ​ໄຫວ​ຄັດຄ້ານ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ຢ່າງ​ຕໍ່​ເນື່ອງ.

ການ​ເຄື່ອນ​ໄຫວ​ທີ່​ຜ່ານ​ມາ ກໍ​ມີ​ທັງ​ການ​ລວມກັນ​ຍື່ນ​ຄໍາ​ຮ້ອງ​ເຖິງ​ຄະນະ​ຕຸລາການ​ສານ​ປົກ
ຄອງ​ຂອງ​ໄທ​ເພື່ອ​ຂໍ​ໃຫ້​ມີ​ຄໍາ​ສັ່ງ​ຍົກ​ເລີກ​ສັນຍາ​ທີ່​ການໄຟຟ້າ ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໄດ້​ຕົກລົງ​ທີ່​ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ລາວ ດ້ວຍ
​ເຫດຜົນ​ທີ່​ວ່​າ​ໂຄງການ​ດັ່ງກ່າວ​ຍັງ​ບໍ່ ​ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມທໍາ​ມະ​ຊາດ​ຢ່າງ​ໄດ້​ມາດຕະຖານ​ສາກົນ.

ຊາວບ້ານຢູ່ບ້ານທີ່ຢູ່ລຽບຝັ່ງແມ່ນໍ້າຂອງຫລາຍຄົນແມ່ນອາໄສ ການຫາປາມາລ້ຽງຊີບ
ຊາວບ້ານຢູ່ບ້ານທີ່ຢູ່ລຽບຝັ່ງແມ່ນໍ້າຂອງຫລາຍຄົນແມ່ນອາໄສ ການຫາປາມາລ້ຽງຊີບ


ໃນໂອກາດ​ດຽວ​ກັນ​ນີ້ ​ເຄືອ​ຂ່າຍ​ປະຊາຊົນ​ໄທ​ກໍ​ຍັງ​ອອກ​ຖະ​ແຫຼງການ​ຢືນ ຢັນ​ດ້ວຍ​ວ່າ​ຈະ​ດໍາ​ເນີນ​ການ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກຄອງ​ຂອງ​ໄທ​ດ້ວຍ​ເຊັ່ນ​ກັນ ຖ້າ ຫາກ​ວ່າ​ກຸ່ມ​ບໍລິສັດ ຊ. ການ​ຊ່າງ​ຈໍາ​ກັດ (ມະຫາຊົນ) ຍັງ​ຄົງ​ຢືນ​ຢັນ​ທີ່​ຈະ​ທໍາ​ການ ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ຕໍ່​ໄປ ກັບ​ທັງ​ຍັງ​ຈະ​ຟ້ອງ​ຮ້ອງ​ທະນາຄານໃນ​ໄທ​ທຸກ​ທະນາຄານ ​ທີ່​ຕົກລົງ​ອະນຸມັດ​ເງິນ​ກູ້​ໃຫ້​ກັບ​ກຸ່ມ​ບໍ ລິສັດ ຊ.ການ​ຊ່າງ​ອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ເຄືອ​ຂ່າຍ​ປະ​ຊາຊົນ​ໄທມອງເຫັນວ່າການ​ກະທໍາ​ດັ່ງກ່າວ​ຂອງ​ທັງ​ທະນາ ຄານ​ໃນ​ໄທ​ແລະ​ກຸ່ມ​ບໍລິສັດ ຊ.ການ​ຊ່າງ​ນັ້ນ ​ເປັນ​ສິ່ງ​ທີ່​ຂັດ​ຕໍ່​ກົດໝາຍໄດ້ ​ໂດຍ​ສະ​ເພາະ​ແມ່ນ​ສັນ​ຍາ​ຊື້​ຂາຍ​ພະລັງງານ​ໄຟຟ້າ​ຈາກ​ເຂື່ອນ​ໄຊ​ຍະ​ບູລີ​ລະ ຫວ່າງ​ລາວ​ກັບ​ໄທ​ນັ້ນ ​ໄດ້​ຈັດ​ຂຶ້ນ​ໂດຍ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ຂ່າວສານ​ແກ່​ປະຊາຊົນ​ໄທ​ໃນ​ວົງ​ກວ້າງ ຈຶ່ງ​ເປັນ​ການ​ທີ່​ຂັດ​ຕໍ່​ລັດ ຖະທໍາ​ມະ​ນູນການ​ປົກຄອງ​ຂອງໄທ​ໂດຍ​ກົງ.

ນອກຈາກ​ນີ້​ແລ້ວ ການ​ທີ່​ປາກົດ​ວ່າ​ຍັງ​ຄົງ​ມີ​ການ​ສືບ​ຕໍ່​ດໍາ​ເນີນ​ໂຄງການ​ໃນ​ລາວ​ຢູ່​ເລື້ອຍ​ມາ​ກໍ​ຍັງ​ເປັນ​ການ​ຂັດ​ຕໍ່​ມະຕິ​ຂອງ​ຄະນະ​ກໍາ​ມະ​ທິການ​ແມ່​ນໍ້າຂອງ (MRC) ທີ່​ໄດ້​ກໍານົດ​ໃຫ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສັງຄົມ​ແລະສິ່ງແວດ​ລ້ອມ​ທໍ​າມະ​ຊາດ​ຢ່າງ​ຄົບ​ຖ້ວນ​ເສຍ​ກ່ອນ​ອີກ​ດ້ວຍ.
XS
SM
MD
LG