ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໜີ້ສາທາລະນະຂອງລາວ ເພີ້ມຂຶ້ນເປັນ 6,900 ລ້ານ ດອນລ່າ ຫລືເກືອບ 70% ຂອງ GDP


ພິທິເຊັນສັນຍາ ທະນາຄານພັດທະນາເອເຊຍ ໃຫ້ທຶນຊ່ອຍເຫຼືອ ແກ່ລາວ ໃນມູນຄ່າ 83 ລ້ານດອນລາ ສຳຫລັບ 3 ໂຄງການ .
ພິທິເຊັນສັນຍາ ທະນາຄານພັດທະນາເອເຊຍ ໃຫ້ທຶນຊ່ອຍເຫຼືອ ແກ່ລາວ ໃນມູນຄ່າ 83 ລ້ານດອນລາ ສຳຫລັບ 3 ໂຄງການ .

ໜີ້ສາທາລະນະຂອງລັດຖະບານລາວເພີ້ມຂຶ້ນເປັນຫຼາຍກວ່າ
6,900 ລ້ານດອນລາ ຫຼືເກືອບ 70 ເປີເຊັນ ຂອງມູນຄ່າຜະລິດ
ຕະພັນລວມ (GDP) ໃນຕະຫລອດປີ 2014 ທັງຍັງເກີນກວ່າ
ລະດັບມາດຕະຖານເກືອບ 25 ເປີເຊັນ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວ ເປີດເຜີຍວ່າລັດຖະບານ ໄດ້ປະເຊີນກັບ
ບັນຫາການມີໜີ້ສາທາລະນະ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໜີ້ ທີ່ເກີດຈາກ
ການກູ້ຢືມເງິນທຶນຈາກຕ່າງປະເທດນັ້ນ ໄດ້ເພີ້ມຂຶ້ນຈາກ 3,000 ກວ່າລ້ານດອນລາ ຫຼື
ຄິດເປັນ 33.43 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນປີ 2012 ເປັນຫຼາຍ
ກວ່າ 4,700 ລ້ານດອນລາ ຫຼືຄິດເປັນ 47 ເປີເຊັນ ຂອງ GDP ໃນປີ 2014 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງມີໜີ້ສາທາລະນະ ທີ່ເກີດຈາກການກູ້ຢືມພາຍໃນ
ແລະ ໂຄງການພັດທະນາຕ່າງໆ ທີ່ບັນດາບໍລິສັດເອກະຊົນໃນລາວ ເປັນຝ່າຍທີ່ໄດ້ອອກ
ທຶນໃຫ້ກ່ອນຄິດເປັນມູນຄ່າລວມກັນຫຼາຍກວ່າ 18,000 ຕື້ກີບ ຫຼືປະມານ 2,250 ລ້ານ
ດອນລາດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວມີໜີ້ ສາທາລະນະລວມຫຼາຍກວ່າ 6,950
ລ້ານດອນລາ ຫຼື ຫຼາຍກວ່າ 69 ເປີເຊັນ ຂອງ GDP ໃນປີ 2014 ແລ້ວນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງຈະຖືເປັນໜີ້ສາທາລະນະ ທີ່ເກີນລະດັບມາດຕະ
ຖານ ເຖິງ 24 ເປີເຊັນ ເນື່ອງຈາກວ່າ ລັດຖະບານຂອງແຕ່ລະປະເທດ ຈະຖືກຈຳກັດໃຫ້ ກູ້ຢືມເງິນທຶນ ຈາກຕ່າງປະເທດໄດ້ໃນອັດຕາທີ່ບໍ່ເກີນ 45 ເປີເຊັນ ຂອງມູນຄ່າ GDP
ທັງໝົດຂອງແຕ່ລະປະເທດເທົ່ານັ້ນ ແຕ່ຍັງເຮັດໃຫ້ ລັດຖະບານລາວ ຈະຕ້ອງຖືກຈຳກັດ
ສິດທີ່ຈະກູ້ຢືມຈາກສະຖາບັນການເງິນສາກົນ ເຊັ່ນທະນາຄານໂລກ ທະນາຄານພັດທະນາ ເອເຊຍ ແລະກອງທຶນການເງິນສາກົນ (IMF) ລວມເຖິງ ທະນາຄານເອກະຊົນດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

ທາງການຈີນ ໃຫ້ທຶນກູ້ຢືມພິເສດ ແກ່ ລັດຖະບານລາວ ສຳຫລັບ ນະຄອນຫລວງວຽງຈັນ.
ທາງການຈີນ ໃຫ້ທຶນກູ້ຢືມພິເສດ ແກ່ ລັດຖະບານລາວ ສຳຫລັບ ນະຄອນຫລວງວຽງຈັນ.

“ຖືວ່າມາຮອດປັດຈຸບັນນີ້ ໂຄງການໃໝ່ໆ ຫຼືວ່າໂຄງການ
ທີ່ວ່າ ຫາກໍເລີ້ມ ກໍ່ສ້າງນີ້ໜ່ະ ຖືວ່າທະນາຄານທຸລະກິດ
ຫຼືວ່າທະນາຄານກາງ ແມ່ນຂາດຕົວເລີຍຄືບໍ່ປ່ອຍ ໃນເມື່ອ
ພວກເຮົາຢຸດພາກສ່ວນດັ່ງກ່າວນີ້ ພວກເຮົາກະເອົາເງິນ
ດັ່ງກ່າວຫັ້ນ ໄປໃຫ້ພາກສ່ວນ ທີ່ທຳການຜະລິດ ແລະ
ການບໍລິການ.”

ທາງດ້ານ IMF ລາຍງານວ່າໜີ້ຕ່າງປະເທດ ຂອງລັດຖະບານ
ລາວໄດ້ເພີ້ມຂຶ້ນ ເປັນຫຼາຍກວ່າ 49 ເປີເຊັນ ຂອງ GDP ໃນປີ
2014 ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບວິກິດການ ດ້ານງົບປະມານຢ່າງສົມບູນແບບແລ້ວ ໃນປັດຈຸບັນນີ້ ສ່ວນມາດ
ຕະການແກ້ໄຂບັນຫາ ໃນລະຍະສະເພາະໜ້າ ກໍມີພຽງການຈັດເກັບລາຍຮັບ ໃຫ້ໄດ້ຕາມ
ເປົ້າໝາຍ ແລະ ຄວບຄຸມລາຍຈ່າຍໃຫ້ໄດ້ ຕາມແຜນການທີ່ວາງໄວ້ຢ່າງແທ້ຈິງ ລວມໄປ
ເຖິງ ການຮ້ອງຂໍການຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ອີກດ້ວຍ.

ທັງນີ້ໂດຍກະຊວງແຜນການ ແລະການລົງທຶນ ລາຍງານວ່າການທີ່ຈະຊຸກຍູ້ການພັດທະນາ
ເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີເຊັນ ໃນແຜນການປີ 2014
-2015 ນີ້ຈະຕ້ອງລະດົມການລົງທຶນທັງຈາກພາຍໃນ ແລະຕ່າງປະເທດໃຫ້ໄດ້ຫຼາຍກວ່າ
33,000 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫລອດປີ.

ຫາກແຕ່ລັດຖະບານລາວກໍຄາດໝາຍວ່າ ຈະສາມາດປະກອບສ່ວນໄດ້ພຽງແຕ່ 3,300
ຕື້ກີບ ຫຼືຄິດເປັນ 10 ເປີເຊັນ ຂອງຄວາມຕ້ອງການເງິນທຶນທັງໝົດເທົ່ານັ້ນ ແລະສ່ວນທີ່
ເຫຼືອກໍຈະຕ້ອງລະດົມການລົງທຶນ ຈາກເອກະຊົນລາວ ແລະຕ່າງຊາດໃຫ້ໄດ້ບໍ່ນ້ອຍກວ່າ
18,200 ຕື້ກີບ ລວມເຖິງການຂໍຄວາມຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້
5,000 ຕື້ກີບ ແລະຍັງຈະຕ້ອງເພີ້ມວົງເງິນສິນເຊື່ອ ໃນລະບົບທະນາຄານ ໃນປະເທດ
ໃຫ້ໄດ້ເຖິງ 6,500 ຕື້ກີບອີກດ້ວຍ.

ແຕ່ຢ່າງໃດກໍຕາມ ບັນຫາສຳຄັນປະການໜຶ່ງ ທີ່ເຮັດໃຫ້ນາໆຊາດໄດ້ພາກັນຈຳກັດການ
ຊ່ວຍເຫຼືອ ຕໍ່ລັດຖະບານລາວ ໃນລະຍະນີ້ ກໍຄືການສໍ້ລາດບັງຫລວງ ໃນວົງການລັດຖະ
ບານລາວ ທີ່ຍັງເພີ້ມຂຶນຢ່າງຕໍ່ເນື່ອງ ໂດຍຫລ້າສຸດ ກະຊວງແຜນການ ແລະການລົງທຶນ
ກໍກວດພົບວ່າລັດຖະບານລາວສູນເສຍງົບປະມານໄປຫຼາຍກວ່າ 6,000 ຕື້ກີບ ຫຼື ຫຼາຍ
ກວ່າ 750 ລ້ານດອນລາ ໃນແຜນການປີ 2013-2014 ທີ່ຜ່ານມາ.

ໂດຍການສູນເສຍດັ່ງກ່າວນີ້ ເກີດຈາກການຈັດຕັ້ງປະຕິບັດ ໂຄງການພັດທະນາທີ່ບໍ່ຖືກ
ຕ້ອງຕາມກົດໝາຍ ກໍຄືເປັນໂຄງການທີ່ບໍ່ຜ່ານການເຫັນຊອບຂອງກະຊວງການເງິນ ແລະ
ກະຊວງແຜນການ ແລະກາານລົງທຶນ ຈຳນວນ 56 ໂຄງການ ໂດຍໃນນີ້ກໍແບ່ງເປັນ 18
ໂຄງການຂະໜາດໃຫຍ່ 38 ໂຄງການ ທີ່ໄດ້ມີການດັດແກ້ມູນຄ່າ ຂອງໂຄງການໂດຍຜິດ
ກົດໝາຍ ສ່ວນອົງການກວດສອບແຫ່ງລັດ ກໍໄດ້ກວດພົບວ່າ ມີເຖິງ 254 ໂຄງການ ທີ່ໄດ້ ໃຊ້ງົບປະມານໄປທັງໝົດ ໃນມູນຄ່າລວມ 4,300 ຕື້ກີບແລ້ວ ແຕ່ກໍປາກົດວ່າໂຄງການ
ເຫຼົ່ານີ້ ກໍຍັງບໍ່ສຳເລັດຕາມແຜນການທີ່ວາງໄວ້ແຕ່ຢ່າງໃດ.

XS
SM
MD
LG