ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຮ່າງ​ແຜນ ​ລະຍະ​ຍາວ ເພື່ອ​ເກັບ​ກູ້​ ລະ​ເບີດ​ບໍ່​ທັນ​ແຕກ ​ແລະ​ລົບ​ລ້າງ​ ຄວາມ​ທຸກຍາກ


ພະນັກງານເກັບກູ້ລະເບີດບໍ່ທັນແຕກ ສອງຄົນ ກຳລັງ ປະຕິບັດໜ້າທີ່ ທຳການທຳລາຍ ອາວຸດສົງຄາມ ເປັນຕົ້ນແມ່ນ ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງ ແຕ່ປາງສົງຄາມ.
ພະນັກງານເກັບກູ້ລະເບີດບໍ່ທັນແຕກ ສອງຄົນ ກຳລັງ ປະຕິບັດໜ້າທີ່ ທຳການທຳລາຍ ອາວຸດສົງຄາມ ເປັນຕົ້ນແມ່ນ ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງ ແຕ່ປາງສົງຄາມ.

ລັດຖະບານລາວ ຮ່າງ​ແຜນການ​ລະຍະ​ຍາວ ສຳ​ຫລັ​ບ ການ​ເກັບ​ກູ້
​ລະ​ເບີດ​ບໍ່​ທັນ​ແຕກ (UXO) ​ແລະ ການ​ລົບ​ລ້າງ​ ບັນຫາ​ຄວາມ​
ທຸກຍາກ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ນັບ​ຈາກ​ປີ 2016 ​ເຖິງ​
ປີ 2030.

ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ ໄດ້ຖະແຫລງ ວ່າ ທຸກພາກສ່ວນ ຂອງລັດຖະບານລາວ ກຳລັງສຸມໃສ່ ການສຶກສາຄົ້ນຄວ້າ ແລະ ກຳນົດ ວິໄສທັດ ເພື່ອການຮ່າງແຜນການ ລະຍະຍາວ ສຳຫລັບ ການລົບລ້າງບັນຫາ ຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ແລະ ການເກັບກູ້ລະເບີດ ບໍ່ທັນແຕກ (UXO) ທີ່ຕົກຄ້າງ ຢູ່ໃນລາວ ນັບຈາກປີ 2016-2030.

ໂດຍສາເຫດທີ່ເຮັດໃຫ້ ລັດຖະບານລາວ ຕ້ອງດຳເນີນການດັ່ງກ່າວນີ້ ກໍເພາະວ່າ ການ
ດຳເນີນຕາມເປົ້າໝາຍ ສະຫັດສະວັດການພັດທະນາ (MDG) ແຫ່ງສະຫະປະຊາຊາດ ທີ່
ລັດຖະບານລາວ ໄດ້ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດດ້ວຍນັ້ນ ຈະສິ້ນສຸດແຜນການລົງ
ໃນທ້າຍປີ 2015 ເພາະສະນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ສາມາດ ທີ່ຈະດຳເນີນ
ໄປໄດ້ ຢ່າງຕໍ່ເນື່ອງ ຈຶ່ງຈຳເປັນ ທີ່ຈະຕ້ອງຮ່າງແຜນການ ດັ່ງກ່າວ ໂດຍກະຊວງການຕ່າງ
ປະເທດ ຈະເປັນພາກສ່ວນ ທີ່ມີບົດບາດ ຢ່າງສຳຄັນ ໃນການປະສານຄວາມຮ່ວມມື ແລະ
ຂໍການຊ່ອຍເຫຼືອ ຈາກຕ່າງປະເທດ ດັ່ງທີ່ທ່ານບຸນເຮືອງ ໄດ້ຖະແຫລງຊີ້ແຈງວ່າ:

“ພວກເຮົາ ຈະໄດ້ປຶກສາຫາລື ວິໄສທັດໃນການພັດທະນາຊົນນະບົດ ລົບລ້າງ
ຄວາມທຸກຍາກ ແລະ ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ແຕ່ປີ 2016 ຮອດ 2030 ປັດຈຸບັນ ກະຊວງການຕ່າງປະເທດ ໄດ້ມອບໃຫ້ ແຕ່ລະກະຊວງ ອົງການໄປຄົ້ນ ຄວ້າ ແລະ ກະຊວງ ອົງການກ່ຽວຂ້ອງ ຈະຮັບເອົາອັນໃດ ໄປຜັນຂະຫຍາຍ.”

ທ່ານບຸນເຮືອງ ຍັງໄດ້ຍອມຮັບດ້ວຍວ່າ ອົງການເກັບກູ້ລະເບີດ ບໍ່ທັນແຕກແຫ່ງຊາດລາວ
(LAO UXO) ກຳລັງປະເຊີນກັບບັນຫາ ຂາດແຄນໃນດ້ານງົບປະມານ ຢ່າງໜັກໜ່ວງ
ໃນເວລານີ້ ແລະ ສະພາບການຂາດແຄນ ໃນດ້ານງົບປະມານດັ່ງກ່າວ ກໍເຮັດໃຫ້ການເກັບ
ກູ້ໃນລະຍະທີ່ຜ່ານມາ ສາມາດປະຕິບັດໄດ້ ໃນພື້ນທີ່ຢ່າງຈຳກັດດ້ວຍ ໂດຍຈາກເດືອນ
ກັນຍາ 2013 ເຖິງເດືອນມິຖຸນາປີນີ້ LAO UXO ສາມາດເກັບກູ້ລະເບີດ UXO ໄດ້ ໃນພື້ນທີ່ ພຽງ 4,958 ເຮັກຕາ ແລະ ໄດ້ທຳລາຍລະເບີດ UXO ໄປທັງໝົດພຽງແຕ່ 72,346 ໜ່ວຍ
ເທົ່ານັ້ນ.

ສະຫະລັດ ກໍໄດ້ໃຫ້ການຊ່ອຍເຫຼືອ ແກ່ ລັດຖະບານລາວ ເພີ້ມຂຶ້ນຢ່າງຕໍ່ ເນື່ອງ ແລະ ໃນປີ 2014 ນີ້ ລັດຖະສະພາ ສະຫະລັດ ກໍໄດ້ອະນຸມັດງົບ ປະມານ ໃນມູນຄ່າ 12 ລ້ານດອນລາ ສຳຫລັບ ການເກັບກູ້ລະເບີດ UXO.
ສະຫະລັດ ກໍໄດ້ໃຫ້ການຊ່ອຍເຫຼືອ ແກ່ ລັດຖະບານລາວ ເພີ້ມຂຶ້ນຢ່າງຕໍ່ ເນື່ອງ ແລະ ໃນປີ 2014 ນີ້ ລັດຖະສະພາ ສະຫະລັດ ກໍໄດ້ອະນຸມັດງົບ ປະມານ ໃນມູນຄ່າ 12 ລ້ານດອນລາ ສຳຫລັບ ການເກັບກູ້ລະເບີດ UXO.

ທາງດ້ານ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ ຄະນະ
ກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນ
ແຕກ ທີ່ຕົກຄ້າງຢູ່ໃນລາວ ຍອມຮັບວ່າບັນຫາສຳຄັນ ປະການໜຶ່ງ
ທີ່ເຮັດໃຫ້ນານາຊາດ ຍັງບໍ່ຕັດສິນໃຈ ທີ່ຈະໃຫ້ການຊ່ອຍເຫຼືອ ລະ
ຍະຍາວ ແກ່ລັດຖະບານລາວ ໃນການເກັບກູ້ ແລະ ປ້ອງກັນຜົນ
ກະທົບ ຈາກລະເບີດ UXO ຫາກແຕ່ຍັງໃຫ້ການຊ່ອຍເຫຼືອ ເປັນ
ແບບປີຕໍ່ປີນັ້ນ ເພາະສ່ວນໃຫຍ່ ກໍຍັງເຫັນວ່າລະບົບຂໍ້ມູນກ່ຽວກັບ
ລະເບີດ UXO ຂອງທາງການລາວ ຍັງບໍ່ໄດ້ມາດຕະຖານສາກົນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ນານາຊາດ ໄດ້ພິຈາລະນາຂໍ້ມູນ ທີ່ໄດ້ຮັບ
ຈາກທາງການລາວຢ່າງລະອຽດ ແລະຮອບດ້ານເສຍກ່ອນ ເຖິງຈະ
ຕັດສິນໃຈວ່າ ຈະໃຫ້ການຊ່ອຍເຫຼືອ ແກ່ລັດຖະບານລາວເທົ່າໃດ
ໂດຍສາເຫດສຳຄັນ ທີ່ນານາຊາດຍັງບໍ່ເຊື່ອໝັ້ນຕໍ່ຂໍ້ມູນ ຂອງທາງການລາວ ນັ້ນ ກໍເພາະ
ເຫັນວ່າການປະສານງານ ລະຫວ່າງໜ່ວຍງານ ຂອງລັດຖະບານລາວ ຍັງບໍ່ມີປະສິດທິພາບ ຢ່າງພຽງພໍ.

ໂດຍການເກັບກູ້ລະເບີດ UXO ໃນລາວໃນປີ 2013 ທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດ
ໄດ້ ໃນພື້ນທີ່ລວມ ທັງໝົດ 10,514 ແຮັກຕາ ແລະ ໄດ້ທຳລາຍລະເບີດ UXO ໄປທັງໝົດ
82,917 ໜ່ວຍ ໂດຍນານາຊາດໄດ້ໃຫ້ ການຊ່ອຍເຫຼືອ ແກ່ລັດຖະບານລາວ ໃນມູນຄ່າ
ລວມ 30 ລ້ານດອນລາ ໃນຂະນະທີ່ລັດຖະບານລາວ ຕ້ອງການຄວາມຊ່ອຍເຫຼືອ ບໍ່ນ້ອຍ
ກວ່າ 50 ລ້ານດອນລາໃນແຕ່ລະປີ ຈຶ່ງຈະພຽງພໍຄວາມຕ້ອງການ ທີ່ເປັນຈິງ.

ສຳຫລັບທາງການສະຫະລັດອາເມຣິການັ້ນ ກໍໄດ້ໃຫ້ການຊ່ອຍເຫຼືອແກ່ ລັດຖະບານລາວ
ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປີ 2014 ນີ້ ລັດຖະສະພາ ສະຫະລັດ ກໍໄດ້ອະນຸມັດງົບປະ
ມານໃນມູນຄ່າ 12 ລ້ານດອນລາສຳຫລັບໃຫ້ການຊ່ອຍເຫຼືອແກ່ລາວ ເພື່ອນຳໃຊ້ໃນການ ເກັບກູ້ລະເບີດ UXO ທີ່ຕົກຄ້າງໃນລາວ ລວມເຖິງການໃຫ້ການຊ່ອຍເຫຼືອ ແກ່ປະຊາຊົນລາວ ທີ່ໄດ້ຮັບເຄາະ ຈາກລະເບີດດັ່ງກ່າວ ແລະ ການລົນນະລົງເຜີຍແພ່ ເພື່ອໃຫ້ຄວາມຮູ້ ແກ່
ປະຊາຊົນລາວ ທີ່ແນໃສ່ ການລົດອັນຕະລາຍ ຈາກລະເບີດ UXO ໃຫ້ໄດ້ ຢ່າງມີປະສິດ
ທິຜົນອີກດ້ວຍ.

ທັງນີ້ນັບແຕ່ສົງຄາມອິນໂດຈີນ ໄດ້ສິ້ນສຸດລົງ ສະຫະລັດ ໄດ້ໃຫ້ຄວາມ ຊ່ອຍເຫຼືອແກ່ລາວ ໃນການຫລຸດຜ່ອນ ຜົນກະທົບຈາກລະເບີດ UXO ແລ້ວ ຫຼາຍກວ່າ 74 ລ້ານດອນລາ ຊຶ່ງລວມເຖິງ ການຊ່ອຍເຫຼືອ ໃນດ້ານການສຶກສາອົບຮົມ ນັກຮຽນ ເພື່ອການລະວັງ ແລະ ປ້ອກກັນໄພອັນຕະລາຍ ຈາກລະເບີດ UXO ຢູ່ໃນແຂວງຫລວງພະບາງ ຫົວພັນ ຊຽງຂວາງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ອັດຕະປື ແລະ ຈຳປາສັກ.

XS
SM
MD
LG