ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະ​ຊາ​ຊົນລາວ​ ໃນ​ເຂດ ​ແຂວງພາກ​ເໜືອ​ ປະ​ເຊີນ​ກັບ ​ບັນ​ຫາ ຂາດ​ແຄນ​ເຂົ້າ​ກິນ


ພວກ​ຊາວ​ນາ​ປູກ​ເຂົ້າ ທີ່​ທຸກ​ຍາກ
ພວກ​ຊາວ​ນາ​ປູກ​ເຂົ້າ ທີ່​ທຸກ​ຍາກ
ປະຊາຊົນລາວໃນເຂດແຂວງພາກເໜືອຕ້ອງປະເຊີນກັບບັນຫາ
ຂາດແຄນເຂົ້າກິນຫຼາຍຂື້ນ ໃນປີນີ້ ເນື່ອງຈາກສະພາບອາກາດ
ໜາວເຢັນ ແລະແຫ້ງແລ້ງ ເຮັດໃຫ້ປູກເຂົ້ານາແຊງ ໄດ້ຕ່ຳກ່ວາ
ເປົ້າໝາຍ.


ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳແລະປ່າໄມ້ ຍອມຮັບວ່າ ປະຊາຊົນລາວໃນເຂດແຂວງພາກເໜືອ ຕ້ອງປະເຊີນກັບບັນ
ຫາຂາດແຄນເຂົ້າກິນຢ່າງໜັກໜ່ວງໃນປີ 2014 ນີ້ ໂດຍມີສາ
ເຫດ ມາຈາກສະພາບອາກາດໜາວເຢັນ ທີ່ແກ່ຍາວຜິດປົກກະຕິ ແລະຕໍ່ເນື່ອງດ້ວຍ ສະ
ພາບອາກາດທີ່ແຫ້ງແລ້ງຢ່າງຮຸນແຮງໃນເວລານີ້ ກໍໄດ້ເປັນຜົນເຮັດໃຫ້ກະເສດຕະກອນ
ລາວບໍ່ສາມາດທີ່ຈະປູກເຂົ້ານາແຊງ ໄດ້ຕາມແຜນການ.

ທັ້ງນີ້ໂດຍເຂດທີ່ຄາດວ່າ ປະຊາຊົນລາວຈະຕ້ອງຂາດແຄນເຂົ້າກິນຢ່າງໜັກໜ່ວງ ແລະ ຍາວນານທີ່ສຸດ ກໍ່ແມ່ນ ແຂວງອຸດົມໄຊ ຕິດຕາມດ້ວຍ ແຂວງພົງສາລີ ແຂວງຊຽງຂວາງ ແຂວງຫຼວງພະບາງ ແລະແຂວງບໍ່ແກ້ວ ໂດຍສະເພາະແມ່ນປະຊາຊົນລາວ ທີ່ຢູ່ໃນເຂດ ແຂວງອຸດົມໄຊນັ້ນ ຕ້ອງປະເຊີນກັບບັນຫ າຂາດແຄນເຂົ້າກິນ ໃນປະລິມານ ເກີນກວ່າ 35,000 ໂຕນເພາະທີ່ຜ່ານມາກະເສດຕະກອນລາວໃນແຂວງອຸດົມໄຊສາມາດປູກເຂົ້າ
ນາແຊງໄດ້ພຽງແຕ່ 35% ຂອງແຜນການທີ່ວາງໄວ້ໃນເນື້ອທີ່ບໍ່ໜ້ອຍກ່ວາ 1,290 ເຮັກ
ຕ້າ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ການຜະລິດເຂົ້າປັດຈຸບັນນີ້ ຈັດຕັ້ງປະຕິບັດໄດ້ຕົວຈິງຫັ້ນ 451 ເຮັກຕ້າ ເທົ່າກັບ 35%
ຂອງແຜນການ ທີ່ເຮົາຄາດການໄວ້ ຍ້ອນວ່າ ແຂວງອຸດົມໄຊມັນເຂດໜາວ ແລ້ວບໍ່ສາ ມາດຜະລິດນາແຊງ ແລະປະຊາຊົນໄດ້ຫັນໄປປູກພືດຜັກເປັນສິນຄ້າຫລາຍກວ່າ ເມື່ອ ເປັນຈັ່ງຊັ້ນ ຖືວ່າການຜະລິດນາແຊງປີນີ້ ບໍ່ໄດ້ຕາມແຜນ”


ການ​ປູ​ກ​ເຂົ້າ​ນາ​ແຊງ
ການ​ປູ​ກ​ເຂົ້າ​ນາ​ແຊງ
ຍິ່ງໄປກ່ວານັ້ນ ສຳລັບປະຊາຊົນລາວ ຢູ່ໃນເຂດເມືອງແບ່ງ ທີ່ໄດ້
ຮັບຜົນກະທົບຢ່າງໜັກໜ່ວງ ຈາກໄພນ້ຳຖ້ວມ ໃນຊ່ວງເດືອນສິງ
ຫາປີ 2013 ທີ່ຜ່ານມາກໍຍັງຈະຕ້ອງປະເຊີນກັບບັນຫາຂາດແຄນ
ເຂົ້າກິນຢ່າງຕໍ່ເນື່ອງໄປ ຈົນເຖິງປີ 2015 ອີກດ້ວຍ ເນື່ອງຈາກວ່າ ໄພນ້ຳຖ້ວມໄດ້ເຮັດໃຫ້ປະຊາຊົນຕ້ອງສູນເສຍຊັບສິນເຮືອນຊານ
ແລະເຄື່ອງມືທາງການກະເສດໄປຢ່າງຊີ້ນເຊີງຄິດເປັນມູນຄ່າລວມ
ຫລາຍກ່ວາ ເຖິງ 1 ພັນ 900 ຮ້ອຍຕື້ກີບ ແຕ່ກັບໄດ້ຮັບການຊ່ວຍ
ເຫຼືອຈາກລັດຖະບານລາວ ພຽງ 500 ລ້ານກີບເທົ່ານັ້ນ ໃນລະຍະ
ທີ່ຜ່ານມາ ຈຶ່ງເຮັດໃຫ້ກະເສດຕະກອນບໍ່ມີເງິນທຶນສຳລັບການຫາ
ປັດໄຈ ການພະລິດຕ່າງໆນັ້ນເອງ.

ກ່ອນໜ້ານີ້ ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ຖະແຫລງຍອມຮັບວ່າ ການພະລິດເຂົ້າປະຈຳລະດູການປີ 2012-2013 ກໍບໍ່ສາມາດຈັດ ຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍແຜນການ ທີ່ວາງເອົາໄວ້ ໃນປະລິມານລວມບໍ່ໜ້ອຍ
ກ່ວາ 3 ລ້ານ 8 ແສນໂຕນໂດຍມີສາເຫດມາຈາກການທີ່ກະເສດຕະກອນລາວໄດ້ພາກັນ ລົດພື້ນທີ່ປູກເຂົ້າແລະຫັນໄປປູກພືດເສດຖະກິດຊະນິດອື່ນໆແທນຫລາຍຂຶ້ນ.

​ຜົນ​ກະ​ທົບ​ ທີ່​ໄດ້​ຮັບ​ຈາກ​ໄພ​ນ້ຳ​ຖ້ວມ
​ຜົນ​ກະ​ທົບ​ ທີ່​ໄດ້​ຮັບ​ຈາກ​ໄພ​ນ້ຳ​ຖ້ວມ
ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວໄດ້ພາກັນຫັນໄປ
ປູກພືດຊະນິດອື່ນໆແທນເຂົ້າຫລາຍຂື້ນນັ້ນກໍຍ້ອນວ່າຕົ້ນທຶນ
ໃນການປູກເຂົ້າ ໄດ້ປັບໂຕສູງຂື້ນ ໂດຍສະເພາະ ແມ່ນລາຄາ
ປຸຍ ລາຄານ້ຳມັນ ແລະຄ່າແຮງງານທີ່ເພີ້ມສູງຂື້ນຢ່່າງຕໍ່ເນື່ອງ
ແຕ່ລາຄາເຂົ້າ ກັບບໍ່ໄດ້ເພີ້ມຂື້ນເລີຍ ຈຶ່ງເຮັດໃຫ້ກະເສດຕະ
ກອນລາວໄດ້ພາກັນຫັນໄປປູກພືດຊະນິດອື່ນທີ່ເຫັນວ່າມີລາຍ
ຮັບດີກ່ວານັ້ນເອງ.

ໂດຍໃນລະດູການປີ 2012-2013 ທີ່ຜ່ານມາກະເສດຕະກອນ
ລາວສາມາດຜະລິດເຂົ້າໄດ້ ໃນປະລິມານລວມ 3 ລ້ານ 5 ແສນ
4 ໝື່ນໂຕນ ຄິດເປັນ 93% ຂອງແຜນການປີ ໂດຍໃນນີ້ກໍເປັນຜົນຜະລິດເຂົ້ານາປີ ໃນປະ ລິມານ 2 ລ້ານ 8 ແສນ 5 ໝື່ນໂຕນຜົນຜະລິດເຂົ້າຈາກເຂດເນີນສູງ 195,000 ໂຕນແລະ ຜົນຜະລິດເຂົ້ານາແຊງ 5 ແສນໂຕນ ທີ່ທຽບໄດ້ກັບ 66% ຂອງແຜນການເທົ່ານັ້ນ.

ນອກຈາກນັ້ນໄພທັມມະຊາດກໍຍັງເປັນປັດໄຈທີ່ສົ່ງຜົນກະທົບຕໍ່ແຜນການ ເພີ້ມຜົນຜະລິດ ເຂົ້າໃນລາວ ນັບຈາກປີ 2008 ເປັນຕົ້ນມາ ໂດຍສະເພາະ ແມ່ນໄພນ້ຳຖ້ວມຄັ້ງໃຫຍ່ ໃນ ແຂວງພາກໃຕ້ ທີ່ເກີດຈາກ ພາຍຸເຂດຮ້ອນໄຫ້ໝ້າ ແລະພາຍຸນົກເຕັນ ໃນປີ 2011 ລວມ ເຖິງປະລິມານນ້ຳຝົນທີ່ຕົກລົງມາຢ່າງຫລວງຫລາຍໃນທ້າຍປີ 2012 ແລະປີ 2013 ກໍໄດ້ ເຮັດໃຫ້ພື້ນທີ່ປູກເຂົ້າຂອງກະເສດຕະກອນລາວເສຍຫາຍໄປຄິດເປັນພື້ນທີ່ລວມກັນຫຼາຍ
ແສນເຮັກຕ້າ ແລະກໍຄິດໄລ່ເປັນຜົນຜະລິດເຂົ້າ ທີ່ເສຍໄປຫລາຍແສນໂຕນເຊັ່ນກັນ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ວາງແຜນການທີ່ຈະສົ່ງເສີມການຜະລິດເຂົ້າເພື່ອ ສົ່ງອອກໄປຕ່າງປະເທດ ໃຫ້ໄດ້ລະຫວ່າງ 5 ແສນໂຕນເຖິງ 1 ລ້ານໂຕນ ພາຍໃນປີ 2015 ແລະໃຫ້ເພີ້ມຂື້ນເປັນ 1 ລ້ານ 5 ແສນໂຕນ ພາຍໃນປີ 2020 ຕາມລຳດັບ.
XS
SM
MD
LG