ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວປະກາດລາຍຊື່ຜູ້ມີສິດ ແຂ່ງຂັນໃນການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດຊຸດທີ 7


ສະພະແຫ່ງຊາດລາວທີ 6 ທີ່ມີສະມາຊິກຈໍານວນທັງໝົດ 115 ຄົນ
ໄດ້ຮັບຮອງເອົາການດັດແກ້ກົດໝາຍວ່າດ້ວຍການເລືອກຕັ້ງ ໃນລະ
ຫວ່າງກອງປະຊຸມສະໄໝສາມັນ ຄັ້ງທີ 10 ເມື່ອເດືອນທັນວາ 2010.
ສະພະແຫ່ງຊາດລາວທີ 6 ທີ່ມີສະມາຊິກຈໍານວນທັງໝົດ 115 ຄົນ ໄດ້ຮັບຮອງເອົາການດັດແກ້ກົດໝາຍວ່າດ້ວຍການເລືອກຕັ້ງ ໃນລະ ຫວ່າງກອງປະຊຸມສະໄໝສາມັນ ຄັ້ງທີ 10 ເມື່ອເດືອນທັນວາ 2010.

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວປະກາດ ລາຍຊື່ຜູ້ມີສິດແຂ່ງຂັນໃນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ໂດຍມີຜູ້ສະໝັກຈາກພາກເອກກະຊົນພຽງແຕ່ 5 ຄົນເທົ່ານັ້ນຈາກທັງໝົດ 190 ຄົນ.

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວພາຍໃຕ້
ການເປັນປະທານຂອງທ່ານບຸນຍັງ ວໍລະຈິດ ຮອງປະທານ
ປະເທດລາວນັ້ນ ໄດ້ປະກາດລາຍຊື່ບຸກຄົນທີ່ຜ່ານການຄັດ
ເລືອກ ແລະກໍໄດ້ຮັບອານຸຍາດໃຫ້ລົງສະໝັກແຂ່ງຂັນໃນ
ການເລືອກຕັ້ງເປັນສະມາຊິກແຫ່ງຊາດຊຸດທີ 7 ຢ່າງເປັນ ທາງການແລ້ວໃນຕົ້ນເດືອນມີນາ 2011 ນີ້.

ທັງນີ້ໂດຍເມື່ອພິຈາລະນາຈາກບັນຊີລາຍຊື່ດັ່ງກ່າວແລ້ວນັ້ນ
ກໍພົບວ່າ ຈໍານວນຜູ້ທີ່ໄດ້ຮັບອະນຸຍາດໃຫ້ລົງສະໝັກແຂ່ງ
ຂັນທັງໝົດ 190 ຄົນໃນ 17 ເຂດເລືອກຕັ້ງໃນທົ່ວປະເທດ
ລາວນັ້ນ ກໍປາກົດວ່າເປັນຜູ້ສະໝັກຈາກສູນກາງ 47 ຄົນ. ສ່ວນທີ່ເຫຼືອ 143 ຄົນນັ້ນເປັນຜູ້
ສະໝັກຈາກລະດັບທ້ອງຖິ່ນ ແລະຈາກຈໍານວນຜູ້ສະໝັກທັງໝົດດັ່ງກ່າວກໍເປັນຜູ້ສະໝັກເພດ
ຍິງ 47 ຄົົນໂດຍ 12 ຄົນເປັນຜູ້ສະໝັກຈາກສູນກາງ ແລະສ່ວນໃຫຍ່ກໍເປັນບຸກຄະລາກອນ
ຂອງພັກ-ລັດ ເນື່ອງຈາກວ່າມີຜູ້ສະໝັກຈາກພາກເອກກະຊົນທີ່ໄດ້ຮັບອານຸຍາດໃຫ້ລົງສະໝັກ
ແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ພຽງແຕ່ 5 ຄົນເທົ່ານັ້ນ.

ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ
ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ

ສໍາລັບພາກສ່ວນທີ່ມີອໍານາດຕັດສິນໃຈຄັດເລືອກ ແລະອະນຸ
ຍາດໃຫ້ບຸກຄົນໃດມີສິດລົງສະໝັກແຂ່ງຂັນໃນການເລືອກຕັ້ງ
ເປັນສະມາຊິກສະພາແຫ່ງຊາດລາວໄດ້ນັ້ນກໍຄືຄະນະກໍາມະ
ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ
ຢູ່ທັງໝົດ 11 ທ່ານ ຊຶ່ງມີທ່ານຈູມມະລີ ໄຊຍະສອນເປັນປະ
ທານ ແລະກໍເປັນເລຂາທິການໃຫຍ່ຂອງພັກອີກດ້ວຍນັ້ນເອງ.

ນອກຈາກນີ້ ການທີ່ຜູ້ສະໝັກສ່ວນໃຫຍ່ຕ້ອງເປັນບຸກຄະລາ
ກອນຂອງພັກນັ້ນ ກໍຍ້ອນວ່າບົດບາດ ແລະໜ້າທີ່ທີ່ສໍາຄັນ
ປະການນຶ່ງຂອງສະມາຊິກສະພາແຫ່ງຊາດລາວນັ້ນ ກໍຄືການປະຕິບັດຕາມມະຕິແລະແນວ
ທາງນະໂຍບາຍຂອງພັກ ດັ່ງທີ່ທ່ານບໍ່ແສງຄໍາ ວົງດາລາ ເລຂາພັກກະຊວງແຫລງຂ່າວແລະ
ວັດທະນະທໍາ ໄດ້ຖະແຫຼງຊີ້ແຈງວ່າ:

“ການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ ເນື້ອແທ້ກໍແມ່ນການສືບຕໍ່ປະຕິບັດພາລະ ກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ທັງເປັນການສືບຕໍ່ຜັນຂະຫຍາຍ ຈັດ
ຕັ້ງປະຕິບັດມະຕິຂອງກອງປະຊຸມໃຫມ່ຄັ້ງທີ 9 ຂອງພັກທີ່ຈະມາເຖິງນີ້. ການ ເລືອກຕັ້ງໃນຄັ້ງນີ້ຍັງເປັນການຍົກສູງຄຸນນະພາບຂອງການຄຸ້ມຄອງລັດ ຄຸ້ມຄອງ
ເສດຖະກິດ ສັງຄົມ ດ້ວຍກົດໝາຍຂອງອໍານາດລັດຂອງພວກເຮົາໃຫ້ນັບມື້ນັບ
ສູງຂຶ້ນ”

ທ່ານບໍ່ແສງຄໍາ ວົງດາລາ ເລຂາພັກກະຊວງ ຖະແຫລງຂ່າວ ແລະວັດທະນາທໍາ
ທ່ານບໍ່ແສງຄໍາ ວົງດາລາ ເລຂາພັກກະຊວງ ຖະແຫລງຂ່າວ ແລະວັດທະນາທໍາ

ການເລືອກຕັ້ງສະມາຊິກສະພາ
ແຫ່ງຊາດລາວຊຸດທີ 7 ກໍາໜົດ
ທີ່ຈະມີຂື້ນຢ່າງເປັນທາງການໃນ
ວັນທີ່ 30 ເມສາປີນີ້ຊຶ່ງປະກອບ
ມີທັງໝົດ 17 ເຂດເລືອກຕັ້ງທັງ
ໃນເຂດນະຄອນວຽງຈັນແລະໃນ
16 ແຂວງທົ່ວປະເທດລາວໂດຍ
ປະຊາຊົນລາວທີ່ມີອາຍຸຄົບ 18
ປີຂຶ້ນໄປກໍຈະເປັນຜູ້ທີ່ມີສິດ ໃນ
ການເລືອກຕັ້ງເອົາສະມາຊິກສະ
ພາແຫ່ງຊາດລາວຊຸດໃໝ່ ຊຶ່ງໄດ້
ມີການເພີ່ມຈໍານວນຂື້ນຈາກຊຸດ
ທີ່ 6 ທີ່ມີຈໍານວນສະມາຊິກທັງໝົດ 115 ຄົນ ໂດຍເພີ່ມຂື້ນເປັນ 132 ຄົນ ເນື່ອງຈາກວ່າ ຈໍານວນປະຊາກອນລາວໄດ້ເພີ່ມຂຶ້ນນັ້ນເອງ.

ແຕ່ງຢ່າງໃດກໍ່ຕາມ ເຖິງແມ່ນວ່າການເພີ່ມຈໍານວນສະມາຊິກສະພາແຫ່ງຊາດລາວດັ່ງກ່າວ
ນີ້ ຈະຍຶດຖືຕາມຫຼັກເກນທີ່ວ່າ ສະມາຊິກສະພາແຫ່ງຊາດລາວ 1 ຄົນຕໍ່ປະຊາກອນລາວ
ທຸກໆ 50,000 ຄົນກໍຕາມ ແຕ່ວ່າສໍາລັບໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ
ຊຸດທີ 7 ນີ້ ກໍໄດ້ກໍາໜົດໄວ້ວ່າ ໃນແຕ່ລະເຂດເລືອກຕັ້ງຫຼືແຕ່ລະແຂວງນັ້ນ ຈະຕ້ອງມີຈໍາ
ນວນສະມາຊິກສະພາແຫ່ງຊາດບໍ່ຕໍ່າກວ່າ 5 ຄົນ ເຖິງແມ່ນວ່າຈະເປັນເຂດທີ່ມີປະຊາກອນ
ບໍ່ເຖິງ 50,000 ຄົນກໍຕາມ, ຊຶ່ງກໍໝາຍຄວາມວ່າແຂວງຂະໜາດນ້ອຍ ເຊັ່ນຜົ້ງສາລີ, ເຊ
ກອງ, ບໍ່ແກ້ວ, ອັດຕະປື, ແລະຫຼວງນໍ້າທານັ້ນ ກໍຍັງຈະມີສະມາຊິກສະພາແຫ່ງຊາດໄດ້
5 ຄົນ. ສ່ວນແຂວງຂະໜາດໃຫຍ່ ເຊັ່ນສະຫວັນນະເຂດ, ນະຄອນວຽງຈັນ ແລະຈໍາປາສັກ
ນັ້ນ ກໍຈະມີສະມາຊິກສະພາແຫ່ງຊາດໄດ້ 17 ຄົນກັບ 15 ຄົນແລະ 12 ຄົນ ຕາມລໍາດັບ.

XS
SM
MD
LG