ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວເຊື່ອໝັ້ນວ່າ ສະມາຊິກສະພາຊຸດທີ 7 ນີ້ ຈະປະຕິບັດໜ້າທີ່ໄດ້ດີ


ຄະນະຜູ້ນໍາສູງສຸດຂອງສະພາແຫ່ງຊາດລາວຊຸດທີ 6 ຊຶ່ງມີສະຊິກ
ທັງໝົດ 115 ຄົນ
ຄະນະຜູ້ນໍາສູງສຸດຂອງສະພາແຫ່ງຊາດລາວຊຸດທີ 6 ຊຶ່ງມີສະຊິກ ທັງໝົດ 115 ຄົນ

ສະມາຊິກຂອງຄະນະກໍາມະການເລືອກຕັ້ງລະດັບຊາດເຊື່ອໝັ້ນວ່າ ຜູ້ທີ່ໄດ້ຮັບການເລືອກ ຕັ້ງໃຫ້ເປັນສະມາຊິກສະພາແຫ່ງຊາດຊຸດທີ 7 ຈະສາມາດປະຕິບັດໜ້າທີ່ໄດ້ຢ່າງມີຄຸນນະ ພາບ ແລະເທົ່າທັນກັບສະຖານະການ.

ທ່ານທອງສີ ອ້ວນລາສີີ ຮອງປະທານຄະນະກວດກາສູນ
ກາງຂອງລັດຖະບານລາວ ໃນຖານະກໍາມະການຄະນະກໍາ
ມະການເລືອກຕັ້ງລະດັບຊາດໄດ້ສະແດງຄວາມເຊື່ອໝັ້ນ
ວ່າ ບຸກຄົນທີ່ຈະໄດ້ຮັບການເລືອກຕັ້ງໃຫ້ເປັນສະມາຊິກ
ສະພາແຫ່ງຊາດລາວຊຸດທີ 7 ທີ່ກໍາໜົດຈະມີຂຶ້ນຢ່າງເປັນ
ທາງການໃນວັນທີ 30 ເມສາ 2011 ນີ້ ຈະສາມາດປະຕິ
ບັດ ໜ້າທີ່ໄດ້ຢ່າງມີຄຸນນະພາບ ແລະປະສິດທິພາບສູງຂຶ້ນ
ກັບທັງຍັງຈະເປັນການປະຕິບັດໜ້າທີ່ໃນດ້ານນິຕິບັນຍັດ
ໄດ້ຢ່າງເທົ່າທັນກັບສະພາການພາຍໃນ ແລະຕ່າງປະເທດ
ອີກດ້ວຍ.

ທັ້ງນີ້ກໍເນື່ອງຈາກວ່າບຸກຄົນທີ່ພັກ ແລະລັດຖະບານລາວໄດ້ຄັດເລືອກໃຫ້ເປັນຜູ້ສະໝັກແຂ່ງ
ຂັນໃນການເລືອກຕັ້ງໃນຄັ້ງນີ້ ຕ່າງກໍເປັນບຸກຄົນທີ່ມີຄຸນສົມບັດຢ່າງຄົບຖ້ວນຕາມທີ່ພັກກໍາ
ໜົດໄວ້ ດັ່ງທີ່ທ່ານທອງສີ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:

ທ່ານທອງສີ ອ້ວນລາສີີ ຮອງປະທານ ຄະນະກວດກາສູນກາງຂອງລັດຖະບານລາວ
ທ່ານທອງສີ ອ້ວນລາສີີ ຮອງປະທານ ຄະນະກວດກາສູນກາງຂອງລັດຖະບານລາວ

“ຜູ້ສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກ
ສະພາແຫ່ງຊາດ ຕ້ອງມີມາດຕະຖານ
ເງື່ອນໄຂເປັນຄົນລາວທີ່ມີສັນຊາດລາວ
ມີນໍ້າໃຈຮັກຊາດ ຮັກລະບອບປະຊາທິປະ
ໄຕປະຊາຊົນ ມີຄວາມຈົງຮັກດີຕໍ່ແນວ
ທາງການປ່ຽນແປງໃໝ່ຂອງພັກ ຕໍ່ປະ
ເທດຊາດ ແລະຮັບໃຊ້ຜົນປະໂຫຍດຂອງ
ປະຊາຊົນຢ່າງແທ້ຈິງ ມີແບບແຜນເຮັດ
ວຽກທີ່ຕິດພັນກັບຮາກຖານ ມີຄວາມຮູ້
ຄວາມສາມາດອັນແນ່ນອນເພື່ອສາມາດ
ຄົ້ນຄວ້າ ແລະປະກອບຄວາມຄິດເຫັນ
ເຂົ້າໃນການປະຕິບັດສິດ ແລະໜ້າທີ່
ຂອງສະມາຊິກສະພາແຫ່ງຊາດ”

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວ ພາຍໃຕ້ການເປັນປະທານຂອງທ່ານບຸນຍັງ
ວໍລະຈິດ ຮອງປະທານປະເທດລາວນັ້ນ ໄດ້ປະກາດລາຍຊື່ບຸຄົນທີ່ຜ່ານການຄັດເລືອກແລະ ກໍໄດ້ຮັບອານຸຍາດໃຫ້ລົງສະໝັກແຂ່ງຂັນ ໃນການເລືອກຕັ້ງເປັນເປັນສະມາຊິກສະພາແຫ່ງ
ຊາດລາວຊຸດທີ່ 7 ຢ່າງເປັນທາງການເມື່ອຕົ້ນເດືອນມີນາ 2011 ນີ້.

ໂດຍມີຜູ້ທີ່ໄດ້ຮັບອະນຸຍາດໃຫ້ສະໝັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ ຈໍານວນທັງໝົດ
190 ຄົນໃນ 17 ເຂດເລືອກຕັ້ງໃນທົ່ວປະເທດລາວ ຊຶ່ງກໍປາກົດວ່າເປັນຜູ້ສະໝັກຈາກສູນ
ກາງ 47 ຄົນ. ສ່ວນທີ່ເຫຼືອ 143 ຄົນເປັນຜູ້ສະໝັກຈາກລະດັບທ້ອງຖິ່ນ ແລະຈາກຈໍານວນ
ຜູ້ສະໝັກທັງໝົດດັ່ງກ່າວ ກໍເປັນຜູ້ສະໝັກເພດຍິງ 47 ຄົົນ. ໂດຍຜູ້ສະໝັກສ່ວນໃຫຍ່ກໍເປັນ
ບຸກຄະລາກອນຂອງພັກ-ລັດ ເນື່ອງຈາກວ່າ ມີຜູ້ສະໝັກຈາກພາກເອກກະຊົນທີ່ໄດ້ຮັບອານຸ
ຍາດໃຫ້ລົງສະໝັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ພຽງແຕ່ 5 ຄົນເທົ່ານັ້ນ.

ສ່ວນຄຸນນະສົມບັດໃນດ້ານການສຶກສາຂອງຜູ້ສະໝັກນັ້ນ ກໍປາກົດວ່າມີຢູ່ເຖິງ 168 ຄົນ
ທີ່ຈົບການສຶກສາຕັ້ງແຕ່ລະດັບສູງໄປຈົນເຖິງປະລິນຍາເອກ ໂດຍມີພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບການສຶກສາລະດັບຂັ້ນຕົ້ນ ແລະລະດັບກາງ. ນອກຈາກນີ້ ກໍມີຜູ້ສະໝັກທີ່ອາຍຸເກີນ
ກວ່າ60 ປີຂຶ້ນໄປພຽງແຕ່ 21 ຄົນເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸລະຫວ່າງ 45-60 ປີ
ແລະ ໃນຈໍານວນຜູ້ສະໝັກທັງໝົດ 190 ຄົນດັ່ງກ່າວນີ້ ກໍເປັນສະມາຊິກສະພາແຫ່ງຊາດ
ລາວຊຸດທີ 6 ຢູ່ແລ້ວຈໍານວນ 45 ຄົນອີກດ້ວຍ.

ກອງປະຊຸມສະພາແຫ່ງຊາດລາວ ສະໄໝສາມັນຄັ້ງ ທີ 10 ທີ່ໄດ້ເລືອກຕັ້ງເອົາທ່ານທອງສິງ ທໍາມະວົງ ເປັນນາຍົກລັດຖະມົນຕີໃນວັນທີ 23 ທັນວາ, 2010
ກອງປະຊຸມສະພາແຫ່ງຊາດລາວ ສະໄໝສາມັນຄັ້ງ ທີ 10 ທີ່ໄດ້ເລືອກຕັ້ງເອົາທ່ານທອງສິງ ທໍາມະວົງ ເປັນນາຍົກລັດຖະມົນຕີໃນວັນທີ 23 ທັນວາ, 2010

ການເລືອກຕັ້ງສະມາຊິກສະພາ
ແຫ່ງຊາດລາວຊຸດທີ 7 ກໍາໜົດ
ຈະມີຂຶ້ນຢ່າງເປັນທາງການໃນ
ວັນທີ່ 30 ເມສາປີນີ້ ຊຶ່ງປະ
ກອບມີທັງໝົດ 17 ເຂດເລືອກ
ຕັ້ງທັງໃນເຂດນະຄອນວຽງຈັນ
ແລະໃນເຂດ 16 ແຂວງທົ່ວປະ
ເທດລາວ ໂດຍປະຊາຊົນລາວ
ທີ່ມີອາຍຸຄົບ 18 ປີຂຶ້ນໄປກໍຈະ
ເປັນຜູ້ທີ່ມີສິດໃນການເລືອກ
ຕັ້ງເອົາສະມາຊິກສະພາແຫ່ງ
ຊາດລາວຊຸດໃໝ່. ສ່ວນຄົນ
ລາວໃນຕ່າງປະເທດທີ່ມີສິດເລືອກຕັ້ງນັ້ນ ກໍສາມາດຈະໃຊ້ສິິດຂອງຕົນໄດ້ທີ່ສະຖານທູດແລະ
ສະຖານກົງສູນຂອງລາວໃນວັນທີ 30 ເມສາເຊັ່ນດຽວກັນ.

ທັ້ງນີ້ໂດຍສະພາແຫ່ງຊາດລາວຊຸດທີ 7 ນີ້ ຈະມີສະມາຊິກທັງໝົດ 132 ຄົນ ຊຶ່ງເພີ່ມຂຶ້ນ
ຈາກຊຸດທີ 6 ທີ່ມີຈໍານວນສະມາຊິກທັງໝົດ 115 ຄົນ ເນື່ອງຈາກວ່າຈໍານວນປະຊາກອນ
ລາວໄດ້ເພີ່ມຂຶ້ນຈາກເມື່ອ 5 ປີ ກ່ອນ.

ໂດຍສໍາລັບໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ່ 7 ນີ້ ໄດ້ກໍາໜົດໄວ້ວ່າ
ໃນແຕ່ລະເຂດເລືອກຕັ້ງ ຫຼືແຕ່ລະແຂວງນັ້ນ ຈະຕ້ອງມີຈໍານວນສະມາຊິກສະພາແຫ່ງຊາດ
ບໍ່ຕໍ່າກວ່າ 5 ຄົນ ເຖິງແມ່ນວ່າ ຈະມີປະຊາກອນບໍ່ເຖິງ 50,000 ຄົນກໍຕາມ. ສ່ວນເຂດທີ່ ມີສະມາຊິກສະພາແຫ່ງຊາດຫຼາຍທີ່ສຸດນັ້ນກໍຄື ແຂວງສະຫວັນນະເຂດ ຕິດຕາມດ້ວຍນະ
ຄອນວຽງຈັນ ແລະຈໍາປາສັກຕາມລໍາດັບ.

XS
SM
MD
LG