ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວ ຍອມຮັບ​ວ່າ ​ເປັນ​ການ​ຍາກ​ ທີ່ຈະບັນລຸ​ເປົ້າໝາຍ ​ໃນການ​ເຮັດ​ໃຫ້​ລາວ ປອດ​ຢາ​ເສບ​ຕິດ​ໄດ້​ ໃນ​ປີ 2015


ພົນ​ຈັດຕະວາ​ສົມ​ແກ້ວ ສີ​ລາ​ວົງ ຮັກສາ​ການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໄດ້​ຖະ​ແຫລ​ງ ຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍໃນ​ການ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ ທີ່​ປອດ​ຈາກ​ບັນຫາ​ຢາ​ເສບຕິດ​ໄດ້.
ພົນ​ຈັດຕະວາ​ສົມ​ແກ້ວ ສີ​ລາ​ວົງ ຮັກສາ​ການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໄດ້​ຖະ​ແຫລ​ງ ຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍໃນ​ການ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ ທີ່​ປອດ​ຈາກ​ບັນຫາ​ຢາ​ເສບຕິດ​ໄດ້.

ລັດຖະມົນຕີ ​ໄດ້​ຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ຈະ​ດຳ​ເນີນ
​ມາດ​ຕະການ​ປາບ​ປາມ ​ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ຂອງ​ອາ​ຊ່ຽນ ​ໃນ
​ການ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ ​ທີ່​ປອດ​ຢາ​ເສບ​ຕິດ​ໄດ້​ໃນ​ປີ 2015.

ພົນ​ຈັດຕະວາ​ສົມ​ແກ້ວ ສີ​ລາ​ວົງ ຮັກສາ​ການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​
ສະ​ຫງົບ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ
​ໃນ​ການ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ ທີ່​ປອດ​ຈາກ​ບັນຫາ​ຢາ​ເສບຕິດ​ໄດ້ ​ໃນ​ປີ 2015 ທີ່​ຖື​
ເປັນ​ເປົ້າໝາຍ​ຮ່ວມ​ກັນ​ ຂອງ​ປະ​ເທດ​ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ທັງ 10 ປະ​ເທດ​.

ທັງ​ນີ້ ​ໂດຍ​ເຖິງ​ແມ່ນ​ວ່າ ທາງ​ການ​ລາວ​ຈະ​ໄດ້​ດຳ​ເນີນ​ ມາດ​ຕະການ​ປາບ​ປາມ​ຢ່າງ​ໜັກ​
ກໍ​ຕາມ ຫາກ​ແຕ່​ວ່າ ກໍ​ບໍ່​ສາມາດ​ຈະ​ທຳລາຍ​ເຄືອ​ຂ່າຍ ການ​ຄ້າ​ຢາ​ເສບ​ຕິດ​ ໃຫ້​ໝົດ​ໄປ​
ໄດ້​ເລີຍ ​ເນື່ອງ​ຈາກ​ວ່າ ຜູ້​ຕ້ອງ​ຫາ​ໃນ​ຄະດີ​ຢາ​ເສບ​ຕິດ ທີ່​ຖືກ​ຈັບ​ກຸມ​ນັ້ນ ຈະ​ບໍ່​ຍອມ​ໃຫ້​ຂໍ້​
ມູນ​ທີ່​ເຊື່ອມ​ໂຍງ​ໄປ​ເຖິງ​ ສະມາຊິກ​ຄົນ​ອື່ນໆ ​ໃນ​ເຄືອ​ຂ່າຍ ຂອງ​ພວກ​ເຂົາ​ເຈົ້າ​ເລີຍ ດັ່ງ​ທີ່
ພົນ​ຈັດຕະວາ​ສົມ​ແກ້ວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເລື້ອງ​ຊອກ​ຜູ້ຊັດ​ທອດ​ນະ ຢາກ​ຮູ້​ບ່ອນ​ກົກ ມັນ​ເອົາ​ມາ ​ແລະ​ບ່ອນ​ໄປ ມັນ​ສິ​ໄປ​
ໄສ ມັນ​ບໍ່​ບອກ​ເດັດຂາດ ມັນ​ເວົ້າ​ແຕ່​ເອົາ​ມາ​ແຕ່​ທາງ​ເໜືອ ​ແລະ​ຈະ​ເອົາ​ໄປ​ທາງ​
ໃຕ້ ມີ​ແຕ່​ເທົ່າ​ນັ້ນ ຄຳ​ຕອບ​ຂອງ​ມັນ ສະນັ້ນກໍ​ສະ​ແດງ​ວ່າ​ ເຂົາ​ມີ​ຄຳ​ໝັ້ນສັນຍາ​ນຳ
​ກັນ ຈັບ​ແຕ່​ເຈົ້າ ຈະ​ບໍ່ໍບອກ​ເລື້ອງ​ເຮົາ ຈະ​ບໍ່​ຊັດ​ທອດ ມີ​ແນວ​ນັ້ນ ​ໃນ​ຕົວ​ຈິງ​ກໍ​ເປັນ​
ແນວ​ນີ້ ຍາກ​ທີ່​ສຸດ.”

ບັນດາຜູ້ຜະລິດຢາເສບຕິດ ລາຍໃຫຍ່ ທີ່ຖືກເຈົາໜ້າທີ່ ຈັບໂຕໄດ້ພ້ອມກັບ ຂອງກາງ.
ບັນດາຜູ້ຜະລິດຢາເສບຕິດ ລາຍໃຫຍ່ ທີ່ຖືກເຈົາໜ້າທີ່ ຈັບໂຕໄດ້ພ້ອມກັບ ຂອງກາງ.

ທາງ​ດ້ານທ່ານກຸ ຈັນ​ສີນາ ປະທານ​ຄະນະ​ກຳມະການ​ຄວບ​ຄຸມ
​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ທາ​ງ
ການ​ລາວ​ໄດ້​ດຳ​ເນີນ​ມາດຕາ​ການ​ສະກັດ​ກັ້ນ ​ແລະ​ປາບ​ປາມ
ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມງວດ ທັງ​ຍັງ​ໄດ້​ຮ່ວມ​ມື​ກັບ
ປະ​ເ​ທດເພື່ອ​ບ້ານ ​ໃນ​ການ​ສ້າງຕັ້ງໜ່ວຍ​ພິ​ເສດ ​ເພື່ອ​ປະສານ​ງານ
​ໃນ​ການ​ປາບ​ປາມ ຢູ່​ຊາຍ​ແດນ​ເປັນ​ການ ສະ​ເພາະ​ດ້ວຍ ດັ່ງ​ທີ່
​ທ່ານ​ກຸ ​ໄດ້​ເນັ້ນຢ້ຳວ່າ:

“​ເຈົ້າໜ້າ​ທີ່​ຕຳ​ຫລວດ​ໄດ້​ຮ່ວມ​ມື​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂັ້ນ
ຕ່າງໆ ປະຕິບັດ​ໜ້າ​ທີ່​ ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ
ສຳ​ຫລັບ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ ທີ່​ໃກ້​ຄຽງ​ນັ້ນ ພວກ​
ເຮົາ​ໄດ້​ມີ​ກອງ​ປະຊຸມ​ ສອງ​ຝ່າຍ ຫຼາຍຝ່າຍ ​ໃນ​ລະດັບ​ຊາດ ​ແ​ລະ​ລະດັບ​ທ້ອງ​ຖິ່ນ
ນອກຈາກ​ນັ້ນ ພວກ​ເຮົາ​ກໍ​ຍັງ​ໄດ້​ສ້າງຕັ້ງ ໜ່ວຍ​ປະສານ​ງານ​ກວດກາ ​ແລະ​ຄວບ
ຄຸມ​ຢາ​ເສ​ບຕິດ ຕາມ​ຊາຍ​ແດນ ​ໃຫ້​ສາມາດ​ປະຕິບັດ​ວຽກ​ງານ​ໄດ້​ ຢ່າງ​ມີ​ປະສິດ
ທິ​ຜົນ.”

ກ່ອນ​ໜ້າ​ນີ້ ຄະນະ​ກຳມະການ​ຄວບ​ຄຸມ ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ ກໍ​ໄດ້​
ລາຍ​ງານ​ວ່າ ​ເຂດ​ຊາຍ​ແດນ​ທາງບົກ​ລະຫວ່າງ​ລາວ​ ຫວຽດນາມ ​ໄດ້ຖືກ​ຂະ​ບວນການ​ຄ້າ
​ຢາ​ເສບ​ຕິດ​ຂ້າມຊາດ​ສວຍ​ໃຊ້ ​ເປັນ​ເສັ້ນທາງ​ລັກລອບ​ຂົນ​ຢາ​ເສບ​ຕິດ ​ຈາກ​ເຂດ​ສາມ
ຫລ່ຽມ​ຄຳ ​ໄປ​ຕ່າງປະ​ເທດຫຼາຍຂຶ້ນນັບ​ມື້ ​ໂດຍ​ເສັ້ນທາງ​ທີ່​ແກ້ງ​ຄ້າ​ຢາ​ເສບ​ຕິດ​ນຳ​ໃຊ້ຫຼາຍ
ທີ່​ສຸດໃນລາວ ກໍ​ຄື​ຖະໜົນ​ເລກ 13 ຈາກ​ພາກ​ເໜືອ​ຕໍ່​ມາ​ຍັງ​ຖະໜົນເລກ 9 ​ໃນ​ແຂວງ​
ສະຫວັນ​ນະ​ເຂດ ຕໍ່​ໄປ​ຍັງ​ຫວຽດນາມ ​ແລະ​ປະ​ເທດ​ທີ 3 ຕາມ​ລຳດັບ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຂະ​ບວນການ​ຄ້າ​ຢາເສບ​ຕິດ ​ຂ້າມ​ຊາດ​ໄດ້​ຫັນ​ມາ​ໃຊ້​ເຂດ​ແດນລາວ​ ເປັນ​ເສັ້ນທາງ​ໃນ​ການ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມ​ຫລ່ຽມຄຳ ​ໄປ​ຍັງ​ປະ​ເທດ​ທີ
3 ຫຼາຍຂຶ້ນດັ່ງ​ກ່າວ​ນີ້ ຍັງ​ເປັນ​ປັດໄຈ​ສຳຄັນທີ່​ຊຸກຍູ້​ໃຫ້​ເຍົາວະຊົນ​ລາວ​ພາກັນ​ຫັນ​ໄປ​ຊົມໃຊ້​ ຢາ​ເສບ​ຕິດ​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ​ໂດຍ​ສະ​ເພາະ​ແມ່ນ​ການ​ເສບ​ຢາ​ບ້າ​ໃນ​ກຸ່ມ​ນັກຮຽນ
-ນັກ​ສຶກສານັ້ນ ຖື​ເປັນ​ບັນຫາ​ທີ່​ໜ້າ​ເປັນ​ຫ່ວງທີ່​ສຸດ.

ໂດຍ​ເຖິງ​ແມ່ນ​ວ່າ ກະຊວງສຶກສາ​ທິການ ​ແລະ​ກິລາ​ ຈະ​ໄດ້​ພະຍາຍາມ​ແກ້ໄຂ​ບັນຫາດັ່ງກ່າວ ​ແລ້ວ​ກໍຕາມ ​ແຕ່​ກໍ​ຍັງ​ບໍ່​ສາມາດ​ເຮັດ​ໃຫ້​ສະພາບ​ການ​ດີ​ຂຶ້ນ​ໄດ້​ເລີຍ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ການ
​ທີ່​ຄະນະ​ກຳມະການ​ຄວບຄຸມ ​ແລະ​ກວດກາ​ຢາ​ເສ​ບຕິດ​ແຫ່ງ​ຊາດ ​ໄດ້​ສຸ້ມ​ກວດນ້ຳປັດ​ສະວະ ຂອງ​ນັກ​ຮຽນ-ນັກ​ສຶກສາ ​ໂດຍ​ບໍ່​ໄດ້​ມີ​ການ​ແຈ້ງ​ລ່ວງ​ໜ້າ​ຢູ່​ໃນ​ເຂດ 145 ​ເມືອງ ​ເມື່ອປີ 2012 ທີ່​ພົບ​ວ່າ ​ມີ​ນັກຮຽນ-ນັກ​ສຶກສາ​ ຈຳນວນຫຼາຍກວ່າ 6 ໝື່ນ​ຄົນ ​ທີ່​ໃຊ້​ຢາ​ເສບ​ຕິດ ສ່ວນ​ການ​ສຸ້ມ
ກວ​ດ​ໃນ​ປີ 2013 ກໍ​ພົບ​ວ່າ ​ມີ​ນັກຮຽນ-ນັກສຶກສາລາວ ທີ່ຊົມໃຊ້ຢາເສບຕິດນັ້ນ ກໍເພີ້ມຂຶ້ນ ເປັນຫຼາຍກວ່າ 8 ໝື່ນຄົນອີກດ້ວຍ.

ຍິ່ງໄປກວ່ານັ້ນ ກໍຍັງເຮັດໃຫ້ເຊື່ອວ່າ ມີເຍົາວະຊົນລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ
ຫຼາຍຂຶ້ນ ເພາະການສຳຫລວດເມື່ອທ້າຍປີ 2013 ພົບວ່າມີເຍົາວະຊົນລາວເກີນກວ່າ
245,000 ຄົນ ທີ່ຢູ່ໃນສິ່ງແວດລ້ອມ ທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບ
ຢາເສບຕິດນັ້ນເອງ.

XS
SM
MD
LG