ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວມີລາຍໄດ້ ຈາກຊັບພະຍາກອນທໍາມະຊາດ ຫຼາຍຂຶ້ນ


ແຜ່ນທອງແດງ ທີ່ຜະລິດຈາກແຮ່ທີ່ຂຸດມາຈາກບໍທອງແດງ ຢູ່ເຊໂປນ.
ແຜ່ນທອງແດງ ທີ່ຜະລິດຈາກແຮ່ທີ່ຂຸດມາຈາກບໍທອງແດງ ຢູ່ເຊໂປນ.

ລັດຖະບານລາວມີລາຍໄດ້ ຈາກຊັບພະຍາກອນທໍາມະຊາດ ຫຼາຍຂຶ້ນ ໂດຍສະເພາະ ແມ່ນລາຍຮັບ ຈາກບໍ່ຄໍາແລະທອງແດງ ຢູ່ເມືອງເຊໂປນ ແລະວີລະບຸລີ ໃນແຂວງ ສະຫວັນນະເຂດ.


ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ
ໄດ້ຖະແຫຼງຢືນຢັນວ່າ ການຈັດເກັບລາຍຮັບເຂົ້າງົບປະມານ
ຂອງລັດຖະບານລາວໃນໄລຍະ 8 ເດືອນ ຂອງແຜນການ
ປະຈໍາປີ 2011-2112 ນີ້ ສາມາດປະຕິບັດໄດ້ແລ້ວ ຄິດເປັນ
72.03% ຂອງແຜນການປີ ໂດຍເພີ່ມຂຶ້ນເຖິງ 17.21%
ເມື່ອທຽບກັບໄລຍະດຽວກັນ ຂອງແຜນການປະຈໍາປີ 2010-
2011 ທີ່ຜ່ານມານັ້ນ.

ລາຍຮັບທີ່ສາມາດຈັດເກັບໄດ້ດີທີ່ສຸດ ແລະກໍຖືວ່າເປັນລາຍໄດ້
ຫຼັກຂອງລັດຖະບານລາວດ້ວຍນັ້ນ ກໍຄືລາຍຮັບຈາກສ່ວຍສາອາ
ກອນ ຊຶ່ງໃນນີ້ກໍລວມເຖິງລາຍຮັບ ທີ່ໄດ້ຈາກຊັບພະຍາກອນທໍາ
ມະຊາດອີກດ້ວຍ ໂດຍສະເພາະແມ່ນອາກອນກໍາໄລ ຈາກບໍ່ຄໍາ
ແລະທອງແດງ ຢູ່ເມືອງເຊໂປນ ແລະວີລະບຸລີ ໃນແຂວງສະຫວັນ
ນະເຂດ ນັ້ນຖືເປັນແຫຼ່ງລາຍຮັບທີ່ສໍາຄັນຂອງລັດຖະບານລາວ ດັ່ງທີ່ທ່ານພູເພັດ ຄໍາພູນວົງ
ໄດ້ຖະແຫຼງຢືນຢັນວ່າ:

“ການປະຕິບັດລາຍຮັບງົບປະມານແຫ່ງລັດ 8 ເດືອນຕົ້ນ
ປີ ເຖິງແມ່ນວ່າລາຍຮັບ ຈາກບາງຂະແໜງການຍັງບໍ່ບັນລຸ
ໄດ້ຕາມແຜນການ ແຕ່ມີບາງຂະແໜງການກໍສາມາດປະຕິ
ບັດໄດ້ເກີນແຜນ ອັນທີ່ພົ້ນເດັ່ນແມ່ນລາຍຮັບອາກອນກໍາ
ໄລຈາກຊັບພະ ຍາກອນທໍາມະຊາດຈາກບໍ່ຄໍາເຊໂປນ ແມ່ນພວກເຮົາສາມາດເກັບໄດ້ 165 ລ້ານ ໂດລາ ຈຶ່ງເຮັດ
ໃຫ້ລາຍຮັບສ່ວຍສາອາກອນສາມາດປະຕິບັດໄດ້ເຖິງ
80.36 ຂອງແຜນການປີ”


ແຕ່ຢ່າງໃດກໍຕາມ ທ່ານສະໝານ ອະເນກາ ຜູ້ອໍານວຍການ
ບໍລິສັດລ້ານຊ້າງມິເນີຣາລ ຈໍາກັດ ຊຶ່ງເປັນກຸ່ມຜູ້ລົງທຶນໃນການ ຂຸດຄົ້ນບໍ່ແຮ່ຄໍາ ແລະ
ທອງແດງ ຢູ່ໃນເຂດເມືອງເຊໂປນ ແລະ ເມືອງວີລະບຸລີດັ່ງກ່າວ ກໍໄດ້ອອກມາຍອມຮັບ
ເມື່ອບໍ່ດົນມານີ້ວ່າ ການຂຸດຄົ້ນແຮ່ຄໍາໃນຕະຫຼອດໄລຍະ 10 ປີຜ່ານມາ ໄດ້ເປັນຜົນ ເຮັດໃຫ້ແຮ່ຄໍາຢູ່ໃນເຂດສໍາປະທານ ຫລຸດປະລິມານລົງຢ່າງຕໍ່ເນື່ອງ. ຜົນຈາກການ
ສໍາຫຼວດຫລ້າສຸດ ເຮັດໃຫ້ສາມາດປະເມີນໄດ້ວ່າ ປະລິມານແຮ່ຄໍາທີ່ເຫຼືອຢູ່ໃນເວລານີ້ ຈະຖືກຂຸດຄົ້ນຂື້ນມາຈົນໝົດ ພາຍໃນ ປີ 2013.


ຊຶ່ງກໍໝາຍຄວາມວ່າ ຖ້າຫາກພາຍໃນປີ 2013 ຍັງຄົງບໍ່ມີການ
ສໍາຫຼວດພົບແຮ່ຄໍາແຫຼ່ງໃໝ່ນັ້ນ ກໍຍ່ອມຈະເປັນຜົນເຮັດໃຫ້ບໍ່
ແຮ່ເຊໂປນ ຍັງເຫຼືອພຽງ ຜົນຜະລິດຈາກແຮ່ທອງແດງເທົ່ານັ້ນ
ນັບຈາກປີ 2014 ເປັນຕົ້ນໄປ. ສ່ວນແຮ່ຄໍາ ທີ່ຍັງເຫຼືອຢູ່ໃນ
ເວລານີ້ ກໍຄາດວ່າ ຈະມີປະລິມານພຽງບໍ່ເກີນ 65,000 ອອນຊ໌
ໃນປີ 2012 ນີ້ ແລະກໍຈະຫລຸດລົງເຫຼືອພຽງແຕ່ 60,000
ອອນຊ໌ ເທົ່ານັ້ນ ໃນປີ 2013.

ສໍາລັບໃນປີ 2011 ທີ່ຜ່ານມານັ້ນ ບໍລິສັດລ້ານຊ້າງມິເນີຣາລ
ຈໍາກັດ ກໍສາມາດຂຸດຄົ້ນແຮ່ຄໍາໄດ້ ໃນປະລິມານ 74,484
ອອນຊ໌ ແລະຂຸດຄົ້ນແຮ່ທອງແດງໄດ້ 78,859 ໂຕນ ຫຼືເພີ່ມຂຶ້ນຈາກປີ 2010 ຄິດເປັນ ສັດສ່ວນເຖິງ 23% ຊຶ່ງກໍເຮັດໃຫ້ ເຊື່ອໝັ້ນວ່າຜົນຜະລິດແຮ່ທອງແດງໃນປີ 2012 ນີ້ ຈະມີປະລິມານລວມບໍ່ໜ້ອຍກວ່າ 80,000 ໂຕນຢ່າງແນ່ນອນ.

ນອກຈາກນີ້ ບໍລິສັດລ້ານຊ້າງມິເນີຣາລ ຈໍາກັດ ກໍຍັງໄດ້ລາຍງານດ້ວຍວ່າໃນປີ 2011 ທີ່ ຜ່ານມາໄດ້ຊໍາລະພັນທະຕ່າງໆໃຫ້ແກ່ລັດຖະບານລາວ ຄິດເປັນມູນຄ່າລວມ 205 ລ້ານ ໂດລາ ໂດຍລວມເຖິງ ເງິນປັນຜົນຈາກການຮ່ວມລົງທຶນຂອງລັດຖະບານລາວໃນມູນຄ່າ
15 ລ້ານ ໂດລາອີກດ້ວຍ ແຕ່ຖ້າຫາກຄິດໄລ່ນັບຈາກທີ່ໄດ້ເລີ່ມການຂຸດຄົ້ນໃນໄລຍະ 10 ປີມານີ້ ກໍຈະເວົ້າໄດ້ວ່າ ລັດຖະບານລາວໄດ້ຮັບຜົນປະໂຫຍດ ຄິດເປັນມູນຄ່າລວມຫລາຍ
ກວ່າ 800 ລ້ານໂດລາແລ້ວ.

ແຕ່ຢ່າງໃດກໍຕາມ ບັນຫາທີ່ອົງການອະນຸລັກຊັບພະຍາກອນທໍາມະຊາດລະດັບສາກົນ
ມີຄວາມເປັນຫ່ວງຫຼາຍຂຶ້ນທີ່ສຸດ ຕໍ່ການຂຸດຄົ້ນແຮ່ທາດຢູ່ໃນລາວ ໃນທຸກມື້ນີ້ກໍຄື ບັນຫາຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ ທີ່ຈະສົ່ງຜົນກະທົບຕໍ່ເນື່ອງເຖິງ ສະພາບຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ.

ປັດຈຸບັນນີ້ ລັດຖະບານລາວໄດ້ໃຫ້ສໍາປະທານການສໍາຫຼວດແລະຂຸດຄົ້ນແຮ່ທາດແກ່
ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດໄປ ແລ້ວເຖິງ 184 ບໍລິສັດ.
XS
SM
MD
LG