ບັນດາຜູ້ແທນຈາກຍີ່ປຸ່ນ ແລະ ເກົາຫຼີເໜືອ ໄດ້ພົບປະກັນຢູ່ໃນ
ພາກຕາເວັນອອກສຽງເໜືອຂອງຈີນ ເພື່ອທຳການໂອ້ລົມສົນ
ທະນາກັນເລື້ອງການລັກຈັບໂຕພົນລະເມືອງຍີ່ປຸ່ນໄປ ໂດຍ
ພວກສາຍລັບເກົາຫຼີເໜືອ ເມື່ອຫຼາຍທົດສະວັດຜ່ານມາແລ້ວ
ນັ້ນ.
ໃນລະຫວ່າງການພົບປະກັນເປັນເວລານຶ່ງມື້ ທີ່ເມືອງ Shen
yang ໃນວັນຈັນມື້ນີ້ ທ່ານ Junichi Ihara ນັກການທູດຂັ້ນ
ສູງສຸດຂອງຍີ່ປຸ່ນ ທີ່ກຳກັບນຳກິດຈະການເອເຊຍ ໄດ້ຮຽກຮ້ອງ
ໃຫ້ຄູ່ຕຳແໜ່ງ ທ່ານ Jong Il Ho ດຳເນີນການສືບສວນສອບ
ສວນຢ່າງຮອບດ້ານ ກ່ຽວກັບການລັກພາໂຕຜູ້ຄົນເຫຼົ່ານີ້ໄປ
ໃນປາງສົງຄາມເຢັນ ແລະໃຫ້ແຈ້ງຜົນຂອງການສືບສວນໃຫ້ຊາບໂດຍໄວ.
ເກົາຫຼີເໜືອແມ່ນໄດ້ມີກຳນົດທີ່ຈະຕ້ອງ ເປີດເຜີຍລາຍງານສະບັບທຳອິດຂອງຕົນ ກ່ຽວກັບ
ຜົນການສືບສວນສອບສວນໃຫ້ຊາບໃນເວລານີ້ແລ້ວ ແຕ່ພຽງຢາງໄດ້ແຈ້ງໃຫ້ໂຕກຽວຊາບ
ວ່າ ການສືບສວນສອບສວນຍັງຢູ່ໃນຂັ້ນຕົ້ນຢູ່ ແລະເກົາຫຼືເໜືອຈະບໍ່ສາມາດສະໜອງລາຍ
ລະອຽດໃດໆໃຫ້ໄດ້ໃນເວລານີ້.
ເກົາຫຼີເໜືອໄດ້ຍອມຮັບວ່າ ຕົນໄດ້ລັກຈັບໂຕພົນລະເມືອງຍີ່ປຸ່ນໄປໃນ ຊຸມປີ 1970 ເພື່ອໄປເຝິກແອບພວກສາຍລັບຂອງຕົນ. ເກົາຫຼີເໜືອໄດ້ສົ່ງພົນລະເມືອງຍີ່ປຸ່ນ 5 ຄົນຄືນໃຫ້ຍີ່ປຸ່ນ ແຕ່ອ້າງວ່າ ຈຳນວນສິບກວ່າຄົນ ໄດ້ເສຍຊີວິດໄປແລ້ວ.