ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລຮຽກຮ້ອງ ໃຫ້ຕັ້ງ ກໍານົດເສັ້ນຕາຍ ແກ່ອີຣ່ານ (ວີດິໂອ)


ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ
ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Nethayahu
ເວົ້າວ່າ ພວກຜູ້ນໍາອີຣ່ານນັ້ນ ແມ່ນໄດ້ຖືກຊີ້ນໍາໂດຍ “ຄວາມບ້າ
ຄັ່ງ” ແລະໂລກຕ້ອງໄດ້ຊຸກດັນແຮງຂຶ້ນກວ່າເກົ່າ ເພື່ອຍຸດຕິລັດຖະ
ບານກຸງເທຣ່ານ ບໍ່ໃຫ້ມີອາວຸດນີວເຄລຍ.

ຢູ່ໃນການໃຫ້ສໍາພາດ ທີ່ອອກອາກາດໃນວັນອາທິດມື້ນີ້ ໃນລາຍ
ການ “Meet the Press” ຂອງໂທລະພາບຊ່ອງ NBC ຂອງສະ
ຫະລັດນັ້ນ ທ່ານ Nethayahu ບໍ່ເຫັນພ້ອມນໍາຜູ້ທີ່ເວົ້າວ່າ ການ
ເຮັດສົງຄາມກັບອີຣ່ານ ແມ່ນຍິ່ງເລວຮ້າຍໄປກວ່າການທີ່ອີຣ່ານ
ມີອາວຸດນີວເຄລຍ.

ລັດຖະບານຂອງທ່ານໂອບາມາ ໄດ້ຄັດຄ້ານຕໍ່ຄໍາຮຽກຮ້ອງຂອງ
ອິສຣາແອລ ທີ່ໃຫ້ຕັ້ງກໍານົດເສັ້ນຕາຍແກ່ອີຣ່ານ ເພື່ອໃຫ້ອິຣ່ານ
ເຊົາການດໍາເນີນງານໃນໂຄງ ການນີວເຄລຍຂອງຕົນ ທີ່ອິສຣາແອລ ແລະປະເທດມະຫາ
ອໍານາດຝ່າຍຕາເວັນຕົກ ສົງໄສວ່າມີຈຸດປະສົງເພື່ອຜະລິດອາວຸດປາລະມະນູນັ້ນ.

ອິສຣາແອລມອງເຫັນວ່າ ປະເທດອີຣ່ານທີ່ມີອາວຸດນີວເຄລຍນັ້ນ ເປັນໄພຂົ່ມຂູ່ຕໍ່ການ
ດໍາລົງຄົງຢູ່ຂອງຕົນ ແລະປະຕິເສດຕໍ່ການຕັດອອກຄວາມເປັນໄປໄດ້ໃນການເຄື່ອນ
ໄຫວທາງທະຫານ ຕໍ່ສະຖານທີນີວເຄລຍຕ່າງໆ ຂອງອີຣ່ານ. ກຸງເທຣ່ານ ໄດ້ຢືນຢັນວ່າ ໂຄງການນີວເຄລຍຂອງຕົນ ແມ່ນມີເປົ້າໝາຍໃນທາງສັນຕິ.

ພວກເຈົ້າໜ້າທີ່ລັດຖະບານຂອງທ່ານໂອບາມາ ໄດ້ເວົ້າຊໍ້າແລ້ວຊໍ້າອີກວ່າ ຍັງມີເວລາຢູ່ ທີ່ຈະໃຊ້ວິທີການທາງການທູດ ແລະການລົງໂທດທາງເສດຖະກິດ ເພື່ອກົດດັນອີຣ່ານ
ໃຫ້ຈະຍຸດຕິການການຫລອມທາດຢູເຣນຽມຄືນໃໝ່ ເພື່ອເພີ້ມສະມັດຖະພາບນັ້ນ.

ເບິ່ງວີດິໂອ ເລື້ອງການກຽມໂຕຮັບມືຂອງສະຫະລັດ ກັບອິຣ່ານ
ໃນເລື້ອງໂຄງການນີວເຄລຍ:


ກ່ຽວຂ້ອງກັນ

XS
SM
MD
LG