ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີ​ໂອ​ເອ ສຳ​ພາດ ອາຈານ ສອນພາສາລາວ ທີ່ສະຖາບັນ ພາສາຕ່າງປະເທດ ສະຫະລັດ


ສະຖາບັນ ສອນພາສາ ຕ່າງປະເທດ ສະຫະລັດ ຫລື Foreign Service Institute (FSI)
ສະຖາບັນ ສອນພາສາ ຕ່າງປະເທດ ສະຫະລັດ ຫລື Foreign Service Institute (FSI)
ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້ ຂ້າພະ​ເຈົ້າ ຂໍ​ແນະ​ນຳ
ໃຫ້​ທ່ານ​ຮູ້ຈັກ​ກັບ ທ່ານ​ສຸຣະສີ ຄຳວົງສາ ​ແລະ ທ່ານ​ບຸນ​ຜົງ
ພົມ​ທະ​ວົງ ອາຈານ​ສອນ​ພາສາ​ ​ແລະ​ວັດທະນະ​ທຳ ລາວ ທີ່
ສະ​ຖາ​ບັນ ພະ​ແນ​ກຕ່າງ​ປະ​ເທດ ສະ​ຫະ​ລັດ ​ຫລື Foreign
Service Institute (FSI) ​ໃນເຂດ ນະ​ຄອນ​ຫລວງ ວໍ​ຊິງ​
ຕັນ ດີ​.ຊີ. ພາສາ​ລາວ ແມ່ນ​ພາ​ສາ​ນຶ່ງ​ໃນຈຳນວນ​ຫລາຍພາ
ສາ​ຂອງ​ໂລກ ທີ່​ຖືກສິດສອນໃຫ້​ແກ່ ບັນດາ​ນັກ​ການ​ທູດສະ
ຫະລັດ ທີ່​ ຕຽ​ມ​ໄປ​ປະ​ຕິບັດ​ງານ​ຢູ່​ ສະຖານ​ທູດ ​ສະ​ຫະ​ລັດ
ໃນ​ຕ່າງປະ​ເທດ.

ສະຖາບັນສອນພາສາຕ່າງປະເທດ ຂອງ ສະຫະລັດ ແຫ່ງ
ນີ້ຕັ້ງຂື້ນມາໃນປີ 1947 ຫລັງຈາກ ສົງຄາມໂລກຄັ້ງທີ່ສອງ
ພາຍໃຕ້ກະຊວງ ການຕ່າງປະເທດ. ພາສາ​ລາວ ​ໄດ້​ເລີ້ມ​ສິດສອນມາແຕ່ປີ 1964 ຈົນ
ຕົກມາເຖິງເທົ້າປັດຈຸບັນ ຊຶ່ງ​ມີບັນດານັກການທູດ ສະຫະລັດ ແຕ່ລະ​ລຸ້ນໄດ້ສັບປ່ຽນກັນ
ມາຮຽນ ຢູ່​ເປັນ​ປະ​ຈໍາ. ປັດ​ຈຸ​ບັນ​ນີ້​ມີຢູ່ 70 ກວ່າ​ພາ​ສາແລະມີ​ນັກ​ການ​ທູດກວ່າ 1000
ຄົນ​ທີ່​ກຳ​ລັງ​ຮຽນພາສາຕ່າງໆ ເພື່ອຕຽມໄປປະຈຳ ໜ້າທີ່ຢູ່ ສະຖານທູດ ສະຫະລັດ ທົ່ວ
ໂລກ ຊຶ່ງ​ມີຮວມ​ທັງ ເອກອັກຄະລັດຖະທູດ (Ambassador) ຮອງເອກອັກຄະລັດ ຖະ
ທູດ (Deputy Chief of Misson) ເຈົ້າໜ້າທີ່ ພະແນກກົງສຸນ ການເມືອງ ເສດຖະກິດ
ວັດທະນາທຳ ສື່ສານ ແລະອື່ນໆ. ກຳ​ໜົດ​ການຮ​ຽນ​ແມ່ນ​ມີ​ຈາກ 36 ອາທິດ ​ແລະ 44
​ອາທິດ ຊຶ່ງ ແລ້ວແຕ່ໜ້າທີ່ ຄວາມຕ້ອງການຂອງໃຜລາວ. ບັນ​ດາ​ນັກ​ການ​ທູດ​ເຫລົ່າ​ນີ້
ຮຽນ​ປາກ​ເວົ້າ ອ່ານ ຂຽນ ຂະ​ນົບ​ທຳ​ນຽມ ອາ​ຫານ​ການ​ກິນ ດິນ​ຟ້າ​ອາ​ກາດ ການ​ເມືອງ
ແລະ ​ສິ່ງ​ແວດ​ລ້ອມ​ຂອງ ​ບັນ​ດາ​ປະ​ເທດ ທີ່ເຂົາ​ເຈົ້າ ຈະ​ໄປ​ປະຈຳການຢູ່​ນັ້ນ.

ສະ​ຖາ​ບັນ ພະແນ​ກ​ຕ່າງປະ​ເທດ ຂອງ​ກະຊວງ​ຕ່າງປະ​ເທດ ຫລື Foreign Service
Institute (FSI) ຕັ້ງ​ຢູ່​ເມືອງ Arlington ​ໃນ​ເຂດ​ຊານ ​ມະຫາ​ນະຄອນຫລວງ ວໍຊິງຕັນ
ດີ.ຊີ. ເປັນສະ​ຖາ​ບັນ​ ສິດສອນ​ພາສາຂອງ ລັດຖະບານ ສະຫະລັດ ທີ່ສຳຄັນ ແລະມີ
ການກວດກາ​ເຂົ້າອອກ ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ. ​ບັນດາ​ນັກການ​ທູດ​ ທີ່​ມາ
ຮຽນແມ່ນລັດຖະກອນ ກະຊວງການຕ່າງປະເທດ ສະຫະລັດ ທີ່​ມີ​ປະສົບ​ປະການ ປະ​ຕິ​ບັດ​ງານ ​ຢູ່​ຫລາຍ​ປະ​ເທດມາກ່ອນ ​ແລະ​ມີ​ພື້ນ​ຖານສາມາດ​ປາກ​ເວົ້າ​ໄດ້​ຫລາຍ​ພາສາ.

ນັກການ​ທູດ​ເຫລົ່າ​ນີ້ ລ້ວນ​ແລ້ວ​ແຕ່ມີ​ລະດັບ​ການ​ສຶກສາ​ສູງ ມີພອນສະຫວັນ ສາ​ມາດ​
ຮຽນໄດ້ຢ່າງວອງໄວ ໂອ້​ລົມ ອ່ານ ​ແລະ​ເຂົ້າ​ໃຈ​ພາສາ​ລາວ ​ໄດ້​ໄວຢ່າງ​ໜ້າ​ສັນລະ​ເສີນ
ທ່ານ​ສຸຣະສີ ຄຳ​ວົງສາ (ບຸນ) ​ແມ່ນອາຈານສອນພາສາລາວຄົນນຶ່ງ ທີ່ໄດ້ສິດ​ສອນ​ພາ
ສາ ​ແລະ​ວັດທະນາ​ທຳລາວ ຢູ່ທີ່ ສະ​ຖາ​ບັນແຫ່ງນີ້ ມາ​ໄດ້​ສິບ​ກວ່າ​ປີ​ແລ້ວ ທ່ານ​ໄດ້​ໃຫ້​
ສຳພາດ ກ່ຽວ​ກັບ ປະສົບ​ການ​ຂອງ​ທ່ານ ຕໍ່ ວີໂອ​ເອ ວ່າ:

ອາຈານ ສຸຣະສີ ຄຳວົງສາ (ບຸນ)
ອາຈານ ສຸຣະສີ ຄຳວົງສາ (ບຸນ)
ລິງໂດຍກົງ




ທ່ານບຸນຜົງ ຄຳວົງສາ ກໍແມ່ນອາຈານສອນພາສາລາວອີກຄົນນຶ່ງ ທ່ານໄດ້ເລົ່າຄວາມ ເປັນມາວ່າ ດ້ວຍເຫດໃດ ທ່ານຈຶ່ງໄດ້ມາເປັນ ອາຈານສອນພາສາລາວ ຢູ່ສະຖາບັນ ແຫ່ງນີ້ :

ອາຈານ ບຸນຜົງ ພົມທະວົງ
ອາຈານ ບຸນຜົງ ພົມທະວົງ
ລິງໂດຍກົງ



ອ້າງ​ອິງ​ຕາມລະບົບ ການ​ສອນພາສາ ​ແລະ​ການ​ຮຽນ​ພາສາ​ຕ່າງໆ
​ຂອງ​ໂລກ ບັນດານັກວິຊາກ​ານ ​ໄດ້​ແບ່ງ​ແຍກ​ລະດັບ​ ຄວ​າມສາມາດຂອງ​ພາສາ​ອອກ​
ເປັນ ຫ້າ​ພາກ​ດັ່ງ​ນີ້ :

ລະດັບ​ນຶ່ງ ຢູ່​ໃນຂັ້ນ​ປະຖົມ
ລະດັບ​ສອງ​ ​ ຢູ່​ໃນຂັ້ນເຮັດ​ວຽກ​ໃນ​ຂອບ​ເຂດ​ຈຳກັດ
ລະດັບ​ສາມ ຢູ່​ໃນຂັ້ນນັກວິຊາ​ການ​ທົ່ວ​ໄປ
ລະດັບ​ສີ່ ຢູ່​ໃນຂັ້ນ​ນັກວິຊາການ ທີ່ກ້າວ​ໜ້າ
ລະ​ດັບ​ຫ້າ ຢູ່​ໃນ​ຂັ້ນ​ນັກວິຊາການ ທີ່​ເປັນ​ຜູ້​ເກີດ​ໃຫຍ່​ຢູ່​ກັບ​ພາສາ ​ແລະ​ມີຄວາມ
​ຮູ້​ຂັ້ນ ປະ​ລິນ​ຍາ​ເອກ ດ້ານພາສາ ໂດຍສະເພາະ

ເພາະ​ສະ​ນັ້ນ ບັນດາ​ນັກ​ການ​ທູດ ຈະ​ພາກັນຮຽນ​ພາສາ​ຂອງ​ໂລກ ສ່ວນ​ໃຫຍ່ຢູ່ໃນ​ລະດັບ ສອງ ຫາ​ສາມ ​ເທົ່າ​ນັ້ນ ​ແລະ​ພາສາ​ລາວ ຕົກ​ຢູ່​ໃນ​ຈຳນວນ​ບັນດາພາສາ​ທີ່​ຖື​ວ່າ ຮຽນ​ບໍ່​ຍາກ ​ແລະ​ພາສາ​ທີ່​ຮຽນ​ຍາກ ​ແລະໃຊ້​ເວລາ​ຮຽນ​ດົນ​ນານນັ້ນ​ກໍ​ຄື ພາສາ​ຈີນ ​ແລະ ພາສາ​ອາຣັບ.

​ໃນ​ອີກ​ສອງ​ສາມ​ອາທິດຂ້າງ​ໜ້າ​ນີ້ ​ເຮົາ​ຈະ​ໄດ້​ນຳ​ເອົາ​ຜົນງານ ການ​ປາກ​ພາສາ​ລາວ ຂອງບັນດາ​ນັກ​ການ​ທູດ ສະຫະລັດ ມາສະ​ເໜີທ່ານ ​ໂປດ​ຕິດຕາມ​ຮັບ​ຟັງ.
XS
SM
MD
LG