ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Taking a Flight, Part 2


ຜູ້ໂດຍສານ ກຳລັງຜ່ານ ການກວດກາຄວາມປອດໄພ ຢູ່ສະໜາມບິນ.
ຜູ້ໂດຍສານ ກຳລັງຜ່ານ ການກວດກາຄວາມປອດໄພ ຢູ່ສະໜາມບິນ.
ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ

ລາຍການຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄຳສັບ ແລະສຳນວນ​ຕ່າງໆ.

LESSON: Taking a Flight , Part 2 - Intermediate

MC: ສະບາຍດີ ທ່ານນັກຮຽນ​ນັກ​ສຶກສາທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການ ຮຽນພາສາ ອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະ ສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນຂອງ​ເຮົາ​ມື້ນີ້ ​ແມ່ນ​ຕອນທີສອງຂອງ ບົດຮຽນ Taking a Flight ຊຶ່ງ Winnie ຫລື Winnifred ຜູ້ດຳເນີນນລາຍການ ກັບ Professor Bowman ອາຈານ
ຄົນ​ອາ​ເມຣິກັນຂອງນາງ ຈະພາ ທ່ານຕິດຕາມໄປກັບ TODD ທີ່ກຳລັງເດີນທາງກັບຄືນ
ເມືອຢາມບ້ານ ຊື່ງທ່ານ ຈະໄດ້ຮຽນຮູ້ວ່າ ການເດີນທາງຢູ່ສະໜາມບິນໃນສະຫະລັດນັ້ນ ມັນຫຍຸ້ງຍາກສ່ຳໃດ.

Music up…and under…..

MC: Today we’re going to learn some intermediate words for talking about taking a flight. Todd is a student flying home to visit his family for the holiday, and right now he is going through security at the airport.

ໃນບົດຮຽນ​ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຕິດຕາມ​ທອດ ​ໄປ​ຍັງ​ສະໜາມ​ບິນ ​ເພື່ອ​ຂຶ້ນ​ຍົນ​ເມືອ​ບ້ານ ຢາມ​ພໍ່​ແມ່​ທີ່​ລັດ​ອາລັສກາ ​ໃນ​ຍາມ​ບຸນຄຣິສມັສ. ​ໃນ​ຕອນ​ນີ້ ທອດ​ກຳລັງໄປ​ຜ່ານ​ການ​ກວດກາ​ຄວາມ​ປອດ​ໄພ security ຫລື security check ຢູ່​ສະໜາມ​ບິນ. ຢູ່​ອາ​ເມຣິກາ ການ​ກວດກາ​ຄວາມ​ປອດ​ໄພຢູ່​ສະໜາມ​ບິນ ​ແມ່ນ​ເຄ່ງ​ຄັດ​ຫລາຍ. ​ໂດຍ​ສະພາະ​ເດິ່ນບິນ​ໃຫຍ່ໆ ບາງ​ເທື່ອ​ກໍ​ອາດ​ໃຊ້​ເວລາ​ເປັນ​ຊົ່ວ​ໂມງ. ​

P: In this first part, an airport security guard is telling Todd what to do before he goes through the metal detector and puts his bags through x-ray machine.

ໃນ​ຕອນ​ທຳອິດນີ້ ​ເຈົ້າ​ໜ້າ​ທີ່​ກວດກາ​ຄວາມ​ປອດ​ໄພ​ຢູ່​ສະໜາມ​ບິນ​ຄົນ​ນຶ່ງ ບອກ​ທອດ​ວ່າ ລາວ​ຕ້ອງ​ເຮັດ​ຫຍັງ​ແດ່ ກ່ອນ​ທີ່​ລາວ​ຈະ​ໄປ​ຜ່ານ metal detector ຫລື​ເຄື່ອງ​ກວດຈັບ​ໂລຫະ ​ແລະ​ເອົາ​ກະ​ເປົ໋າຂອງ​ລາວ ​ໄປ​ຜ່ານ​ເຄື່ອງ​ກວດ​ x-ray.

MC: I hate the “metal detectors.” ຂະ​ນ້ອຍ​ຊັງເຄື່ອງ​ກວດ​ຈັບ​ໂລຫະ. In the US they make you take off your shoes before you go through, ຢູ່​ສະຫະລັດ ​ເຂົາ​ເຈົ້າ​ບອກ​ໃຫ້​ເຮົາ​ຖອດ​ເກີບ ກ່ອນ​ຈະ​ຍ່າງ​ຜ່ານ​ມັນ and somehow I’m never wearing matching socks that day. ແລະເປັນ​ແນວ​ໃດ​ບໍ່​ຮູ້ ຍາມ​ໃດຂະ​ນ້ອຍ​ມັກ​ຫລົງ​ໃສ່​ຖົງ​ເທົ້າ​ບໍ່​ຖື​ກຄູ່​ກັນ​ໃນ​ມື້​ນັ້ນ It’s so embarrassing! ​ເປັນຕາ​ໜ້າ​ອາຍ​ແທ້ໆ! ​

P: Well I agree that it’s annoying, but aren’t you glad the metal detectors keep you safe?

ເອີ່ ຂ້ອຍ​ກໍ​ເຫັນພ້ອມ​ນຳວ່າ ມັນ​ໜ້າ​ລຳຄານ ​ແຕ່​ເຈົ້າ​ບໍ່​ດີ​ໃຈ​ບໍ ທີ່​ເຄື່ອງ​ກວດ​ໂລຫະ ຮັກສາ​ໃຫ້​ເຈົ້າ​ເດີນທາງປອດ​ໄພ?

MC: Oh yes, but it’s also embarrassing to be standing there with your arms raised high!

ກະດີ​ໃຈຢູ່ ​ແຕ່ມັນ​ກໍ​ໜ້າ​ອາຍຄື​ກັນ ທີ່​ຕ້ອງ​ໄປ​ຢືນ​ກາງ​ແຂນ​ໃຫ້​ເຂົາ​ເຈົ້າ​ສ່ອງ​ເບິ່ງ. ​

ເອົາ​ໄປ​ຟັງກັນ​ວ່າ ທອດ​ຕ້ອງ​ໄດ້​ເຮັດ​ຫຍັງ​ແດ່ ​ເວລາ​ລາວ​ໄປ​ຜ່ານບ່ອນ​ກວດກາ​ຄວາມ​ປອດ​ໄພ:

TSA: Excuse me sir! Please make sure to take off your shoes, jacket and belt and put them through the x-ray machine.

Todd: OK, just a moment. (rustling sound). Alright, there you go.

TSA: Hmmm … the X-ray machine is showing some strange things in your bag. I’ll have to search it.

Todd: Sure, go ahead. I don’t have any dangerous items on me.

MC: Professor, Todd says; I don’t have any dangerous items on me. ທອດ​ເວົ້າ​ວ່າ ຂ້ອຍ​ບໍ່​ມີ​ສິ່ງ​ຂອງ​ອັນຕະລາຍ ຢູ່​ກັບຂ້ອຍ​ດອກ​. When you say that you “have something on you” ເວລາ​ເຈົ້າເວົ້າ​ວ່າ ​ເຈົ້າ​ມີ​ສິ່ງ​ໃດ​ສິ່ງ​ນຶ່ງ​ຢູ່​ກັບ​ເຈົ້າ ມັນ​ແປ​ວ່າ ​ເຈົ້າ​ມີ​ສິ່ງ​ນຶ່ງ​ຢູ່​ໃນ​ຄວາ​ມຄອບ​ຄອງ​ ແມ່ນ​ບໍ໋?​ does that mean you have something in your possession?

P: That’s right. A policeman might ask if you have any weapons on you, or a friend might ask if you have any money on you that he could borrow. ແມ່ນ​ແລ້ວ. ຕຳຫລວດ​ອາດ​ຈະ​ຖາມ​ວ່າ ​ເຈົ້າ​ມີ​ອາວຸດ​ຢູ່​ກັບ​ເຈົ້າ​ບໍ່ ຫລື​ໝູ່​ອາດ​ຈະ​ຖາມ​ວ່າ ​ເຈົ້າ​ມີ​ເງິນ​ຕິດ​ໂຕ​ບໍ່ ທີ່​ເຂົາ​ເຈົ້າ​ພໍ​ຈະ​ຂໍ​ຢືມ​ໄດ້.

MC: Hope Todd does not have any dangerous items on him. ຫວັງ​ວ່າ​ທອດ​ບໍ່​ມີ​ສິ່ງ​ອັນຕະລາຍ​ໃດໆ ຢູ່​ກັບ​ລາວ.

P: I hope so too. Let’s listen and find out. ຂ້ອຍ​ກໍ​ຫວັງ​ເຊັ່ນ​ນັ້ນ​ຄື​ກັນ. ​ໄປ​ຟັງ​ເບິ່ງ​ວ່າ ລາວ​ມີ​ຫລື​ບໍ່​ມີ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ລື້​ມຄືນ​ກ່ອນ​ເນາະ ​ພ້ອມກັບ​ຄໍາ​ແປ.

TSA: Excuse me sir! Please make sure to take off your shoes, jacket and belt and put them through the x-ray machine. ຂໍ​ໂທດ​ທ່ານ! ກະລຸນາ​ຖອດ​ເກີບ​ອອກ ​ເສື້ອ​ແຈ໊ກ​ແກັຕ ​ແລະ​ສາຍແອວ​ຂອງ​ທ່ານ ​ແລ້ວ​ສົ່ງ​ຜ່ານ​ເຄື່ອງ x-ray ​ໄປ. ​

Todd: OK, just a moment. (rustling sound). Alright, there you go.

ໂອ​ເຄ ບຸດ​ນຶ່ງ​ຊັ້ນ. ​ເອົ໋າ ຖອດ​ອອກ​ໝົດ​ແລ້ວ.

TSA: Hmmm … the X-ray machine is showing some strange things in your bag. I’ll have to search it. ຮື່ມ...ເຄື່ອງ x-ray ສະ​ແດງ​ໃຫ້​ເຫັນ​ບາງ​ສິ່ງ​ບາງ​ຢ່າງ​ແປກໆ ຢູ່​ໃນ​ຖົງ​ຂອງ​ທ່ານ. ຂ້ອຍ​ຕ້ອງ​ໄດ້​ຄົ້ນ​ເບິ່ງ​.

Todd: Sure, go ahead. I don’t have any dangerous items on me.

ບໍ່​ເປັນ​ຫຍັງ ​ເຊີນ​ໂລດ. ຂ້ອຍ​ບໍ່​ມີ​ສິ່ງ​ຂອງ​ອັນຕະລາຍ ຢູ່​ກັບຂ້ອຍ​ດອກ.

TSA: Sir! Have these bags been in your possession at all times?

Todd: Yes, I’ve had them in my sight since I packed them.

TSA: I see … (rustling sound) And what is this??? You didn’t think you could get on the plane with such a dangerous item, did you?

Todd: It’s just a bottle of water.

TSA: Don’t you know people can make bombs out of liquid? You can’t take it on the plane.

Todd: Well alright … I didn’t realize liquids aren’t allowed on planes.

MC: What does “in his sight” mean? ແປວ່າ​ຈັ່ງ​ໃດ ​“in his sight”? Is it common to say that you “have something in your sight”? ສຳນວນ “have something in your sight”? ກະ​ເວົ້າ​ກັນ​ເລື້ອຍໆ​ຢູ່​ບໍ?

P: It means he’s watched the bags closely. You can also say that you won’t let something out of your sight. For example, “I promise I’ll take good care of your children. I won’t let them out of my sight.”

ມັນ​ໝາຍ​ຄວາມ​ວ່າ ລາວ​ໄດ້​ເຝົ້າ​ເບິ່ງ​ຖົງ​ຂອງ​ລາວ​ຢ່າງ​ໃກ້ຊິດ. ​ເຈົ້າ​ສາມາດ​ເວົ້າ​ໄດ້​ຄື​ກັນ​ວ່າ ​ເຈົ້າ​ຈະ​ບໍ່​ຍອມ​ປ່ອຍສິ່ງ​ໃດ​ສິ່ງ​ນຶ່ງ ຄາດ​ສາຍຕາ​ຂອງ​ທ່ານ​ໄປ. ດັ່ງ​ປະ​ໂຫຍ​ກນີ້: “I promise I’ll take good care of your children. I won’t let them out of my sight.” ຂ້ອຍ​ສັນຍາ​ວ່າ ຂ້ອຍຈະ​ເບິ່ງ​ແຍງ​ລູກ​ເຈົ້າ​ເປັນ​ຢ່າງ​ດີ. ຂ້ອຍ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເຂົາ ຄາດ​ສາຍຕາ​ຂ້ອຍ.

MC: ໂອ ກະ​ແປ​ຕາມ​ໂຕ​ເນາະ “in his sight” ກະ​ແປວ່າ ຢູ່​ໃນ​ສາຍຕາ​ຂອງ​ລາວ ກົງກັນຂ້າມ​ກັບ “out of his sight” ​ໄກ​ສາຍຕາ ຄື​ກັນ​ກັບ “Out of sight, out of mind” ​ໄກ​ຕາ​ໄກ​ໃຈ​ຫັ້ນ​ແຫລະ​ເນາະ. ເອົາ ​ໄປ​ຟັງ​ຄືນ​ອີກ​ ພ້ອມ​ກັບ​ຄຳແປ.

TSA: Sir! Have these bags been in your possession at all times?

ທ່ານ ຖົງ​ພວກ​ນີ້ ​ແມ່ນໄດ້​ຢູ່​ກັບ​ທ່ານ ຕະຫລອດ​ເວລາ​ ​ບໍ່? ​

Todd: Yes, I’ve had them in my sight since I packed them. ແມ່ນ​ແລ້ວ ມັນ​ຢູ່​ໃນ​ສາຍ​ຕາ​ຂອງ​ຂ້ອຍ ຕັ້ງ​ແຕ່​ຂ້ອຍ​ຈັດ​ມັນ​ແລ້ວ.

TSA: I see … (rustling sound) And what is this??? You didn’t think you could get on the plane with such a dangerous item, did you? ຊັ້ນ​ເບາະ... ​ແລ້ວ ອັນ​ນີ​ເດ້ ​ແມ່ນ​ຫຍັງ? ​ເຈົ້າ​ຄົງ​ບໍ່​ໄດ້​ຄິດ​ວ່າ ​ເຈົ້າ​ຈະ​ສາມາດ​ເອົາ​ສິ່ງ​ອັນຕະລາຍ​ແບບ​ນີ້ ຂຶ້ນ​ໄປ​ເຮືອບິນນຳແມ່ນ​ບໍ່?

Todd: It’s just a bottle of water. ກະ​ພຽງ​ແຕ່​ແກ້ວ​ນໍ້າ​ຊື່ໆ. ​

TSA: Don’t you know people can make bombs out of liquid? You can’t take it on the plane.

ເຈົ້າ​ບໍ່​ຮູ້​ຊັ້ນ​ເບາະ​ວ່າ ຄົນ​ສາມາດ​ເຮັດລະ​ເບີດ​ຈາກ​ສິ່ງ​ທີ່​ເປັນ​ນ້ຳໄດ້? ​ເຈົ້າ​ເອົາ​ຂຶ້ນ​ໄປ​ເຮືອ
ບິນ​ນຳ ບໍ່ໄດ້. ​ Todd: Well alright … I didn’t realize liquids aren’t allowed on planes. ໂອ້ ​ໂອ​ເຄ. ຂ້ອຍ​ບໍ່​ຮູ້​ວ່າ ບໍ່​ອະນຸຍາດ​ໃຫ້​ເອົາ​ນ້ຳຂຶ້ນ​ໄປ​ເຮືອບິນ.​

TSA: Do you have any other dangerous things in your carry-on bags?

Todd: Um … I don’t think so. What else is considered dangerous?

TSA: Well, you can’t have any toothpaste on you. People can make bombs that look like toothpaste too!

Todd: Well no, I don’t have any toothpaste on me. I packed all of that in my checked bags.

MC: ​ອາຈານ carry-on ກັບ checked bags ແຕກ​ຕ່າງ​ກັນ​ແນວ​ໃດ? What is the difference between carry-on and checked bags?

P: Carry-on bags are the bags that you carry onto the plane. Checked bags are those you hand over to the airlines before boarding the plane. ຫີບ​ carry-on ແມ່ນຫີບ​ນ້ອຍ ທີ່​ເຈົ້າ​ເອົາ​ຂຶ້ນ​ໄປ​ເທິງ​ເຮືອບິນ​ນໍາ. ສ່ວນ​ checked bags ແມ່ນຫີ​ບທີ່​ເຈົ້າ​ມອບ​ໃຫ້​ສາຍ​ການບິນເອົາໄປ​ໃຫ້​ເຈົ້າ ກ່ອນ​ຈະໄປ​ເຮືອບິນ.

MC: So carry-on bags are the bags that you carry onto the plane. Carry-on bags ແມ່ນຫີບ​ນ້ອຍທີ່​ເຮົາ​ຖື​ໄປຂື້ນ​ຍົນ​ນຳ. ສະ​ນັ້ນ checked bags ກໍ​ແມ່ນ​ຫີບ​ໃຫຍ່ ທີ່​ເຮົາ​ມອບ​ໃຫ້​ສາຍການບິນສົ່ງ​ໄປ​ໃຫ້​ເຮົາ ຕອນເຮົາ​ໄປ check in ​ແລະກ່ອນ​ໄປ​ຂຶ້ນ​ເຮືອບິນ ຫລື board the plane.

P: Exactly. The word “check” can also be a verb. For example, an airline worker might tell you that your bag is too big to carry on the plane, so you need to check it. ຖືກຕ້ອງ. ນອກ​ນັ້ນ ຄຳວ່າ“check” ຍັງ​ໃຊ້​ເປັນ​ຄຳກິລິ​ຍາ​ນຳ. ໂຕ​ຢ່າງ ພະນັກງານ​ເຮືອບິນ​ອາດ​ຈະ​ບອກ​ເຈົ້າ​ວ່າ ຫີບ carry-on ຂອງ​ເຈົ້າ ​ໃຫຍ່​ເກີນ​ກວ່າ​ຈະ​ເອົາ​ຂຶ້ນ​ເຮືອບິນ​ໄປນຳໄດ້ ສະ​ນັ້ນ ​ເຈົ້າ​ກໍ​ຈຳເປັນ​ຕ້ອງ​ໄດ້ check it.

MC: ໝາຍຄວາມ​ວ່າ ມອບ​ໃຫ້​ພະນັກງານ​ເອົາ​ໄປ​ໄວ້​ກ້ອງ​ເຮືອບິນ​ ກັບ​ພວກ checked bags ອື່ນໆ​ພຸ້ນ​ແລ້ວ​ເນາະ. ​ເອົາ​ໄປ​ຟັງ​ບົດ​ສົນທະນາ​ນັ້ນອີກ ພ້ອມ​ກັບ​ຄຳແປ. ​

TSA: Do you have any other dangerous things in your carry-on bags?

ເຈົ້າ​ມີ​ສິ່ງ​ຂອງ​ອັນຕະລາຍ​ອື່ນອີກ ຢູ່​ໃນ​ຫີບ carry-on ​ເຈົ້າ​ອີກ​ບໍ່?

Todd: Um … I don’t think so. What else is considered dangerous?

ຮື່..ຄິດ​ວ່າ​ບໍ່. ອັນ​ໃດ​ອີກ​ທີ່​ຖື​ວ່າ​ອັນຕະລາຍ?

TSA: Well, you can’t have any toothpaste on you. People can make bombs that look like toothpaste too! ເອີ່ ​ເຈົ້າ​ຈະ​ມີ ຢາຖູ​ແຂ້ວບໍ່​ໄດ້. ຄົນ​ສາມາດ​ເຮັດ​ລະ​ເບີດ​ທີ່​ຄ້າຍຄື​ກັບ​ຢາຖູ​ແຂ້ວ​ໄດ້ ຄື​ກັນ!

Todd: Well no, I don’t have any toothpaste on me. I packed all of that in my checked bags.

ໂອ ບໍ່ ຂ້ອຍ​ບ່ໍມີ​ຢາຖູ​ແຂ້ວ​ຕິດ​ໂຕ. ​ຂ້ອຍ​ເອົາເຄື່ອງ​ທັງ​ໝົດ​ນັ້ນ​ໄວ້ ​ໃນ​ຫີບ​ໃຫຍ່.

TSA: Alright … I’m finished searching your belongings. You can go now.

Todd: Thanks. Can you tell me which way gate D27 is?

TSA: Gate D27? Sorry, you’re in the wrong terminal. This is Terminal 1. You have to go to Terminal 2.

Todd: Oh no … You mean I have to go to Terminal 2 and go through security check there again?

TSA: That’s right.

Todd: But that will take another hour! I might miss my flight!

TSA: Too bad. Safety comes first!

MC: Todd is in the wrong “terminal”? ທອດ​ໄປ​ຜິດ​ອາຄານ? And the security guard doesn’t seem to care. ​ແລະເຈົ້າ​ໜ້າ​ທີ່​ກວດກາ​ຄວາມ​ປອດ​ໄພ​ກະ​ເບິ່ງ​ຄື ​ບໍ່​ສົນ​ໃຈ​ນຳຄວາມ​ລຳບາກ​ຂອງ​ລາວ ຊ້ຳເວົ້າ​ວ່າ ​too bad ອີກ. Too bad?

P: That’s right. You can say “too bad” whenever somebody tells you about their problem, but you don’t really care. ແມ່ນ​ແລ້ວ ເຈົ້າ​ເວົ້າ​ວ່າ “too bad” ໄດ້ ​ເວລາ​ໃຜ​ຜູ້​ນຶ່ງ​ລົມ​ບັນຫາ​ຂອງ​ເຂົາ​ເຈົ້າ​ສູ່​ຟັງ ​ແລ້ວ​ເຈົ້າ​ບໍ່​ສົນ​ໃຈ​ຫລື​ຮ້ອນ​ໃຈ​ນໍາ​ເຂົາ​ເຈົ້າ ອີ່​ຫລີ.

MC: Oh … ຄັນ​ຊັ້ນ “too bad” ກໍແປ​ວ່າ ຊ່ວຍ​ບໍ່​ໄດ້ ຫັ້ນ​ແຫລະ​ເນາະ. ​ ໄປ​ຟັງ​ບົດ​ສົນທະນາ​ນັ້ນ​ອີກ ພ້ອມ​ກັບ​ຄຳແປ.

TSA: Alright … I’m finished searching your belongings. You can go now. ​ໂອ​ເຄ ຂ້ອຍ​ກວດ​ເຄື່ອງ​ເຈົ້າ ​ແລ້ວໆ. ​ເຈົ້າ​ໄປ​ໄດ້​ບັດ​ນີ້.

Todd: Thanks. Can you tell me which way gate D27 is? ຂອບ​ໃຈ ບອກ​ຂ້ອຍ​ໄດ້​ບໍ່​ວ່າ ປະຕູ ​ D27 ໄປ​ທາງ​ໃດ?

TSA: Gate D27? Sorry, you’re in the wrong terminal. This is Terminal 1. You have to go to Terminal 2.

ປະຕູ D27? ​ເສຍ​ໃຈ​ເດີ ​ເຈົ້າ​ມາ​ຜີ​ດອາຄານ​ແລ້ວ. ນີ້​ແມ່ນອາຄານ 1 ​ເຈົ້າ​ຕ້ອງ​ໄປ​ອາຄານ 2 ພຸ້ນ. ​

Todd: Oh no … You mean I have to go to Terminal 2 and go through security check there again?

ໂອຍ ຕາຍ​ແລ້ວ ​ເຈົ້າ​ໝາຍ​ຄວາມ​ວ່າ ຂ້ອຍ​ຕ້ອງ​ໄປ​ອາຄານ​ສອງ ​ແລ້ວ​ຕ້ອງ​ໄປ​ຜ່ານ​ການ​ກວດກາ​ຄວາມ​ປອດ​ໄພ​ອີກ?

TSA: That’s right. ຖືກຕ້ອງ. ​

Todd: But that will take another hour! I might miss my flight!

ແຕ່​ນັ້ນ ຈະ​ຕ້ອງ​ໃຊ້​ເວລາ​ອີກ​ນຶ່ງ​ຊົ່ວ​ໂມງ. ຂ້ອຍ​ອາດ​ຈະ​ຕົກ​ຍົນ​ກໍ​ໄດ້!

TSA: Too bad. Safety comes first! ຊ່ວຍບໍ່​ໄດ້ ​ເລື້ອງ​ຄວາມ​ປອດ​ໄພ​ຕ້ອງ​ມາ​ກ່ອນ!

MC: Poor Todd, he has to start all over. ໜ້າ​ອີ​ຕົນ ທອດ ລາວ​ຕ້ອງ​ໄດ້​ໄປ​ເລີ້ມ​ຕົ້ນ​ໃໝ່​ໝົດ. But on the bright side, now he has some more practice going through security. ​ແຕ່​ວ່າ ຖ້າ​ເບິ່ງ​ໃນ​ແງ່​ທີ່ແຈ່ມ​ໃສ ບັດ​ນີ້ ລາວ​ມີ​ໂອກາດ​ໄດ້​ເຝິກ​ແອ​ບ ການ​ຜ່ານ​ບ່ອນ​ກວດກາ​ຄວາມ​ປອດ​ໄພ​ຕື່ມ. ​Next time he should be able to get through faster and will not miss his flight. ເທື່ອ​ໜ້າ ລາວ​ກໍຄວນ​ຈະ​ສາມາດໄປ​ຜ່ານ​ມັນ​ໄດ້​ໄວ​ຂຶ້ນ ​ແລະຈະ​ບໍ່​ຕົກ​ຍົນ.

P: Well, tune in next time to see if Todd will make the flight.

ຕິດຕາມ​ຟັງ​ພວກ​ເຮົາ​ໃນ​ບົດຮຽນ​ໜ້າ ແລ້ວ​ທ່ານຈະ​ໄດ້​ຮູ້​ວ່າ ທອດ ​ໄປ​ທັນ​ຍົນ​ຫລື​ບໍ່?

Music up…and under…..

MC: ທ່ານ​ນັກຮຽນ​ນັກ​ສຶກສາ​ທີ່​ເຄົາລົບ ​ເຮົາ​ຍັງ​ມີ​ເວລາ​ເຫລືອ​ຢູ່​ໜ້ອຍ​ນຶ່ງ ສະ​ນັ້ນ ມາ​ລື້​ມຄືນຄຳສັບ miss ​ທີ່​ໄດ້​ຍິນ​ໃນ​ມື້​ນີ້ ຕອນທອດ​ເວົ້າ​ວ່າ I might miss my flight! ​ແປ​ວ່າ ຂ້ອຍ​ອາດ​ຈະ​ຕົກ​ຍົນ ກໍ​ຄື​ໄປ​ບໍ່​ທັນຍົນ ຄື​ເວລາ​ເຮົາ​ໄປ​ຮອດ​ປະຕູຂຶ້ນ​ຍົນ ​ຫລື Gate ​ເຮົາ​ກໍ​ບໍ່​ເຫັນເຮືອບິນ ເພາະວ່າ ​ເຮືອບິນ​ອອກ​ເດີນທາງ​ໄປກ່ອນ​ແລ້ວ ຍ້ອນ​ເຮົາ​ໄປ​ຊ້າ. ​ເວລາ​ເຮົາ​ບໍ່​ເຫັນ​ສິ່ງ​ໃດ​ສິ່ງ​ນຶ່ງຂອງ​ເຮົາ ​ເຮົາ​ຈະໃຊ້​ຄຳວ່າ miss ກໍ​ໄດ້ ດັ່ງ​ໂຕ​ຢ່າງ I’m missing my watch ຂ້ອຍ​ບໍ່​ເຫັນ​ໂມງ​ຂ້ອຍ. ​ແຕ່ໃນ​ປະ​ໂຫຍ​ກນີ້ I miss my parents ມັນຈະແປ​ວ່າ ຄິດ​ຮອດ ຂ້ອຍ​ຄິດຮອດ​ພໍ່​ແມ່​ຂອງ​ຂ້ອຍ I miss Laos ຂ້ອຍ​ຄິດ​ຮອດ​ປະ​ເທດ​ລາວ ​ເປັນ​ຕັ້ນ. ຫລື​ຖ້າ​ທ່ານ​ຢາກ​ບອກ​ໃຜ​ຜູ້​ນຶ່ງ​ວ່າ ຄິດ​ຮອດ​ເຂົາ​ເຈົ້າ ກໍ​ເວົ້າ Miss you ຄິດ​ຮອດ​ເດີ້ ຫລື​ຄິດ​ຮອດ​ເຈົ້າ​ເດີ້ ຄື​ກັນ​ກັບ Love you ຮັກ​ເຈົ້າ​ເດີ້.

XS
SM
MD
LG