ໂລກ

ຊາວໄຊປຣັສເທີກີປ່ອນບັດ ເອົາຜູ້ນຳຄົນໃໝ່

ມຸນທີມີເດຍ

ສຽງ
ຫຍໍ້ຫລືຂະຫຍາຍໂຕອັກສອນ - +
Thongpane Thempvongsa

ຊາວ​ໄຊ​ປຣັສໃນ​ເຂດ​ທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ເທີ​ກີ ພາກັນ​ໄປ​ປ່ອນ​ບັດ​ໃນວັນ​ອາທິດ​ມື້​ນີ້ ​ໃນ​ກາ​ນ​ເລືອກ​ຕັ້ງທີ່​ອາດ​ສາມາດ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່ຫລວງ​ ຕໍ່​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ເທີ​ກີ ​ໃນ​ການ​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບນັ້ນ.

ຊາວ​ໄຊ​ປຣັສປະມານ 164 ພັນ​ຄົນ ພາກັນ​ປ່ອນ​ບັດ​ເອົາ​ຜູ້ນຳ​ຄົນ​ໃໝ່ຢູ່​ ໃນ​ເຂດ​ພາກ​ເໜືອ​ຂອງ​ເກາະ. ການ​ປ່ອນບັດ​ມີ​ກຳໜົດ​ອັດ​ລົງ​ໃນ​ເວລາ 6 ​ໂມງ​ແລງ​ຕາມ​ເວລາ​ທ້ອງ​ຖິ່ນ ໂດຍຄາດ​ວ່າ​ຜົນ​ການ​ເລືອກ​ຕັ້ງ ຈະ​ມີ​ການ​ປະກາດ​ໃຫ້​ຮູ້​ໃນ​ຕອນ​ເດິ​ກຄືນ​ນີ້.

ຜົນ​ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ວ່າ ​ໄຊຊະນະ​ຈະ​ຕົກ​ເປັນ​ຂອງ​ທ່ານ DERVIS EROGLU ທີ່​ສະ​ນັບ​ສະ​ນູນ​ເອກ​ກະລາດ ສຳລັບ​ເຂດ​ພາກ​ເໜືອ​ຂອງ​ເກາະ​ໄຊ​ປຣັສ ທີ່​ຕັ້ງຢູ່​ໃນ​ທະ​ເລ​ເມ​ດີ​ເທີ​ເຣ ນຽນນັ້ນ ແລະ​ປະຕິ​ເສດ​ການ​ເຕົ້າ​ໂຮມ​ຄືນ​ເຂົ້າກັບ​ເຂດ​ພາກ​ໃຕ້​ຂອງ​ເກາະ ທີ່​ນິຍົມປະ​ເທດ​ເກຣັກ ຊຶ່ງຜູ້ນຳ​ຄົນ​ປັດຈຸບັດຂອງເຂດຊາວ​ໄຊ ປຣັສ​ເທີ​ກີ ທ່ານ MEHMET ALI TALAT ​ໄດ້​ພະຍາຍາມ​ທຳ​ການ ​ເຈລະຈາທີ່​ເຊື່ອງ​ຊ້າ​ເລື່ອງ​ການ​ທ້ອນ​ໂຮມ​ເຂົ້າກັນນັ້ນ ກັບທ່ານ  DIMITRIS CHRISTOFIAS ຜູ້ນຳ​ເຂດ​ພາກ​ໃຕ້ຫລື​ເຂດ​ໄຊ​ປຣັສ​ເກຣັກນັ້ນ ມາຕັ້ງ​ແຕ່​ປີ 2008 ​ແລ້ວ.

ການ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ທີ່​ມີ​ມາ​ເປັນ​ເວລາ 36 ປີລະ​ວ່າງ​ສອງ​ເຂດນີ້ ​ເປັນ​ເງື່ອນ​ໄຂ​ທີ່​ເທີ​ກີ​ຈະ​ຕ້ອງ​ແກ້​ໃຫ້​ຕົກ​ແຕກ ກ່ອນ​ທີ່​ຈະ​ໄດ້​ ເຂົ້າ​ເປັນ​ສະມາຊິກ​ໃນສະຫະພາບຢູ​ໂຣບ.

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ
ຄວາມເຫັນ
     
ຍັງບໍ່ມີຄວາມເຫັນໃດໆໃນຟໍຣັມນີ້. ຂໍເຊີນທ່ານ ສະແດງຄວາມເຫັນ ເປັນຄົນທໍາອິດ

ຂ່າວຫລ້າສຸດ

ວີດີໂອ ພະສົງ ຫົວຮຸນແຮງຈັດ ຢູ່ມຽນມາ ກໍາລັງຖືກຕໍາໜິ ຫຼາຍຂຶ້ນນັບມື້ (ວີດິໂອ)

ຄູບາຫົວຮຸນແຮງຈັດຢູ່ມຽນມາ ຖືກຕໍາໜິຫຼາຍຂຶ້ນວ່າ ບໍ່ຍຶດໝັ້ນຕໍ່ອຸດົມການສູງສຸດ ຂອງສາສະໜາພຸດ ໃນການບໍ່ໃຊ້ຄວາມຮຸນແຮງ ແລະເຜີຍແຜ່ຄວາມຄຽດຊັງ ຕໍ່ຊາວມຸສລິມ.
ອ່ານຕື່ມ

ວີດີໂອ ປ. ໂອບາມາ ຫາທາງຊ່ອຍ ພວກຊົນຊັ້ນກາງ ໃຫ້ມີວຽກເຮັດ (ວີດີໂອ)

ປະທານາທິບໍດີບາຣັກ ໂອບາມາ ໄດ້ເພັ່ງເລັງໃສ່ ການຊອກຫາ ຊ່ອງທາງຊ່ອຍໃຫ້ ພວກຊົນຊັ້ນກາງຂອງສະຫະລັດ ມີວຽກການເຮັດ ໃນຄຳປາໄສ ປະຈຳສັບປະດາຂອງທ່ານ.
ອ່ານຕື່ມ

Multimedia ມືປືນ ສັງຫານ ນາຍຕຳຫຼວດ ອີຣັກ ແລະຄອບຄົວ (ສະໄລດ໌/ວີດີໂອ)

ອີຣັກກ່າວວ່າ ມືປືນຈຸນຶ່ງ ໄດ້ບຸກເຂົ້າໄປໃນເຮືອນ ຂອງນາຍຕຳຫຼວດ ຕໍ່ຕ້ານພວກກໍ່ການຮ້າຍຄົນນຶ່ງ ແລະໄດ້ສັງ ຫານນາຍຕຳຫຼວດຄົນນີ້ ແລະຄອບຄົວຂອງລາວ.
ອ່ານຕື່ມ

ສຽງ ບໍລິສັດ ສວນຢາງ ຫວຽດນາມ ຍາດເອົາດິນ ປະຊາຊົນ

ລາຍງານອົງການ Global Witness ກ່າວວ່າ ບໍລິສັດສວນຢາງຍັກໃຫຍ່ ຂອງຫວຽດນາມ ໄດ້ຍາດແຍ່ງເອົາດິນຂອງປະຊາຊົນ ຢູ່ໃນລາວ ແລະກຳປູເຈຍ ແບບບໍ່ມີຄວາມໂປ່ງໃສ.
ອ່ານຕື່ມ

ເກົາຫຼີເໜືອ ຍິງລູກສອນໄຟ ໄລຍະໃກ້ ໄປໃສ່ ທະເລຍີ່ປຸ່ນ

ກະຊວງປ້ອງກັນປະເທດເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟ ໄລຍະໃກ້ 3 ລູກ ໄປໃສ່ທະເລຕາເວັນອອກ ຫຼືທະເລຍີ່ປຸ່ນ ໃນວັນເສົາມື້ນີ້.
ອ່ານຕື່ມ
ຕື່ມອີກ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ວີດີໂອ

ວີດີໂອ ທ່ານພູຕິນ ທໍາການ ກວດລ້າງຝ່າຍຄ້ານ ໜັກຂຶ້ນ

ໃນວັນທີ 7 ພຶດສະພາ ປີ​ 2012 ທ່ານ ວລາດິເມຍ ພູຕິນ ໄດ້ຫວນກັບຄືນສູ່ວັງເຄຣມລິນ ເພື່ອດໍາລົງຕໍາແໜ່ງ ປະທານາທິບໍດີອີກສະໄໝນຶ່ງ ຫຼັງຈາກ​ໄລຍະ​ເວລາສີ່ປີ ທີ່ທ່ານ​ບໍ່​ໄດ້​ເປັນເປົ້າ​ຂອງ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ ຕະຫລອດເວລາ ຍ້ອນໄດ້ໄປ​ດໍາລົງ​ຕໍາ​ແໜ່​ງ​ເປັນນາ ຍົກລັດຖະມົນຕີຂອງຣັດເຊຍແທນ. ການກັບຄືນມາ ຂອງທ່ານ ພູຕິນ ​ໄດ້​ປະ​ເຊີນການປະທ້ວງຢ່າງໂກດ ແຄ້ນຫຼາຍໆບັ້ນ. ຜູ້ສື່ຂ່າວວີໂອເອ James Brooke ມີ​ລາຍ​ງານ​ກ່ຽວ​ກັບ ຊ່ວງ​ເວລານຶ່ງປີທີ່​ຜ່ານ​ມາຂອງ ປະທານາທິບໍດີ ພູຕິນ.