ເອເຊຍ

ສະຫະລັດ​ຮຽກຮ້ອງ​ອີກ​ ໃຫ້​ ຈີນເຫັນ​ພ້ອມ​ກັບ​ກົດ ​ປະຕິບັດ ສໍາລັບເຂດ ທະເລຈີນໃຕ້

ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi  (ຂວາ) ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຖະແຫຼງຂ່າວຮ່ວມກັນ ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (5 ກັນຍາ 2012)
ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi (ຂວາ) ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຖະແຫຼງຂ່າວຮ່ວມກັນ ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (5 ກັນຍາ 2012)

ມຸນທີມີເດຍ

ສຽງ
  • ຟັງຂ່າວຄຼິນຕັນຮຽກຮ້ອງໃຫ້ຈີນ ຮັບເອົາກົດປະຕິບັດ

ຫຍໍ້ຫລືຂະຫຍາຍໂຕອັກສອນ - +
ທ່ານ​ນາງ ຮິ​ລ​ແລຣີ ຄລິນຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຮຽກ ຮ້ອງ​ອີກ​ຄັ້ງ​ນຶ່ງ​ ໃຫ້​ຈີນ​ຈົ່ງເຫັນ​ພ້ອມ​ກັບ​ກົດ​ປະຕິບັດ ສໍາລັບ​ການ​ຈັດການ​ກັບ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.
 
​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ ທີ່​ປັກ​ກິ່ງນັ້ນ ທ່ານ​ນາງ​ໄດ້​ບອກ​ພວກ​ນັກ​  ຂ່​າວວ່າ ການທີ່​ຈີນ​ແລະ​ສະມາ​ຄົມ​ອາ​ຊ່ຽນ ເຫັນ​ພ້ອມກັນ​ນໍາກົດ​ປະຕິບັດດັ່ງກ່າວ​ນັ້ນ ​ແມ່ນ​ຈະ​ເປັນ​ຜົນ​ປະ
ໂຫຍ​ດສໍາລັບ​ທຸກໆ​ຄົນ.  ​ແຕ່​ທ່ານ​ນາງຄລິນ​ຕັນ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ທີ່​ວ່າ ​ສະຫະລັດ​ກໍາລັງ​ພະຍາ ຍາມ​ຈະ​ຍັບ​ຍັ້ງອິດ​ທິພົນ​ຂອງ​ຈີນນັ້ນ ​ໂດຍ​ກ່າວ​ວ່າ ວໍຊິງ​ຕັນ​ບໍ່ຢາກ​ມີ​ການ​ແຂ່ງຂັນ ທີ່​ບໍ່​ສ້າງຜົນ​ດີ​ໃດໆ ກັບ​ຈີນ.
 
ທ່ານ​ນາງ ຄລິນ​ຕັນ ກ່າວ​ວ່າ:  “ສະຫະລັດ​ບໍ່​ໄດ້​ເອົາ​ທ່າ​ທີ​ໃດໆກ່ຽວ​ກັບ ການ​ຍາ​ດ​ແຍ່ງກັນອ້າງ​ເອົາ​ກໍ​າມະ​ສິດ​ໃນເຂດ​ນໍ້າ​ແດນດິນນັ້ນ. ຄວາມ​ສົນ​ໃຈ​ຂອງ​ພວກ​ເຮົາ ​ແມ່ນ​ຢູ່​ທີ່​ການ​ຮັກສາ​ໄວ້​ຊຶ່ງສັນຕິພາບ ​ແລະ​ສະຖຽນ​ລະ​ພາບ ​ເຄົາລົບ​ນັບ​ຖື​ກົດໝາຍ​ສາກົນ ​ເສລີພາບ​ໃນ​ການ​ເດີນ​ເຮືອ ​ແລະ​ການ​ພານິດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ ​ແລະ​ບໍ່​ມີ​ການ​ກີດ​ຂວງ.”
 
(ຄລີກບ່ອນຮູບເພື່ອຂະຫຍາຍ)ແຜນທີ່ການຂັດແຍ້ງຢູ່ທະເລຈີນໃຕ້(ຄລີກບ່ອນຮູບເພື່ອຂະຫຍາຍ)ແຜນທີ່ການຂັດແຍ້ງຢູ່ທະເລຈີນໃຕ້
x
(ຄລີກບ່ອນຮູບເພື່ອຂະຫຍາຍ)ແຜນທີ່ການຂັດແຍ້ງຢູ່ທະເລຈີນໃຕ້
(ຄລີກບ່ອນຮູບເພື່ອຂະຫຍາຍ)ແຜນທີ່ການຂັດແຍ້ງຢູ່ທະເລຈີນໃຕ້

ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Yang Jiechi ​ ກ່າວ​ວ່າ ຈີນ​ຍັງ​ມີ​ຄວາມມຸ້ງໝັ້ນ​ທີ່​ຈະ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງກັນ​ນີ້ ​ຜ່ານ​ການ​ເຈລະຈາ​ຕໍ່​ຮອງໂດຍ​ກົງ​ແລະກາ​ນປຶກສາ​ຫາລື​ທີ່​ແບບ​ເປັນ​ມິດ​ກັນ. ນອກ​ນີ້​ແລ້ວ ທ່ານ Yang Jiechi ຍັງ​ຢືນ​ຢັດ​ວ່າ ​ຈີນ​ຄໍ້າປະກັນ
ເສລີພາບ​ໃນ​ການ​ເດີນເຮືອ​ຢູ່​ໃນ​ທະ​ເລ​ຈີນ​ໄດ້​ນັ້ນ. ຜ່ານ​ມາ ຈີນ​ຢືນ​ຢັດ​ ໃຫ້​ມີ​ການ​ເຈລະຈາ​ກັນ​ແບບ​ສອງ​ຝ່າຍ ກັບ​ແຕ່ລະ​ປະ​ເທດທີ່​ມີ​ຖານະ​ອ່ອນ​ແອກ​ວ່າຕົນ ​ທີ່ຍາດ​ແຍ່ງ​ກັນ​ອ້າງ​ເອົາ​ກໍາມະ
ສິດ ຢູ່​ໃນ​ຂົງ​ເຂດ​ທີ່​ອຸດົມສົມບູນ​ດ້ວຍ​ພະລັງງານນັ້ນ ຊຶ່ງ​ເປັນ​ທ່າ​ທີທີ່​ເຮັດ​ໃຫ້​ຈີນ​ມີ​ອິທະ​ພົນ​ຢ່າງ​ຫລວງຫຼາຍ.
 
ທ່ານ​ນາງຄລິນ​ຕັນ ກໍາລັງ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຫົກ​ປະ​ເທດ​ໃນ​ຂົງ ​ເຂດ​ເອ​ເຊຍແປ​ຊິ​ຟິກ ທີ່​ໂດຍ​ສ່ວນ​ໃຫຍ່​ແມ່ນ​ເພ່ງ​ເລັງ​ໃສ່​ບັນຫາ​ຂົງ​ເຂດ​ທະ ​ເລ​ຈີນ​ໃຕ້ ​ແຕ່​ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທ່ານ​ນາງ​ຍັງ​ໄດ້​ປຶກສາ​ຫາລື​ ​ເລຶ່ອງ ຊີ​ເຣຍ ອິຣ່ານ ​ເກົາຫຼີ​ເໜືອ ​ແລະ​ການ​ທ້າ​ທາຍ​ຕໍ່ເສດຖະກິດ​ໂລກ ກັບ​ບັນດາ​ຜູ້​ນໍາ​ຈີນ. ທ່ານ​ນາງ​ຈະ​ເດີນທາງ​ໄປ​ຍັງ​ປະ​ເທດ​ຕິ​ມໍຕາເວັນ
ອອກ ຫຼື Timor ​ແລ​ສ​ເຕ ​ໃ​ນຕອນ​ບ່າຍ​ວັນ​ພຸດ​ມື້ນີ້ ກ່ອນ​ຈະ​ເດີນທາງ​ຕໍ່ໄປ​ຍັງປະ​ເທດບຣູ​ໄນ ​ແລະຣັດ​ເຊຍ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ກັບ​ບັນດາ​ຜູ້​ນໍາ​ຂົງເຂດ​ເອ​ເຊຍແປ​ຊິ​ຟິກ.
ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ
ການລຽງລຳດັບ ຄວາມເຫັນ
ຄວາມເຫັນ
     
ໂດຍ: ຄົນບໍ່ຢາກຮູ້
07.09.2012 00:39
ຂ້າພະເຈົ້າບໍ່ເຂົ້າໃຈວ່າເປັນຫຍັງນໍ ປະເທດອາເມລິກາ ຈຶ່ງເປັນເຈົ້າກີ້ເຈົ້າການໝົດທຸກເລື່ອງທຸກບັນຫາໃນໂລກນີ້

ຂ່າວຫລ້າສຸດ

ສຽງ ກໍາມາທິການ ແມ່ນໍ້າຂອງລາວ ແລະແມ່ນໍ້າ Mississippi ສຫລ ແລກປ່ຽນ ປະສົບປະການ ນໍາກັນ

ອົງການແມ່ນໍ້າຂອງລາວ ແລກປ່ຽນປະສົບປະການ ໃນການຄຸ້ມຄອງ ຊັບພະຍາກອນນໍ້າ ກັບກໍາມາທິການ ແມ່ນໍ້າ Mississippi ຂອງ ສຫລ ເພື່ອນໍາໃຊ້ປະໂຫຍດ ຢ່າງຍືນຍົງ.
ອ່ານຕື່ມ

Multimedia ຢ້ານວ່າ ອາດມີຮອດ 91 ຄົນຕາຍ ຍ້ອນລົມຫົວກຸດ ທີ່ລັດ Oklahoma (ວີດີໂອ/ສະໄລດ໌)

ພວກ​ນັກ​ຂ່າວວ່າ “ທຸກໆ​ຄົນ​ແມ່ນຫົວ​ໃຈ ​ແຕກ​ສະ​ລາຍ” ສໍາ​ລັບ​ບັນດາ​ພໍ່ແມ່ ທີ່​ກໍາລັງ​ຊອກ​ຫາພວກ​ເດັກນ້ອຍ ລູກ​​ເຕົ້າຂອງ​ພວກ​ເຂົ້າ​ເຈົ້ານັ້ນ.
ອ່ານຕື່ມ

ວີດີໂອ ເສດຖະກິດຂອງເຂດ​​ຢູ​ໂຣ ​ຫົດຕົວ​ເກີນຄາດໝາຍ (ວີດິໂອ)

ເສດຖະກິດຂອງເຂດ​ຢູ​ໂຣ ​ຫົດຕົວ​ເຂົ້າ ​ເກີນຄາດໝາຍ ໃນ​ໄລຍະ​ສາມ​ເດືອນ​ຕົ້ນປີ 2013 ນີ້ ຄືຕົກຕໍ່າລົງ ສອງສ່ວນສິບ ຂອງນຶ່ງເປີເຊັນ ເປັນຫົກໄຕມາດລຽນຕິດ.
ອ່ານຕື່ມ

ຈີນ ແລະ ອິນເດຍ ຕ້ອງສ້າງຕັ້ງ ສາຍສຳພັນ ທີ່ເຂັ້ມແຂງ ດ້ານເສດຖະກິດ

ນາຍົກ ລມຕ ຈີນ ກ່າວວ່າ ການ​​ຮັດ​ແໜ້ນ ​ການຮ່ວມ​ມືທາງ​ເສດຖະກິດ ​ໃຫ້​​ເຂັ້ມ​ແຂງ​ຂຶ້ນ ​ ແມ່ນ​ຈະນໍາ​ໄປ​ສູ່​ ຄວາມ​ຈະ​ເລີ​ນ​ເຕີບ​ໂຕ ໃນ​ທັງ​ສອງ​ປະ​ເທດ​.
ອ່ານຕື່ມ

ວີດີໂອ ທ່ານ Kerry ສືບຕໍ່ ລະດົມເອົາ ການສະໜັບສະໜຸນ ແກ່ກອງປະຊຸມ ສັນຕິພາບຊີເຣຍ (ວີດີໂອ)

ເລື້ອງການ​​ເຂົ້າ​ມາ​ຮ່ວມນໍາ ຂອງອິຣ່ານ ກໍາລັງເປັນອຸບປະສັກ ຕໍ່ການຈັດກອງ​ປະຊຸມ​ດັ່ງກ່າວ ຍ້ອນສະຫະລັດ ກັບຣັດເຊຍ ມີຄວາມເຫັນຕ່າງກັນ.
ອ່ານຕື່ມ
ຕື່ມອີກ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ວີດີໂອ

ວີດີໂອ ຈີນພະຍາຍາມ ຫລິ້ນບົດບາດໃຫຍ່ຂຶ້ນ ໃນຕາເວັນອອກກາງ

ຈີນໄດ້ເປັນເຈົ້າພາບຕ້ອນຮັບ ປະທານາທິບໍດີ Mahmoud Abbas ແຫ່ງອໍານາດການປົກຄອງປາແລັສໄຕ ແລະ ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາແອລ ຄົນ​ລະ​ເທື່ອ ເມື່ອອາທິດຜ່ານມາ ໃນຂະນະທີ່ປາກົດວ່າປັກ ກິ່ງມີ​ຄວາມສົນໃຈໃນການເອົາບົດບາດທີ່ໃຫຍ່ຂຶ້ນ ​ໃນ​ການ ເປັນຜູ້ຊ່ວຍໄກ່ເກ່ຍກໍລະນີຂໍ້ຂັດແຍ້ງກັນລະຫວ່າງ ອາຣັບ ກັບອີສຣາແອລ.