ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ທ່ານ ສີ ຢ້ຽມຢາມ​ປະ​ເທດ ຝ​ຣັ່ງ ໄດ້​ສະ​ເໜີ​ການ​ປະນີປະນອມ​ທາງ​ດ້ານ​ການ​ຄ້າ


ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ຮູ​ແອ​ລ ມາກ​ຣົງ ເຂົ້າ​ຮ່ວມ​ພິ​ທີ​ກ່ອນ​ການ​ເດີນ​ທາງ​ອອກ​ຂອງ​ທ່ານ ສີ, ຢູ່​ສະ​ໜາມ​ບິນ ຕາບ-ລວດ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ຝ​ຣັ່ງ, 7 ເມ​ສາ 2024.
ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ຮູ​ແອ​ລ ມາກ​ຣົງ ເຂົ້າ​ຮ່ວມ​ພິ​ທີ​ກ່ອນ​ການ​ເດີນ​ທາງ​ອອກ​ຂອງ​ທ່ານ ສີ, ຢູ່​ສະ​ໜາມ​ບິນ ຕາບ-ລວດ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ຝ​ຣັ່ງ, 7 ເມ​ສາ 2024.

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ສະ​ເໜີ​ການ​ສຳ​ປະ​ທານ​ສອງ​ສາມ​ຢ່າງ​ຕໍ່​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ ແລະ ເຈົ້າ​ພາບ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໃນ​ຂະ​ນະ​ທີ່​ທ່ານ​ສະຫຼຸບ​ການ​ຢ້ຽມ​ຢາມ ຝ​ຣັ່ງ ສອງວັນ​ໃນ​ແລງວັນ​ອັງ​ຄານ​ວານນີ້. ຜູ້​ນຳ​ທັງ​ສອງ​ທ່ານ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ປັບ​ປຸງ​ສາຍ​ພົວ​ພັນ​ໃນ​ການ​ເດີນ​ທາງ​ໄປ ຢູ​ໂຣບ ຄັ້ງ​ທຳ​ອິດ​ໃນ​ຮອບ 5 ປີ​ຂອງ​ທ່ານ ສີ, ຫຼັງ​ຈາກ​ສາຍ​ພົວ​ພັນ​ໄດ້​ຊຸດ​ໂຊມ​ລົງ​ຍ້ອຍ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ ປັກ​ກິ່ງ ສຳ​ລັບ ຣັດ​ເຊຍ ໃນ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ​ເຂົາ​ເຈົ້າ.

ທ່ານ ມາ​ກ​ຣົງ ໄດ້​ເຊື້ອ​ເຊີນ​ທ່ານ ສີ ຂຶ້ນ​ໄປ​ເທິງ​ພູ ປີ​ເຣ​ເນ ທີ່​ສູງ​ໃນ​ວັນ​ອັງ​ຄານ​ວານນີ້, ເຊິ່ງ​ແມ່ນ​ພາກ​ພື້ນ​ບ້ານ​ເກີດ​ຂອງ​ແມ່​ເຖົ້າ​ຂອງ​ປະ​ທາ​ນາ​ທິ​ບໍ ຝ​ຣັ່ງ ນັ້ນ. ຢູ່​ລຸ່ມ​ຈອມ​ພູ​ທີ່​ປົກ​ຫຸ້ມ​ດ້ວຍ​ຫິ​ມະ​ມີ​ໝອກ​ທີ່​ໜາ, ເຊິ່ງ​ຜູ້​ນຳ​ທັງ​ສອງ​ທ່ານ ແລະ ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ​ໄດ້​ຊົມ​ການ​ສະ​ແດງ​ເຕັ້ນ​ພື້ນ​ເມືອງ ກ່ອນ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ດ້ວຍ​ຊີ້ນ​ໝູ​ແຮມ, ຊີ້ນແກະ, ເນີຍ​ແຂງ ແລະ ພາຍ​ໝາກບ​ລູ​ເບີ​ຣີ ທີ່​ຜະ​ລິດ​ຢູ່​ໃນ​ທ້ອງ​ຖິ່ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຝ​ຣັ່ງ ໄດ້​ກ່າວ​ວ່າ​ການ​ເດີນ​ທາງ​ໄປ​ເທິງ​ພູ​ນັ້ນ​ຈະ​ສະ​ໜອງ​ໂອ​ກາດ​ສຳ​ລັບ​ການ​ເຈ​ລະ​ຈາ​ໜ້າ​ຕໍ່​ໜ້າ​ທີ່​ເປັນ​ທາງ​ການ​ໜ້ອຍ​ລົງ ຫຼັງ​ຈາກ​ການ​ສະ​ແດງ​ທີ່ຫຼູຫຼາ ແລະ ພິ​ທີ​ຕ້ອນ​ຮັບ​ທາງ​ລັດ​ຖະ​ການ​ຂອງ​ທ່ານ ສີ ໃນ​ນະ​ຄອນຫຼວງ ປາ​ຣີ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ.

ສາຍ​ພົວ​ພັນ​ໄດ້​ຊຸ​ດ​ໂຊມ​ລົງ​ຢ່າງຫຼວງຫຼາຍ​ນັບ​ຕັ້ງ​ແຕ່​ທ່ານ ສີ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໃນ​ພາກ​ພື້ນ​ດັ່ງ​ກ່າວ​ເມື່ອ​ປີ 2019, ກ່ອນ​ເກີດ​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ. ຢູ​ໂຣບ ໄດ້​ກ່າວ​ຫາ ປັກ​ກິ່ງ ກ່ຽວ​ກັບ ການ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ອຸດ​ສາ​ຫະ​ກຳ​ຕ່າງໆ​ທີ່​ເຮັດ​ໃຫ້​ບໍ​ລິ​ສັດ​ທັງຫຼາຍ​ຂອງ​ເຂົາ​ເຈົ້າຂາຍ​ສິນ​ຄ້າ​ໃນ​ລາ​ຄາ​ຕ່ຳ​ໃນ​ຂະ​ແໜງ​ຕ່າງໆ​ເຊັ່ນ​ລົດ​ໄຟ​ຟ້າ, ແຕ່​ໄດ້​ກ່າວ​ຕໍ່​ແຂກ​ຈາກ​ປະ​ເທດ ຈີນ ຂອງ​ທ່ານ​ວ່າ ສະ​ຫະ​ພາບ ຢູ​ໂຣບ ບໍ່​ໄດ້​ພະ​ຍາ​ຍາມ​ຕັດ​ສາ​ຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ.

ທ່ານ ມາກ​ຣົງ ໄດ້​ກ່າວ​ຕໍ່​ຄະ​ນະ​ຜູ້​ແທນ​ຢູ່​ສະ​ພາ​ທຸ​ລະ​ກິດ ຝ​ຣັ່ງ ແລະ ຈີນ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ “ເປົ້າ​ໝາຍ​ຮ່ວມ​ກັນ​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ສືບ​ຕໍ່​ສາຍ​ພົວ​ພັນ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG