ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອົງການອາຫານໂລກ ໃຫ້ການຊ່ວຍເຫຼືອ ໃນການປັບປຸງ ໂພຊະນາການ ສຳລັບ ແມ່ຍິງຖືພາ ແລະ ເດັກນ້ອຍລາວ


ພິທີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສະໜັບ ສະໜູນການຈັດຕັ້ງປະຕິບັດ ວຽກງານດ້ານໂພຊະນາການ ແລະ ສຸຂະພາບ ສຳລັບແມ່ແລະເດັກໃນລາວ.
ພິທີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສະໜັບ ສະໜູນການຈັດຕັ້ງປະຕິບັດ ວຽກງານດ້ານໂພຊະນາການ ແລະ ສຸຂະພາບ ສຳລັບແມ່ແລະເດັກໃນລາວ.

ອົງການອາຫານໂລກ ໃຫ້ການຊ່ວຍເຫຼືອໃນການປັບປຸງໂພຊະນາການ ສຳລັບ ແມ່ຍິງຖືພາ ແລະ ເດັກນ້ອຍລາວ ນັບຕັ້ງແຕ່ຍັງຢູ່ໃນຄັນຂອງຜູ້ເປັນແມ່ ແລະ ຄອດອອກມາຈົນອາຍຸເຖິງ 2 ປີ ບໍລິບູນ.

ພິທີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສະໜັບ ສະໜູນການຈັດຕັ້ງປະຕິບັດ ວຽກງານດ້ານໂພຊະນາການ ແລະ ສຸຂະພາບ ສຳລັບແມ່ແລະເດັກໃນລາວ ໄດ້ມີຂຶ້ນຢ່າງເປັນທາງການ ເມື່ອບໍ່ນານມານີ້ ຢູ່ນະຄອນຫຼວງວຽງຈັນ ໂດຍເປັນການລົງນາມຮ່ວມກັນ ລະຫວ່າງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ກັບ ທ່ານ ນາງ Sarah Gordon-Gibson ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ ຊຶ່ງຕົກລົງໃຫ້ການຊ່ວຍເຫຼືອ ໃນມູນຄ່າ 8 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດ ໂຄງການເປັນເວລາ 12 ເດືອນຕໍ່ໄປນີ້.

ພວກເດັກນ້ອຍລາວ ຢູ່ຫ່າງໄກສອກຫລີກ ຕາມຊົນນະບົດ ມີຄວາມສ່ຽງສູງ ຕໍ່ການເສຍຊີວິດ ຍ້ອນ ການຂາດສານອາຫານ.
ພວກເດັກນ້ອຍລາວ ຢູ່ຫ່າງໄກສອກຫລີກ ຕາມຊົນນະບົດ ມີຄວາມສ່ຽງສູງ ຕໍ່ການເສຍຊີວິດ ຍ້ອນ ການຂາດສານອາຫານ.

ໂດຍການຊ່ວຍເຫຼືອດັ່ງກ່າວນີ້ ມີເປົ້າໝາຍເພື່ອລົດບັນຫາ ການຂາດສານ ອາຫານຂອງເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 2 ປີ ດ້ວຍການເພີ່ມພູນສານ ອາຫານໃຫ້ກັບແມ່ຍິງລາວ ຕັ້ງແຕ່ຖືພາ ແລະ ຄອດລູກອອກມາ ຈົນມີອາຍຸ ໄດ້ເຖິງ 2 ປີ ຊຶ່ງຈະເຮັດໃຫ້ທັງແມ່ ແລະ ເດັກມີສຸຂະພາບອະນາໄມທີ່ດີ ທັງຍັງຈະຊ່ວຍລົດບັນຫາການເສຍຊີວິດ ຂອງແມ່ແລະເດັກໃນລາວ ໃຫ້ເບົາ ບາງລົງອີກດ້ວຍ ທັງນີ້ ເນື່ອງຈາກວ່າ ການເສຍຊີວິດ ຂອງແມ່ຍິງລາວ ໃນ ຂະນະຖືພານັ້ນ ຍັງມີອັດຕາທີ່ສກູງ ແລະ ໄດ້ສົ່ງຜົນໂດຍກົງຕໍ່ອັດຕາການ ເສຍຊີວິດ ຂອງເດັກທາລົກ ໃນລາວດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງ ສາທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ:

“ໃນທົ່ວປະເທດເຮົານີ້ ແຕ່ລະມື້ ແມ່ນມີແມ່ຍິງຫຼາຍກວ່າ 1 ຄົນ ເສຍຊີວິດ ເນື່ອງມາຈາກການຖືພາ ການເກີດລູກ ແລະຍັງມີອີກ 30 ຄົນທີ່ຍັງມີຄວາມ ສ່ຽງ ໂດຍສະເພາະ ຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ການເສຍ ຊີວິດຂອງແມ່ນີ້ ຍັງເປັນສັນຍານອັນໜຶ່ງ ທີ່ບົ່ງບອກວ່າ ສັງຄົມບໍ່ສາມາດ ປົກປ້ອງຜູ້ທີ່ມີຄວາມສ່ຽງທີ່ສຸດນັ້ນໄດ້ ເພາະວ່າ ການເສຍຊີວິດຂອງແມ່ ແລະເດັກ ແມ່ນສິ່ງທີ່ສາມາດຫລີກລ່ຽງໄດ້ ຖ້າຫາກວ່າ ໄດ້ຮັບການເອົາ ໃຈໃສ່ເທົ່າທີ່ຄວນ.”

ທາງດ້ານສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ລາຍງານວ່າ ການຈັດຕັ້ງປະຕິບັດໂຄງການປັບປຸງໂພຊະນາການ ສຳລັບເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 5 ປີ ທີ່ໄດ້ເລີ່ມດຳເນີນການນັບຈາກວັນທີ 1 ມິຖຸນາ 2015 ເປັນຕົ້ນມາ ແລະ ຈະຈັດຕັ້ງປະຕິບັດ ໄປຈົນເຖິງກາງປີ 2018 ດ້ວຍງົບປະ ມານໃນມູນຄ່າ 27 ລ້ານໂດລາ ທີ່ລັດຖະບານສະຫະລັດ ໄດ້ໃຫ້ການຊ່ວຍ ເຫຼືອ ລັດຖະບານລາວ ໂດຍຜ່ານ WFP ພາຍໃຕ້ແຜນການຮ່ວມມືຫຼາຍ ຝ່າຍ ເຂົ້າໃນການພັດທະນາການຕອບສະໜອງດ້ານໂພຊະນາການທີ່ດີ ສຳລັບການເຕີບໂຕຂອງເດັກອາຍຸຕ່ຳກວ່າ 5 ປີນັ້ນ ຈະມີເດັກນ້ອຍລາວ ໃນໄວດັ່ງກ່າວນີ້ ຈຳນວນຫຼາຍກວ່າ 170,000 ຄົນ ທີ່ຢູ່ໃນເຂດຊົນນະບົດ ທີ່ໄດ້ຮັບຜົນປະໂຫຍດໂດຍກົງ ເນື່ອງຈາກວ່າ ຖືເປັນກຸ່ມເຍົາວະຊົນລາວ ທີ່ຂາດເຂີນທັງໃນດ້ານໂພຊະນາການ ແລະ ການບໍລິການດ້ານສຸຂະພາບ ອະນາໄມ ຈາກພາກລັດຖະບານລາວ ຫຼາຍທີ່ສຸດນັ້ນເອງ.

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງລາວ ກໍໄດ້ສະເໜີລາຍ ງານວ່າ ບັນຫາການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ໄດ້ ເປັນເຫດ ທີ່ເຮັດໃຫ້ການລົດຈຳນວນເດັກນ້ອຍ ທີ່ຕົວເຕ້ຍ ສາມາດດຳເນີນ ການໄດ້ ຢ່າງຊັກຊ້າ ຄືສາມາດລົດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນ ໃນປີ 2006 ລົງມາເປັນ 38 ເປີເຊັນ ໃນປັດຈຸບັນນີ້ ໝາຍຄວາມວ່າ ລົດລົງໄດ້ພຽງ 2 ເປີເຊັນ ເທົ່ານັ້ນ ໃນລະຍະກວ່າ 8 ປີຜ່ານມາ ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງສູງ ເຖິງ 32 ເປີເຊັນ ໃນຂະນະທີ່ເປົ້າໝາຍ ສະຫັດສະວັດ ໄດ້ວາງເອົາໄວ້ ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ ຂອງຈຳ ນວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ເດັກນ້ອຍລາວ ທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍນ້ຳນົມແມ່ ນັບຕັ້ງແຕ່ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນ ກໍຍັງຄິດເປັນອັດຕາສະເລ່ຍພຽງ 40 ເປີເຊັນເທົ່ານັ້ນ ອີີກດ້ວຍ.

ກ່ອນໜ້ານີ້ ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດ ອາເມ ຣິກາ ປະຈຳລາວ ໄດ້ປະກາດການໃຫ້ການຢືນຢັນວ່າ ລັດຖະບານສະຫະລັດ ໄດ້ອະນຸມັດງົບປະມານໃນມູນຄ່າ 6 ລ້ານ 5 ແສນໂດລາ ຊຶ່ງແບ່ງອອກເປັນ 5 ລ້ານໂດລາ ສຳລັບ ໃຫ້ການຊ່ວຍເຫຼືອຄົນພິການ ຈາກລະເບີດບໍ່ທັນແຕກ (UXO) ໃນລາວ ຈຳນວນ 70,000 ກວ່າຄົນ ໂດຍທີ່ອົງການ World Education ໄດ້ໃຫ້ການຝຶກອົບຮົມ ການເພີ່ມຂີດຄວາມສາມາດດ້ານເສດ ຖະກິດ ການເຂົາເຖິງເທັກໂນໂລຈີ ແລະ ການຟື້ນຟູການແພດ ສຳລັບຄົນ ພິການ ໃນລາວເປັນເວລາ 3 ປີ.

ສ່ວນເງິນທຶນອີກ 1 ລ້ານ 5 ແສນໂດລາ ນັ້ນ ກໍເປັນການສະໜັບສະໜູນ ໃຫ້ ແກ່ໂຄງການຮ່ວມມືດ້ານການຜະລິດອົງຄະທຽມ ແລະເຄື່ອງຄ້ຳຊູ ສຳລັບຄົນ ພິການໃນລະຍະ 3 ປີຕໍ່ໄປນີ້ ທັງນີ້ ໂດຍນັບແຕ່ປີ 1993 ເປັນຕົ້ນມາ ທາງການ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ ໃນການເກັບກູ້ລະເບີດ UXO ໃນລາວໄປ ແລ້ວເຖິງ 83 ລ້ານໂດລາ.

XS
SM
MD
LG