ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫວຽດນາມ ມີ​ນັກ​ໂທ​ດການ​ເມືອງ ຫຼາຍທີ່​ສຸດ ​ໃນ ເອເຊຍ​ ອາ​ຄະ​ເນ


ນັກເຄືຶ່ອນໄຫວ ດ້ານສິ່ງແວດລ້ອມຫວຽດນາມ ທ່ານ Dinh Dang Dinh ທີ່ຖືກຝາກໂທດ ກຳລັງຮັບການປີ່ນປົວໂຣກມະເຮັງໃນທ້ອງ.
ນັກເຄືຶ່ອນໄຫວ ດ້ານສິ່ງແວດລ້ອມຫວຽດນາມ ທ່ານ Dinh Dang Dinh ທີ່ຖືກຝາກໂທດ ກຳລັງຮັບການປີ່ນປົວໂຣກມະເຮັງໃນທ້ອງ.
ກຸ່ມ​ປົກປ້ອງ​ສິດທິມະນຸດກຸ່ມນຶ່ງ ກ່າວ​ວ່າ ຫວຽດນາມມີ​ນັກ
​ໂທ​ດການ​ເມືອງຫຼາຍ ​ທີ່​ສຸດ​ຢູ່​ໃນເອເຊຍ​ອາ​ຄະ​ເນ.

ສະຫະ​ພັນນາໆຊາດເພື່ອສິດທິ​ມະນຸດ ຫລື International
Federation for Human Rights ກ່າວ​ວ່າ ມີຜູ້ຄັດຄ້ານ
ລັດຖະບານຊາວ​ຫວຽດນາມຢ່າງໜ້ອຍ 212 ຄົນ ພາກັນ​
ຖືກ​ຕິດ​ຄຸກຢູ່ໃນເວລານີ້ ​ແລະ​ອີກ​ຫລາຍ​ຄົນ ກໍຖືກ​ກັກ​ບໍລິ
ເວນ ໃຫ້ຢູ່ແຕ່ໃນບ້ານເຮືອນ.

ສະຫະ​ພັນນາໆຊາດເພື່ອສິດທິ​ມະນຸດ ກ່າວ​ວ່າ ພວກທີ່​ຖືກ​ຄຸກເຫຼົ່ານີ້ແມ່ນຮວມທັງພວກທະນາຍ​ຄວາມ ນັກ​ຂຽນ​ຂ່າວ
ອິນເຕີແນັດ ​ແລະ​ນັກ​ເຄື່ອ​ນ​ໄຫວ​ທີ່​ດິນ.

ຜູ້ອຳນວຍການຝ່າຍເອ​ເຊຍຂອງສະຫະພັນ ທ່ານ​ນາງ Andrea Giorgetta ກ່າວ​ຕໍ່
ວີ​ໂອ​ເອ ​ພະແນ​ກພາສາຫວຽດນາມວ່າ ມັນ​ເຖິງເວລາ​ແລ້ວ ທີ່ປະຊາ​ຄົມ​ນາໆຊາດຈະ
ກົດ​ດັນໃຫ້ຮາ​ໂນ່ຍ​ຢຸດເຊົາການກົດຂີ່ຕໍ່ການສະແດງການຄັດຄ້ານ ດ້ວຍຄວາມ​ສະຫງົບ.

ທ່ານນາງ Giorgetta ເວົ້າວ່າ “ມັ​ນ​ເປັນເລື່ອງອັບອາຍ​ຂາຍໜ້າ ທີ່​ປະ​ເທດຄື ຫວຽດ
ນາມ ຊຶ່ງ​ເປັນ​ສະມາຊິກປະ​ເທດ​ນຶ່ງ​ຢູ່ໃນສະພາ​ສິດທິ​ມະນຸດສະຫະ​ປະຊາ​ຊາດ ​ໃນ​ປັດ
ຈຸບັນ​ນີ້ ​ຄຸມຂັງພວກນັກ​ການ​ໂທດ​ການ​ເມືອງຫຼາຍທີ່​ສຸດ​ໃນ​ເອເຊຍ​ອາຄະ​ເນ.”

ຫວຽດນາມ​ກ່າວ​ວ່າ ບໍ່ມີ​ນັກ​ໂທ​ດການ​ເມືອງ ຫລືພວກ​ນັກ​ໂທດຈິດສຳນຶກ ຢູ່ໃນ​ຫວຽດ
ນາມ ມີ​ພຽງ​ແຕ່ພວກທີ່​ລະເມີດກົດໝາ​ຍເທົ່ານັ້ນ.
XS
SM
MD
LG