ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມີການພົບເຫັນ ລະເບີດບໍ່ທັນແຕກ ຫຼາຍຂຶ້ນ ໃນຫວຽດນາມ (ສະໄລດ໌)


ທະຫານກໍາລັງກວດຫາລະເບີດບໍ່ທັນແຕກ (UXO) ໃນເຂດພາກໃຕ້ ຂອງຫວຽດນາມ
ທະຫານກໍາລັງກວດຫາລະເບີດບໍ່ທັນແຕກ (UXO) ໃນເຂດພາກໃຕ້ ຂອງຫວຽດນາມ
ຈໍານວນລະເບີດແລະລະເບີດຝັງດິນ ທີ່ມີລາຍງານວ່າ ຖືກພົບ
ເຫັນຢູ່ໃນພາກກາງຫວຽດນາມ ​ໄດ້ມີຫລາຍຂຶ້ນໃນບໍ່ເທົ່າໃດປີ
ຜ່ານມານີ້ ໃນຂະນະທີ່ ມີ​ການ​ສະ​ສາງ​ເກັບ​ກູ້​ລະ​ເບີດ​ຈາກດິນ
ດອນທີ່ຖືກ​ກະທົບ​ນັ້ນເພີ່ມຫຼາຍຂຶ້ນເພື່ອການພັດທະນາ. ຫຼາຍ
ຄົນຮູ້ດີເຖິງອັນຕະລາຍ ແຕ່ອຸບັດເຫດລະເບີດ ແຕກກໍຍັງສືບຕໍ່ ເອົາຊີວິດຜູ້ຄົນໄປຢູ່ເລື້ອຍໆ. Marianne Brown ຜູ້ສື່ຂ່າວວີ
ໂອເອ ມີລາຍງານຈາກແຂວງກວາງຈີ ຊຶ່ງທອງປານຈະນໍາມາ
ສະເໜີທ່ານ.

ເກືອນສີ່ສິບປີ ຫຼັງຈາກສົງຄາມຫວຽດນາມໄດ້ສິ້ນສຸດລົງ ກໍຍັງ
ມີລະເບີດທີ່ບໍ່ທັນແຕກ ຫຼື UXO ປະມານ 600,000 ໂຕນ ຕົກ
ຄ້າງຢູ່​ໃນພື້ນດິນ. ທາງການຫວຽດນາມເວົ້າວ່າລູກປືນຄົກ ລະ
ເບີດລູກຫວ່ານ ລະເບີດໃຫຍ່ ແລະລະເບີດມືເຫຼົ່ານັ້ນໄດ້ສັງຫານ ຫຼືບໍ່ກໍເຮັດໃຫ້ໄດ້ຮັບ ບາດເຈັບໄປ ປະມານ 100,000 ຄົນ ນັບຕັ້ງແຕ່ສົງຄາມໄດ້ສິ້ນສຸດລົງ.

ນຶ່ງ​ໃນ​ຫລາຍໆ​ແຂວງທີ່ມີລູກລະເບີດບໍ່ທັນແຕກຫຼາຍກວ່າໝູ່ ແມ່ນແຂວງກວາງຈີ ທີ່ຕັ້ງ ຢູ່ໃຕ້​ເຂດປອດ​ທະຫານເກົ່າ ແລະ​ເປັນ​ບ່ອນ​ທີ່​ມີການສູ້ລົບກັນ​ຢ່າງ​ດຸ​ເດືອດຫຼາຍໆບັ້ນ.

ເຖິງແມ່ນບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ໄດ້ປະຕິບັດການເກັບກູ້ລະ ເບີດບໍ່​ທັນ​ແຕກ ຢູ່ໃນແຂວງດັ່ງກ່າວມາໄດ້ 10 ກວ່າປີແລ້ວກໍຕາມ ການພັດທະນາທີ່ ດິນເພີ່ມຂຶ້ນ ບວກກັບລະບົບການລາຍງານທີ່ດີຂຶ້ນ ເຮັດໃຫ້ມີ​ການພົບເຫັນລະເບີດບໍ່ ທັນແຕກເພີ່ມຂຶ້ນໄປອີກ ໃນໄລຍະຊຸມປີຜ່ານມານີ້.

Henk Liebenberg ຜູ້ຈັດການຝ່າຍປະຕິບັດການດ້ານເທັກນິກຂອງກຸ່ມ ໃຫ້ຄໍາປຶກສາ ດ້ານລະເບີດຝັງດິນ ຫຼືທີ່ຮູ້ກັນໃນຊື່ຫຍໍ້ວ່າ MAG ​ໃນ​ແຂວງ​ກວາງ​ຈີ ກ່າວ​ວ່າ ໃນປີ 2009 MAG ໄດ້ທໍາລາຍລະເບີດບໍ່ທັນແຕກ ປະມານ 7,500 ລູກ ​ແຕ່ໃນປີ 2012 ປີ ຜ່ານມານີ້ ໄດ້ທໍາລາຍຫຼາຍກວ່າ 17,000 ລູກ.

ທ່ານ ລີເບັນເບີກ ເວົ້າວ່າ: “ໃນເດືອນມັງກອນຜ່ານມານີ້ ພວກເຮົາໄດ້ໄປຍັງ
ໝູ່ບ້ານແຫ່ງນຶ່ງ ບ່ອນທີ່
ທີ​ມປະສານ​ງານ​ກັບປະຊາຄົມຂອງ​ພວ​ກ​ເຮົາ ທໍາ
ງານຢູ່ ແລະພວກເຮົາໄດ້ພົບອາວຸດນ້ອຍ
​ເກືອບ 50 ໜ່ວຍ ຢູ່ບ່ອນທີ່ພວກ
ຄົນທ້ອງຖິ່ນເວົ້າວ່າ ບາງເທື່ອກໍປະມານ 500, 600 ແມັດຫ່າງຈາກ
ບ່ອນ
ທີ່ພວກເຂົາເຈົ້າ ອາ
​ໄສຢູ່ ບ່ອນທີ່ພວກເຂົາເຈົ້າ​ເຮັດ​ວຽກຢູ່ໃນປ່າ.”

​ເວລານີ້ ບັນດາກຸ່ມເກັບກູ້ລະເບີດບໍ່ທັນແຕກ ມີໂທລະສັບສາຍຕົງສໍາລັບ ​ໃຫ້ພວກຊາວ ບ້ານຊາວເມືອງ​ໂທຫາພວກເຈົ້າໜ້າທີ່ ເວລາໃດພວກເຂົາເຈົ້າ ພົບເຫັນອາວຸດຕ່າງໆ ຈາກປາງສົງຄາມ. ນອກນີ້ແລ້ວ ເຈົ້າໜ້າທີ່ປະສານງານກັບປະຊາຄົມ ຍັງພາກັນໄປຫາ​
ແຕ່​ລະບ້າ​ນເຮືອນເພື່ອ​ເກັບ​ກໍາຂໍ້ມູນໂດຍກົງ ຊຶ່ງທ່ານລີເບັນເບີກ ເວົ້າວ່າ ນີ້ກໍເປັນເຫດ
ຜົນນຶ່ງ ທີ່​ພາ​ໃຫ້ມີລາຍງານພົບເຫັນລະເບີດບໍ່ທັນແຕກ ເພີ່ມຫຼາຍຂຶ້ນ.

ເມື່ອເດືອນຜ່ານມາ ມີກຸ່ມນຶ່ງທີ່ຊື່ວ່າ Project Renew ໄດ້ຖືກເອີ້ນໃຫ້ໄປທໍາລາຍປືນຄົກ
ຂອງຝຣັ່ງ ແລະລະເບີດມືຂອງ​ສະຫະລັດລູກ​ນຶ່ງ ຢູ່ຫ່າງບໍ່ເທົ່າໃດແມັດຈາກໂຮງຮຽນອະ
ນຸບານແຫ່ງນຶ່ງ.

Ngo Xuan Hien ເຈົ້າໜ້າທີ່ກິດກະການພັດທະນາແລະສາທາລະນະ ທີ່​ໄດ້​ໄປ​ຍັງ ສະຖານທີ່ດັ່ງກ່າວ ​ເວົ້າ​ວ່າ:

“ເຮົາສາມ​າດເຫັນໄດ້​ວ່າ ລະເບີດ 40 ມ.ມ. ​ລູກ​ນັ້ນ​ຖືກຫ້າງໄວ້ແລ້ວ
ໄດ້
ຖືກຍິງແລ້ວ ​ແຕ່​ບໍ່​ທັນ​ແຕກ ສະນັ້ນໂມງຍັງແລ່ນຢູ່ ພ້ອມທີ່ຈະ ລະເບີດໄດ້ທຸກເວລາ.”

ທ່ານຫຽນເວົ້າອີກວ່າ ພື້ນທີ່ດັ່ງກ່າວເປັນທີ່ຮູ້ກັນດີວ່າ ເປັນບ່ອນທີ່ມີລະເບີດບໍ່ທັນແຕກ ຢາຍຊະຊາຍ ຢ່າງ​ຫຼວງຫຼາຍ. ທ່ານຫຽນເວົ້າຕໍ່ໄປວ່າ:

“ປະມານສອງຫລັກຈາກບ່ອນນີ້ ແມ່ນປ້ອມຫລົບໄພ ກວາງຈີ ມີຊື່ສຽງວ່າ
ເປັນບ່ອນທີ່​ມີການສູ້ລົບກັນຢ່າງ​ດຸ​ເດືອດ ໃນປີ 1972. ສະນັ້ນ ມັນຖື
ເປັນເລຶ່ອງທໍາມະດາຫຼາຍ
ທີ່ຈະເຫັນ UXO ຍັງຕົກຢາຍຊະຊາຍ ຢູ່ທົ່ວ
ພື້ນທີ່ດັ່ງກ່າວ.”


ທີມງານໄດ້ກັ້ນບໍລິ​ເວນ​ນັ້ນເປັນເຂດຫ້າມເຂົ້າ ແລະໄດ້ໃຊ້​ໂທລະ​ໂຄ່ງປະກາດຕັກເຕືອນ ພວກຊາວບ້ານຊາວເມືອງ ໃຫ້ຢູ່ຫ່າງໆອອກ​ໄປ.

ເດັກຊາຍຫວຽດນາມ ຍ່າງກາຍປ້າຍ ທີ່ແຈ້ງບອກວ່າ ມີລະເບີດຝັງດິນ ແລະລະເບີດບໍ່ທັນແຕກ ຢູ່ໃນເຂດນັ້ນ ຂອງແຂວງ ກວາງຈິ
ເດັກຊາຍຫວຽດນາມ ຍ່າງກາຍປ້າຍ ທີ່ແຈ້ງບອກວ່າ ມີລະເບີດຝັງດິນ ແລະລະເບີດບໍ່ທັນແຕກ ຢູ່ໃນເຂດນັ້ນ ຂອງແຂວງ ກວາງຈິ

ລະເບີດບໍ່​ທັນແຕກທີ່​ຖືກ​ພົບ​ເຫັນ ບໍ່​ໄດ້​ຖືກ​ເຮັດ​ໃຫ້ແຕກ​ຂຶ້ນ
ພາຍໃຕ້ສະພາບ ການທີ່ຖືກ ຄວບຄຸມ​ແບບ​ນີ້ທັງໝົດ. ລະ
ເບີດບາງລູກໄດ້ແຕກຂຶ້ນເວລາພວກ ຊາວນາຊາວສວນ
ໄປ​ແຕະຕ້ອງ​ຖືກມັນ ເວລາພວກເຂົາເຈົ້າເຮັດນາເຮັດສວນ.

Nguyen Ngoc Thu ອາຍຸ 48 ປີ ອາ​ໄສຢູ່ຕູບນ້ອຍ​ເກົ່າໆ
ໃນໝູ່ບ້ານ ນ້ອຍໆແຫ່ງນຶ່ງ. ໃນປີ 1995 ລາວກໍາລັງຫຼົກ
ຫຍ້າອອກຈາກສວນມັນຕົ້ນ ຂອງລາວ ເວລາຈົກຂອງລາວ
ໄປຖືກລະເບີດລູກນຶ່ງ ແລະລະເບີດໄດ້ແຕກຂຶ້ນຖືກຂາຂວາ
ຂາດ. ເວລານີ້ລາວຍ່າງ ດ້ວຍຂາປອມເກົ່າໆ. ລາວເວົ້າວ່າ
ມັນຫາເງິນລໍາບາກຫຼາຍ ເພື່ອລ້ຽງເມຍກັບລູກສາວສອງຄົນ.

ຖູເວົ້າວ່າ ລາວມີລາຍໄດ້ໜ້ອຍຫຼາຍ ແລະໄດ້ລົງທະບຽນເປັນຄອບຄົວທຸກຈົນໃນແຂວງ ກວາງ​ຈີ​ນັ້ນ ຊຶ່ງໝາຍຄວາມວ່າລາວມີລາຍໄດ້ປະມານ 19 ໂດລາຕໍ່ເດືອນ.

ບາງຄົນກໍພາກັນໄປຊອກຫາລະເບີດບໍ່ທັນແຕກ ຢ່າງຈົງ​ໃຈເພື່ອເອົາເຫຼັກເສດໄປຂາຍ ບາງເທື່ອກໍສ່ຽງຕາຍ ​ແກະເອົາວັດຖຸລະເບີດຢູ່​ທາງ​ໃນ​ບັ້ງ ໄປຂາຍໃຫ້ພວກຊາວປະມົງ ຫຼືພວກລະ​ເບີດ​ດິນ.

ແຕ່ ທ່ານ Le Van Minh ເຈົ້າໜ້າທີ່ປະສານງານກັບປະຊາຄົມອາວຸໂສ ຂອງ MAG ເວົ້າວ່າ ຈໍານວນນາຍໜ້າຊື້ເຫຼັກເສດໄດ້ຫຼຸດລົງໃນບໍ່ເທົ່າໃດ ປີຜ່ານມານີ້ ຍ້ອນວ່າເສດ ຖະກິດ​ໄດ້ຊັກຊ້າລົງ ຊຶ່ງ​ສົ່ງ​ຜົນກະທົບຕໍ່ອຸດສາ ຫະກໍາກໍ່ສ້າງ.

ນາຍ Nguyen Van Hung ອາຍຸ 25 ປີ ຊ່ວຍຄອບຄົວຂາຍເຫຼັກເສດມາໄດ້ 30 ປີກວ່າ.

ທ້າວ ຮຸງ ເວົ້າວ່າ ລາຄາເຫຼັກເສດ​ໄດ້​ຫຼຸດລົງ ໃນ​ໄລຍະສອງປີຜ່ານມານີ້ ຈາກກິໂລນຶ່ງ 7,000 ດົງ ຫຼືປະມານ 33 ເຊັນ ມາເປັນ 5,000 ດົງ ໃນປີນີ້.

ພວກກຸ່ມເກັບກູ້ລະເບີດບໍ່​ທັນ​ແຕກ ສ່ວນ​ໃຫຍ່​ແມ່ນ​ຈະສຸມວຽກງານ​ຂອງ​ເຂົາ​ເຈົ້າ ຢູ່ໃນ ແຂວງກວາງຈີ ເຖິງແມ່ນຈະມີກິດຈະກໍາບາງຢ່າງຢູ່ແຂວງ ໃກ້ຄຽງກໍຕາມ. ລະດັບຄວາມ ຕື່ນຕົວກ່ຽວກັບລະເບີດ UXO ນີ້ ຍັງບໍ່ສູງ ເທົ່າທີ່ຄວນຢູ່​ໃນ​ເຂດ​ອື່ນໆ​ຂອງ​ປະ​ເທດ ແລະ ຜົນຮັບກໍ​ແມ່ນ​ສາມາດ​ຮ້າຍ​ແຮງ​ເຖິງ​ຕາຍ​ໄດ້. ໃນທ້າຍປີຜ່ານມານີ້ ອຸບັດເຫດລະເບີດບໍ່ ທັນແຕກສອງ ບັ້ນ ໄດ້ເອົາຊີວິດເດັກນ້ອຍໄປ ຫ້າຄົນ.

ທັງສະຫະລັດແລະຫວຽດນາມ ຍັງບໍ່ໄດ້ເຊັນສົນທິສັນຍາຫ້າມລະເບີດຕໍ່ຕ້ານບຸກຄົນຂອງ
ປີ 1997 ຫຼືສົນ​ທິສັນຍາກ່ຽວກັບລະເບີດລູກຫວ່ານ ປີ 2008 ນັ້ນເທື່ອ. ຊຶ່ງບັນດາຊ່ຽວຊານ
ເວົ້າວ່າ ຫວຽດນາມບໍ່​ຍອມ​ເຊັນ ກໍ​ເພາະ​ຢາກສະຫງວນຮັກສາທົ່ງລະເບີດຝັງດິນຂອງ​ຕົນ
ຢູ່ໃນພາກເໜືອຂອງປະ​ເທດ ໄວ້ເພື່ອໃຫ້ເປັນເຂດກັນຊົນຕ້ານຈີນແຕ່ຫວຽດນາມກໍກໍາລັງ
ທໍາຄວາມກ້າວໜ້າ ໃນການເຈລະຈາຕໍ່ຮອງກ່ຽວກັບສົນທິສັນຍາຕໍ່ຕ້ານລະເບີດລູກຫວ່ານ.

ສໍາລັບຊາວຫວຽດນາມທໍາມະດາສາມັນ​ແລ້ວ ໄພຂົ່ມຂູ່ຂອງມູນເຊື້ອສົງຄາມ ທີ່ລີ້​ຊ່ອນ​ຢູ່ນີ້ ກໍເບິ່ງຊົງວ່າຈະເອົາຊີວິດຜູ້ຄົນໄປອີກຫຼາຍລ້ານຄົນ ຕະຫຼອດຫຼາຍເຊັ່ນຄົນໃນອະນາຄົດ.

ສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG