ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ຜູ້ໄດ້ຮັບເຄາະຮ້າຍວ່າ ຄວາມທຸກພາໃຫ້ ຖືກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ


ລະເບີດທີ່ບໍ່ທັນແຕກຖືກທໍາລາຍຢູ່ຫລັງບ້ານຂອງ ຄອບຄົວນຶ່ງໃນເຂດຊົນນະບົດແຫ່ງນຶ່ງຂອງລາວໃນປີ 2010
ລະເບີດທີ່ບໍ່ທັນແຕກຖືກທໍາລາຍຢູ່ຫລັງບ້ານຂອງ ຄອບຄົວນຶ່ງໃນເຂດຊົນນະບົດແຫ່ງນຶ່ງຂອງລາວໃນປີ 2010

ບັນດາຄົນລາວທີ່ປະສົບໄພອັນຕະລາຍຈາກລະເບີດບໍ່ທັນແຕກເວົ້າວ່າຄວາມທຸກຈົນຢ່າງຍິ່ງ ເປັນສາເຫດພາໃຫ້ພວກເຂົາເຈົ້າໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ.

ທ້າວສົມຊາຍ ຊຶ່ງເປັນນຶ່ງໃນບັນດາຜູ້ທີ່ຕ້ອງເສຍອົງຄະ
ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນເຂດແຂວງສະ
ຫວັນນະເຂດເມື່ອສີ່ປີກ່ອນ ແລະຕ້ອງກາຍເປັນຄົນ
ພິການທາງສາຍຕາແລະແຂນຂາໄດ້ໃຫ້ການຢືນຢັນ
ວ່າຄວາມຍາກຈົນຢ່າງຍິ່ງຄືສາເຫດທີ່ສຳຄັນ​ທີ່ສຸດທີ່
ເຮັດໃຫ້ຕົນເອງ ແລະໝູ່ຄືອີກຫຼາຍສິບຄົນຕ້ອງກາຍ
ເປັນຄົນພິການຈົນບໍ່ສາມາດປະກອບອາຊີບຫຍັງໄດ້
ເລີຍຈົນເຖິງທຸກມື້ນີ້.

ຊາຍໜຸ່ມທີ່ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກ
ຊາຍໜຸ່ມທີ່ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກ

ທັງນີ້ກໍເນື່ອງຈາກວ່າ​ບັນຫາຄວາມທຸກຈົນຢ່າງຍິ່ງດັ່ງກ່າວ
ໄດ້ເຮັດໃຫ້ພວກຕົນຈໍາເປັນຕ້ອງພາກັນໄປຊອກຫາເສດ
ເຫຼັກຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ ເພື່ອນໍາ
ມາຂາຍໃຫ້ກັບບັນດາພໍ່ຄ້າທີ່ຮັບຊື້ເສດເຫຼັກຈາກຫວຽດນາມ
ແລ້ວນໍາເອົາລາຍໄດ້ຈາກການຂາຍເສດເຫຼັກດັ່ງກ່າວມາໃຊ້
ຈ່າຍໃນຊີວິດປະຈໍາວັນ ທັງໆທີ່ຮູ້ວ່າລະເບີດບໍ່ທັນແຕກດັ່ງ
ກ່າວນັ້ນມີອັນຕະລາຍຕໍ່ຊີວິດ ແລະຮ່າງກາຍກໍ່ຕາມ ແຕ່ກໍ
ຕ້ອງຍອມສ່ຽງເພື່ອຄວາມຢູ່ລອດຂອງຄອບຄົວ, ດັ່ງທີ່ ທ້າວ
ສົມຊາຍ ຊຶ່ງໄດ້ກາຍເປັນຄົນພິການນັບເປັນເວລາກວ່າ 3 ປີ
ມາແລ້ວນັ້ນໄດ້ໃຫ້ການອະທິບາຍໃນຕອນນຶ່ງວ່າ:

“ຕອນນັ້ນອາຍຸ 14 ປີ ໄປຫາເສດເຫຼັກຢູ່ພູຢູ່ຜາພຸ້ນ
ໄປກັບນ້ອງ ຂຸດແລ້ວໄທເຮົາສັບ ສັບມັນ ເຮົາບໍ່
ເຫັນມັນດອກ ແຕ່ເຮົາຂຸດລົງໄປແລ້ວຖືກມັນແຕກ. ເຮົາຮູ້ແລ້ວວ່າເຄື່ອງກວດມັນ
ຕິກ ຊຶ່ງທໍາມະດາເມື່ອໄດ້ກວດແລ້ວຖ້າຈັກມັນຕິກໆ ມັນກະມີເຫຼັກ ເມື່ອມັນມີເຫຼັກ
ເຮົາກະຂຸດລົງໄປແລ້ວຖືກມັນ ແລະເຮົາກະບໍ່ຮູ້ວ່າມັນສິມີລະເບີດຢູ່ຫັ່ນເຮົາຮູ້ແຕ່ວ່າ
ມັນມີເຫຼັກ”

ສ່ວນທາງດ້ານ ພົນ​ໂທດ​ວງ​ໃຈ ພິຈິດ, ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ປ້ອງ​ກັນ
ປະ​ເທດ​ໃນ​ຖານະ​ປະທານຄະນະ​ກຳມະການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ​ຖະ​ແຫລ​ງຍອມ
ຮັບວ່າ ການ​ທີ່​ຍັງ​ມີລະ​ເບີດ​ບໍ່​ທັນ​ແຕກ ຫລື​ລະ​ເບີດ UXO ຕົກ​ຄ້າງ​ຢູ່​ໃນ​ລາວ​ຢ່າງຫລວງ
ຫລາຍໃນ​ທຸກ​ມື້​ນີ້ ບໍ່​ພຽງ​ແຕ່​ຈະ​ເປັນ​ອຸປສັກ​ຕໍ່​ການ​ປະຕິບັດ​ແຜນການ​ພັທະນາເສດຖະກິດ
-ສັງຄົມໃນ​ລາວ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ຊີວິດ​ ແລະ​ຮ່າງກາຍຂອງ
ປະຊາຊົນ​ລາວ​ຢ່າງ​ກວ້າງຂວາງອີກ​ດ້ວຍ.

ຜູ້ໄດ້ຮັບເຄາະຮ້າຍວ່າ ຄວາມທຸກພາໃຫ້ ຖືກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ
ຜູ້ໄດ້ຮັບເຄາະຮ້າຍວ່າ ຄວາມທຸກພາໃຫ້ ຖືກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ

ທັງ​ນີ້ ​ນັບ​ຈາກ​ປີ 1964 ​ເປັນ​ຕົ້ນ​ມາ​ກໍ​ປາກົດ​ວ່າ​ມີ​ປະຊາຊົນ
ລາວ​ທີ່​ໄດ້​ຮັບ​ເຄາະ​ຈາກລະ​ເບີດບໍ່​ທັນ​ແຕກແລ້ວຫຼາຍກວ່າ
5 ໝື່ນຄົນ ໂດຍກຸ່ມປະຊາກອນທີ່ໄດ້ຮັບຜົນກະທົບຈາກລະ
ເບີດ UXO ຫຼາຍທີ່ສຸດ ກໍຄືເດັກນ້ອຍກັບປະຊາຊົນບັນດາ
ເຜົ່າທີ່ຢູ່ໃນເຂດຊົນນະບົດທີ່ຕ້ອງເສຍຊີວິດ ຫຼືໄດ້ຮັບບາດ
ເຈັບຈົນເສຍອົງຄະຫຼາຍກວ່າ 300 ຄົນໃນແຕ່ລະປີ.

ນັບຈາກປີ 1996 ເປັນຕົ້ນມາອົງການເກັບກູ້ລະເບີດແຫ່ງຊາດລາວ (Lao UXO) ສາມາດ
ເກັບກູ້ ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະເປັນການເກັບກູ້ UXO
ອອກໄປຈາກພື້ນທີ່ກວ້າງກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ 1% ຂອງພື້ນທີ່ທີ່ມີລະເບີດ
UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າຖ້າຫາກສະພາບການເກັບກູ້ຍັງຄົງ
ເປັນຄືກັບໃນໄລຍະ 15 ປີທີ່ຜ່ານມານີ້ ກໍ່ຈະເຮັດໃຫ້ການເກັບກູ້ UXO ໃນລາວຈະຕ້ອງໃຊ້
ເວລາອີກຍາວນານກວ່າ 100 ປີຢ່າງແນ່ນອນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍ
ເຫຼືອ ຈາກຕ່າງປະເທດບໍ່ີໜ້ອຍກວ່າ 30 ລ້ານໂດລ້າໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາ
ມາດເກັບກູ້ UXO ອອກຈາກພື້ນທີ່ສຳລັບການກະ​ເສດໄດ້ເພີ່ມຂື້ນອີກ 183,000 ເຮັກ
ຕ້າພາຍໃນປີ 2020 ໃນຂະນະທີ່ໃນໄລຍະ 5 ປີທີ່ຜ່ານມານັ້ນລາວກໍ່ໄດ້ຮັບການຊ່ວຍ ເຫຼືອຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານໂດລາ ໃນແຕ່ລະປີ.

ຜູ້ຕາງໜ້າສະຖານທູດສະຫະລັດເຊັນບົດບັນທຶກ ຄວາມເຂົ້າໃຈໃນການມອບການຊ່ວຍເຫລືອແກ່ ຄົນເສຍອົງຄະໃນລາວ ໃນປີ 2010
ຜູ້ຕາງໜ້າສະຖານທູດສະຫະລັດເຊັນບົດບັນທຶກ ຄວາມເຂົ້າໃຈໃນການມອບການຊ່ວຍເຫລືອແກ່ ຄົນເສຍອົງຄະໃນລາວ ໃນປີ 2010

ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້
ການຊ່ວຍເຫຼືອໄປແລ້ວ ຫຼາຍ
ກວ່າ 30 ລ້ານໂດລ້ານັບຈາກປີ
1996 ເປັນຕົ້ນມາ ແລະຍັງໄດ້
ຮັບປາກກັບທາງການລາວວ່າ
ຈະໃຫ້ການຊ່ວຍເຫຼືອຫຼາຍຂຶ້ນ
ແລະເປັນການຊ່ວຍເຫຼືອໄລຍະ
ຍາວອີກດ້ວຍ.

XS
SM
MD
LG