ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຂໍໃຫ້ຍີ່ປຸ່ນຊ່ວຍເຫຼືອ ໃນການເກັບກູ້ລະເບີດ ບໍ່ທັນແຕກ


ພິທິເຊັນສັນຍາມອບຮັບການຊ່ວຍເຫລືອດ້ານລະເບີດບໍ່ທັນແຕກລະ
ຫວ່າງລາວແລະຍີ່ປຸ່ນໃນປີ 2010 ທີ່ນະຄອນຫລວງວຽງຈັນ
ພິທິເຊັນສັນຍາມອບຮັບການຊ່ວຍເຫລືອດ້ານລະເບີດບໍ່ທັນແຕກລະ ຫວ່າງລາວແລະຍີ່ປຸ່ນໃນປີ 2010 ທີ່ນະຄອນຫລວງວຽງຈັນ

ທາງການລາວຂໍໃຫ້ຍີ່ປຸ່ນຊ່ວຍເຫຼືອໃນການເກັບກູ້ລະເບີດບໍ່ທັນແຕກ ໂດຍນໍາໃຊ້ເທັກໂນໂລ ຈີໃຫມ່ ທີ່ມີປະສິດທິພາບສູງກວ່າການເກັບກູ້ທີ່ນໍາໃຊ້ຢູ່ໃນລາວໃນປັດຈຸບັນ ຫຼາຍຮ້ອຍເທົ່າ.

ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກໍາມະ
ການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່
ທັນແຕກຕົກຄ້າງຢູ່ໃນລາວໄດ້ຖະແຫຼງຢືນຢັນວ່າ ທາງ
ການລາວຈະຂໍຄວາມຊ່ວຍເຫຼືອໄປຍັງລັດຖະບານຍີ່ປຸ່ນໃນ
ໝໍ່ໆມານີ້ ເພື່ອຂໍໃຫ້ພິຈາລະນາເພີ່ມການໃຫ້ຄວາມຊ່ວຍ
ເຫຼືອແກ່ລັດຖະບານລາວໃນການເກັບກູ້ລະເບີດບໍ່ທັນແຕກ
(UXO) ທີ່ຕົກຄ້າງຢູ່ໃນແຜ່ນດິນລາວຫຼາຍກວ່າ 90 ລ້ານ
ໜ່ວຍໃນທຸກມື້ນີ້.

ຖ້າຫາກວ່າທາງການລັດຖະບານຍີ່ປຸ່ນຕົກລົງຕອບສະໜອງຕາມການຂໍຄວາມຊ່ວຍເຫຼືອດັ່ງ
ກ່າວນີ້ ກໍຈະເປັນຜົນເຮັດໃຫ້ການເກັບກູ້ລະເບີດ UXO ໃນລາວມີປະສິດທິພາບສູງຂຶ້ນກວ່າ
ທີ່ເປັນຢູ່ໃນປັດຈຸບັນນີ້ເກີນກວ່າ 7 ເທົ່າ ເນື່ອງຈາກວ່າຈະເປັນການນໍາໃຊ້ເທັກໂນໂລຈີສະ
ໄໝໃໝ່ ທີ່ເປັນລົດບັນທຸກຂະໜາດໃຫຍ່ທີ່ໃຊ້ສໍາລັບການສໍາຫຼວດ ແລະທໍາລາຍລະເບີດ
UXO ເປັນການສະເພາະ ດັ່ງທີ່ທ່ານພູຂຽວ ອະທິບາຍວ່າ:

“ປະສິດທິຜົນໃນການນໍາໃຊ້ລົດ ຖ້າເບິ່ງແລ້ວກໍໄວກວ່າ ເພາະເບິ່ງປະສິດທິພາບ
ປະສິດທິຜົນຂອງມັນນີ້ ເພິ່ນສາມາດນໍາໃຊ້ລົດນີ້ ໃນ 1 ເຮັກຕາກໍພຽງແຕ່ຊົ່ວໂມງ
ດຽວ. ຄ່າສິ້ນເປືອງເວົ້າເລື່ອງນໍ້າມັນນີ້ ກໍພຽງແຕ່ 20 ປາຍລິດເທົ່ານັ້ນ ທຽບໃສ່
ກັບຄົນເຮົາເຮັດ ພະນັກງານເກັບກູ້ລະເບີດເຮົານີ້ ພື້ນທີ່ພຽງແຕ່ 2 ເຮັກຕາໃຊ້
ເວລາເປັນເດືອນ ແລະກະ 6-7 ຄົນເຮັດ ແລ້ວບາງເທື່ອພື້ນທີ່ ທີ່ມັນມີລະເບີດ
ຕົກຄ້າງຫຼາຍກວ່ານັ້ນ ມັນຫຍຸ້ງຍາກຫຼາຍກວ່ານັ້ນ ກໍອາດຈະໃຊ້ເວລາຫຼາຍກວ່າ ນັ້ນອີກ.”

ເຈົ້າໜ້າທີ່ລາວພາຄະນະ ຊ່ຽວຊານຈາກຍີ່ປຸ່ນ ໄປ ເບິ່ງພື້ນທີ່ບ່ອນມີລະເບີດ ບໍ່ທັນແຕກ.
ເຈົ້າໜ້າທີ່ລາວພາຄະນະ ຊ່ຽວຊານຈາກຍີ່ປຸ່ນ ໄປ ເບິ່ງພື້ນທີ່ບ່ອນມີລະເບີດ ບໍ່ທັນແຕກ.

ພ້ອມກັນນີ້ ທ່ານພູຂຽວ ຍັງໄດ້ສະແດງຄວາມເຊື່ອໝັ້ນ
ອີກດ້ວຍວ່າ ທາງການລັດຖະບານຍີ່ປຸ່ນຈະຕອບສະໜອງ
ຕາມການຮ້ອງຂໍດັ່ງກ່າວຂອງທາງການລາວ ເພາະວ່າໃນ
ຊ່ວງກາງເດືອນກຸມພາທີ່ຜ່ານມານີ້ ທ່ານໄດ້ມີໂອກາດນໍາ
ພາຄະນະຊ່ຽວຊານຈາກຍີ່ປຸ່ນເດີນທາງໄປເບິ່ງພື້ນທີ່ຕົວຈິງ
ໃນແຂວງສາລະວັນແລະແຂວງຈໍາປາສັກມາແລ້ວ ຊຶ່ງກໍພົບ
ວ່າສະພາບພື້ນທີ່ທີ່ລະເບີດ UXO ຕົກຄ້າງຢູ່ໃນລາວນັ້ນ
ມີລັກສະນະທີ່ຄ້າຍຄືກັນກັບຢູ່ໃນກໍາປູເຈຍ ຊຶ່ງທາງການ
ຍີ່ປຸ່ນໄດ້ນໍາໃຊ້ເທັກໂນໂລຈີສະໄໝໃຫມ່ດັ່ງກ່າວນີ້ຢູ່ແລ້ວ.

ທັງນີ້ໂດຍນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ ຫລື Lao
UXO ສາມາດເກັບກູ້ ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະເປັນການ
ເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ 1% ຂອງພື້ນທີ່
ທີ່ມີລະເບີດUXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າ ຖ້າຫາກສະພາບການ
ເກັບກູ້ຍັງຄົງເປັນຄືກັບໃນໄລຍະ 15 ປີທີ່ຜ່ານມານີ້ ກໍຈະເຮັດໃຫ້ການເກັບກູ້ UXO ໃນ
ລາວຈະຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ ຢ່າງແນ່ນອນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍ
ເຫຼືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລ້າໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາ
ມາດເກັບກູ້ UXO ອອກຈາກພື້ນທີ່ເພື່ອການເກັບໄດ້ເພີ່ມຂຶ້ນອີກ 183,000 ເຮັກຕ້າ
ພາຍໃນປີ 2020 ໃນຂະນະທີ່ໃນໄລຍະ 5 ປີທີ່ຜ່ານມານັ້ນ ລາວກໍໄດ້ຮັບການຊ່ວຍເຫຼືອ
ຈາກຕ່າງປະເທດ ໂດຍສະເລ່ຍ 19 ລ້ານໂດລາ ໃນແຕ່ລະປີ.

ທ່ານພູຂຽວ ຈັນທະບູນ, ຫົວໜ້າຫ້ອງການຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ຈັບມືກັບຫົວໜ້າອົງ ການ MAG ໃນພິທີເຊັນສັນຍາມອບຮັບການຊ່ວຍ ເຫລືອຂອງສະຫະລັດແກ່ລາວໃນດ້ານເກັບກູ້ລະເບີດ ບໍ່ທັນແຕກ
ທ່ານພູຂຽວ ຈັນທະບູນ, ຫົວໜ້າຫ້ອງການຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ຈັບມືກັບຫົວໜ້າອົງ ການ MAG ໃນພິທີເຊັນສັນຍາມອບຮັບການຊ່ວຍ ເຫລືອຂອງສະຫະລັດແກ່ລາວໃນດ້ານເກັບກູ້ລະເບີດ ບໍ່ທັນແຕກ

ສ່ວນສະຫະລັດນັ້ນ ກໍໄດ້ໃຫ້
ການຊ່ວຍເຫຼືອໄປແລ້ວ ຫຼາຍ
ກວ່າ 30 ລ້ານໂດລາ ນັບຈາກ
ປີ 1996 ເປັນຕົ້ນມາແລະຈາກ
ການພົບປະເຈລະຈາ ລະຫວ່າງ
ທ່ານນາງຮິນລາຣີ ຄລິນຕັນ,
ລັດຖະມົນຕີວ່າການຕ່າງປະເທດ
ສະຫະລັດ ກັບທ່ານທອງລຸນ ສີ
ສຸລິດ ຮອງນາຍົກລັດຖະມົນຕີ
ແລະລັດຖະມົນຕີວ່າການຕ່າງປະ
ເທດຂອງລາວ ເມື່ອກາງປີກາຍນີ້
ກໍໄດ້ມີການຕົກລົງໃນທາງຫຼັກ
ການວ່າສະຫະລັດຈະໃຫ້ການ
ຊ່ວຍເຫຼືອລາວຫຼາຍຂຶ້ນ ແລະ
ເປັນການຊ່ວຍເຫຼືອໄລຍະຍາວເຖິງ 10 ປີ ຕິດຕໍ່ກັນອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ລັດຖະບານລາວໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທໍາອິດຂອງລັດພາ
ຄີໃນສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼືສົນທິສັນຍາ OSLO ເມື່ອ
ວັນທີ 9-12 ພຶດສະຈິກາທີ່ຜ່ານມານັ້ນ ກໍຍັງປະກົດວ່າມີຫຼາຍປະເທດທີ່ໄດ້ຕົກລົງຫຼືຮັບປາກ ແລະປະກາດທ່າທີທີ່ຈະໃຫ້ການຊ່ວຍເຫຼືອລາວໃນການເກັບກູ້ລະເບີດ UXO ຫຼາຍຂຶ້ນອີກ ດ້ວຍ.

XS
SM
MD
LG