ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ເກົາຫລີໃຕ້ ແລະຍີ່ປຸ່ນ ຕົກລົງກັນ ທີ່ຈະກົດດັນ ເກົາຫລີເໜືອ ເລືຶ້ອງນິວເຄລຍ


ຜູ້ຕາງໜ້າພິເສດ ຂອງເກົາຫລີໃຕ້ ທ່ານ Hwang Joon-kook (ກາງ) ຜູ້ຕາງໜ້າພິເສດສະຫະລັດ ທ່ານ Sung Kim (ຊ້າຍ) ແລະ ເອກອະທິບໍດີກະຊວງຕ່າງປະເທດຍີ່ຢຸ່ນ.
ຜູ້ຕາງໜ້າພິເສດ ຂອງເກົາຫລີໃຕ້ ທ່ານ Hwang Joon-kook (ກາງ) ຜູ້ຕາງໜ້າພິເສດສະຫະລັດ ທ່ານ Sung Kim (ຊ້າຍ) ແລະ ເອກອະທິບໍດີກະຊວງຕ່າງປະເທດຍີ່ຢຸ່ນ.

ຫົວໜ້າ​ເຈລະຈາ​ດ້ານນິວເຄລຍ ຂອງສະຫະລັດ ​ເກົາຫລີໃຕ້
ແລະ​ຍີ່ປຸ່ນ ​ໄດ້ຕົກລົງກັນ ໃນລະຫວ່າງການພົບ​ປະກັນ​ໃນ​ວັນ​
ພຸດ​ມື້​ນີ້ວ່າ ​ເຂົາ​ເຈົ້າ​ຕ້ອງ​ເພີ້​ມຄວາມ​ກົດ​ດັນ ​ແລະ​ການລົງ​ໂທດ
​ຕໍ່ເກົາຫລີ​ເໜືອ ​ໃນ​ຂະນະ​ທີ່​ສືບຕໍ່ການດຳ​ເນີນຄວາມ​ພະຍາ
ຍາມ​ທາງ​ດ້ານ​ການ​ທູດ ເພື່ອແກ້ໄຂ​ໂຄ​ງການ​ອາວຸດນິ​ວ​ເຄລຍ
ຂອງປະ​ເທດດັ່ງກ່າວ.

ທ່ານ Sung Kim ຜູ້​ຕາງໜ້າ​ພິ​ເສດ ສະຫະລັດ ກ່ຽວ​ກັບ​ນະ​ໂຍ
ບາຍ​ເກົາຫລີ​ເໜືອ ກ່າ​ວຫລັງ​ຈາກ​ການ​ສົນທະນາ​ກັນ​ທີ່ນະຄອນ​
ຫລວງໂຊ​ລວ່າ ​ຄວາມຕັ້ງໃຈ ໃນດ້ານ​ນິວ​ເຄລຍຂອງ​ເກົາຫລີ​
ແມ່ນເປັນ​ທີ່​ຈະແຈ້ງ​.

ທ່ານ​ກ່າວ​ວ່າ “ພວກ​ເຮົາຄວ​ນຈະມີ​ຄວາມ​ເປັນ​ຫ່ວງ ​ບໍ່ສຳຄັນ​ວ່າການ​ພັດທະ ນາ​ຂອງ​ເຂົາ
ເຈົ້າ​ຢູ່​ໃນ​ລະດັບ​ໃດແລ້ວ.”

ການພົບປະດັ່ງກ່າວມີຂຶ້ນ​ຫຼັງ​ຈາກມີຂ່າວ​ໃໝ່ ແຕ່ຍັງບໍ່ທັນໄດ້ຮັບການກວດສອບ ເທື່ອທີ່
ເກົາຫລີ​ເໜືອໄດ້ອ້າງເຖິງ​ຄວາມ​ຄືບ​ໜ້າ​ໃນດ້ານນິວ​ເຄລຍ​ ຊຶ່ງ​ໄດ້​ມີການ ຂົ່ມຂູ່ມາເປັນ​
ເວລາ​ຫລາຍ​ປີແລ້ວ ທີ່​ຈະ​ທຳການໂຈມ​ດ້ວຍອາວຸດນິວ​ເຄລຍ​ໃສ່ສະ ຫະລັດ ​ເກົາຫລີ​ໃຕ້
​ແລະ​ຍີ່ປຸ່ນ. ທັງ​ສາມ​ປະ​ເທດ ​ເປັນ​ພາກ​ສ່ວນ​ນຶ່ງຂອງການ ເຈລະຈາ 6 ຝ່າຍ ທີ່​ບໍ່​ປະສົບ
ຜົນສຳ​ເລັດ​ເພື່ອ​ແກ້ໄຂບັນຫາ​ຄັງ​ອາວຸດ​ນິ​ວ​ເຄລຍ ຂອງ​ເກົາຫລີ​ເໜືອ.

ທູດ​ພິ​ເສດ​ເກົາຫລີ​ໃຕ້ ທ່ານ Hwang Joonkook ອະທິບາຍເຖິງ​ສະຖານະ​ການວ່າ ຍັງບໍ່​
ເປັນ​ທີ່ແນ່ນອນເທື່ອ ​ແລະເຄັ່ງຕຶງ ໂດຍ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເກົາຫລີ​ເໜືອ​ຍັງສ້າງຄວາມ
​ຄືບ​ໜ້າໃນໂຄງການ​ນິວເຄລຍຂອງ​ຕົນ.

ທ່ານ Hwang ກ່າວ​ວ່າ “​ເກົາຫລີ​ເໜືອ ຈະ​ປະ​ເຊີນ​ໜ້າ​ກັບຄວາມ​ກົດ​ດັນ​ຂອງ​ນາໆ​ຊາດ
ຖ້າ​ຫາກ​ຖອຍ​ກັບບໍ່ເຂົ້າຮ່ວມການ​ເຈລະຈາ ​ແລະ​ຍັງ​ສື​ບຕໍ່​ການ​ພັດ ທະນາ​ອາວຸດນິວ
ເຄລຍ ​ແລະ​ໂຄ​ງການ​ລູກສອນໄຟ. ຄວາມ​ໂດດດ່ຽວ​ທາງ​ດ້ານ ການ​ທູດແລະ​ເສດຖະກິດ
​ຂອງເກົາຫລີ​ເໜືອ ຈະ​ຮ້າຍແຮງຂຶ້ນຕື່ມ. ຂ້າພະ​ເຈົ້າ ຂໍຮຽກຮ້ອງອີກ​ຄັ້ງ​ນຶ່ງ​ ໃຫ້​ເກົາຫລີ​ເໜືອ ຈົ່ງ​ກັບຄືນມາຮ່ວມໂຕະເຈລະຈາ​ດ້ວຍ​ ຄວາມຈິງໃຈ.”

ທູດ​ພິ​ເສດ​ຂອງ ສະຫະລັດ ​ແລະ​ເກົາຫລີ​ໃຕ້ ມີ​ກຳນົດ​ເດີນທາງ​ໄປນະຄອນປັກ​ກິ່ງ ​ເພື່ອ
​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຝ່າຍຈີນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ສືບຕໍ່ດຳເນີນງານ ດ້ວຍວິທີການ
ແບບດຽວກັນກັບ​ເກົາຫລີ​ເໜືອ​.

Nokor Nuclear
please wait
Embed

No media source currently available

0:00 0:00:36 0:00

Top nuclear negotiators from the United States, South Korea and Japan agreed in a meeting Wednesday that they need to increase pressure and sanctions against North Korea while continuing diplomatic efforts to address the country's nuclear weapons program.

Sung Kim, the U.S. special representative for North Korea policy, said after the talks in Seoul that North Korea's nuclear intentions are clear.

"We should be concerned regardless of the stage of their development," he said.

The meeting comes after new, but unverified, claims of nuclear advancements by North Korea, which has threatened for years to carry out a nuclear attack on the U.S., South Korea and Japan.The three nations were part of unsuccessful six-party disarmament talks to address North Korea's nuclear arsenal.

South Korean envoy Hwang Joonkook described the situation as uncertain and tense, saying Wednesday that North Korea continues to advance its program.

"North Korea will face international pressure if it steps back on talks and keep developing nuclear and missile program," Hwang said."North Korea's diplomatic and economic isolation will deepened.I urge again North Korea to come out on the table sincerely."

The U.S. and South Korean envoys are due to travel to Beijing to meet with their Chinese counterpart, as they continue working on a unified approach to North Korea.

XS
SM
MD
LG