ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ແລະ ເກົາຫລີໃຕ້ ຊ້ອມລົບຮ່ວມ ທາງທະຫານ ທີ່ໃຫຍ່​ສຸດ ແບບບໍ່​ເຄີຍມີ​ມາ​ກ່ອນ


ລົດຖັງເກົາຫລີໃຕ້ K1A1 ຍິງປືນ ໃນລະຫວ່າງ ການຊ້ອມລົບຮ່ວມ ກັບສະຫະລັດ.
ລົດຖັງເກົາຫລີໃຕ້ K1A1 ຍິງປືນ ໃນລະຫວ່າງ ການຊ້ອມລົບຮ່ວມ ກັບສະຫະລັດ.

ສະຫະລັດ ​ແລະ​ເກົາຫລີ​ໃຕ້ ​ໄດ້​ທຳການຊ້ອມ​ລົບທາງ​ທະຫານ
ທີ່ໃຫຍ່່​ສຸດທີ່​ບໍ່​ມີ​ມາ​ກ່ອນ. ການຊ້ອມລົບ​ຍິງລູກປືນ​ແທ້ ​ໄດ້​ມີີ
ຂື້ນ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ເມືອງຊາຍ​ແດນ​ Pocheon.

ກາ​ນ​ຊ້ອມ​ລົບຮ່ວມທາງ​ທະຫານ ໄດ້ມີຂຶ້ນບໍ່ເທົ່າໃດມື້ ຫລັງຈາກ
ໄດ້ເກີດ​ຄວາມ​ເຄັ່ງ​ຕຶງ ລະຫວ່າງ​ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້.
ການ​ຊ້ອມລົບ​ໃນຄັ້ງ​ຜ່ານ​ມາ ​ໄດ້​ພາໃຫ້​ເກີດ​ຄວາມ​ໂກດ​ແຄ້ນ
​ແກ່ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ຜູ້​ທີ່​ມັກ​ຕອ​ບ​ໂຕ້​
ດ້ວນ​ການ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງຕໍ່ທັງ​ວໍ​ຊິງ​ຕັນ ​ແລະໂຊ​ລ.

ທ່ານ Kim ​ໃນ​ວັນ​ສຸກ​ມື້ີນີ້ ກ່າວ​ວ່າ ທ່ານ​ໄດ້ໃຫ້ຄະແນນຫຼື​ຄວາມ
ໝັ້ນໃຈແກ່ອາ ວຸດ​ນິວ​ເຄລຍປະ​ເທດ​ຂອງ​ທ່ານ ​ແທນ​ທີ່ຈະແມ່ນ ຄວາມຊຳນານໃນດ້ານ
​ການ​ເຈລະຈາ ​ທີ່​ສາມາດບັນລຸຂໍ້ຕົກລົງ ທີ່ມີຄວາມສຳຄັນປະຫວັດສາດ ​ກັບເກົາຫລີໃຕ້
​ເວລາ​ທັງ​ສ​ອງປະ​ເທດ ​ໄດ້​ພົບ​ເຫັນວ່າ​ເຂົາ​ເຈົ້າ​ ຫວ່າງ​ມໍ່ໆ​ມາ​ນີ້ ​ເກືອບຈະກ້າວເຂົ້າສູ່ການ
ຂັດແຍ້ງດ້ວຍກຳລັງອາວຸດ ​ອີງ​ຕາມອົງການ​ຂ່າວສູນກາງຫຼື KCNA ຂອງທາງການເກົາ
ຫລີເໜືອ​.

ການ​ຕົກລົງ​ລະຫວ່າງ ​ເກົາຫລີ​ເໝືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ບັນລຸ​ກັນ​ຫລັງ​ຈາກ ການເຈລະ
​ຈາແບບບໍ່ມີການຢຸດຢັ້ງ ທີ່ໝູ່​ບ້ານ​ສະຫງົບເສິກຊາຍແດນ Panmunjom.

US Koreas
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG