ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາສູງ ສະຫະລັດ ຮັບຜ່ານ ຮ່າງຍັດຕິ ເພື່ອຊ່ອຍເຫຼືອ ພວກເຄາະຮ້າຍ ຈາກການຄ້າມະນຸດ


ຮູບພາບຕຶກລັດຖະສະພາສະຫະລັດ ທີ່ນະຄອນຫຼວງວຊິງຕັນ ວັນທີ 11 ເມສາ 2015.
ຮູບພາບຕຶກລັດຖະສະພາສະຫະລັດ ທີ່ນະຄອນຫຼວງວຊິງຕັນ ວັນທີ 11 ເມສາ 2015.

ໃນ​ວັນ​ພຸດ​ວານ​ນີ້ ສະພາ​ສູງ​ສະຫະລັດ ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​
ສະບັບໜຶ່ງ​ ດ້ວຍ​ສຽງເຫັນ​ດີ​ຢ່າງຖ້ວມ​ລົ້ນ ​ເພື່ອ​ຊ່ອຍ​ພວກ
​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ອັນ
​ໜຶ່ງ​ທີ່​ໃນ​ທີ​ສຸດຈະ​ເປີດ​ປະຕູ​ໃຫ້​ມີ​ການ​ລົງມະຕິ​ຮັບ​ເອົາ​ທ່ານ
​ນາງ Loretta Lynch ທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະ
ມົນຕີ​ຍຸຕິ​ທຳ​ຂອງ​ສະຫະລັດ​ນັ້ນ.

ສະພາ​ສູງ​ໄດ້​ຮັບ​ຜ່ານ​ຍັດຕິ​ດັ່ງກ່າວ​ ວ່າ​ດ້ວຍ​ຄວາມ​ຍຸຕິ​ທຳ​
ສຳລັບ​ພວກ​ທີ່ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ ດ້ວຍ
​ຄະ​ແນນ​ສຽງ​ເຫັນ​ດີ 99 ສຽງຕໍ່ 0. ​ມະຕິ​ນີ້ຈະ​ວາງ​ຄ່າ​ປັບ​ໃໝ
ຢ່າງ​ຫຼວງ​ຫຼາຍ ຕໍ່ຜູ້​ໃດກໍ​ຕາມ​ທີ່​ສານ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​
ໃນ​ການ​ຄ້າ​ມະນຸດ​ແລະ​ອາ​ຊະ​ຍາ​ກຳ​ທາງ​ເພດ​ຕໍ່​ພວກ​ເດັກນ້ອຍ. ​ເງິນ​ປັບ​ໃໝ​ທີ່​ວ່າ​ນີ້ ຈະ​
ນຳ​ໄປ​ໃຊ້​ເພື່ອຊ່ອຍ​ພວກ​ທີ່ໄດ້ຮັບ​ເຄາະ​ຮ້າຍຟື້ນ​ໂຕ​ຄືນ.

ທ່ານ John Cornyn ສະມາຊິກ​ສະພາ​ສູງ​ສັງກັດ​ພັກ Republican ຈາກ​ລັດ Texas
ຊຶ່ງ​ເປັນ​ຜູ້​ສະ​ເໜີ​ຮ່າງ​ຍັດຕິ​ດັ່ງກ່າວ ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ໄດ້​ເຮັດ​ຫູໜວກ​ຕໍ່​ຄຳ​ຮຽກ
ຮ້ອງ​ຂອງ​ພວກ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ແທ້ໆ​ນັ້ນ… ຮ່າງຍັດຕິ​ສະບັບ​ນີ້ ຈະ​ເປັນ​ເຄື່ອງໃຊ້​ໃນ​ການ​ຊ່ອຍ​ເຫຼືອ​ພວກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການລະ​ເມີດ​ທາງ​ເພດ ​ແລະການ​ຄ້າທີ່​ຜິດ​ກົດໝາຍ ​ໃນ​ການ​ຟື້ນ​ໂຕ​ຄືນ​ຈາກ​ຊີວິດ​ທີ່​ເປັນ​ທາດ​ນີ້.”

ຮ່າງ​ຍັດຕິ​ດັ່ງກ່າວ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ຂໍ້ຄວາມ​ຕໍ່ ຕ້ານ​ການ​ຮີດ​ລູກ
​ອອກ ທີ່​ພວກ​ສະມາຊິກ​ສັງກັດ​ພັກ​ເດ​ໂມ​ແກຣັດບໍ່​ມັກ ນັ້ນ. ຂໍ້ຄວາມ​ການ​ຮີດ​ລູກ​ອອກ​ນີ້ ​
ໄດ້​ຖືກ​ຕັດ​ອອກ​ຈາກ​ຮ່າງ​ຍັດຕິ​ດັ່ງກ່າວ ຫຼັງ​ຈາກ​ມີ​ການ​ປະນີປະນອມ​ກັນ​ແລ້ວ.

ພວກ​ສະມາຊິກ​ສັງກັດ​ພັກ Republican ບໍ່​ຍອມ​ໃຫ້​ມີ​ການ​ລົງມະຕິ​ຮັບ ເອົາ​ທ່ານ​ນາງ Loretta Lynch ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະມົນ
ຕີ​ຍຸຕິ​ທຳ​ນີ້ ຈົນ​ກວ່າ​ຮ່າງ​ຍັດຕິ​ວ່າ​ດ້ວຍການ​ຄ້າ​ມະນຸດ​ນີ້​ຖືກ​ຮັບ​ຜ່ານ​ເສຍ​ກ່ອນ.

US Congress Loretta Lynch
please wait

No media source currently available

0:00 0:01:04 0:00

XS
SM
MD
LG