ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ກຽມ 'ດຳເນີນການຂັ້ນຕໍ່ໄປ' ໃນຂະນະທີ່ເຕືອນຈີນ ບໍ່ໃຫ້ເປີດທາງໃຫ້ ຣັດເຊຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ເດີນທາງຮອດຖານກິດຈະກຳສະໜັບສະໜູນຂອງກອງທັບເຮືອສະຫະລັດ ໃນ ເນໂປສ໌, ປະເທດອີຕາລີ, ວັນທີ 17 ເມສາ 2024, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຂອງລັດຖະມົນຕີການຕ່າງປະເທດ ຈີ 7 ໃນເກາະດອນ ຄາພຣີ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ເດີນທາງຮອດຖານກິດຈະກຳສະໜັບສະໜູນຂອງກອງທັບເຮືອສະຫະລັດ ໃນ ເນໂປສ໌, ປະເທດອີຕາລີ, ວັນທີ 17 ເມສາ 2024, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຂອງລັດຖະມົນຕີການຕ່າງປະເທດ ຈີ 7 ໃນເກາະດອນ ຄາພຣີ.

ສະຫະລັດ ​ໄດ້​ເຕືອນ​ຈີນ​ ໃນ​ວັນ​ພຸດ​ວານ​ນີ້​ ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອຣັດ​ເຊຍ​ໃນ​ສົງຄາມ​ຢູ​ເຄຣນ ​ແລະ​ກ່າວ​ວ່າ ຕົນ​ກຽມ​ພ້ອມ​ທີ່​ຈະ​ດຳ​ເນີນ​ການຂັ້ນ​ຕໍ່​ໄປ​ຕາມ​ຄວາມ​ຈຳ​ເປັນ. ຢູ່ໃນອີ​ຕາ​ລີ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ 7 ປະ​ເທດ​ອຸດສາຫະກຳຊັ້ນນຳ​ ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຢືນຢັນການ​ສະໜັບສະໜູນ​ດ້ານການ​ປ້ອງ​ກັນ​ປະ​ເທດ​ຂອງຢູເຄຣນ ອີກຄັ້ງ.

ທ່ານ ເວດັນ ພາເທລ (Vedant Patel) ຮອງໂຄສົກກະຊວງການຕ່າງປະເທດ ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງກອງ​ປະ​ຊຸມ​ລາຍ​ງານ ໃນນະຄອນຫຼວງ ວໍຊິງຕັນ ວ່າ "ພວກເຮົາເຊື່ອວ່າ ສປ ຈີນ ກຳລັງສະໜັບສະໜູນຄວາມພະຍາ ຍາມໃນການເຮັດສົງຄາມຂອງຣັດເຊຍ ແລະ ກຳລັງເຮັດເຊັ່ນນັ້ນ ໂດຍຊ່ວຍ ເພີ້ມການຜະລິດດ້ານປ້ອງກັນປະເທດ".

"ໂດຍສະເພາະຢ່າງຍິ່ງ, ສ​ປ ຈີນ ກຳລັງສະໜອງເຄື່ອງມືກົນຈັກ, ແຝງວົງຈອນໄຟຟ້າຂະໜາດນ້ອຍ ຫຼື microelectronics, ອຸ​ປະ​ກອນ​ທາງ​ດ້ານ​ສາຍ​ຕາ, ຫຼື ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຫຼື UAV ແລະເທັກໂນໂລຈີລູກສອນໄຟນໍາວິຖີ ຈຳນວນຫຼາຍ, ແລະ ສານໄນໂຕຣ ເຊລລູໂລສ (nitrocellulose), ເຊິ່ງຣັດເຊຍໃຊ້ໃນການຜະລິດຈະຫຼວດ ໃນການຂັບເຄື່ອນອາວຸດ."

ທ່ານ ພາເທລ ກ່າວວ່າ ສະຫະລັດ ເຊື່ອວ່າວັດຖຸເຫຼົ່ານີ້ ກຳລັງໄປຕື່ມຊ່ອງ ຫວ່າງທີ່ສຳຄັນໃນວົງຈອນການຜະລິດດ້ານປ້ອງກັນປະເທດຂອງຣັດເຊຍ ແລະ ຊ່ວຍຟື້ນຟູພື້ນຖານດ້ານອຸດສາຫະກຳປ້ອງກັນປະເທດຂອງຣັດເຊຍ.

ທ່ານພາເທລ ຍັງໄດ້​ກ່າວ​ຕື່ມ​ວ່າ ການ​ສະໜັບສະໜູນ​ຂອງ​ຈີນ ກຳລັງເປີດທາງ​ໃຫ້ຣັດ​ເຊຍເຮັດ​ສົງຄາມຢູ່​ໃນຢູເຄຣນ ຢ່າງ​ຕັ້ງໜ້າ, ​ແລະມັນພາໃຫ້ເກີດໄພ​ຂົ່ມຂູ່ທີ່ສຳຄັນຕໍ່​ຄວາມ​ໝັ້ນຄົງ​ຂອງຢູໂຣບ. ພວກເຮົາໄດ້ລົງໂທດບໍລິສັດທີ່ກ່ຽວ ຂ້ອງໃນ ສປ ຈີນ ແລະກຽມພ້ອມທີ່ຈະດໍາເນີນຂັ້ນຕອນເພີ່ມເຕີມຕາມຄວາມ ຈໍາເປັນ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG