ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Sanders ໄດ້ຮັບ ໄຊຊະນະ ຢ່າງຂາດລອຍ ໃນການ ປະຊຸມ ເລືອກຕັ້ງ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ກ່າວໃນການໂຄສະນາຫາສຽງທີ່ເມືອງ Madison, ລັດ Wisconsin. 26 ມີນາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ກ່າວໃນການໂຄສະນາຫາສຽງທີ່ເມືອງ Madison, ລັດ Wisconsin. 26 ມີນາ, 2016.

ສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ໄດ້ ຮັບໄຊຊະນະຢ່າງຂາດລອຍໃນກອງປະຊຸມເລືອກຕັ້ງຂອງ ພັກເດ ໂມແຄຣັດ ໃນລັດ ວໍຊິງຕັນ ຕາພາກຕາເວັນຕົກຂອງປະເທດ, ລັດ ອາລາສກາ ແລະ ເກາະຮາວາຍ, ເຊິ່ງເປັນການຫຍັບໃກ້ເຂົ້າຕື່ມ ອີກ ໃນຄວາມພະຍາຍາມຂອງທ່ານເພື່ອໄລ່ໃຫ້ທັນຜູ້ມີຄະແນນນຳ ໜ້າຂອງພັກ ທ່ານນາງ Hilary Clinton ໃນການແຂ່ງຂັນເພື່ອ ເປັນປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ.

ທ່ານ Sanders ໄດ້ຊະນະດ້ວຍຄະແນນ 82 ເປີເຊັນຂອງການລົງ ຄະແນນສຽງໃນລັດ ອາລາສກາ ແລະ ຫຼາຍກວ່າ 70 ເປີເຊັນໃນ ທັງລັດ ວໍຊິງຕັນ ແລະ ເກາະຮາວາຍ.

ຜູ້ສະໜັບສະໜູນສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ທີ່ການໂຄສະນາຫາສຽງຂອງທ່ານໃນເມືອງ Madison, ລັດ Wisconsin. 26 ມີນາ 2016.
ຜູ້ສະໜັບສະໜູນສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ທີ່ການໂຄສະນາຫາສຽງຂອງທ່ານໃນເມືອງ Madison, ລັດ Wisconsin. 26 ມີນາ 2016.

ກົດລະບຽບແບບປະຊາທິປະໄຕ ຕັດສິນມອບບັນດາຜູ້ແທນໃຫ້ ບົນພື້ນຖານທີ່ເປັນອັດຕາສ່ວນ, ໝາຍຄວາມວ່າ ເຖິງແມ່ນທ່ານ ນາງ Clinton ຈະເສຍໄຊໃນວັນເສົາວານນີ້ກໍຕາມ, ແຕ່ທ່ານນາງ ກໍຍັງຈະໄດ້ຮັບບັນດາຜູ້ແທນຈຳນວນຫຼາຍຢູ່ຄືເກົ່າ.

ທ່ານ Sanders ໄດ້ກ່າວໃນວັນເສົາວານນີ້ ໃນຂະນະທີ່ກຳລັງຫາ ສຽງຢູ່ທີ່ລັດ Wisconsin ທາງພາກເໜືອຂອງປະເທດວ່າ “ພວກ ເຮົາຮູ້ວ່າສິ່ງຕ່າງໆຈະຖືກໃຫ້ປັບປຸງດີຂຶ້ນ ໃນຂະນະທີ່ພວກເຮົາ ມຸ່ງໜ້າໄປທາງພາກຕາເວັນຕົກ.” ທ່ານນາງ Clinton ໄດ້ຄອບງຳ ລັດຕ່າງໆຢູ່ທາງພາກໃຕ້ກ່ອນໜ້ານີ້ ໃນຕາຕະລາງການແຂ່ງຂັນ ເພື່ອຮັບການຖືກສະເໜີຊື່, ແຕ່ວ່າທ່ານ Sanders ໄດ້ຮັບໄຊຊະນະ 5 ລັດຈາກ 6 ລັດສຸດ ທ້າຍ, ເຊິ່ງທັງໝົດຕັ້ງຢູ່ໃນພາກຕາເວັນຕົກຂອງປະເທດ.

ເຖິງແມ່ນວ່າຈະໄດ້ຮັບໄຊຊະນະໃນວັນເສົາວານນີ້ກໍຕາມ, ແຕ່ທ່ານ Sanders ກໍຍັງຕາມຫຼັງ ທ່ານນາງ Clintonເຊິ່ງເປັນອະດີດລັດຖະມົນຕີການຕ່າງປະເທດ ໂດຍການໄດ້ຮັບຜູ້ແທນ ພັກພຽງແຕ່ຕໍ່າກວ່າ 300 ຄົນໜ້ອຍນຶ່ງ ແລະ ຈະໄດ້ປະເຊີນໜ້າກັບເສັ້ນທາງທີ່ຫຍຸ້ງຍາກເພື່ອ ແຊງກາຍທ່ານນາງ ແລະ ຍຶດໄດ້ການຖືກສະເໜີຊື່ໃຫ້ເປັນຕົວແທນພັກເພື່ອການແຂ່ງຂັນ ເປັນປະທານາທິບໍດີ.

US Politics
please wait
Embed

No media source currently available

0:00 0:00:18 0:00

XS
SM
MD
LG