ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ເລີ້ມໂຈມຕີ ພວກຫົວຮຸນແຮງ ໃນພາກເໜືອອີຣັກ (ວີດີໂອ)


IRAQ CNPK
please wait
Embed

No media source currently available

0:00 0:01:43 0:00

ເຮືອບິນລົບຂອງສະຫະລັດ ໂຈມຕີໜ່ວຍປືນໃຫຍ່ ຂອງພວກລັດອິສລາມ.

ກອງທັບ​ສະຫະລັດ ​ໄດ້​ເປີດ​ສາກ​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​
ສອງ​ຮອບ ​ໃນວັນ​ສຸກວານ​ນີ້ ຢູ່​ທາງ​ພາ​ກຕາ​ເວັນ​ຕົກສຽງ​ເໜືອ​
ຂອງອີຣັກ ​ໂດຍ​ໃຊ້ຍົນທີ່​ບໍ່​ມີ​ຄົນ​ຂັບ ​ແລະ​ເຮືອບິນ​ລົບ.

​ໂຄສົກ​ທຳນຽບຫ້າ​ແຈ ພົນ​ເຮືອຈັດຕະວາ John Kerby ກ່າວວ່າ
ຍົນ​ບໍ່​ມີ​ຄົນ​ຂັບ ຫລື drone ​ໄດ້​ຖິ້ມ​ລະ​ເບີດ​ໃສ່ ພວກ​ຫົວ​ຕໍ່ສູ້ ລັດອິສ
ລາ​ມ ໃກ້​ກັບ​ເມືອງ Irbil ​ໃນ​ວັນ​ສຸກ​ວານ​ນີ້. ທ່ານ​ກ່າວ​ວ່າ ​ຕໍ່​ມາ ເຮື​ອບິນ​ລົບ​ໄດ້​ຖີ້ມ​ລະ​ເບີດ​ແປດ​ລູກ​ໃສ່ລົດ​ແລະ​ບ່ອນຍິງລູກປືນ​ຄົກ​ ຢູ່​ໃນ​ເຂດນັ້ນ.

ທ່ານກ່າວ​ວ່າ ກອງທັບສະຫະລັດປະຕິບັດ​ການ​ໂຈມ​ຕີ ​ເພື່ອ​ຊ່ວຍ​ປ້ອງ​ກັນ​ເມືອງ Ibril ບ່ອນ​ທີ່​ພະນັກງານສະຫະລັດ ກຳລັງ​ໃຫ້ການ​ຊ່ວຍ​ເຫ​ລື​ອ​ແກ່ລັດຖະບານ ອີຣັກ.

ເມືອງ Irbil ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ຂອງອີຣັກ ໃກ້ກັບອິຣ່ານ.
ເມືອງ Irbil ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ຂອງອີຣັກ ໃກ້ກັບອິຣ່ານ.

​ກ່ອນ​ໜ້າ​ນັ້ນ ໃນ​ວັນ​ສຸກ​ຄື​ກັນ ກອງທັບ​ສະຫະລັດກໍ​ໄດ້​ຖີ້ມ​ລະ​ເບີດ
ໜັກ 250 ກິໂລ ທີ່​ຊີ້​ນຳ​ໂດຍແສງ laser ​ໃສ່ໜ່ວຍ​ປືນ​ໃຫຍ່​ແຫ່ງ​ນຶ່ງ
ທີ່​ໄດ້​ຍິງ​ຖະຫລົ່ມໃສ່ ກອງກຳລັງຊາວ Kurd ທີ່​ປ້ອງ​ກັນ​ເມືອງ Irbil.

ເຈົ້າ ​ໜ້າ​ທີ່ລັດຖະບານ​ຂັ້ນ​ສູງ​ຄົນ​ນຶ່ງ​ກ່າວ​ວ່າ ການ​ໂຈມ​ຕີຂອງ​
ສະຫະລັດ​ໄດ້​ມີ​ຂື້ນ ​ໃນ​ຂະນະພວກລັດ​ອິສລາມຫົວ​ຮຸນ​ແຮງ ​ໄດ້​
ເລີ້ມບຸກ​ຄືບໜ້າ ​ແລະຂົ່ມຂູ່ຕໍ່​ເຂດ​ອ້ອມ​ແອ້ມ​ເມືອງ​ Irbil ຂອງ
ຊາ​ວ Kurd ນັ້ນ.

ທຳນຽບຫ້າ​ແຈ ກ່າວອີກ​ວ່າ ​ເຮືອບິນ​ທະຫານ​ສະຫະລັດ ​ໄດ້​ຖີ້ມເຄື່ອງຂອງຊ່ວຍ​ເຫ​ລື​ອ
ດ້ານມະນຸດ​ສະທຳເປັນ​ມື້​ທີ່​ສອງ ​ໃນ​ວັນ​ເສົາ​ມື້​ນີ້​ ໃຫ້ແກ່ຫລາຍ​ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ເປັນອົບ​ພະຍົບຊາວ​ຄຣິສ ​ແລະຊາວ Yadizi ຜູ້​ທີ່​ໄດ້​ຫລົບ​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ
​ເຈົ້າ ຕໍ່​ໜ້າ​ການ​ບຸກຄືບ​ໜ້າ​ມາຂອງພວກ​ນັກ​ລົບ ລັດອິສລາມ ​ແລະ​ພາກັນໄປລີ້​ໄພ​ຢູ່ຕາມ
ຈ້າຍ​ພູ Sinjar.

ຊາວອົບພະຍົບ ພາກັນເດີນທາງ ໄປຮອດແຂວງ Sulaimaniya, ອີຣັກ, ວັນທີ 8 ສິງຫາ2014.
ຊາວອົບພະຍົບ ພາກັນເດີນທາງ ໄປຮອດແຂວງ Sulaimaniya, ອີຣັກ, ວັນທີ 8 ສິງຫາ2014.

ປະທານ​ນາ​ທິບໍດີ ສະຫະ​ລັດ ທ່ານ Barack Obama
ໄດ້​ອະນຸ​ມັດ ໃນ​ວັນ​ພະຫັດ ໃຫ້ເຮືອບິນທະຫານ​ສະຫະລັດ
“ທຳການ​ໂຈມ​ຕີແບບ​ມີ​ເປົ້າ​ໝາຍ” ຕ້ານ ພວກ​ຫົວ​ຮຸນ​ແຮງ
ລັດ​ອິສລາມ ພ້ອມກັບນຳ​ສົ່ງ​ອາຫານ ​ໃຫ້​ແກ່​ພວກອົບ​ພະຍົບ
ທີ່​ຕິດ​ຄ້າງ​ຢູ່​ນັ້ນ.

​ໃນ​ວັນ​ສຸກ​ວານ​ ນີ້ ທ່ານ Obama ​ໄດ້​ສົ່ງ​ໜັງສື​ສະ​ບັບນຶ່ງ​
ເຖິງປະທານ​ສະ​ພາ​ຕ່ຳສະຫະລັດ ທ່ານ John Boehner ​
ໃນ​ການ​ປະຕິບັດຕາມມະຕິ​ວ່າ​ດ້ວຍ​ການ​ໃຊ້ອຳນາດ​ສົງ​ຄາມ
ໂດຍ​ໄດ້ຊີ້​ແຈງ​ກ່ຽວ​ກັບສະຖານ​ນະ​ການ ​ໃຫ້​ຟັງ.

ວີດີໂອ: ພວກນັບຖືສາສະໜາສ່ວນນ້ອຍ ພາກັນໜີໄປຫລົບໄຟ ຢູ່ໃນເຂດ ຂອງຊາວເຄີດ:

Religious Minorities Find Sanctuary in Kurdistan
please wait

No media source currently available

0:00 0:02:52 0:00

XS
SM
MD
LG