ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

4 ຄົນ ເສຍຊີວິດ ໃນການຍິງກັນ ຢູ່ທີ່ຮ້ານ ສັບພະສິນຄ້າ ໃນນະຄອນ Seattle


ຮູບພາບວີດີໂອ ຈາກຫ້ອງການຕຳຫລວດເມືອງ Skagit ທີ່ສະ ແດງໃຫ້ເຫັນຜູ້ຕ້ອງສົງໄສ ທີ່ທາງການຕ້ອງການໂຕ.
ຮູບພາບວີດີໂອ ຈາກຫ້ອງການຕຳຫລວດເມືອງ Skagit ທີ່ສະ ແດງໃຫ້ເຫັນຜູ້ຕ້ອງສົງໄສ ທີ່ທາງການຕ້ອງການໂຕ.

ບັນດາ​ເຈົ້າ​ໜ້າທີ່ຢູ່​ລັດ Washington ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະຫະລັດກ່າວ​ ວ່າ​ ສີ່​ຄົນ​ໄດ້​ເສຍ​ຊີວິດຈາ​ກການ​ຍິງ​ສັງຫານຢ່າງ​ບໍ່​ເລືອກ​ໜ້າ ຢູ່ທີ່ຮ້ານ​ສັບພະ​ສິນຄ້າ​ແຫ່ງ​ນຶ່ງ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ແລະ​ອີກ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບສາຫັດ.

ຈຳນວນ​ບັນດາ​ຜູ້​ເຄາະ​ຮ້າຍ​ແມ່ນ​ຂຶ້ນໆ​ລົງໆ​ຍັງ​ບໍ່​ທັນ​ເປັນ​ທີ່​ຕາຍ​ຕົວ​ເທື່ອ ຫລັງ​ຈາກໄດ້​ມີ​ການ​ຍິງສັງຫານ ຊຶ່ງ​ໃນ​ຂັ້ນຕົ້ນນັ້ນ ມີ​ລາຍ​ງານ​ວ່າສີ່​ຄົນ​ໄດ້​ເສຍ​ຊີວິດ ​ແຕ່​ຕໍ່​ມາ​ໄດ້​ຫລຸດລົງ​ເປັນສາມ​ ​ແລະ​ຫລັງ​ຈາກ​ນັ້ນ ກໍ​ໄດ້​ເພີ້ມ​ຂຶ້ນ​ມາເປັຍສີ່​ຄົນອີກ.

ຜູ້​ເສຍ​ຊີວິດ​ທັງ​ໝົ​ດ​ຢູ່​ໃນ​ຮ້ານ Macy ​ແມ່ນ​ເປັນພວກແມ່ຍິງ ​ໃນ​ຂະນະ​ທີ່​ຜູ້​ຊາຍ​ຄົນ​ນຶ່ງ​ຢູ່​ໃນ​ອາການສາຫັດ.

ນາຍ​ຈ່າ​ຕຳຫລວດລາດຕະ​ເວນ​ປະຈຳ​ລັດວໍ​ຊິງ​ຕັນ ທ່ານ Mark Francis ກ່າວ​ວ່າ ​ເວລາ​ນີ້​ກຳ​ລັງ​ຊອກ​ຫາ​ໂຕມື​ປືນຢູ່ ​ແລະ​ມີ​ຄົນເຫັນລາວ​ເທື່ອ​ສຸດ​ທ້າຍຍ່າງ​ໄປ​ຕາມ​ທາງ​ຫລວງ ຈາກຮ້ານ​ສັບພະ​ສິນຄ້າ Cascade ​ໃນ​ເມືອງ Burlington ທີ່​ຕັ້ງ​ຢູ່ 100 ກິ​ໂລ​ແມັດ ຫ່າງ​ຈາກ​ນະຄອນ Seattle.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ນຳ​ເອົາຮູ​ບພາບ​ ຂອງ​ຜູ້​ຊາຍ​ທີ່ຕ້ອງ​ສົງ​ໄສອອກ​ເຜີຍ​ແຜ່​ທາງ ສື່​ສັງຄົມ ກ່ຽວ​ກັບ​ການ​ຍິງສັງຫານ​ທີ່​ຮ້າຍ​ແຮງ​ຢ່າງບໍ່​ເລືອກ​ໜ້າ​ໃນ​ຄັ້ງນີ້.

​ເຈົ້າ​ໜ້າ​ທີ່​ຕຳຫລວດ Francis ກ່າວ​ເຖິງ​ມື​ປືນ​ວ່າ ​ເປັນຜູ້​ຊາຍ​ຊາວ​ສະ​ແປ​ນິສ ນຸ່ງ​ເສື້ອ​ຍືດ ສີດຳ.

ຮ້ານສັບພະ​ສິນ​ຄ້າ Cascade ເປັນ​ຮ້ານສັບພະ​ສິນ​ຄ້າ​ໃຫຍ່ ​ທີ່​ມີຮ້ານ JC Penney, TJ Maxx ​ແລະ Macy ​ຮວມຢູ່​ໃນ​ບັນດາ​ຮ້ານ​ຄ້າ​ຕ່າງໆ ພ້ອມທັງພວກ​ຮ້ານ​ອາຫານ ແລະ
​ໂຮງ​ຮູບ​ເງົາຈຳນວນ​ນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG