ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເປັນຫ່ວງ ຕໍ່ການເກືອດຫ້າມ ບໍ່ໃຫ້ມີການອະພິປາຍ ຂອງສາທາລະນະຊົນ ຢູ່ໃນ ປະເທດໄທ


ບັນດາຜູ້ສະໜັບສະໜຸນ ນັກຮຽນ 14 ຄົນ ທີ່ຖືກກັກຂັງ ປະທ້ວງ ຢູ່ນອກສານທະຫານ ໃນບາງກອກ ວັນທີ 7 ມິຖຸນາ, 2015.
ບັນດາຜູ້ສະໜັບສະໜຸນ ນັກຮຽນ 14 ຄົນ ທີ່ຖືກກັກຂັງ ປະທ້ວງ ຢູ່ນອກສານທະຫານ ໃນບາງກອກ ວັນທີ 7 ມິຖຸນາ, 2015.

​ເອກ​ອັກຄະ​ລັດຖະທູດສະຫະລັດ ປະ​ຈຳ​ປະ​ເທດ​ໄທ ກ່າວ​ວ່າ
”ໄທ​ກຳລັງ​ປະ​ເຊີນ​ໜ້າ​ກັບ ບັນຫາ​ທ້າ​ທາຍທີ່ສຳຄັນ​ຈຳນວນນຶ່ງ”
​ເພື່ອກັບຄືນໄປສູ່ການ​ປົກຄອງ​ແບບປະຊາທິປະ​ໄຕດ້ວຍການຈັດ
ໃຫ້​ມີ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດໃນ​ປີ 2017. ຄວາມ​ເປັນ​ຫ່ວງ​ຂັ້ນ
​ຕົ້ນ ​ແມ່ນ​ລັດຖະບານ​ທະຫານ ນຳ​ໃຊ້​ກົດໝາຍທີ່ ເກືອດຫ້າມ​ບໍ່
ໃຫ້ມີການອະພິປາຍຂອງປະຊາຊົນ. Ron Corben ຜູ້ສື່ຂ່າວ
ວີໂອເອ ມີລາຍ​ງານ​ຈາກ​ບາງກອກ ຊຶ່ງ​ ກິ່ງ​ສະຫວັນ ຈະ​ນຳ​ມາ
ສະ​ເໜີ​ທ່ານ ໃນ ອັນດັບຕໍ່ໄປ.

ໃນການຖະແຫລງ​ຕໍ່​ບັນດາ​ນັກ​ຂ່າ​ວ ເມື່ອ​ແລງ​ວັນ​ພຸດທ້າຍເດືອນແລ້ວນີ້ ເອກ​ອັກຄະ​ລັດ
ຖະທູດສະຫະລັດປະຈຳປະເທດໄທທ່ານ​ Glyn Davies ກ່າວ​ວ່າ ​ໃນ​ຂະນະ​ທີ່ຄວາມ
ສຳພັນສອງ​ຝ່າຍລະຫວ່າງ​ໄທ​ແລະສະຫະລັດຍັງແໜ້ນ​ແຟ້ນຢູ່ແຕ່ການຈຳກັດຮັດແຄບ
ຂອງລັດຖະບານທະຫານກ່ຽວກັບສິດເສລີພາບ ການສະແດງຄວາມຄິດຄວາມເຫັນແລະໃຊ້ການໃຊ້​ສານ​ທະຫານດຳເນີນຄະດີ​ຕ່າງໆ​ຂອງພົນລະ​ເຮືອນນັ້ນ ​ກຳລັງບ່ອນ​ທຳລາຍ
ການອະພິປາຍ ກ່ຽວກັບ​ບັນຫາ​ຕ່າງໆ ທີ່ພວມປະ​ເຊີນ​ໜ້າ​ປະ​ເທດ.

​ເອກ​ອັກຄະ​ລັດຖະທູດ Davies ກ່າວ​ວ່າ “ພວກ​ເຮົ​າ​ໄດ້​ຮຽກຮ້ອງ​ບໍ່​ໃຫ້ດຳເນີນ ຄະດີ
ພົນລະ​ເຮືອນ​ຢູ່ສານ​ທະຫານ. ພວກ​ເຮົາຄິດ​ວ່າ ນັ້ນ​ເປັນສິ່ງສຳຄັນ. ພວກ​ເຮົາ​ເຊື່ອ​
ໝັ້ນໃນ​ການປົກຄອງດ້ວຍຕົວບົດ​ກົດໝາຍ. ພວກເຮົາເຊື່ອໝັ້ນໃນຂະ ແໜງຕຸລາ
ການທີ່ເປັນອິດສະຫຼະ. ​ພວກ​ເຮົາ​ເຊື່ອໝັ້ນຢ່າງເຫັນໄດ້ແຈ້ງ​ໃນ​ສິດທິ​ຂອງຜູ້​ຄົນ ທີ່
ຈະໄດ້ຮັບການຕໍ່ສູ້ຄະດີຢູ່ໃນສານຍຸຕິທຳ ແລະພວກເຮົາໄດ້ມອງ ເຫັນຄວາມ
ຫຍຸ້ງ
ຍາກ ພວກເຮົາໄດ້ມອງເຫັນບັນຫາທີ່ແທ້​ຈິງ ໃນການທີ່​ພົນລະ​ເຮືອນ ກຳລັງຖືກ​ດຳ​
ເນີນ
ຄະດີ ​ຢູ່​ໃນ​ສານ​ທະຫານ."

ນັບ​ແຕ່​ໄດ້ເຂົ້າ​ກຳ​ອຳນາດ ​ເມື່ອ​ເດືອນພຶດສະພາ​ປີ​ກາຍ​ນີ້ ລັດຖະບານ​ທະຫານ ທີ່​ຮູ້​ກັນ
​ວ່າ ຄະນະຮັກສາຄວາມສະຫງົບແຫ່ງຊາດ ຫລື NCPO ​ໄດ້​ວາງ​ລະ​ບຽບຢ່າງເຄັ່ງຄັດ ກ່ຽວກັບການໂຮມຊຸມນຸມໃນທີ່ສາທາລະນະ ມີການຕິດຕາມ ສິ້ງຊອມຢ່າງໃກ້ຊິດ ເບິ່ງ
”ການ​ປະຊຸມ​ໃນດ້ານການສຶກສາ ​ແລະ​ການສຳ​ມະ​ນາ​ຕ່າງໆ.

​ອີງ​ຕາມອົງການຄຸ້ມ​ສິດທິຕາມກົດໝາຍ ທີ່​ບໍ່​ຂຶ້ນ​ລັດຖະບານແລ້ວ ພວກທະຫານ​ໄດ້​ສັ່ງ
ໃຫ້ສ່ວນບຸກຄົນໄປປາກົດໂຕ ຫລື​ໄດ້​ໄປຢ້ຽມຢາມບ້ານ​ເຮືອນ​ເກືອບ 800 ຄົນ ຮວມທັງ
ສະຖາບັນການສຶກສາຕ່າງໆ​ຫລາ​ຍກວ່າ 60 ແຫ່ງ ພ້ອມດ້ວຍ​ບັນ ດາ​ນັກ​ຂ່າວນຳດ້ວຍ.

ນອກນັ້ນຍັງມີຫລາຍໆຄົນ ​ໄດ້​ຖືກ​ກັກໂຕເພື່ອສອບ​ຖາມ ​ແລະຮັບການ “ສຳ​ມະ​ນາ” ອົບ
ຮົມ ທີ່​ໃຊ້​ເວລາ​ຫລາຍ​ມື້ ກ່ອນ​ເຂົາ​ເຈົ້າ​ຖືກ​ປ່ອຍ​ໂຕ. ບັນ​ດາ​ຜູ້​ຕິຕຽນ​ຈຳ ນວນໜຶ່ງ​ໄດ້
​ຫລົບໜີ​ອອກ​ນອກ​ປະ​ເທດ.”

ທ່ານ Davies ກ່າວ​ວ່າ ວໍ​ຊິງ​ຕັນ ກໍ​ມີ​ຄວາມ​ເປັນ​ຫ່ວງ​ເຊັ່ນ​ດຽ​ວກັນ ກ່ຽວ​ກັບ​ອັນ​ທີ່​ທ່ານ​ຮ້ອງ​ວ່າ ການຖືກຕັດສິນຕິດຄຸກເປັນເວລາດົນນານແບບທີ່ “ບໍ່ເຄີຍ ມີມາກ່ອນ” ຕໍ່ສ່ວນ
ບຸກຄົນ ທີ່ຖືກກ່າວຫາວ່າ ລະເມີດກົດໝາຍທີ່ເຄັ່ງຄັດ ໃນ ຖານໝິ່ນປະໝາດຕໍ່ກະສັດ
ຂອງປະເທດທີ່ໄດ້ທຳການລົງໂທດຢ່າງໜັກຕໍ່ການ ປາກເວົ້າ ທີ່ມອງເຫັນວ່າ ເປັນການ
ຕິຕຽນຕໍ່ພະຣາຊວົງຂອງໄທ.”

ທ່ານ Davies ກ່າວວ່າ “ໃນໄລຍະ 7 ເດືອນຜ່ານມານີ້ ພວກເຮົາໄດ້ເຫັນການ ຖືກກ່າວ
ຫາ ຖານໝິ່ນປະໝາດຕໍ່ບັນດານັກຂ່າວ ແລະຄົນອຶ່ນໆ ພ້ອມດ້ວຍການ ກັກຂັງ ໂດຍ
ປາດສະຈາກການກ່າວຫາ ຕໍ່ບັນດາຜູ້ຄົນທີ່ໄດ້ສະແດງຄວາມເຫັນ ຫລື ລາຍງານກ່ຽວ
ກັບບັນຫາ ທີ່ພວກເຈົ້າໜ້າທີ່ເຫັນວ່າ ເປັນການແຕະຕ້ອງ.”

ທ່ານ Davies ຊຶ່ງເປັນນັກການທູດມືອາຊີບຄົນໜຶ່ງ ຮຽກຮ້ອງໃຫ້ລັດຖະບານ ໄທຮັບເອົາ “ຂັ້ນຕອນທີ່ມີການຮວມເອົາທຸກພັກຝ່າຍເຂົ້າຮ່ວມ” ໂດຍຜ່ານການອະພິປາຍຂອງປະ
ຊາຊົນກ່ຽວກັບອະນາຄົດທາງດ້ານການເມືອງຂອງປະເທດ ເພື່ອໃຫ້ເປັນຊ່ອງທາງຄ້ຳ
ປະກັນສະຖຽນລະພາບໃນລະຍະຍາວ.

ຄະນະກຳມະການ ຮ່າງລັດຖະທຳມະນູນຂອງໄທ ຊຶ່ງໃນປັດຈຸບັນນີ້ກຳລັງຂຽນ ຮ່າງລັດ
ຖະທຳມະນູນສະບັບທີສອງຂອງປະເທດ ພາຍໃຕ້ລັດຖະບານທະຫານ ຊຸດປັດຈຸບັນ. ຮ່າງລັດຖະທຳມະນູນສະບັບທຳອິດ ໄດ້ຖືກປະຕິເສດໂດຍສະພາ ປະຕິຮູບແຫ່ງຊາດ ທີ່
ແຕ່ງຕັ້ງໂດຍພວກທະຫານ ເມື່ອເດືອນກັນຍາຜ່ານມາ.

ຄະນະກຳມະການຮ່າງລັດຖະທຳມະນູນຊຸດນີ້ ມີເວລາອີກຫົກເດືອນ ໃນການ ຂຽນລັດ
ຖະທຳມະນູນສະບັບໃໝ່ ກ່ອນຈະມີການລົງມະຕິແລະການເລືອກຕັ້ງ ຄັ້ງໃໝ່ ຊຶ່ງຄາດ
ວ່າຈະມີຂຶ້ນ ໃນປີ 2017.

XS
SM
MD
LG