ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ຈີນ ຊ່ວຍກວດສອບການລົງໂທດຕໍ່ ເກົາຫຼີເໜືອ


ແຟ້ມຮູບ-ທຸງຊາດເກົາຫຼີເໜືອ ປິວສະບັດຢູ່ເມືອງ ຈີຈຸງດົງ Gijungdong), ດັ່ງທີ່ແນມເຫັນຈາກເຂດສັງເກດການຂອງເກົາຫຼີໃຕ້ ໃນເຂດປອດທະຫານ ປາຈູ (Paju), ເກົາຫຼີໃຕ້, ລະຫວ່າງການຢ້ຽມຢາມຂອງສື່ມວນຊົນ, ວັນທີ 3 ມີນາ 2023. ສະຫະລັດ ຕ້ອງການໃຫ້ຈີນ ຕິດຕາມການລ່ວງລະເມີດຕໍ່ການລົງໂທດຂອງເກົາຫຼີເໜືອ ຫຼາຍກວ່ານີ້.
ແຟ້ມຮູບ-ທຸງຊາດເກົາຫຼີເໜືອ ປິວສະບັດຢູ່ເມືອງ ຈີຈຸງດົງ Gijungdong), ດັ່ງທີ່ແນມເຫັນຈາກເຂດສັງເກດການຂອງເກົາຫຼີໃຕ້ ໃນເຂດປອດທະຫານ ປາຈູ (Paju), ເກົາຫຼີໃຕ້, ລະຫວ່າງການຢ້ຽມຢາມຂອງສື່ມວນຊົນ, ວັນທີ 3 ມີນາ 2023. ສະຫະລັດ ຕ້ອງການໃຫ້ຈີນ ຕິດຕາມການລ່ວງລະເມີດຕໍ່ການລົງໂທດຂອງເກົາຫຼີເໜືອ ຫຼາຍກວ່ານີ້.

ສະຫະລັດ ກໍາລັງຮຽກຮ້ອງ​ໃຕໍ່​ຈີນ ໃຫ້​ດໍາເນີນການກວດກາ​ຕິດຕາມ​ເບິ່ງ​ການ​ລະ​ເມີດ​ຕໍ່ມາດ​ຕະການ​ລົງ​ໂທດຂອງເກົາຫຼີ​ເໜືອເພີ້ມເຕີມ ​ເນື່ອງຈາກ​ຄະນະ​ກຳມະການຂອງ​ສະຫະ​ປະຊາ​ຊາດທີ່ຮັບຜິດຊອບວຽກດັ່ງກ່າວ ໃກ້ຈະ​ໝົດ​ອາຍຸ​ໃນ​ເດືອນ​ນີ້.

“ປັກກິ່ງ ສາມາດປະຕິບັດການໄດ້ຫຼາຍກວ່ານີ້ ເພື່ອຕໍ່ສູ້ກັບຄວາມພະຍາຍາມທີ່ຈະຫຼີກລ່ຽງການລົງໂທດຂອງ DPRK ຢູ່ໃນຂົງເຂດນ່ານນ້ຳຂອງ PRC, ໂດຍການສົ່ງບັນດາຄົນງານເກົາຫຼີເໜືອທີ່ກໍາລັງຫາລາຍໄດ້ຢູ່ໃນດິນແດນຂອງ PRC ກັບຄືນປະເທດ, ພ້ອມທັງປິດເຄືອຂ່າຍຂອງການຈັດຊື້ອີກດ້ວຍ,” ອີງຕາມການກ່າວໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ທີ່ໄດ້ອີເມລຫາ VOA ພະແນກພາສາເກົາຫຼີ ໃນວັນພຸດແລ້ວນີ້.

DPRK ຫມາຍເຖິງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ, ເຊິ່ງເປັນຊື່ທາງການຂອງເກົາຫລີເຫນືອ. ສໍາລັບຊື່​ທາງ​ການ​ຂອງ ຈີນ ແມ່ນ ສາທາລະນະລັດ​ປະ​ຊາ​ຊົນ​ຈີນ ຫຼື PRC.

ເຈົ້າ​ໜ້າ​ທີ່​ສະຫະລັດ ​ຍັງ​ໄດ້​ຕອບໂຕ້ຕໍ່ການສະແດງຄວາມຄິດເຫັນ​ໂດຍ ທ່ານຫຼິວ ເພັງຢູ (Liu Pengyu) ​ໂຄສົກ​ຂອງ​ສະຖານທູດ​ຈີນ​ປະຈຳນະຄອນຫຼວງ​ວໍ​ຊິງ​ຕັນ​ໃນອາທິດນີ້ ທີ່ໄດ້​ກ່າວ​ຕໍ່ VOA ວ່າ “ສະຫະລັດ ຈໍາເປັນຕ້ອງ​ຍຸຕິ​ການ​ເພີ້ມ​ທະວີ​ຄວາມ​ກົດ​ດັນ ​ແລະ​ການ​ລົງ​ໂທດ, ຢຸດ​ການ​ສະກັດ​ກັ້ນ​ທາງ​ທະຫານ, ​ແລະ​ດຳ​ເນີນ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ເພື່ອສືບຕໍ່ສົນທະນາດ້ວຍຄວາມຫມາຍທີ່ສົມບູນ.”

ໂຄສົກ​ຂອງ​ສະຫະລັດ ຜູ້ທີ່ບໍ່ປະສົງອອກນາມ ເນື່ອງຈາກນະໂຍບາຍຂອງກະຊວງ ​ກ່າວ​ວ່າ ວໍ​ຊິງ​ຕັນໄດ້​ສົ່ງ​ຂໍ້​ຄວາມ​ໄປ​ຍັງ​ພຽງ​ຢາງແລ້ວ ສໍາລັບຄວາມພະຍາຍາມເພື່ອການ​ເຈລະຈາ “​ໃນ​ຫຼາຍໆ​ດ້ານ ໂດຍຜ່ານຝ່າຍ​ທີ​ສາມ ​ແລະວິທີ​ໂດຍ​ກົງ, ດ້ວຍຄໍາເວົ້າ ​ຫຼືການຂຽນເປັນ​ລາຍ​ລັກ​ອັກ​ສອນ.”​ ທ່ານຂຽນວ່າ ແຕ່​ເກົາຫຼີ​ເໜືອ​ບໍ່ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ “ພວກເຂົາ​ມີ​ການສະແດງອອກໃຫ້ເຫັນເຖິງ​ຄວາມ​ສົນ​ໃຈ​ໃນ​ການຮ່ວມມື.”

ທ່ານ ຫຼິວ, ຜູ້ເຊິ່ງຄຳ​ປາ​ໄສ​ຂອງ​ທ່ານ ​ໄດ້​ຖືກ​ສົ່ງ​ໃຫ້ VOA ຜ່ານ​ທາງ​ອີ​ເມລ​ໃນ​ວັນ​ຈັນ​ແລ້ວ​ນີ້, ຍັງ​ຄົງຢືນຢັນ​ວ່າ “ຈີນປະຕິບັດຕາມ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຢ່າງ​ຊື່ສັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG