ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ມຽນມາຈັດ ກອງປະຊຸມທຸລະກິດ ຮ່ວມກັບ ຄະນະຜູ້ແທນ ສະຫະລັດ (ວີດິໂອ)


ລັດຖະມັນຕີຊ່ວຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບຝ່າຍກິດຈະການເສດຖະກິດແລະທຸລະກິດ ທ່ານ Jose Fernandez ມີຄວາມເຫັນ ຕໍ່ກອງປະຊຸມທຸລະກິດ ລະຫວ່າງ ມຽນມາ-ສະຫະລັດ ຢູ່ນະຄອນຢ່າງກຸ້ງ, ວັນທີ 25 ກຸມພາ 2013. (D. Schearf/VOA)
ລັດຖະມັນຕີຊ່ວຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບຝ່າຍກິດຈະການເສດຖະກິດແລະທຸລະກິດ ທ່ານ Jose Fernandez ມີຄວາມເຫັນ ຕໍ່ກອງປະຊຸມທຸລະກິດ ລະຫວ່າງ ມຽນມາ-ສະຫະລັດ ຢູ່ນະຄອນຢ່າງກຸ້ງ, ວັນທີ 25 ກຸມພາ 2013. (D. Schearf/VOA)

ອາທິດ​ນີ້ ມຽນມາ​ໄດ້ເປັນເຈົ້າພາບຮັບ​ຕ້ອນ ຜູ້ຕາງໜ້າຫົວໜ້າບໍລິຫານທຸລະກິດອະເມຣິກັນຄະນະໃຫຍ່ທີ່ສຸດ ນັບຕັ້ງແຕ່ການລົງໂທດຂອງສະຫະລັດ ຕໍ່ມຽນມາໄດ້ຖືກໂຍະຍານໃນປີຜ່ານມາ. ບາງ​ຄົນ​ໃນ​ຈໍານວນຜູ້ຕາງໜ້າ ທຸລະກິດ ປະມານ 50 ຄົນ ​ທີ່ໄດ້ເຂົ້າຮ່ວມກອງປະຊຸມນຶ່ງມື້ ​ໄດ້​ພາ​ກັນສະແດງຄວາມຫວັງອັນໃຫຍ່ຫຼວງ ພ້ອມກັບ​ ຄວາມເປັນຫ່ວງ ກ່ຽວ​ກັບສາຍ​ພົວພັນທາງທຸລະກິດ ທີ່​ເຕີຍ​ໃຫຍ່​ຂຶ້ນນັບມື້ລະຫວ່າງ​ສອງ​ປະ​ເທດ. ຜູ້ສື່ຂ່າວວີໂອເອ Daniel Schearf ມີລາຍງານຈາກນະຄອນ​ຢ່າງ​ກຸ້ງ ຊຶ່ງທອງປານນໍາມາສະເໜີທ່ານ.

ເມື່ອວັນຈັນອາທິດນີ້ ສະພາການຄ້າຂອງມຽນ
ມາ ແລະສະຫະລັດ ​ໄດ້​ພາກັນສະແດງຄວາມຍິນດີນໍາຄວາມ
ສໍາພັນທາງທຸລະກິດທີ່ອົບອຸ່ນຂຶ້ນລະຫວ່າງກັນແລະກັນ ລຸນຫຼັງ
ເວລາ​ຫຼາຍປີພາຍ​ໃຕ້ການຈໍາກັດຮັດແຄບທາງເສດຖະກິດ.

ສອງສະພາການຄ້າໄດ້ປະຊຸມກັນເປັນ​ເວລານຶ່ງມື້ ຢູ່​ນະຄອນ
ຢ່າງກຸ້ງ ໂດຍ​ມີຜູ້ຕາງໜ້າບໍລິສັດຕ່າງໆຂອງສະຫະລັດ ຄະນະ
ທີ່ໃຫຍ່ທີ່ສຸດທີ່ເຄີຍມີມາ ​ເຂົ້າ​ປະກອບສ່ວນ ຈາກຕັ້ງແຕ່ທຸລະ
ກິດປີກຍ່ອຍ​ແລະຮ້ານອາຫານ ​ໄປ​ຫາການເງິນ ປະກັນໄພ
ແລະອຸດສາຫະກໍາຂຸດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດ.

ທ່ານ Jose Fernandez ລັດຖະມົນຕີຊ່ວຍວ່າການຕ່າງປະ
ເທດສະຫະລັດ ຮັບຜິດຊອບກິດຈະການເສດຖະກິດແລະ
ທຸລະກິດ ກ່າວຕໍ່ກອງປະຊຸມວ່າ ມຽນມາກໍາລັງເອົາບາດກ້າວ
ຢ່າງ​ເປັນ​ຮູບ​ປະ​ທໍາ ໄປສູ່ຄວາມສໍາພັນດ້ານການເງິນແບບປົກ
ກະຕິກັນ ກັບປະຊາຄົມນານາຊາດ. ທ່ານ Fernandez ເວົ້າວ່າ:

“ໃນຂະນະທີ່ພວກເຮົາມອງ ​ໄປ​ຍັງອະນາຄົດທີ່ຈະເລີນ
ຮຸ່ງເຮືອງຂຶ້ນກ່ວາ​ເກົ່າດ້ວຍກັນນີ້ ຂ້າພະເຈົ້າຢາກ​ຈະຂໍເນັ້ນຢໍ້າວ່າ ພວກເຮົາໃນ
ສະຫະລັດຢາກຈະສ້າງຕັ້ງຄວາມສໍາພັນດ້ານການຄ້າແລະທຸລະກິດໃນຂອບ
ເຂດກວ້າງຂວາງແລະເລິກເຊິ່ງ ກັບປະເທດຂອງທ່ານ​ໃນທົ່ວພາກສ່ວນທັງໝົດ
ໃນການເສດຖະກິດຂອງທ່ານ. ແຕ່ນອກນີ້ ຂ້າພະເຈົ້າກໍຢາກຈະຂໍໃຫ້ພວກ
ທ່ານຈົ່ງໝັ້ນໃຈວ່າ ຄວາມພະຍາຍາມຂອງພວກເຮົາໃນທີ່ນີ້ ​ແມ່ນເປັນພາກ
ສ່ວນຍຸດທະສາດທີ່ກວ້າງຂວາງກວ່າ ແລະ​ໃນລະດັບຂົງເຂດ ເພື່ອລວມເອົາ
ປະເທດນີ້ ເຂົ້າກັບການຄ້າ ກັບຈີນ ອິນເດຍ ​ແລະຂົງເຂດເອເຊຍຕາເວັນອອກ
ສຽງໃຕ້.”


ທັງສອງສະພາການຄ້າ ໄດ້ເຊັນບັນທຶກຄວາມເຂົ້າໃຈສະບັບ​ນຶ່ງ ເພື່ອເພີ່ມທະວີຄວາມ
ສໍາພັນດ້ານທຸລະກິດໃຫ້ຫຼາຍຂຶ້ນ.

ລັດຖະມົນຕີຊ່ວຍ Hernandez ເວົ້າວ່າ ວົງການທຸລະກິດສະຫະລັດຈະນໍາເອົາມາ
​ພ້ອມ​ກັບ​ເຂົາ​ເຈົ້າ ມາດຕະຖານທຸລະກິດນາໆຊາດດ້ານຄວາມໂປ່ງໄສ ສິດທິແຮງງານ
ການພິທັກປົກປ້ອງສະພາບແວດລ້ອມ ແລະການນໍາໃຊ້ທີ່ດິນ. ນອກນີ້ແລ້ວ ກໍຍັງຈະ
ສະໜອງວຽກງານ ຍົກລະດັບມາດຕະຖານການຄອງຊີບໃຫ້ສູງຂຶ້ນ ແລະຊ່ວຍພັດທະ
ນາຊັບພະຍາກອນທໍາມະຊາດ ທີ່ອຸດົມສົມບູນຂອງມຽນມາ ໃຫ້ຍືນຍົງສືບຕໍ່ໄປ.

ແຕ່ແນວໃດກໍດີ ລັດຖະມົນຕີຊ່ວຍ Hernandez ຍັງໄດ້ເຕືອນຜູ້ເຂົ້າຮ່ວມກອງປະຊຸມ
ວ່າ ການລົງໂທດທາງເສດຖະກິດຂອງສະຫະລັດຕໍ່ມຽນມານັ້ນ ​ເຖິງ​ແມ່ນ​ໄດ້ຖືກໂຈະ
ໄວ້​ໃນ​ຂະນະ​ນີ້ ​ແຕ່ກໍຍັງມີ​ໄວ້ຢູ່ໃນບັນທຶກຕໍ່ໄປ ​ແລະສາມາດ​ນໍາ​ເອົາ​ມາ​ໃຊ້​ຄືນ​ໃໝ່​ໄດ້
ໃນກໍລະນີທີ່ມຽນ​ເລີກ​ລົ້ມຄວາມພະຍາຍາມ ​ໃນການປະຕິຮູບຂອງຕົນ.

ການລົງໂທດທີ່ຖືກໂຈະໄວ້ເຫຼົ່ານັ້ນ ຍັງຄົງສ້າງຄວາມເປັນຫ່ວງ​ ໃຫ້​ແກ່ບາງບໍລິສັດຢູ່.

Darren Brooks ເປັນທີ່ປຶກສາອາວຸໂສດ້ານກົດໝາຍສໍາລັບຂົງເຂດເອ ເຊຍແປຊິ
ຟິກ ຂອງບໍລິສັດສ້າງເຄຶ່ອງຈັກຂະໜາດໜັກ Caterpillar ທີ່ ຂາຍຜະລິດຕະພັນຂອງ
ຕົນ ຜ່ານນາຍໜ້າທ້ອງຖິ່ນ​ໃນ​ມຽນມາ ແຕ່ຍັງບໍ່ທັນໄດ້ຜະລິດຢູ່ໃນມຽນມາເທື່ອ. ທ່ານ
Brooks ບອກວີໂອເອວ່າ ຂໍ້ຈໍາກັດຮັດແຄບຕ່າງໆນັ້ນ ເຮັດໃຫ້ພວກເຂົາເຈົ້າຕ້ອງ
ລະມັດລະວັງ ບໍ່​ກ້າ​ທີ່ຈະທຸ່ມເງິນລົງທຶນຂະໜາດໃຫຍ່ໆ.

ທ່ານ Brooks ເວົ້າວ່າ: “ ​ເວລານີ້ ພວກເຮົາຢາກຈະເຫັນມີຄວາມ​ໄວ້ວາງ​ໃຈໄດ້ ຫຼື
ຄວາມທຸ່ນທ່ຽງໝັ້ນຄົງຫຼາຍຂຶ້ນ ໃນ​ເລື້ອງການລົງໂທດທີ່ໄດ້ຖືກຍົກເລີກໄປແລ້ວ
ນັ້ນ ​ເພາະ​ມັນແນ່ນອນວ່າ ການຍົກເລີກ​ໃນ​ເວລາ​ນີ້​ ແມ່ນເປັນການຊົ່ວຄາວ ຫຼືມີ
ເງື່ອນໄຂຢູ່. ສະນັ້ນ ມັນບໍ່ແມ່ນແບບວ່າ ເຮົາຈະ​ສາມາດ​ເຂົ້າມາລົງທຶນ 100 ລ້ານ​
ໂດ​ລາ ໄດ້ບາດດຽວໂລດ. ການລົງໂທດອາດກັບຕ່າວຄືນມາອີກໄດ້ໃນມື້​ອື່ນແລະ
ພວກເຮົາກໍຈະກັບຄືນ​ໄປສູ່ສະພາບການທີ່ພວກເຮົາ​ເຄີຍເປັນ ເມື່ອສອງປີຜ່ານມາ.”


US-Burma Business Conference
please wait

No media source currently available

0:00 0:02:52 0:00


ສະຫະລັດໄດ້ນໍາໃຊ້ການລົງໂທດດັ່ງກ່າວ ຕໍ່ອະດີດລັດຖະບານທະຫານມຽນມາ ຍ້ອນ
ການຝ່າຝືນສິດທິມະນຸດ ແລະປາບປາມການເຄຶ່ອນໄຫວ​ເພື່ອປະຊາທິປະໄຕ. ເສດຖະກິດ
ຂອງມຽນມາ​ໄດ້​ຕົກ​ຢູ່​ໃນ​ສະພາບ​ເປັນ​ເປ້ຍ​ລ່ອຍ ພາຍ​ໃຕ້​ການ​ລົງ​ໂທດ​ດ້ານ​ການ​ຄ້າ​ນັ້ນ
ແລະຍ້ອນການບໍລິຫານເສດຖະກິດຢ່າງ​ຜິດ​ພາດຂອງລັດຖະບານທະຫານ.

ສະຫະລັດເລີ່ມຜ່ອນຜັນ ຂໍ້ຈັດກັດຮັດແຄບດ້ານທຸລະກິດເມື່ອປີຜ່ານມາ ​ຫຼັງຈາກທີ່ປະທາ
ນາທິບໍດີ ເທນ ເຊນ ຫົວປະຕິຮູບ ໄດ້ປ່ອຍຕົວພວກນັກໂທດການເມືອງຫຼາຍຮ້ອຍຄົນ ແລະ
ໂຍະຍານການຄວບຄຸມກ່ຽວກັບການຂ່າວ ແລະສິດທິໃນການປະທ້ວງ.

ບັນດາເຈົ້າໜ້າທີ່ການຄ້າຂອງມຽນມາຮູ້ດີວ່າ ​ໄພຂົ່ມຂູ່ຂອງ​ການບັງຄັບໃຊ້ການລົງໂທດ
ຄືນອີກນັ້ນ ເຮັດໃຫ້ບັນດານັກລົງທຶນຕ່າງປະເທດ ມີ​ຄວາ​ມລະມັດລະວັງ.

U Win Aung ປະທານສະຫະພັນຫໍການຄ້າແລະອຸດສາຫະກໍາຂອງ​ສະຫະພາບມຽນມາ
ເວົ້າວ່າ ການຍົກເລີກ​ການຂົ່ມຂູ່ທີ່​ຈະລົງໂທດນັ້ນແມ່ນສໍາຄັນຫຼາຍຕໍ່ອະນາຄົດຂອງມຽນມາ.

ທ່ານ ອູ ວິນ ອ່ອງ ເວົ້າວ່າ: “ມັນສົມຄວນ ​ທີ່​ຈະໃຫ້ຂໍ້ສັງເກດວ່າ ການຍົກເລີກການ
ລົງໂທດທົງໝົດນັ້ນ ມີ​ແຕ່​ຈະເຮັດໃຫ້ບັນດານັກລົງທຶນເຂົ້າມາລົງທຶນໃນມຽນມາ ໂດຍປາດສະຈາກການລັງເລໃຈໃດໆ ​ໃນຍຸກໃໝ່​ແຫ່ງການພັດທະນາເສດຖະ
ກິດໃໝ່ຂອງພວກເຮົານີ້. ປະຊາຊົນຂອງພວກເຮົາ​ແມ່ນປາດຖະໜາຢາກ​ຈະມີ
ຊີວິດຄວາມເປັນຢູ່ ທີ່ດີຂຶ້ນກວ່າເກົ່າ.”


ບັນດາຜູ້ຕ່າງໜ້າທຸລະກິດສະຫະລັດຍັງໄດ້ສະແດງຄວາມເປັນຫ່ວງກ່ຽວກັບບັນຫາດ້ານ
ໂຄງລ່າງພື້ນຖານໃນປັດຈຸບັນຂອງມຽນມາ ເຊັ່ນບັນຫາການຂາດເຂີນກະແສໄຟຟ້າ
ແລະຕາໜ່າງການສື່ສານຄົມມະນາຄົມທີ່ບໍ່ດີ ແຕ່ພວກອື່ນໆກໍຫຼິງເຫັນໂອກາດອັນດີ ໃນ
ມຽນມານັ້ນຢູ່.

ມາຍ ຈັງ ທັນ ຜູ້ອໍານວຍການສາຂາຫວຽດນາມຂອງບໍລິສັດ Honeywel ຊຶ່ງເປັນບໍລິສັດ
ດ້ານໂຄງລ່າງພື້ນຖານຂອງ​ສະຫະລັດ ເວົ້າວ່າ ຄວາມດ້ອຍພັດທະນາຂອງມຽນມາເຕືອນ
ຄວາມຈໍາຂອງນາງ ເວລາສະຫະລັດຍົກເລີກການສັ່ງຫ້າມຂາຍອາວຸດໃຫ້ຫວຽດນາມ ເມື່ອ
ສອງທົດສະວັດ ຜ່ານມາ.

ທ່ານນາງ ມາຍ ຈັງ ທັນ ເວົ້າວ່າ: “ເວລາຂ້າພະເຈົ້າມາມຽນມາເທື່ອທໍາອິດເມື່ອ
ບໍ່ເທົ່າໃດເດືອນກ່ອນ​ນີ້ ຄວາມຮູ້ສຶກ​ທໍາ​ອິດຂອງຂ້າພະເຈົ້າ ກໍຄື ຂ້າພະ​ເຈົ້າ​ຈື່​
ໄດ້​ໃນ​ທັນ​ທີ ​ເຖິງຄວາມຕື່ນເຕັ້ນຂອງຂ້າພະເຈົ້າເມື່ອ 19 ປີ ກ່ອນ ແລະຢູ່​ທີ່​ນີ້ ຂ້າພະເຈົ້າໄດ້ພົບປະກັບຫຼາຍໆຄົນ ຈາກວົງ​ການລັດຖະບານ ໄປ​ເຖິງພາກ
ສ່ວນເອກກະຊົນ ແລະຂ້າພະເຈົ້າສັງເກດ​ເຫັນວ່າ ທັງໝົດປະເທດ ແມ່ນມັກ
ການສະໜັບສະໜຸນຂອງສະຫະລັດແທ້ໆ ຄືກັນກັບປະເທດຂອງຂ້າພະເຈົ້າ
ເມື່ອ 19 ປີຜ່ານມາ.”


ເພື່ອອໍານວຍ​ຄວາມລາບລື່ນ ໃຫ້​ແກ່ການທໍາທຸລະກໍາຂອງບັນດາ​ບໍລິສັດ​ທຸລະກິດສະຫະ
ລັດ ຢູ່ໃນມຽນມານັ້ນ ເມື່ອວັນສຸກອາທິດ​ແລ້ວ​ນີ້ ວໍຊິງຕັນໄດ້ປະກາດວ່​າ ຕົນ​ຈະຍົກເລີກ
ຂໍ້ຈໍາກັດຮັດແຄບ ຕໍ່ທະນາຄານສີ່ແຫ່ງໃນມຽນມາ.

ລັດຖະມົນຕີຊ່ວຍ Fernandez ເວົ້າວ່າ ການອະນຸຍາດໃຫ້ທະນາຄານ​ເຫຼົ່ານັ້ນ ເຂົ້າຫາ
ລະບົບການເງິນຂອງສະຫະລັດໄດ້ ສ່ວນນຶ່ງກໍ​ແມ່ນ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກການຈົ່ມທຸກ
ຂອງພວກບໍລິສັດແລະອົງການສິດທິຕ່າງໆ ກ່ຽວ​ກັບການບໍ່​ສາມາດເຂົ້າຫາການບໍລິການ
ດ້ານການເງິນຂັ້ນພື້ນຖານຕ່າງໆ ເຊັ່ນບັນຊີເຊັກ​ເງິນສົດ ເປັນຕົ້ນ.

ທ່ານ Fernandez ໄດ້ຊຸກຍູ້ ​ບັນດາ​ຜູ້​ເຂົ້າ​ຮ່ວມ​ປະຊຸມ ໃຫ້ຕິດຕໍ່​ໄປ​ຫາທາງຫ້ອງການ
ຂອງ​ທ່ານ ຖ້າມີບັນຫາ​ໃດໆ ຫຼືເກີດມີຄວາມເຂົ້າຜິດກັນ ກ່ຽວກັບການລົງໂທດບາງຢ່າງ
ທີ່ຍັງມີຜົນບັງຄັບໃຊ້ຢູ່ນັ້ນ.
XS
SM
MD
LG