ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສຫລ ​ແລະ​ ອັງກິດ ຈະຊ່ວຍ ຕາມເອົາເງິນ ຫຼາຍພັນລ້ານ ໂດລາ ຄືນໃຫ້ ຢູເຄຣນ (ວີດີໂອ)


US Vows To Find, Return Ukraine's Stolen Assets
please wait

No media source currently available

0:00 0:02:08 0:00
ສະຫະລັດ​ແລະ​ອັງກິດໄດ້​ປະຕິຍານ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ຈະ​
ຊ່ອຍ​ຄົ້ນຫາ​ແລະ​ຕາມເອົາ​ຄືນເງິນ​ຈຳນວນຫຼາຍ​ພັນ​ລ້ານ​ໂດ​ລ່າ
ທີ່​ຄິດວ່າຖືກ​ລັກຂະ​ໂມ​ຍ​ໄປ​ໂດຍລັດຖະບານຂອງ​ປະທານາທິບໍ
ດີ​ Viktor Yanukovych ​ທີ່​ຖືກ​ໂຄ່ນ​ລົ້ມ​ໄປແລ້ວ​ນັ້ນ.

ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາຂອງສະຫະລັດ ທ່ານ Eric Holder
ທີ່ໄດ້ຖະແຫຼງຕໍ່ກອງປະຊຸມກູ້ເອົາຊັບສິນຄືນຂອງນາໆຊາດ
ໄດ້ບອກກັບພວກນັກຂ່າວ ທີ່ລອນດອນວ່າ ພວກທີ່ຮັບຜິດ
ຊອບກ່ຽວກັບການຖືກກ່າວຫາວ່າ ເປັນຜູ້ລັກຂະໂມຍນັ້ນ
ຈະຕ້ອງເປັນຜູ້ຮັບຜິດຊອບແລະຊັບສິນກູ້ຄືນມາໄດ້ ຈະຕ້ອງ
ສົ່ງຄືນໃຫ້ປະຊາຊົນຊາວຢູເຄຣນ.

ຫ້ອງການທີ່ກຳກັບນຳເລື່ອງສໍ້ໂກງຂອງອັງກິດ ໄດ້ປະກາດໃນວັນຈັນແລ້ວນີ້ ກ່ຽວກັບການ ເລີ້ມສືບສວນ ໃນການຟອກເງິນແລະກ່າວວ່າ ຕົນໄດ້ຊັບສິນຈຳນວນ 23 ລ້ານໂດລາ
ຢູ່ໃນອັງກິດ. ພວກເຈົ້າໜ້າທີ່ບໍ່ໄດ້ລະບຸໃຫ້ຮູ້ສັນຊາດຂອງພວກທີ່ຖືກກ່າວຫາທີ່ວ່ານີ້.

ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂອງ Swiss ໃນທ້າຍເດືອນກຸມພາຜ່ານມານີ້ ກໍໄດ້ສັ່ງໃຫ້ກັກ
ຊັບສິນ ທັງຂອງທ່ານ Yanukovych ແລະລູກຊາຍພ້ອມໆກັບບັນດາອະດີດລັດຖະມົນຕີ ແລະເຈົ້າໜ້າທີ່ຢູເຄຣນຄົນອື່ນໆອີກ 18 ຄົນນຳດ້ວຍ.

CN- Russia Accuses NATO Of 'Provocative' Actions
please wait

No media source currently available

0:00 0:03:19 0:00
XS
SM
MD
LG