ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສ່ວນນຶ່ງ ຂອງຂົວ ທີ່ລັດວໍຊິງຕັນ ຍຸບລົງ ແຕ່ບໍ່ມີ ຜູ້ເສຍຊີວິດ (ສະໄລດ໌)


ເຮືອກູ້ໄພ ແລະມະນຸດກົບ ພວມຄົ້ນຫາ ໃນບໍລິເວນໃກ້ໆຂົວ ທີ່ພັງລົງມາ ຊຶ່ງເຮັດໃຫ້ລົດ ແລະຄົນຕົກລົງໃສ່ແມ່ນໍ້າ Skagit (23 ພຶດສະພາ 2013)
ເຮືອກູ້ໄພ ແລະມະນຸດກົບ ພວມຄົ້ນຫາ ໃນບໍລິເວນໃກ້ໆຂົວ ທີ່ພັງລົງມາ ຊຶ່ງເຮັດໃຫ້ລົດ ແລະຄົນຕົກລົງໃສ່ແມ່ນໍ້າ Skagit (23 ພຶດສະພາ 2013)
ຂົວແຫ່ງນຶ່ງທີ່ເຊື່ອມຕໍ່ລັດວໍຊິງຕັນ ໃນພາກຕາເວັນຕົກສຽງເໜືອ
ຂອງສະຫະລັດ ກັບແຂວງ British Columbia ຂອງການາດາ ໄດ້ພັງລົງເຮັດໃຫ້ພວກຂັບລົດໄປມາຈຳນວນນຶ່ງໄດ້ຮັບບາດເຈັບ ແຕ່ບໍ່ມີຜູ້ໃດເສຍຊີວິດ.

ຂົວ ທີ່ມີ 4 ເລນຂອງທາງເຊື່ອມຕໍ່ລັດຕ່າງໆຫຼື interstate ເລກ
5 ໄດ້ພັງລົງໃນຕອນແລງຂອງວັນພະຫັດວານນີ້ຕາມເວລາທ້ອງ
ຖິ່ນ ຊຶ່ງເຮັດໃຫ້ລົດຫຼາຍໆ ຄັນຕົກລົງໄປໃນແມ່ນໍ້າ Skagit ທີ່ບໍ່
ເລິກປານໃດ. ມີຄົນເຫັນ ພວກຂັບລົດບາງຄົນ ຂຶ້ນໄປນັ່ງຢູ່ເທິງ
ຫຼັງຄາລົດເຂົາເຈົ້າ ທີ່ຈົມນໍ້າເຄິ່ງນຶ່ງ ເພື່ອລໍຖ້າໃຫ້ພວກກູ້ໄພ ໄປ
ຊ່ອຍ. ມີຫຼາຍໆຄົນ ຖືກສົ່ງໄປໂຮງໝໍ ເພື່ອຮັບການປິ່ນປົວບາດ ແຜພຽງເລັກນ້ອຍທີ່ພວກເຂົາເຈົ້າໄດ້ຮັບ.

ຍັງບໍ່ທັນມີຂ່າວຄາວໃດໆເທື່ອວ່າ ແມ່ນຫຍັງຄືສາເຫດທີ່ພາໃຫ້ຂົວດັ່ງກ່າວພັງ ແຕ່ຂົວແຫ່ງ
ນີ້ສ້າງມາໄດ້ດົນກວ່າ 50 ປີແລ້ວແລະການອອກແບບແມ່ນຖືວ່າຫລ້າສະໄໝໄປແລ້ວໂດຍ ອົງການຄຸ້ມຄອງທາງຫຼວງຂອງສະຫະລັດ.

ໂຄງລ່າງພື້ນຖານ ທີ່ມີອາຍຸເກົ່າແກ່ຂອງສະຫະລັດ ແມ່ນເປັນເລື່ອງ ທີ່ໄດ້ມີການກ່າວເຖິງ
ໂດຍປະທານາທິບໍດີບາຣັກ ໂອບາມາທີ່ໄດ້ສະເໜີແນະໃຫ້ມີການໃຊ້ຈ່າຍຫຼາຍຂຶ້ນເພື່ອໃຫ້ ທາງ ແລະຂົວແຫ່ງຕ່າງໆຂອງປະເທດ ໄດ້ຮັບການສ້ອມແປງໃຫ້ຢູ່ໃນສະພາບທີ່ດີ.

XS
SM
MD
LG