ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທູດ ສຫລ ​ປະຈຳຈີນ ຈະ​ອອກ​ຈາກ ​ຕຳ​ແໜ່​ງ ໃນຕົ້ນປີໜ້າ


ທ່ານ Gary Locke ເອກອັກຄະລັດຖະທູດສະຫະລັດ ປະຈໍາປະເທດຈີນ
ທ່ານ Gary Locke ເອກອັກຄະລັດຖະທູດສະຫະລັດ ປະຈໍາປະເທດຈີນ
ເອກອັກຄະລັດຖະທູດສະຫະລັດ ປະຈໍາປະເທດຈີນ ກ່າວວ່າ
ທ່ານຈະ​ອອກ​ຈາກ​ຕຳ​ແໜ່​ງ ໃນຕົ້ນປີໜ້າ ເພື່ອກັບມາຢູ່ກັບ
ຄອບຄົວຂອງ​ທ່ານ ໃນສະຫະລັດ.

ທ່ານ Gary Locke ໄດ້ກ່າວໃນຖະ​ແຫຼງຂ່າວ ໃນວັນອັງຄານ
ວານນີ້ວ່າ ທີ່ທ່ານໄດ້​ແຈ້ງ ​ໃຫ້ປະທານາທິບໍດີສະຫະລັດ ທ່ານ
ບາຣັກ ໂອບາມາ ຊາບ​ແລ້ວ ກ່ຽວກັບການຕັດສິນໃຈ ຂອງເພິ່ນ
ໃນຕົ້ນເດືອນນີ້.

ທ່ານ Locke ໄວ 63 ປີ ແມ່ນຊາວອາເມຣິກັນ ​ເຊື້ອສາຍ​ຈີນ
ຜູ້ທໍາອິດ ທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດສະຫະລັດ ປະຈໍາກຸງປັກກິ່ງ.

ທ່ານ Locke ໄດ້ກ່າວວ່າ ນີ້ຖືວ່າເປັນກຽດອັນສູງສຸດໃນຊີວິດ ທີ່ໄດ້ຮັບພາລະໜ້າທີ່ຮັບໃຊ້
ເປັນເອກອັກຄະລັດຖະທູດສະຫະລັດ ຊຶ່ງເປັນຕໍາແໜ່ງທີ່ທ່ານໄດ້​ເຂົ້າຮັບ ນັບຕັ້ງແຕ່ປີ 2011
​ເປັນຕົ້ນມາ.

ທ່ານຍັງໄດ້ກ່າວວ່າ ທ່ານພູມໃຈ ທີ່ໄດ້ປະກອບພາລະກິດຢ່າງສໍາເລັດ ຕາງໜ້າໃຫ້
ຊາວອາເມຣິກັນ ແລະສາຍພົວພັນລະຫວ່າງສະຫະລັດກັບຈີນ.


ທ່ານ Locke ພ້ອມ​ດ້ວຍ​ຄອບຄົວ​ຂອງ​ທ່ານ
ທ່ານ Locke ພ້ອມ​ດ້ວຍ​ຄອບຄົວ​ຂອງ​ທ່ານ

ທ່ານເອກອັກຄະລັດຖະທູດ ຍັງ​ໃຫ້​ຂໍ້​ສັງ​ເກດວ່າ ການສົ່ງອອກ
ຂອງສະຫະລັດ ​ໄປ​ຍັງຈີນແມ່ນໄດ້ເພີ່ມຂຶ້ນໃນຊ່ວງເວລາທີ່ທ່ານ
ກໍາຕໍາແໜ່ງຢູ່ນັ້ນ ແລະມີຊາວຈີນຫຼາຍໆຂຶ້ນສາມາດເດີນທາງ
ມາຍັງສະຫະລັດ ເພາະວ່າ ທ່ານໄດ້ລຸດເວລາຂອງການລໍຖ້າ
ວີຊາ ນັ້ນລົງ.


ນອກ​ນັ້ນ ທ່ານຍັງໄດ້ກ່າວຕື່ມວ່າ ທ່ານໄດ້ຊ່ອຍ​ເຮັດ​ໃຫ້
ພາບພົດແລະຄຸນຄ່າຂອງອາເມຣິກາດີຂຶ້ນ ໂດຍການ
ພົບປະກັບບັນດາຜູ້ນໍາທາງ​ສາສະໜາ ແລະພວກ​ທະນາຍຄວາມປົກ ປ້ອງສິດທິມະນຸດ
ແລະດ້ວຍການ​ໄປຢ້ຽມຢາມ​ເຂດທິເບດແລະເຂດ Xingjiang ຂອງ​ຈີນ ບ່ອນທີ່ບັນດາ
ຊົນກຸ່ມນ້ອຍພາກັນ​ຈົ່ມ​ທຸກ ກ່ຽວກັບ​ການຈຳແນ​ກກີດ​ກັນນັ້ນ.
XS
SM
MD
LG