ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສຫລ ຊອກຫາທາງ ຕອບໂຕ້ ຕໍ່ການຍິງ ລູກສອນໄຟ ຂອງ ອີຣ່ານ


ຮູບພາບການຍິງລູກສອນໄຟ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດອີຣ່ານ.
ຮູບພາບການຍິງລູກສອນໄຟ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດອີຣ່ານ.

ສະຫະລັດ ຈະ​ຊອກຫາຊ່ອງທາງ ເພື່ອໃຫ້ມີ ການເອົາ “ບາດ
ກ້າວ​ອັນ​ເໝາະ​ສົມ” ຢູ່​ໃນສະພາ​ຄວາມ​ໝັ້ນຄົງສະຫະ​ປະຊະ
ຊາດ “​ໃນບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້” ຕໍ່ການທີ່ອີຣ່ານທີ່​ໄດ້ຍິງທົດ
ລອງລູກ​ສອນໄຟ​ຂີ​ປະ​ນາ​ວຸດ ​ເມື່ອຕົ້ນ​ອາທິດ​ນີ້.

ເອກອັກຄະ​ລັດຖະທູດ ສະຫະລັດ ປະຈຳອົງການສະຫະປະ
ຊາຊາດ ທ່ານ​ນາງ Samantha Power ກ່າວ​ຕໍ່ວີ​ໂອ​ເອໃນ​
ວັນ​ສຸກ​ມື້​ນີ້ວ່າ​ “ພວກ​ເຮົາ​ໄດ້​ຄົ້ນຫາຄວາມ​ຈິງ ​ແລະ​ບັດ​ນີ້​ປາ
ກົດ​ວ່າ ການ​ຍິງລູກ​ສອນ​ໄຟທີ່​ອີຣ່ານ​ໄດ້​ກະທຳໄປ​ນັ້ນແມ່ນ​
ລະເມີດຕໍ່ມະຕິຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ.
​ແນ່ນອນ ພວ​ກ​ເຮົາ​ຈະ​ນຳ​ເອົາ​ເລື້ອງ​ນີ້​ ຂື້ນ​ສູ່ສະພາ​ຄວາມ
​ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ​ກົດ​ດັນ​ໃຫ້ມີການ​ເອົາ​ບາດກ້າວ​ ທີ່ເໝາະສົມ ແລະ​ພວກ​
ເຮົາ​ຍັງ​ຈະ​ເບິ່ງໄປໃນລະດັບສອງ​ກຳ້ສອງ​ຝ່າຍ ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້.”

Watch VOA interview with Samantha Power
please wait

No media source currently available

0:00 0:01:15 0:00

ໃນ​ວັນ​ພຸດ​ແລ້ວນີ້ ທ່ານ​ນາງ Power ກ່າວ​ວ່າ ວໍ​ຊິງ​ຕັນ ​ໄດ້​ສຶກສາເບິ່ງ​ ໃນອັນ​ທີ່​ເປັນ​ໄປ​
ໄດ້​ວ່າ ອີຣ່ານ​ໄດ້​ລະເມີດຕໍ່ມະຕິຂອງສະພາ​ຄວາມ​ໝັ້ນຄົງ ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ.

ທ່ານນາງ​ກ່າວ​ວ່າ ການ​ຢືນຢັນ​ກ່ຽວກັບການຍິງລູກສອນໄຟຂີ​ປະ​ນາ​ວຸດ​ໄລຍະ​ປານກາງ
ເມື່ອວັນ​ທີ 10 ​ຕຸລາຜ່ານມາ ທີ່ສາມາດບັນທຸກ ຫົວລະເບີດນິວເຄລຍໄດ້ນັ້ນ ແມ່ນ​ເປັນ​ທີ່
ຈະແຈ້ງ​ລະເມີດຕໍ່ມະຕິ 1929 ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ທີ່​ໄດ້​ມີການ
ຮັບຮອງເອົາ​ ເມື່ອ​ຫ້າ​ປີ​ກ່ອນ ຊຶ່ງໄດ້ຫ້າມ​ບໍ່ໃຫ້ ມີການ​ທົດລອງດັ່ງກ່າວ.

ທ່ານ​ນາງ Power ກ່າວ​ວ່າ ສະຫະລັດກຳລັງ​ກະກຽມລາຍ​ງານກ່ຽວ​ກັບ​ເຫດການດັ່ງກ່າວ
​ເພື່​ອສະ​ເໜີ​ຕໍ່ຄະນະກຳມະການລົງໂທດອີຣ່ານໃນສະພາ​ຄວາມໝັ້ນ​ຄົງແລະ​ອາດຈະຍົກ​
ເອົາ​ເລື້ອງ​ດັ່ງ​ກ່າວ ຂຶ້ນມາໂອ້ລົມ​ໂດຍ​ກົງ​ ກັບບັນດາສະມາຊິກຂອງສະ​ພາ​ຄວາມໝັ້ນຄົງ.

ໄລຍະລູສອນໄຟ ອີຣ່ານ, 2015
ໄລຍະລູສອນໄຟ ອີຣ່ານ, 2015

ທ່ານ​ນາງກ່າວ​ວ່າ “ການ​ຫ້າມຂອງ​ສະພາ​ຄວາມ​ໝັ້ນຄົງກ່ຽວ​ກັບກິດຈະການລູກສອນໄຟ
ຂີ​ປະ​ນາ​ວຸດຂອງ​ອີຣ່ານພ້ອມ​ດ້ວຍ​ການ​ຫ້າມຂາຍ​ອາວຸດຍັງມີຜົນບັງຄັບໃຊ້​ຢູ່​ເໝືອນ​ເດີມ ​ແລະ​ພວກ​ເຮົາ​ຈະ​ສືບຕໍ່​ກົດ​ດັນ ໃຫ້ສະພາ​ຄວາມ​ໝັ້ນຄົງ ທຳການຕອບ​ໂຕ້ ​ທີ່​ເໝາະສົມ​ຕໍ່
ການທີ່ອີຣ່ານ​ບໍ່​ເອົາຫົວຊາ​ກ່ຽວກັບພັນທະສາ​ກົນຂອງຕົນ.”

ທ່ານ​ນາ​ງໄດ້​ກ່າວ​ຕໍ່ວີ​ໂອ​ເອ ວ່າ ການລະເມີດດັ່ງກ່າວນີ້ ບໍ່ມີທ່າທາງວ່າຈະເປັນຜົນ​ກະທົບ
​ຕໍ່ການຈັດຕັ້ງ ປະຕິບັດ​ຂໍ້​ຕົກລົງນິວ​ເຄລຍ ທີ່ໄດ້ບັນລຸກັນ​ໃນ​ ເດືອນ​ກໍ​ລະກົດລະຫວ່າງ​ເຕ
ຫະຣ່ານ​ແລະ​ຫົກ​ປະ​ເທດມະຫາ​ອຳນາດ.

XS
SM
MD
LG