ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຍີ່​ປຸ່ນ ອະ​ນຸ​ມັດ​ກົດ​ລະ​ບຽບໃໝ່ ກ່ຽວ​ກັບ ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອັງ​ກິດ ທ່ານ ແກ​ຣ​້ນ ແຊັບ​ສ໌, ຂວາ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ຕາ​ລີ ທ່ານ ກຸຍ​ໂດ ໂຄ​ຣ​ເຊັດ​ໂຕ, ຊ້າຍ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ທ່ານ ມິ​ໂນ​ຣຸ ຄິ​ຮາ​ຣະ, 14 ທັນ​ວາ 2023 ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອັງ​ກິດ ທ່ານ ແກ​ຣ​້ນ ແຊັບ​ສ໌, ຂວາ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ຕາ​ລີ ທ່ານ ກຸຍ​ໂດ ໂຄ​ຣ​ເຊັດ​ໂຕ, ຊ້າຍ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ທ່ານ ມິ​ໂນ​ຣຸ ຄິ​ຮາ​ຣະ, 14 ທັນ​ວາ 2023 ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ.

ຄະ​ນະ​ລັດ​ຖະມົນ​ຕີ​ຂອງ ຍີ່​ປຸ່ນ ໄດ້ອະ​ນຸ​ມັດ​ແຜນ​ການ​ທີ່​ຈະ​ຂາຍ​ເຮືອ​ບິນ​ລົບ​ລຸ້ນ​ໃໝ່​ໃນ​ອະ​ນາ​ຄົດ​ໃຫ້​ປະ​ເທ​ດ​ອື່ນໆ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ເຊິ່ງ​ເປັນການ​ກ້າວ​ອອກ​ຈາກ​ກົດ​ເກນ​ຮັກ​ສາ​ສັນ​ຕິ​ພາບຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ ທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ຮັບ​ເອົາ​ໃນ​ຕອນ​ສິ້ນ​ສຸດ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

ການ​ຕັດ​ສິນ​ໃຈ​ທີ່​ເປັນ​ບັນ​ຫາ​ເພື່ອ​ອະ​ນຸ​ຍາດ​ການ​ຂາຍ​ອາ​ວຸດ​ສາ​ກົນ​ດັ່ງ​ກ່າວ​ແມ່ນ​ຄາດ​ວ່າ​ຈະ​ຊ່ວຍ​ຮັບ​ປະ​ກັນ​ບົດ​ບາດ​ຂອງ ຍີ່​ປຸ່ນ ໃນ​ໂຄງ​ການ​ນຶ່ງ​ປີ​ທີ່​ຈະ​ພັດ​ທະ​ນາ​ເຮືອ​ບິນ​ລົບ​ຊະ​ນິດ​ໃໝ່​ຮ່ວມ​ກັນ​ກັບ​ປະ​ເທດ ອິ​ຕາ​ລີ ແລະ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ແຕ່​ມັນ​ກໍ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຄື່ອນ​ໄຫວ​ເພື່ອ​ເສີມ​ສ້າງ​ອຸດ​ສາ​ຫະ​ກຳ​ອາ​ວຸດ​ຂອງ ຍີ່​ປຸ່ນ ແລະ ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ບັນ​ຫາ​ໂລກ.

ສຳ​ລັບ​ເວ​ລານີ້, ລັດ​ຖະ​ບານ ໂຕ​ກຽວ ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ແຜນ​ທີ່​ຈະ​ສົ່ງ​ອອກ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດໃດ​ທີ່​ຖືກ​ພັດ​ທະ​ນາ​ຮ່ວມ​ກັບ​ປະ​ເທດ​ອື່ນນອກ​ຈາກ​ເຮືອ​ບິນ​ລົບ​ໃໝ່, ເຊິ່ງບໍ່​ຄາດ​ວ່າ​ຈະ​ເລີ່ມ​ບໍ​ລິ​ການ​ຈົນ​ຮອດ​ປີ 2035.

ຍີ່​ປຸ່ນ ແມ່ນ​ໄດ້​ຫ້າມ​ການ​ສົ່ງ​ອາ​ວຸດ​ສ່ວນຫຼາຍ​ພາຍ​ໃຕ້​ລັດ​ຖະ​ທຳ​ມະ​ນູນຕໍ່​ຕ້ານ​ສົງ​ຄາມ, ການ​ໃຊ້​ກຳ​ລັງ​ທະ​ຫານ ແລະ ຄວາມ​ຮຸນ​ແຮງ​ຂອງ​ປະ​ເທດ, ແນວ​ໃດ​ກໍ​ຕາມ​ເຂົາ​ເຈົ້າ​ໄດ້​ເລີ່ມ​ທີ່​ຈະ​ເອົາ​ບາດ​ກ້າວ​ໄປ​ສູ່​ການ​ປ່ຽນ​ແປງ​ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ ແລະ ໂລກ. ໃນ​ປີ 2014, ເຂົາ​ເຈົ້າ​ໄດ້​ເລີ່ມ​ທີ່​ຈະ​ສົ່ງ​ອອກ​ອຸ​ປະ​ກອນ​ທາງ​ທະ​ຫານ​ທີ່ບໍ່​ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ, ແລະ ເມື່ອ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ, ເຂົາ​ເຈົ້າ​ໄດ້​ອະ​ນຸ​ມັດ​ການ​ປ່ຽນ​ແປງ​ທີ່​ຈະ​ອະ​ນຸ​ຍາດ​ການ​ຂາຍ​ອາ​ວຸດ​ທີ່​ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ ແລະ ສ່ວນ​ປະ​ກອບ 80 ຊະ​ນິດທີ່​ເຂົາ​ເຈົ້າ​ໄດ້​ຜະ​ລິດ​ພາຍ​ໃຕ້​ການ​ອະ​ນຸ​ຍາດ​ຈາກ​ປະ​ເທດ​ອື່ນໆ​ກັບ​ໄປ​ໃຫ້​ຜູ້​ອອກ​ໃບ​ອະ​ນຸ​ຍາດ. ການ​ປ່ຽນ​ແປງ​ດັ່ງ​ກ່າວ, ເຊິ່ງ​ໄດ້​ເຮັດ​ໃນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ, ໄດ້​ເປີດ​ທາງ​ໃຫ້​ ຍີ່​ປຸ່ນ ທີ່​ຈະ​ຂາຍ​ລູກ​ສອນ​ໄຟ Patriot ທີ່​ຖືກ​ອອກ​ແບບ​ໂດຍ ສະ​ຫະ​ລັດ ໄປ​ໃຫ້ ສະ​ຫະ​ລັດ, ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ທົດ​ແທນ​ລູກ​ປືນ​ຕ່າງໆ​ທີ່ ວໍ​ຊິງ​ຕັນ ໄດ້​ສົ່ງ​ໄປ​ໃຫ້ ຢູ​ເຄ​ຣນ.

ການ​ຕັດ​ສິນ​ໃຈ​ເຮືອ​ບິນ​ລົບ​ນັ້ນ​ຈະ​ອະ​ນຸ​ຍາດ​ໃຫ້ ຍີ່​ປຸ່ນ ສົ່ງ​ອອກ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ທີ່​ເຂົາ​ເຈົ້າ​ຮ່ວມ​ຜະ​ລິດ​ໄປ​ໃຫ້​ປະ​ເທດ​ຕ່າງໆ​ເປັນ​ຄັ້ງ​ທຳ​ອິດ.

​ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG